ມອບເງິນ 29 ຕື້ກວ່າກີບ ໃຫ້ກັບຜູ້ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ

ມອບເງິນທົດແທນຜົນກະທົບຈາກໂຄງການກໍ່ສ້າງເສັນທາງລົດໄຟລາວ-ຈີນ ໄລຍະຜ່ານແຂວງຫຼວງພະບາງ

ວັນທີ 23 ທັນວາ 2019 ນີ້ ຄະນະຊີ້ນໍາໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະຜ່ານແຂວງຫຼວງພະບາງ ໄດ້ຈັດພິທີເບິກຈ່າຍຄ່າທົດແທນ ສິ່ງກີດຂວາງ ແລະຜົນກະທົບ ຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ງວດ ທີ່ 3 ຂອງເມືອງ, ງວດທີ່ 4 ຂອງແຂວງ ແລະງວດທີ່ 5 ຂອງໂຄງການ ໃນນັ້ນ ປະກອບມີ 3 ບ້ານຄື: ບ້ານ ນຸນສະຫວາດ, ຊຽງລ້ອມ ແລະບ້ານ ພິກໃຫ່ຍ ຈຳນວນ 79 ຄອບຄົວ ລວມມູນຄ່າ 29 ຕື້ກວ່າກີບ. ກ່າວມອບໂດຍແມ່ນ ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດແລະສິ່ງແວດລ້ອມແຂວງ ຮອງປະທານຄະນະປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະຜ່ານແຂວງຫຼວງພະບາງ.
ພິທີມອບ-ຮັບ ໄດ້ຈັດຂື້ນຢູ່ຫ້ອງການບ້ານ ນູນສະຫວາດ ນະຄອນ ຫຼວງພະບາງ ໂດຍມີ ທ່ານ ສົມດີ ພອນສະຫວັດ ຮອງເຈົ້ານະຄອນ ຫຼວງພະບາງ, ມີຄະນະຮັບຜິດຊອບຂັ້ນແຂວງ, ເມືອງ, ອົງການຈັດຕັ້ງບ້ານ ພ້ອມດ້ວຍປະຊາຊົນຜູ້ທີ່ຖືກຜົນກະທົບພາຍໃນ 3 ບ້ານເຂົ້າຮ່ວມເປັນສັກຂີພະຍານ.

ພາບ: ຂ່າວ ແຫຼ້ ສຸລິນພອນ

ທີ່ມາ: Lao National Radio

Comments