​ຫວຽດນາມ ຈະຊ່ວຍອຸປະກອນ​ ແລະ ສົ່ງຜູ້ຊ່ຽວຊານການ​ແພດ​​ ສະກັດກັ້ນການແຜ່ລະບາດໂຄວິດ-19 ໃນລາວ

ໃນວັນທີ 26 ມີນາ 2020 ສປປລາວ ເຮົາພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈຳນວນທັງໝົດ  6  ຄົນແລ້ວ ຂະນະນີ້ລັດຖະບານກໍໄດ້ອອກຫຼາຍມາດຕະການເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດລະບາດໃນຄັ້ງນີ້.

ຫຼ້າສຸດອີງຕາມການລາຍງານຂອງ VOV5 ຂອງຫວຽດນາມໃຫ້ຮູ້ວ່າ: ຕອນບ່າຍວັນທີ 26 ມີນາຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ ສົມເດັດ ຮຸນເຊັນ ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ – 19.

ໃນການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງການສົມທົບ ແລະ ໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດພະຍາດລະບາດໂຄວິດ – 19 ແມ່ນມີຄວາມຈໍາເປັນ ແລະ ມີຄວາມໝາຍ.

ສາຍສໍາພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງສາມປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມ ຕົກລົງໜູນຊ່ວຍເຫຼືອລັດຖະບານ ລາວ ແລະ ລັດຖະບານກໍາປູເຈຍ ບັນດາອຸປະກອນການແພດທີ່ຈໍາເປັນ ດ້ວຍມູນຄ່າ 100.000 ໂດລາສະຫະລັດ ໃຫ້ແກ່ແຕ່ລະປະເທດ  ແລະ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງສາທາລະນະສຸກໄປໜູນຊ່ວຍສອງປະເທດດັ່ງກ່າວ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນພະຍາດລະບາດ.

ຂອບໃຈແຫຼ່ງຂໍ້ມູນ: ຂ່າວເສດຖະກິດ-ການຄ້າ Lao Economic Daily

Comments