ມື້ອື່ນເຊົ້າ!!! ລາຄານໍ້າມັນປັບຂຶ້ນແລ້ວ ຟ້າວໄປຕື່ມດ່ວນ!!!!

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ລົງວັນທີ 27 ພຶດສະພາ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ;

ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ລາຄາໃຫ່ມແມ່ນໃຫ້ເລີ່ມປະຕິບັດວັນທີ 28 ພຶດສະພາ 2020 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮ ແອັດຊັງພິເສດ 300 ຕໍ່ລິດ, ແອັດຊັງທຳມະດາ 300 ຕໍ່ລິດ ແລະ ກາຊວນ 100 ກີບຕໍ່ລິດ

  • ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື:
  • ແອັດຊັງພິເສດ ປັບຂຶ້ນ 980  ກີບຕໍ່ລິດ 
  • ແອັດຊັງທໍາມະດາ ປັບຂຶ້ນ 750 ກີບຕໍ່ລິດ
  • ກາຊວນປັບຂຶ້ນ 380 ກີບຕໍ່ລິດ 

Comments