ເທດສະການອາຫານລາວ ຄັ້ງທີ 15 ຈະຈັດຂຶ້ນທ້າຍເດືອນມັງກອນ 2020

ງານເທດສະການອາຫານລາວ ປີ 2020 ຈະຈັດຂຶ້ນໃນວັນທີ 28-31 ມັງກອນ 2020 ຢູ່ທີ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ, ເລີ່ມແຕ່ເວລາ 9:00 ໂມງ- 20:00 ໂມງ.

ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດງານຖະແຫຼງຂ່າວ ງານເທດສະການອາຫານລາວ 2020 (Lao Food Festival 2020) ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ.

ປີນີ້!!! ຈະຮ້ານວາງສະແດງທັງໝົດ 190 ຮ້ານ ຈາກທັງໝົດ 18 ແຂວງທົ່ວປະເທດລາວ ມາຂາຍສິນຄ້າປະເພດຕ່າງໆເຊັ່ນ: ອາຫານ, ເຄື່ອງຫັດຖະກຳ, ກະສິກຳ ແລະ ຍັງມີສິນຄ້າຈາກ 6 ປະເທດອາຊຽນຄື: ຈາກສະຖານທູດກຳປູເຈຍ, ສິງກະໂປ, ໄທ, ຟິລິບປິນ, ມຽນມາ ແລະ ມາເລເຊຍ.

ພິເສດໄປກວ່ານັ້ນ, ຍັງມີການແຂ່ງຂັນປຸງແຕ່ງອາຫານພື້ນເມືອງທີ່ເປັນເອກະລັກຂອງ 17 ແຂວງ 1 ນະຄອນຫຼວງ ຈະແບ່ງການແຂ່ງຂັນອອກເປັນ 3 ພາກຄື: ເໜືອ,ກາງ ແລະ ໃຕ້ ແລ້ວເອົາຜູ້ຊະນະເລີດແຕ່ລະພາກມາແຂ່ງຂັນໃນມື້ສຸດທ້າຍວ່າ ພາກໃດ ແຂວງໃດຈະເປັນຜູ້ຊະນະເລີດໃນປີນີ້ເລື່ອງຂອງອາຫານພື້ນບ້ານທີ່ແຊບທີ່ສຸດ.  ນອກນີ້, ຍັງມີການຈຳໜ່າຍສະຫຼາກເພື່ອຊິງໂຊກຮັບລາງວັນ ຈາກໂຄງການ Inter Plast ແລະ ຍັງໄດ້ຊ່ວຍເຫຼືອຄົນເຈັບທີ່ຖືກໄຟໄໝ້, ນໍ້າຮ້ອນລວກ ແລະ ຄົນເຈັບອານາຖາອີກດ້ວຍ, ມີກິດຈະກຳກວດສຸຂະພາບ ຈາກ ດຣ.ສີວິໄຊ ທັມມະລັງສີ Lao Inter Clinic  ຈະບໍລິການກວດສຸຂະພາບຟຣີ 35 ລາຍການ ໃຫ້ກັບຜູ້ມາຮ່ວມງານໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະ ກໍຈະຮູ້ຜົນກວດທັນທີ.

Comments