ລາຄາສິນຄ້າ ໂດຍສະເພາະຊີ້ນໝູ, ປາ ໃນຕະຫຼາດແພງຂຶ້ນ ບໍ່ໄດ້ຂາຍຕາມແຈ້ງການຂອງລັດ

ລັດກໍານົດລາຄາຂາຍຊີ້ນໝູຫ້າມເກີນ 36.000 ກີບຕໍ່ກິໂລ, ປານິນກະຊັງ ຫ້າມເກີນ 20.000 ກີບຕໍ່ກິໂລ. ແຕ່ບາງຕະຫຼາດຂາຍຊີ້ນໝູແພງເຖິງ 40.000 ກີບຕໍ່ກິໂລ, ສ່ວນປານິນຢູ່ທີ່ 22.000 ຫາ 25.000 ກີບຕໍ່ກິໂລ. ດ້ານແມ່ຄ້າຂາຍຍ່ອຍໄດ້ໃຫ້ພຳພາດເຖິງການ ຂາຍແພງຂຶ້ນ ເນື່ອງຈາກລາຄາຂຶ້ນມາຈາກໜ້າຟາມ ພ້ອມຮຽກຮ້ອງເຈົ້າໜ້າທີ່ລົງກວດກາລາຄາຂາຍຕົວຈິງ.


ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 2307/ອຄ.ນວ.ຄພນ ລົງວັນທີ 18 ທັນວາ 2019 ໃຫ້ຊາວຄ້າຂາຍຈຳໜ່າຍສິນຄ້າໃນລາຄາລັດກຳນົດ. ຢ່າງໃດກໍຕາມ, ຈາກການລົງພື້ນທີ່ຢູ່ 2 ຕະຫຼາດ ໃນວັນທີ 25 ທັນວາ ເພື່ອຕິດຕາມລາຄາສິນຄ້າຕົວຈິງພົບວ່າລາຄາຊີ້ນໝູ ແລະ ປາແມ່ນແພງກວ່າລາຄາລັດກໍານົດ; ແຕ່ລາຄາຊີ້ນງົວ, ຄວາຍແມ່ນຢູ່ໃນເກນປົກກະຕິ ຄື: ປະເພດ 1 ຢູ່ທີ່ 75.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 65.000 ກີບຕໍ່ກິໂລ.ແມ່ຄ້າຂາຍຊີ້ນໝູທ່ານໜຶ່ງທີ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນຜ່ານມາລາຄາຊີ້ນໝູແພງຂຶ້ນຫຼາຍ ເຮັດໃຫ້ຕ້ອງຂາຍຊີ້ນໝູປະເພດ 1 ຢູ່ທີ່ 38.000 ກີບຕໍ່ກິໂລ ( ລັດກຳນົດ 36.000 ກີບ ) ເຊິ່ງສາເຫດທີ່ເຮັດໃຫ້ຊີ້ນໝູໃນຕະຫຼາດແພງຂຶ້ນ ເນື່ອງມາຈາກລາຄາໝູໜ້າຟາມແພງຂຶ້ນຈາກທີ່ເຄີຍຊື້ພຽງ 22.000 ກີບຕໍ່ກິໂລ ປັດຈຸບັນຢູ່ທີ່ 27.000 ກີບຕໍ່ກິໂລ ຍັງຕ້ອງມາຜ່ານມືຜູ້ເກັບຊື້ອີກກ່ອນຈະຮອດແມ່ຄ້າຍູ້ລາຄາໃຫ້ສູງຂຶ້ນອີກ.
ແມ່ຄ້າຂາຍຊີ້ນໝູຢູ່ຕະຫຼາດວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຊີ້ນໝູທີ່ຂາຍປັດຈຸບັນ ປະເພດ 1 ລາຄາ 40.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 30.000 ກີບຕໍ່ກິໂລ ແລະ ຄາດວ່າຍັງຈະສູງຂຶ້ນອີກ.

ຂະນະທີ່ແມ່ຄ້າຂາຍປາ ຢູ່ຕະຫຼາດວິທະຍາເຂດດົງໂດກ ກ່າວວ່າ: ລາຄາປາໃນປັດຈຸບັນຂາຍຢູ່ທີ່ 22.000 ຫາ 25.000 ກີບຕໍ່ກິໂລ ( ລາຄາລັດກຳນົດ 20.000 ກີບຕໍ່ກິໂລ ) ເປັນລາຄາທີ່ແພງຂຶ້ນແຕ່ກໍຂາຍຕາມລາຄາຄວາມເປັນຈິງທີ່ຮັບມາຈາກແມ່ຄ້າຄົນກາງ, ແຕ່ຖ້າຢາກໃຫ້ລາຄາຫຼຸດລົງກວ່ານີ້. ຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງຊ່ວຍລົງກວດກາເພື່ອແກ້ໄຂການປັບລາຄາ ໂດຍເລີ່ມມາຈາກລາຄາໜ້າກະຊັງ, ແມ່ຄ້າຄົນກາງຫາກແກ້ຈຸດນັ້ນໄດ້ແມ່ຄ້າຂາຍຍ່ອຍໜ້າຕະຫຼາດກໍຈະສາມາດປັບລົງຕາມໄດ້.


ນອກຈາກນີ້, ລາຄາສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະພືດຜັກ, ແມ່ຄ້າຂາຍຜັກໃນຕະຫຼາດຫົວຂົວ ໃຫ້ຮູ້ວ່າ: ລາຄາມັນມີການເໜັງຕີງຢູ່ຕະຫຼອດ, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາຖືວ່າປົກກະຕິດີ ເປັນຕົ້ນຫອມບົ່ວ ຂາຍໃນລາຄາ 10.000 ກີບຕໍ່ກິໂລ, ຫອມປ້ອມ 8.000 ກີບຕໍ່ກິໂລ, ຜັກກາດຊອມ 6.000 ກີບຕໍ່ກິໂລ, ຫອມລາບ 20.000 ກີບຕໍ່ກິໂລ, ກະຫຼໍ່າປີ 6.000 ກີບຕໍ່ກິໂລ ແລະ ໝາກເຜັດ 30.000 ກີບຕໍ່ກິໂລ.


ແມ່ຄ້າຂາຍເຂົ້າຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຂາຍເຂົ້າສານໜຽວ ປະເພດ 1 ທີ່ 12.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 10.000 ກີບຕໍ່ກິໂລ; ເຂົ້າຈ້າວມະລິ ປະເພດ 1 ຢູ່ທີ່ 12.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 11.000 ກີບຕໍ່ກິໂລ. ເຫັນວ່າຍັງເປັນລາຄາທີ່ແພງຈາກທີ່ຫຼາຍຝ່າຍຄາດວ່າລາຄາຈະປັບລົງເມື່ອເກັບກ່ຽວເຂົ້ານາປີ.


ອີງຕາມແຈ້ງການເລກທີ 2307/ອຄ.ນວ.ຄພນ ລົງວັນທີ 18 ທັນວາ 2019 ຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ກໍານົດລາຄາຂາຍຍ່ອຍປະເພດ ຊີ້ນ, ປາ ດັ່ງນີ້:
1). ລາຄາຊີ້ນໝູ ປະເພດ 1 ( ຊີ້ນກ້ອນ ແລະ ດູກຂ້າງ ) ສູງສຸດບໍ່ໃຫ້ເກີນ 36.000 ກີບຕໍ່ກິໂລ.
2). ລາຄາຊີ້ນໝູ ປະເພດ 2 ( ສາມຊັ້ນ, ຊີ້ນຕິດມັນ ) ສູງສຸດບໍ່ໃຫ້ເກີນ 34.000 ກີບຕໍ່ກິໂລ.
3). ລາຄາຊີ້ນງົວ, ຄວາຍ ປະເພດ 1 ສູງສຸດບໍ່ໃຫ້ເກີນ 75.000 ກີບຕໍ່ກິໂລ.
4). ລາຄາຊີ້ນງົວ, ຄວາຍ ປະເພດ 2 ສູງສຸດບໍ່ໃຫ້ເກີນ 65.000 ກີບຕໍ່ກິໂລ.
5). ລາຄາປານິນກະຊັງ ສູງສຸດບໍ່ໃຫ້ເກີນ 20.000 ກີບຕໍ່ກິໂລ. ທັງນີ້, ລາຄາຂາຍຍ່ອຍທີ່ໄດ້ກຳນົດໃນແຈ້ງການສະບັບນີ້ແມ່ນໃຫ້ຈັດຕັ້ງປະຕິບັດຈົນ ກວ່າຈະມີແຈ້ງການປັບປຸງລາຄາຂາຍຍ່ອຍສະບັບໃໝ່ເພື່ອປ່ຽນແທນ.

( ຂ່າວ: ເອຢິບ, ຮູບ: ທະນັນເສນ )

ທີ່ມາ: ຂ່າວເສດຖະກິດ-ການຄ້າ Lao Economic Daily

Comments