ຍົກເລີກອອກໃບຢັ້ງຢືນນຳເຂົ້າຊິ້ນສ່ວນຍານພາຫະນະ ທິ່ມາຜະລິດ-ປະກອບຢູໂຮງງານໃນລາວ

ອີງຕາມການຈັດຕັ້ງປະຕິບັດ ຜ່ານມາ ການນໍາເຂົ້າຊິ້ນສ່ວນຍານພາຫະນະ ແມ່ນຕ້ອງໄດ້ຂໍໃບຢັ້ງຢືນນໍາເຂົ້ານໍາກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຸດປະສົງແມ່ນເພື່ອຄຸ້ມຄອງດ້ານມາດຕະຖານ ແລະ ຄຸນນະພາບ ຊິ້ນສ່ວນຍານພາຫະນະ ທີ່ຈະນຳມາປະກອບຢູ່ໂຮງງານ. ແຕ່ມາຮອດປັດຈຸບັນ ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດ ແລະ ການຄ້າ, ສປປ ລາວ ກໍໄດ້ເຂົ້າເປັນສະມາຊິກຂອງສັນຍາ ແລະ ສົນທິສັນຍາ ໃນຂອບພາກພື້ນ ແລະ ສາກົນ, ດັ່ງນັ້ນ ການຄຸ້ມຄອງວຽກງານດັ່ງກ່າວ ແມ່ນມີຄວາມສະດວກຂຶ້ນ ໂດຍມີການຮັບຮູ້ຊຶ່ງກັນ ແລະ ກັນ ຂອງບັນດາປະເທດທີ່ເປັນພາຄີ. ນອກຈາກນີ້ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ຫຼຸດຜ່ອນຂັ້ນຂອດໃນການປະກອບເອກະສານ ຂອງຜູ້ປະກອບການ. ດັ່ງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຕັດຂັ້ນຕອນຂອງການຂໍໃບຢັ້ງຢືນໃນການນໍາເຂົ້າຊີ້ນສ່ວນພານພາຫະນະທີ່ມາຜະລິດ ແລະ ປະກອບຢູ່ໂຮງງານ ທີ່ຕ້ອງຂໍອະນຸຍາດນໍາ ກົມອຸດສາຫະກໍາ ແລະ ຫັດຖະກໍາ,​ ກະຊວງ ອຸດສາຫະກໍາ ແລະ ການຄ້າ ອອກ ໂດຍການອອກ ຄໍາສັ່ງວ່ດ້ວຍ ຄໍາສັ່ງກ່ຽວກັບ ການຍົກເລີກການອອກໃບຢັ້ງຢືນນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ເລກທີ 1848/ອຄ.ກອຫ, ລົງວັນທີ 26 ທັນວາ 2019. ແລະ ມອບໃຫ້ ກົມອຸດສາຫະກໍາ ແລະ ຫັດຖະກໍາ ເປັນເຈົ້າການໃນການດໍາເນີນງານປັບປຸງໃນຄັ້ງນີ້. ລາຍລະອຽດໂດຍຫຍໍ້ ມີດັ່ງນີ້:

  1. ໃຫ້ກົມອຸດສາຫະກຳ ແລະ ຫັດຖະກໍາ ຍົກເລີກການອອກໃບຢັ້ງຢືນການນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ໃນຂອບເຂດທົ່ວປະເທດ.
  2. ໃຫ້ບັນດາຜູ້ດໍາເນີນກິດຈະການໂຮງງານຜະລິດ ແລະ ປະກອບຍານພາຫະນະ ສ້າງແຜນການເຄື່ອນໄຫວປະຈຳປີຂອງໂຮງງານ ຕາມຕາຕະລາງ ອ (ຂໍ້ມູນເພີ່ມເຕີບ ກະລຸນາຕິດຕໍ່ສອບຖາມນໍາ ກົມອຸດສາຫະກໍາ ແລະ ຫັດຖະກໍາ) ແລ້ວສົ່ງໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ກ່ອນວັນທີ 10 ເດືອນ ທັນວາ ຂອງທຸກໆປີ ເພື່ອຮັບຮອງ ແລະ ສັງລວມຂໍ້ມູນລາຍງານຂັ້ນເທິງ. ລາຍລະອຽດແມ່ນເບີ່ງຕາມນີ້: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານສະບັບເລກທີ 0264/ອຄ.ກອຫ, ລົງວັນທີ15 ມີນາ 2019.
  3. ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກຳ ປະສານສົມທົບກັບ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກົມພາສີ, ກະຊວງການເງິນ ເພື່ອແຈ້ງເຖິງເຈົ້າໜ້າທີ່ພາສີປະຈໍາດ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ ແລະ ພ້ອມກັນເຜີຍແຜ່ຄໍາສັ່ງສະບັບນີ້ ໃຫ້ທັງພາກລັດ ແລະ ພາກທຸລະກິດ ຮັບຊາບຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບປະສິດທິຜົນສູງ.

ຄໍາສັ່ງ ກ່ຽວກັບການຍົກເລີກ ການອອກໃບຢັ້ງຢືນນໍາເຂົ້າຊີ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ເລກທີ 1848/ອຄ.ກອຫ ວັນທີ 26 ທັນວາ 2019.

ລາຍລະອຽດເພີ່ມຕື່ມ ກະລຸນາຕິດຕໍ່ສອບຖາມ ກົມອຸດສາຫະກໍາ ແລະ ຫັດຖະກໍາ ທີ່ເບີຂາເຂົ້າ-ຂາອອກ

ໂທລະສັບ: +856 21 451 930

ແຟັກສ: +856 21 452 425

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

Comments