KUBOTA Laos (Sole) ສານຕໍ່ໂຄງການ “KUBOTA Sharing The Future” ເປັນປີທີ 5 ສົ່ງມອບອຸປະກອນການຮຽນໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນໃນ ສປປ ລາວ ຈໍານວນ 9.000 ຊຸດ, ພິເສດປີນີ້, ໄດ້ມອບທຶນການສຶກສາ ຈໍານວນ 40 ທຶນ ເປັນປີທໍາອິດ ໃນລະດັບມັດທະຍົມສຶກສາ ໃນຖິ່ນທຸລະກັນດານໃນ ສປປ ລາວ ລວມມູນຄ່າຫຼາຍກວ່າ 805,600,000 ກີບ ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາ ແລະ ຕອບແທນສັງຄົມ ມຸ້ງຫວັງໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ມີອຸປະກອນການຮຽນ ແລະ ມີຄຸນນະພາບຊີວິດທີ່ດີຂື້ນ ພິທີມອບໄດ້ຈັດຂຶ້ນຢູ່ ທີ່ໂຮງແຮມ ຄຣາວພາຊ່າ ນະຄອນຫຼວງວຽງຈັນ ສປປ ລາວ
ທ່ານ ພິດສະນຸ ມິລິນທານຸດ ຜູ້ຊ່ວຍກຳມະການຜູ້ຈັດການໃຫຍ່ ຜູ້ຈັດການທົ່ວໄປ ສາຍງານຂາຍ ການຕະຫຼາດ ແລະ ບໍລິການບໍລິສັດ ສະຫຍາມຄູໂບຕ້າ ຄອບປໍເຣຊັ່ນ ຈໍາກັດ ກ່າວວ່າ ຕະຫຼອດໄລຍະເວລາຂອງການດໍາເນີນທຸລະກິດ KUBOTA Laos Sole ໄດ້ເລັງເຫັນເຖິງຄວາມສໍາຄັນຂອງການສຶກສາ ເພາະເປັນພື້ນຖານສໍາຄັນໃນການພັດທະນາປະເທດໃຫ້ກ້າວໄປທາງໜ້າຢ່າງໝັ້ນຄົງ ແລະ ເຍົາວະຊົນນັບເປັນພະລັງສໍາຄັນໃນການພັດທະນາສັງຄົມ ແລະ ປະເທດຊາດ ເຮົາຈຶ່ງໄດ້ຈັດໂຄງການເພື່ອສະໜັບສະໜູນດ້ານການສຶກສາທັງໃນ ແລະ ຕ່າງປະເທດມາໂດຍຕະຫຼອດ ເຊັ່ນດຽວກັບໂຄງການ “KUBOTA Sharing The Future”ທີ່ຈັດຂຶ້ນໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 5 ເພື່ອມອບອຸປະກອນການຮຽນໃຫ້ກັບເຍົາວະຊົນໃນຖິ່ນທຸລະກັນດານ ລວມເຖິງພິຈາລະນາມອບທຶນການສຶກສາໃນລະດັບມັດທະຍົມສຶກສາ ເປັນຄັ້ງທໍາອິດ ເພື່ອໃຫ້ນ້ອງໆເຍົາວະຊົນມີກໍາລັງໃຈທີ່ຈະຮຽນຮູ້ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນຕໍ່ໄປ
“ຈາກຄວາມສໍາເລັດຂອງການຈັດໂຄງການໃນໄລຍະ 4 ປີທີ່ຜ່ານມາ ເຫັນວ່າ ອຸປະກອນການຮຽນທີ່ໄດ້ມອບໃຫ້ແກ່ນ້ອງໆໄປແລ້ວນັ້ນ ມີສ່ວນຊ່ວຍພັດທະນາສັກກະຍະພາບການຮຽນ ແລະ ເປັນກໍາລັງໃຈໃຫ້ກັບນ້ອງໆໄດ້ ແລະ ຍັງມີຫຼາຍພື້ນທີ່ຍັງຕ້ອງການຄວາມຊ່ວຍເຫຼືອ ໂດຍໄດ້ຮັບຄວາມຮ່ວມມືຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ຮ້ານຜູ້ແທນຈໍາໜ່າຍທົ່ວປະເທດ ໃນການສົ່ງມອບອຸປະກອນການຮຽນ ລວມທັງໝົດ 9.000 ຊຸດ ມູນຄ່າ 665.600. 000ກີບ ເພື່ອຂະຫຍາຍໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໃນແຂວງຕ່າງໆຂອງ ສປປ ລາວ ໄດ້ຮັບອຸປະກອນການຮຽນຢ່າງທົ່ວເຖິງ
ໃນປີນີ້ ຍັງໄດ້ຂະຫຍາຍໂອກາດໄປສູ່ເຍົາວະຊົນໃນລະດັບມັດທະຍົມສຶກສາ ຈຶ່ງໄດ້ຈັດໃຫ້ມີການມອບທຶນການສຶກສາຂື້ນເປັນປີທໍາອິດ ໂດຍຄັດເລືອກລູກຫຼານຊາວກະຊິກອນທີ່ກໍາລັງສຶກສາໃນມະຫາວິທະຍາໄລອັນດັບຕົ້ນໆຂອງລັດຖະບານ ໃນຄະນະກະເສດສາດ ຫຼື ວິສະວະກໍາສາດ ເຊິ່ງມີຜົນການຮຽນ ແລະ ຄວາມປະພຶດດີ ຈໍານວນທັງໝົດ 40 ທຶນ ທຶນລະ 3.500. 000ກີບ ມູນຄ່າລວມ 140.000.000 ກີບ ເພື່ອຊ່ວຍເພີ່ມໂອກາດທາງການສຶກສາ ເຊິ່ງບໍລິສັດມີແນວທາງການໃຫ້ຄວາມຊ່ວຍເຫຼືອຕາມຄວາມຈໍາເປັນຢ່າງເໝາະສົມໃນປີຕໍ່ໄປ”
ທັງນີ້ ໂຄງການ “KUBOTA Sharing The Future”ໄດ້ສົ່ງມອບອຸປະກອນການຮຽນໃຫ້ກັບເດັກນ້ອຍ ແລະ ເຍົາວະຊົນ ລວມທັງໝົດ 29.000 ຊຸດ ສຳລັບ ສປປ ລາວ ຈໍານວນ 9.000ຊຸດ ແລະ ກໍາປູເຈຍ ຈໍານວນ 20.000 ຊຸດ ເຊິ່ງຖືເປັນໂຄງການ CSR Regional Campaign ທີ່ຈະເຮັດການມອບຜ່ານລັດຖະບານ ແລະ ຮ້ານຄ້າຜູ້ແທນຈໍາໜ່າຍໃນປະເທດນັ້ນໆ ເພື່ອຂະຫຍາຍໂອກາດໃຫ້ກັບເດັກນ້ອຍ ແລະ ເຍົາວະຊົນທີ່ຂາດແຄນ ໄດ້ມີອຸປະກອນການຮຽນໄວ້ໃຊ້ໃນການສຶກສາຕໍ່ໄປ
ໃນຕອນທ້າຍ ທ່ານ ພິດສະນຸ ມິລິນທານຸດ ກ່າວອີກວ່ານອກຈາກ KUBOTA Laos Sole ຈະຈັດໂຄງການ KUBOTA ປັນນໍ້າໃຈໃຫ້ນ້ອງແລ້ວ ຍັງມີໂຄງການອື່ນໆທີ່ກ່ຽວຂ້ອງກັບການຕອບແທນສັງຄົມອີກດ້ວຍ ເຊັ່ນ ໂຄງການ KUBOTA Technical Education Center (KTEC)ທີ່ຮ່ວມກັບກົມອາຊີວະສຶກສາ ໃນການພັດທະນາຫຼັກສູດສອນເຄື່ອງຈັກກົນ ການກະເສດ ແລະ ໂຄງການ KUBOTA ກໍາລັງໃຈສູ້ຄວາມໜາວ ມອບເສື້ອກັນໜາວໃຫ້ແກ່ຜູ້ປະສົບໄພໜາວ ແລະ KUBOTA ພະລັງໃຈສູ້ໄພພິບັດ ມອບເງິນບໍລິຈາກຖົງຍັງຊີບໃຫ້ກັບຜູ້ປະສົບໄພພິບັດຕ່າງໆ ເປັນຕົ້ນ