ທະນາຄານໂລກ ຄາດການເສດຖະກິດລາວ ຈະຂະຫຍາຍຕົວພຽງ 1%

ທະນາຄານໂລກ ຄາດຄະເນເສດຖະກິດຂອງ ສປປ ລາວຈະຫຼຸດລົງ ຍ້ອນຜົນກະທົບຈາກໂຄວິດ-19 ຈະຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1,8% ໃນກໍລະນີຕໍ່າ ເຊິ່ງຂະແໜງບໍລິການຈະໄດ້ຮັບຜົນກະທົບໜັກ. ສ່ວນແຮງງານຈະທຸກຍາກຂຶ້ນລະຫວ່າງ 96 ພັນຄົນ ຫາ 2 ແສນກວ່າຄົນ.

ບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກໃນວັນທີ 20 ພຶດສະພາ 2020 ໃຫ້ຮູ້ວ່າ: ຄາດວ່າການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຫຼຸດລົງໃນປີ 2020 ຍ້ອນຜົນກະທົບຂອງພະຍາດລະບາດ COVID-19 ເຊິ່ງການເຕີບໂຕຄາດວ່າຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງ -1,8% ໃນກໍລະນີຕໍ່າ. ການຫຼຸດລົງຂອງເສດຖະກິດແມ່ນສົ່ງຜົນກະທົບສະເພາະໃຫ້ກັບຂະແໜງບໍລິການ.

ຜົນກະທົບຈາກ COVID-19 ຈະສົ່ງຜົນອັນສໍາຄັນຕໍ່ກັບຕະຫຼາດແຮງງານ ແລະ ຄວາມທຸກຍາກ. ການຕົກຕໍ່າລົງແບບກ້າວກະໂດດຂອງຜົນປະກອບການຂອງຂະແໜງເດີນທາງ-ຂົນສົ່ງ, ການທ່ອງທ່ຽວ, ແລະ ບໍລິການ-ການໂຮງແຮມ ເຊິ່ງກວມເອົາ 11% ຂອງການສ້າງວຽກເຮັດງານທໍາທັງໝົດ ແລະ 22% ຂອງການສ້າງວຽກເຮັດງານທໍາໃນເຂດຕົວເມືອງ ໄດ້ກໍ່ໃຫ້ເກີດມີການສູນເສຍວຽກເຮັດງານທໍາຢ່າງກວ້າງຂວາງ.

ຄາດຄະເນວ່າປະມານ 96.000 ຫາ 214.000 ຄົນ ຈະກັບຄືນສູ່ຄວາມທຸກຍາກ ອັນເປັນຜົນມາຈາກພະຍາດລະບາດ ເຊິ່ງບັນທອນຜົນສໍາເລັດທີ່ເຄີຍຍາດມາໄດ້ໃນເມື່ອກ່ອນ.

ທີ່ມາ: ທະນາຄານໂລກ ປະຈໍາລາວ

Comments