ລັດຖະບານລາວ ລົງນາມສັນຍາເງິນກູ້ ເອດີບີ  ເພື່ອຕ້ານກັບການແຜ່ລະບາດພະຍາດໂຄວິດ-19

ລັດຖະບານລາວ ໄດ້ເງິນກູ້ຈາກທະນາຄານພັດທະນາອາຊີ ຫຼື ເອດີບີ(ADB) ເພີ່ມ ມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນ ການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນປະເທດ. ພິທີລົງນາມເຊັນສັນຍາເງິນກູ້ດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2020 ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຢະຊູກິ ເນກິຊິ ຜູ້ຕາງໜ້າສຳນັກງານ ADB ປະຈຳ ສປປ ລາວ, ມີຜູ້ຕາງໜ້າ ຈາກກະຊວງສາທາລະນະສຸກ ແລະ ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມເປັນສັກຂີພິຍານ.


ເງິນກູ້ດັ່ງກ່າວ, ເປັນບ້ວງທຶນທີ່ສະໜອງເພີ່ມຕື່ມ ໃຫ້ກັບບ້ວງເງິນກູ້ ແລະ ທຶນຊ່ວຍເຫລືອລ້າ ມູນຄ່າ 12 ລ້ານໂດລາສະຫະລັດ ທີ່ໄດ້ສະໜອງໄປແລ້ວໃຫ້ແກ່ໂຄງການ ປະກັນສຸຂະພາບອານຸພາກພື້ນແມ່ນ້ຳຂອງທີ່ພວມຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ, ຈະຊ່ວຍກະຊວງສາທາລະນະສຸກໃນການຈັດຊື້ອຸປະກອນປ້ອງກັນໂຕຂອງບຸກຄະລາກອນການແພດ, ອຸປະກອນໃຊ້ໃນຫ້ອງທົດລອງ, ຊຸດເຄື່ອງກວດ, ອຸປະກອນການແພດ ແລະ ລົດຮັບສົ່ງຄົນເຈັບ. ພ້ອມກັນນີ້, ບ້ວງທຶນນີ້ຍັງຈະຊ່ວຍໃຫ້ລັດຖະ ບານ ໃນການສະໜອງອຸປະກອນເຄື່ອງມື ແລະ ການຝຶກອົບຮົມໃຫ້ແກ່ພະນັກງານ ທີ່ເຮັດວຽກແນວໜ້າຕົວຈິງ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່, ການທົດລອງໃນຫ້ອງທົດລອງ ແລະ ການປິ່ນປົວໃນໂຮງໝໍ ສຳລັບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19.
ນອກຈາກນີ້ ຍັງຈະຊ່ວຍຖົມຂຸມດ້ານລາຍຈ່າຍໃຫ້ແກ່ລັດຖະບານ ໃນການຕາມຫາຜູ້ທີ່ພົວພັນ ກັບກໍລະນີຜູ້ຕິດເຊື້ອພະຍາດ, ການສື່ສານທີ່ມີຄວາມສ່ຽງ ແລະ ການເຂົ້າຮ່ວມພົວພັນໃນດ້ານອື່ນໆ.

ຂ່າວ: ມະນີທອນ, ຂ່າວສານປະເທດລາວ

Comments