ຊົມເຊີຍ!!! ສປປ ລາວ ໄດ້ຖືກຖອນລາຍຊື່ ອອກຈາກປະເທດທີ່ມີຄວາມສ່ຽງສູງໃນການຟອກເງິນ

ເວັບໄຊທ Europa.eu ໄດ້ລາຍງານ ໃຫ້ຮູ້ວ່າ ສະຫະພາບເອຣົບ ໄດ້ຖອນລາຍຊື່ ສປປ ລາວ ອອກຈາກລາຍຊື່ ປະເທດ ທີ່ມີຄວາມສ່ຽງສູງ ກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ເນື່ອງຈາກວ່າ ປະເທດລາວ ບໍ່ມີຂໍ້ບົກຜ່ອງ ດ້ານຍຸດທະສາດ ກ່ຽວກັບ ການຟອກເງິນ ຊຶ່ງໄດ້ລະບຸໄວ້ ໃນລະບຽບຂອງ ອີຢູ.

ລາຍລະອຽດການຖອນຊື່ ສາມາດອ່ານໄດ້ຕື່ມ ທີ່ເວັບໄຊທ:

https://ec.europa.eu/commiss…/presscorner/detail/…/IP_20_800

ທີ່ມາ: Lao Youth Radio FM 90.0 Mhz

Comments