Author Archives: Ourignatay targetlaos

ທ້າຍເດືອນພະຈິກ ເມືອງວຽງໄຊມີອາຍຸຄົບ 50 ປີ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ປະທານຄະນະກໍາມາທິການ ລະດັບຊາດເພື່ອກະກຽມສະເຫຼີມສະຫຼອງເມືອງວຽງໄຊ ຄົບຮອບ 50 ປີ ຖະແຫຼງຂ່າວຕໍ່ສື່ມວນຊົນຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 16 ຕຸລາ 2018 ວ່າ: ການຈັດງານຄັ້ງນີ້ມີ 3 ຈຸດປະສົງສຳຄັນຄື: ເພື່ອຫວນຄືນເຖິງມູນເຊື້ອ, ຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດປົດປ່ອຍຊາດ, ໂຄສະນາສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະຄົນຮຸ່ນຫຼັງໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງກ້າວເດີນອັນລະອິດລະອ້ຽວຂອງການປະຕິວັດ ແລະ ຖືເອົາການສະເຫຼີມສະຫຼອງຄັ້ງນີ້ເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ. ສໍາລັບກິດຈະກໍາ ປະກອບມີ 12 ກິດຈະກຳໃຫຍ່ຄື: – ຈັດພິທີໂຮມຊຸມນຸມໃຫຍ່ຢູ່ເມືອງວຽງໄຊ ໃນວັນທີ 30 ພະຈິກ . – ງານວາງສະແດງຮູບພາບຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ຖໍ້າຊ້າງລອດເມືອງວຽງໄຊ. – ປາຖະກະຖາເລົ່າມູນເຊື້ອກ່ຽວກັບເມືອງວຽງໄຊຕິດພັນກັບມູນເຊື້ອຂອງການປະຕິວັດລາວ. – ປະກວດບົດປະດິດຄິດແຕ່ງຕ່າງໆກ່ຽວກັບເມືອງວຽງໄຊ. – ໂຄສະນາເມືອງວຽງໄຊຜ່ານສື່ຕ່າງໆ. – ຂະບວນຄາລະວານປະກອບມີ 4 ຂະບວນໃຫຍ່. – ປຸກລະດົມບັນດາການຈັດຕັ້ງພັກ-ລັດ ...

Read More »

ສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ລຶບລ້າງຄວາມທຸກຍາກ ປະຈຳປີ 2018

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມງານ ແລະ ລັ່ນຄ້ອງເປັນສິລິມົງຄຸນເພື່ອເປີດງານ ງານສະເຫຼີມ ສະຫຼອງວັນອາຫານໂລກ 16 ຕຸລາ ຄົບຮອບ 35 ປີ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ ຄົບຮອບ 15 ປີ ຢູ່ສູນຄົ້ນຄ້ວາກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 16 ຕຸລາ 2018, ທີ່ກະຊວງກະສິກຳ ແລະ ປ່າໄມ້  ໂດຍມີ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ພ້ອມແຂກຖືກເຊີນເຂົ້າຮ່ວມ. ການສະເຫຼີມສະຫຼອງວັນອາຫານໂລກໃນປີນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ “ການກະທໍາຂອງພວກເຮົາຄືອະນາຄົດຂອງພວກເຮົາ, ໂລກທີ່ປາສະຈາກຄວາມອຶດຫິວ ພາຍໃນປີ 2030 ແມ່ນມີຄວາມເປັນໄປໄດ້” ແລະ ວັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນ “ມາຮ່ວມມືກັນ ຊ່ວຍເຫຼືອກຸ່ມຄົນທີ່ດ້ອຍໂອກາດທີ່ສຸດ ເພື່ອພ້ອມກັນສ້າງໂລກ ທີ່ມີການເຄົາລົບກຽດສັກສີ ແລະ ...

Read More »

ວິທະຍາສາດ ແລະ ເຕັກໂນໂລຊີ ມີຄວາມສຳຄັນຕໍ່ການ ພັດທະນາໃນຍຸກ 4.

ວັນທີ 12 ຕຸລາ ເປັນວັນປະກາດເອກະລາດ ແລະ ທັງແມ່ນວັນວິທະຍາສາດແຫ່ງຊາດລາວ, ຕະຫຼອດໄລຍະ 7 ປີຜ່ານມາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ 9 ສະບັບ ແລະ ນິຕິກຳລຸ່ມກົດໝາຍອີກຈໍານວນໜຶ່ງ, ພ້ອມທັງໄດ້ສ້າງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຖິງປີ 2030 ຊຶ່ງເປັນແຜນຍຸດທະສາດ ທີ່ສາມາດເຊື່ອມສານກັບການພັດທະນາ ຂອງບັນດາກະຊວງ ຂະແໜງການ ກໍຄື ພາກພື້ນ ແລະ ສາກົນ ຕາມທິດທາງພັດທະນາແບບຍືນຍົງ ແຫ່ງຍຸກອຸດສາຫະກຳ 4.0. ພັກ ແລະ ລັດ ໄດ້ເອົາໃຈໃສ່ ຕໍ່ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດຢ່າງຈົດຈໍ່, ຊຶ່ງສະແດງອອກໃນແນວທາງນະໂຍບາຍຂອງພັກ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະນັ້ນລ້ວນແຕ່ໄດ້ເລັ່ງໃສ່ພັດທະນາຊັບພະຍາກອນມະນຸດ ແລະ ການສ້າງພື້ນຖານໂຄງລ່າງ ສຳລັບການຄົ້ນຄວ້າພັດທະນາ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາຢູ່ປະເທດ. ເນື່ອງໃນໂອກາດສະຫຼອງຄົບຮອບ 7 ປີ ຂອງວັນວິທະຍາສາດແຫ່ງຊາດລາວ ໄດ້ມີພິທີເປີດງານວາງສະແດງ ...

Read More »

ພັກ-ລັດ ຍ້ອງຍໍສັນລະເສີນແລະຂອບໃຈທຸກພາກສ່ວນທີ່ຊ່ວຍເຫຼືອໄພພິບັດ ອັດຕະປື

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ກ່າວໃນພິທີຖະແຫຼງຂ່າວ ໃນວັນທີ 15 ຕຸລາ 2018 ນີ້ວ່າ: ພາຍຫຼັງເຫດການເກີດຂຶ້ນ ແຕ່ວັນທີ 24 ກໍລະກົດ 2018 ຈົນເຖິງປັດຈຸບັນ, ກອງທັບປະຊາຊົນລາວ ກໍໄດ້ນໍາເອົາກໍາລັງຂອງຕົນ ຈໍານວນ 583 ສະຫາຍ ຈາກກະຊວງປ້ອງກັນປະເທດ, ກອງພັນ 11 ຂອງກອງພົນທີ 5, ກອງພັນ 19 ທະຫານແຂວງອັດຕະປື, ທະຫານເມືອງ ສະໜາມໄຊ ແລະ ໜ່ວຍງານກູ້ໄພ 1623 ຂອງລາວ ຕະລຸມບອນເຂົ້າພື້ນທີ່ເກີດໄພພິບັດ ເພື່ອຊ່ວຍເຫຼືອກອບກູ້ເອົາປະຊາຊົນອອກຈາກເຂດໄພພິບັດ ໄປສູ່ເຂດປອດໄພ ແລະ ສືບຕໍ່ຊອກຄົ້ນເກັບກູ້ຜູ້ສູນຫາຍ. ຈາກເຫດການດັ່ງກ່າວ ມີ 19 ບ້ານໄດ້ຮັບຜົນກະທົບກວມເອົາ 3.540 ຄອບຄົວ, ມີພົນລະເມືອງທັງໝົດ 14.440 ຄົນ ໃນນັ້ນ ໄດ້ຮັບຜົນກະທົບໜັກມີ 957 ຄົວເຮືອນ, ມີ 1.127 ຄອບຄົວ, ມີພົນລະເມືອງ 4.560 ຄົນ; ...

Read More »

ລັດຖະບານ ຕົກລົງມອບຫຼຽນໄຊແຮງງານໃຫ້ 22 ທ່ານ

ເພື່ອຕອບບຸນແທນຄຸນ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ໃນການເຄື່ອນໄຫວທີ່ຫ້າວຫັນ ຂອງບັນດາອະດີດປະທານ ແລະ ຮອງປະທານສະມາຄົມສະມາຄົມ ມິດຕະພາບຂອງລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງລາວ ກັບຕ່າງປະເທດ ກໍຄື ການປະກອບສ່ວນດ້ານສະຕິປັນຍາ, ເຫື່ອແຮງ ໃນໄລຍະຜ່ານມາ. ໃນວັນທີ 15 ຕຸລາ 2018 ລັດຖະບານໄດ້ຕົກລົງມອບຫຼຽນໄຊແຮງງານ ຊັ້ນ I ຊັ້ນ II ໃຫ້ 22 ທ່ານ ເຊິ່ງພິທີປະດັບຫຼຽນ ໄຊແຮງງານດັ່ງກ່າວຕາງໜ້າໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ. ໃນພິທີໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ບັນດາອະດີດປະທານສະມາຄົມມິດຕະພາບລາວຂອງ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 15 ທ່ານ ແລະ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ຮອງປະທານສະມາຄົມ ມິດຕະພາບຂອງລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 7 ທ່ານ. ...

Read More »

ສປປ ລາວ ມີສາຍພົວພັນທາງການທູດກັບ 141 ປະເທດ

ກ່ອນນີ້ 73 ປີ ຢູ່ທີ່ເດີ່ນກິລາວຽງຈັນ ຫຼື ນະຄອນຫຼວງວຽງຈັນ, ລັດຖະບານລາວອິດສະຫລະ ໄດ້ປະກາດປະເທດລາວເປັນເອກະລາດຕໍ່ໂລກຢ່າງເປັນທາງການ, ມັນແມ່ນໝາກຜົນຂອງການຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນລາວທົ່ວທັງຊາດຜ່ານຫຼາຍສະໄໝ, ປະກາດເອກະລາດຂອງຊາດລາວເຮົາຕໍ່ໂລກໃຫ້ໂລກຮັບຮູ້ວ່າ: ໃນແຜ່ນດິນແຫ່ງນີ້ມີປະເທດລາວແມ່ນຄົນລາວເປັນເຈົ້າຂອງປະເທດຊາດ ທີ່ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ. ລັດຖະບານລາວອິດສະຫລະໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດນະໂຍບາຍການເມືອງ 12 ຂໍ້, ໃນນັ້ນໄດ້ປະກາດນະໂຍບາຍການຕ່າງປະເທດອອກຢ່າງເປັນທາງການ. ດັ່ງນັ້ນ, ວັນທີ 12 ຕຸລາ 1945 ຈິ່ງໄດ້ກາຍເປັນວັນການທູດລາວ. ຕະຫຼອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນປະຕິວັດລາວ, ວຽກງານຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ສາມາດຍາດໄດ້ໄຊຊະນະໃໝ່ຢ່າງຕໍ່ເນື່ອງ, ຈົນໃນທີ່ສຸດການປະຕິວັດຊາດ ປະຊາທິປະໄຕຢູ່ປະເທດເຮົາ ຈິ່ງໄດ້ສໍາເລັດຜົນຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ໃນ 73 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ. ສປປ ລາວ ມີຖານະບົດບາດຫຼາຍຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທີ່ມີເພື່ອນມິດສາກົນຢ່າງກວ້າງຂວາງ ...

Read More »

ຮອງເຈົ້າເມືອງສະໜາມໄຊ ຢືນຢັນ ເຮືອນພັກຊົ່ວຄາວຈະສໍາເລັດຕາມແຜນ

ອີງຕາມການລາຍງານຈາກ ທ່ານ ນາງ ມະນີລາ ໄສສົມບູມ ຮອງເຈົ້າເມືອງສະໜາມໄຊ ແຂວງອັດຕະປື ໄດ້ໃຫ້ຮູ້ວ່າ: ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ ຈະຍົກຍ້າຍເຂົ້າໄປຢູ່ເຮືອນພັກຊົ່ວຄາວ ບໍ່ກາຍເດືອນພະຈິກ 2018 ນີ້ຢ່າງແນ່ນອນ. (ຮູບປະກອບຂ່າວ) ສຳລັບການຈັດຕັ້ງຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນຜູ້ຖືກຜົນກະທົບນັ້ນ, ຄະນະຕ້ານໄພພິບັດໄດ້ຈັດຕັ້ງປະຕິບັດເປັນ 3 ໄລຍະ ຄື: ໄລຍະສຸກເສີນ, ໄລຍະຊົ່ວຄາວ ແລະ ໄລຍະຈັດສັນຖາວອນ ມາຮອດປັດຈຸບັນ ແມ່ນຕົກຢູ່ໃນໄລຍະຈັນສັນຊົ່ວຄາວ, ເຊິ່ງລວມມີ 5 ຈຸດໂດຍການກໍ່ສ້າງຂອງບໍລິສັດ ເອສເຄ ແລະ ລັດຖະບານ ລາວ ໃນນັ້ນ: -ຈຸດທີ 1 ແມ່ນຢູ່ໂຮງຮຽນປະຖົມບ້ານຫາດຍາວ ມີ 140 ຫ້ອງ ແລະ ໄດ້ຈັດສັນປະຊາຊົນໄປຢູ່ມີ 138 ຄອບຄົວ. -ຈຸດທີ 2 ແມ່ນຢູ່ຈຸດດົງບາກ ມີ 45 ຫຼັງ (ໄດ້ຈັດໃຫ້ບ້ານໃໝ່, ບ້ານທ່າຫີນໃຕ້). -ຈຸດທີ 3 ແມ່ນຈຸດພັກຊົ່ວຄາວ ຢູ່ບ້ານຕໍມໍຢອດ ໂດຍແມ່ນປະຊາຊົນບ້ານຫີນລາດ ມີ 701 ຄົນ,ມີ ...

Read More »

ສູນກາງແມ່ຍິງລາວ ໄຂກອງປະຊຸມຄົບຄະນະ ທີ່ເມື່ອງວຽງໄຊ

ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຄັ້ງທີ 4 ສະໄໝທີ VII ໄດ້ໄຂຂຶ້ນ ແລະ ອັດລົງຢ່າງເປັນທາງການ ໃນວັນທີ 12 ຕຸລາ 2018 ທີ່ຖໍ້າຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ. ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ພ້ອມດ້ວຍບັນດາທ່ານຄະນະປະທານສູນກາງສະຫະພັນແມ່ຍິງລາວ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VII, ປະທານ-ຮອງປະທານສະຫະພັນແມ່ຍິງແຂວງ, ກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 86 ທ່ານ, ຊາຍ 6 ທ່ານ. ກອງປະຊຸມຄັ້ງທີ 4 ສະໄໝທີ VII ໄດ້ລົງມະຕິຮັບຮອງເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງລາວໃນໄລຍະ 9 ເດືອນ, ຄາດຄະເນ 3 ເດືອນທ້າຍປີ 2018 ແລະ ທິດທາງແຜນການປະຈໍາປີ 2019.   ພ້ອມກັນນັ້ນ, ຜູ້ແທນກອງປະຊຸມຍັງໄດ້ຄົ້ນຄວ້າ ແລະ ຮັບຮອງເອົາວຽກງານຈຸດສຸມ 3 ເດືອນທ້າຍປີ 2018 ແລະ ...

Read More »

ລົງປະຕິບັດງານພາກສະໜາມແລ້ວ ຄາດວ່າພາຍໃນ 6 ເດືອນໃຫ້ສໍາເລັດ

ທີມງານເກັບກູ້ລະເບີດ ກອງທັບຣັດເຊຍ ລົງປະຕິບັດງານພາກສະໜາມແລ້ວ ຄາດວ່າພາຍໃນ 6 ເດືອນໃຫ້ສໍາເລັດພື້ນທີ່ 100 ເຮັກຕ້າ ທີມງານເກັບກູ້ລະເບີດຈາກສູນເກັບກູ້ລະເບີດສາກົນຂອງກອງທັບຣັດເຊຍ International Mine Action Centre 36 ຄົນ ໄດ້ຮ່ວມກັບເຈົ້າໜ້າທີ່ຝ່າວລາວ ລົງກວດສອບພື້ນທີ່ບໍລິເວນບ້ານຫຼັກຊາວ ເມືອງຄໍາເກີດ ແຂວງບໍລິຄຳໄຊ ເພື່ອປະຕິບັດພາລະກິດໃນການຄົ້ນຫາລູກລະເບີດບໍ່ທັນແຕກ ຈາກສົງຄາມອິນດູຈີນທີ່ສະຫະລັດອາເມຣິກາ ຖີ້ມໃສ່ໄລຍະປີ 1964-1973. ການຄົ້ນຫາຈະເລີ່ມແຕ່ເດືອນຕຸລາ 2018 ຫາ ເດືອນມີນາ 2019 ໃນພື້ນທີ່ 100 ເຮັກຕາ ຂອງຂອບເຂດ 5 ໝູ່ບ້ານເປົ້າໝາຍ.  

Read More »

ເຈົ້າໜ້າທີ່ພາສີໄທ ນຳເງິນ 38 ລ້ານບາດ ໄປຝາກທະນາຄານ

ເຈົ້າໜ້າທີ່ພາສີໄທ ໄດ້ນຳເງິນ 38 ລ້ານບາດ (ສະກຸນເງິນໄທ) ໄປຝາກທະນາຄານກຸງໄທ ສາຂາໜອງຄາຍ ລໍຖ້າດຳເນີນຄະດີສິ້ນສຸດ ແລະ ສະເໜີກະຊວງການເງິນຂອງໄທ ພິຈາລະນາກ່ອນຍຶດເຂົ້າຄັງ. ອີງຕາມການລາຍງານຂອງສຳນັກຂ່າວໄທ ເງິນຈຳນວນດັ່ງກ່າວທີ່ຍຶດໄດ້ຈາກຄົນລາວ 3 ຄົນ ຊາຍໜຶ່ງ ຍິງສອງ ໂດຍທີ່ຜູ້ຊາຍເປັນຄົນຂັບລົດໃຫ້ການຕໍ່ເຈົ້າໜ້າທີ່ໄທວ່າເປັນເຈົ້າຂອງ 4 ລ້ານບາດ, ຍິງຄົນໜຶ່ງເປັນເຈົ້າຂອງ 4 ລ້ານບາດ ແລະ ອີກ 30 ລ້ານບາດເປັນຂອງແມ່ຍິງອີກຄົນໜຶ່ງ. ຕາມການລວບລວມຂໍ້ມູນຂອງເຈົ້າໜ້າທີ່ໄທ ມາຮອດປັດຈຸບັນຍັງບໍ່ທັນພົບວ່າເງິນຈຳນວນດັ່ງກ່າວກ່ຽວຂ້ອງກັບບັນຫາຢາເສບຕິດ ພ້ອມທັງຕັ້ງຂໍ້ສົງໄສວ່າ: ຄະດີນີ້ອາດເປັນການລັກລອບເອົາເງິນໂດລາມາແລກເປັນເງິນບາດຢູ່ປະເທດໄທ ແລ້ວນຳກັບຄືນປະເທດ ເພື່ອຫຼີກການເສຍພາສີ 30% ໃຫ້ລັດຖະບານລາວ.  

Read More »