Author Archives: Ourignatay targetlaos

ພື້ນຖານໂຄງລ່າງ ໄຊຍະບູລີ ຂະຫຍາຍຕົວ

ຜ່ານມາແຂວງ ໄຊຍະບູລີ ໄດ້ເອົາໃຈໃສ່ໃນການພັດທະນາພື້ນຖານໂຄງລ່າງດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ວາງຄາດໝາຍສູ້ຊົນຈັດຕັ້ງປະຕິບັດໂດຍເລັ່ງໃສ່ວຽກງານຂົວ-ທາງເປັນບຸລິມະສິດຕົ້ນຕໍ ໂດຍມີ 137 ໂຄງການ, ມູນຄ່າທັງໝົດ 7.877,81 ຕື້ກີບ, ໃນນັ້ນທຶນຕ່າງປະເທດ 564,12 ຕື້ກີບ ແລະ ທຶນພາຍໃນ 7.313,69 ຕື້ກີບ. ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໃຫ້ຮູ້ຕື່ມອີກວ່າ: ແຜນການຈັດຕັ້ງປະຕິບັດໃນໄລຍະ 5 ປີ (2016-2020) ມາຮອດປັດຈຸບັນສາມາດປະຕິບັດສໍາເລັດແລ້ວ 92 ໂຄງການ, ມູນຄ່າ 482,48 ຕື້ກີບ. ຂໍ້ມູນຈາກ: ຂປລ.

Read More »

ງານວາງສະແດງທ່ອງທ່ຽວ ຈີນ-ອາຊຽນ

ງານວາງສະແດງທ່ອງທ່ຽວ ຈີນ-ອາຊຽນ (China-ASEAN EXPO Tourism Exhibition) ໄດ້ຈັດຂື້ນທີ່ ກຸຍຫຼິນ, ສປ ຈີນ ໃນລະຫວ່າງວັນທີ 25-28 ຕຸລາ 2018, ເຂົ້າຮ່ວມງານດັ່ງກ່າວມີບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ສປ ຈີນ, ອາຊຽນ ແລະ ຜູ້ຊື້-ຜູ້ຂາຍຈາກທົ່ວໂລກ ລວມມີ 800 ຮ້ານ ຊຶ່ງເປັນງານຕະຫຼາດທ່ອງທ່ຽວທີ່ສຳຄັນ. ສໍາລັບຮ້ານວາງສະແດງຄັ້ງນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ກໍໄດ້ເຂົ້າຮ່ວມເຊິ່ງນຳໂດຍທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນແຂກກິດຕິມະສັກ ຂື້ນກ່າວມີຄໍາເຫັນຕໍ່ພິທີເປີດງານວາງສະແດງການທ່ອງທ່ຽວຈີນ-ອາຊຽນ ຊຶ່ງໄດ້ຍົກໃຫ້ເຫັນນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ໂດຍຖືເອົາວຽກງາານທ່ອງທ່ຽວ ເປັນຂະແໜງການບູລິມະສິດໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໂດຍປະກາດໃຫ້ປີ 2018 ເປັນປີທ່ອງທ່ຽວລາວ. ຈຳນວນນັກທ່ອງທ່ຽວເພິ່ມຂື້ນ ໃນ 6 ເດືອນຕົ້ນປີນີ້ ນັກທ່ອງທ່ຽວສາກົນ ມາທ່ຽວລາວ 2ລ້ານກວ່າຄົນ ເພີ່ມຂື້ນ 6% ...

Read More »

ຮອງນາຍົກ ຕ້ອນຮັບກອງເລຂາ ສປຊ ຕ້ານຢາເສບຕິດ ແລະ ອາຊະຍາກໍາ

ໃນວັນທີ 24 ຕຸລາ 2018 ທີ່ຜ່ານມາ, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ທັນຢາ ຊານຕຸຊີ ກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມຄະນະ ແລະ ຊ່ຽວຊານຈາກປະເທດໄຊປລັດ ແລະ ປາກິສະຖານ. ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ພາກທີ II ການປ້ອງກັນ ແລະ ພາກທີ V ການເກັບກູ້ຊັບສິນຮອບວຽນທີ 2 ຂອງ ສປປ ລາວໃນລະຫວ່າງວັນທີ 22-24 ຕຸລາ 2018 ທີ່ນະຄອນຫຼວງວຽງຈັນ. ທ່ານ ນາງ ທັນຍາ ຊານຕຸຊີ ໄດ້ລາຍງານການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງ ປະຊຸມປຶກາສາຫາລືຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີຊາບແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາ ຂອງອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຢ່າງຕັ້ງໜ້າ ແລະ ມີໝາກຜົນໃນໄລຍະຜ່ານມາ. ໃນໂອກາດນີ້ທ່ານ ປອ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບ ໃຈຕໍ່ ຄະນະກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານ ການສໍ້ລາດບັງຫຼວງ ຢູ່ສປປ ລາວ. ທັງນີ້ ກໍເພື່ອເປັນການທົບທວນຄືນ ວຽກງານການ ປະຕິບັດວຽກງານການຕ້ານການສໍ້ລາດບັງຫຼວງຂອງລາວ ທັງເປັນການຊຸກຍູ້ສົ່ງເສີມເຮັດໃຫ້ ການປະຕິບັດສົນທິສັນຍາ ດັ່ງກ່າວ ໃຫ້ນັບມື້ນັບມີໝາກຜົນຕື່ມອີກ. ຂ່າວ-ພາບ: ແສງເພັດ ແຊ່ຈ່າວ  

Read More »

“ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ເອກະລັກ ອາຊຽນມີຄວາມອຸດົມຮັ່ງມີ”

ກອງປະຊຸມລັດຖະມົນຕີ  ຮັບຜິດຊອບວຽກງານວັດທະນະທຳ  ແລະ ສິລະປະອາຊຽນ ຄັ້ງທີ 8 ຈັດຂຶ້ນໃນວັນທີ 24 ຕຸລາ 2018 ທີ່ ເມືອງຢອກຢາກາຕາ, ປະເທດອິນໂດເນເຊຍ  ພາຍໃຕ້ຫົວຂໍ້: “ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ ເອກະລັກອາຊຽນມີຄວາມ ອຸດົມຮັ່ງມີ” ພາຍໃຕ້ການເປັນປະທານຂອງ ທ່ານ Muhadjir Effendy, ລັດຖະມົນຕີກະຊວງສຶກສາທິການ  ແລະ  ວັດທະນະທຳ ອິນໂດເນຍເຊຍ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຫນ້າທີ່ອາວຸໂສ  ແລະ ບັນດາຜູ້ແທນຈາກພາກສ່ວນວັດທະນະທຳ ແລະ ສິລະປະ ຈາກບັນດາປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລືບັນຫາຕ່າງໆ ຢ່າງກວ້າງຂວາງ ແລະ ສ້າງສັນ. ໃນນັ້ນ, ໄດ້ພິຈາລະນາຮັບຮອງເອກະສານສຳຄັນ ເຊັ່ນ:  ຖະແຫຼງການຢອກຢາກາຕາວ່າດ້ວຍການ “ຢຶດຖືເອົາວັດທະນະທຳປ້ອງກັນເຫດ  ເພື່ອເຮັດໃຫ້ເອກະລັກອາຊຽນມີຄວາມອຸດົມຮັ່ງມີ”   “Yogyakarta Declaration on Embracing the ASEAN Culture of Prevention to Enrich ASEAN Identity” ເຊິ່ງຖະແຫຼງການນີ້  ຈະໄດ້ນໍາສະເໜີໃຫ້ຜູ້ນໍາອາຊຽນຮັບຊາບ  ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33  ທີ່ຈະຈັດຂຶ້ນໃນເດືອນ ພະຈິກ 2018 ທີ່ ປະເທດ ສິງກະໂປ. ໂອກາດເດີນທາງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ,   ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະເໜີຕໍ່ກອງປະຊຸມ ຄັ້ງນີ້ວ່າ:  ສປປ ...

Read More »

ທ່ານ ບຸນຍັງ ວໍລະຈິດ ສົ່ງໂທລະເລກອວຍພອນ ທ່ານ ຫງວຽນ ຟູ ຈອງ

ວັນທີ 23 ຕຸລາ 2018. ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດໃຈ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ກໍຄືພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມສະໄໝສາມັນ ຄັ້ງທີ VI ຂອງສະພາແຫ່ງຊາດ ຊຸດທີ XIV ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນວັນທີ 23 ຕຸລາ ...

Read More »

ທົ່ວປະເທດ ປະຢັດພະລັງງານໄດ້ ຫຼາຍຮ້ອຍລ້ານ ກິໂລວັດໂມງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນພະລັງງານໂລກ ວັນທີ 22 ຕຸລາ 2018 ທີ່ຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຈ້ງການໃຫ້ທົ່ວປະເທດ ມີສ່ວນຮ່ວມໃນການສະຫຼອງວັນດັ່ງກ່າວດ້ວຍການຮ່ວມໃຈມອດໄຟ ໂດຍເລີ່ມແຕ່ເວລາ 12ໂມງ00 ຫາ 13ໂມງ00. ອີງຕາມແຫຼ່ງຂໍ້ມູນຈາກລັດວິສາຫະກິດ ໄຟຟ້າລາວ ແຈ້ງໃຫ້ຊາບໃນຕອນເຊົ້າຂອງວັນທີ 23 ຕຸລາ 2018 ຜ່ານມານີ້ວ່າ: ຜ່ານການລາຍງານຈາກສູນຄຸ້ມຄອງໄຟຟ້າໃນທົ່ວປະເທດໃຫ້ຮູ້ວ່າ: ພຽງໄລຍະໜຶ່ງຊົ່ວໂມງແມ່ນສາມາດປະຢັດພະລັງງານໄຟຟ້າໄດ້ເຖິງ 767.206.719 ກິໂລວັດໂມງ (Kwh). ຖ້າຄິດໄລ່ເປັນມູນຄ່າຂອງກະແສໄຟຟ້າແມ່ນຕົກເປັນເງິນທັງໝົດ 767 ລ້ານກວ່າກີບ. ແຫຼ່ງຂໍ້ມູນຍັງແຈ້ງໃຫ້ຮູ້ຕື່ມວ່າ: ສ່ວນໃຫຍ່ແມ່ນພາກທີ່ຢູ່ອາໄສ,ໄຟຟ້າແສງສະຫວ່າງ,ພາກສ່ວນບໍລິການຂະໜາດນ້ອຍ,ສໍານັກງານ ອົງການ,ບໍລິສັດ ຫ້າງຮ້ານຈໍານວນໜຶ່ງ ທີ່ໄດ້ຮ່ວມສະໝັກໃຈໃນຄັ້ງນີ້ ຖ້າຫາກທຸກຫົວໜ່ວຍທຸລະກິດຂະໜາດໃຫຍ່ ຫາກປະກອບສ່ວນ ຍິ່ງຈະເຮັດໃຫ້ປະຢັດພະລັງງານໄດ້ຫຼາຍກວ່ານີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ພວກເຮົາເຫັນວ່າ: ພຽງໄລຍະສັ້ນໆ ແຕ່ຜົນຂອງມັນນັ້ນແມ່ນມະຫາສານ, ຖ້າຄົນລາວເຮົາທຸກຄົນຫາກພ້ອມໃຈກັນ ຊ່ວຍກັນຫຼຸດການຊົມໃຊ້ໄຟຟ້າ ທີ່ບໍ່ຈໍາເປັນລົງໄດ້ຜູ້ລະເລັກລະໜ້ອຍ ໂດຍສະເພາະແມ່ນແອເຢັນ ທີ່ມີສ່ວນເຮັດໃຫ້ເກີດສະພາບໂລກຮ້ອນ ມັນຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຍັງຊ່ວຍຮັກສາສະພາບແວດລ້ອມໄປໃນຕົວອີກດ້ວຍ.   ຂໍ້ມູນຈາກ ລັດວິສາຫະກິດ ໄຟຟ້າລາວ

Read More »

ປະກົດການລຶກລັບ ມື້ເພັງ15 ຄໍ່າເດືອນສິບເອັດ

ໃນຄືນເດືອນເພັງ 15 ຄໍ່າເດືອນ 11 ລາວ ທຸກໆປີ ຊຶ່ງກົງກັບມື້ອອກພັນສາ ປະວໍລະນາ ຂອງຊາວລາວໃນທົ່ວປະເທດ ໄດ້ເກີດປະກົດການ ທຳມະຊາດ ເຫັ​ນແລ້ວ ໜ້າອັດສະຈັນ ແລະ ຍັງບໍ່ສາມາດຫາຄໍາຕອບໄດ້ຢ່າງຊັດເຈນ ມີພຽງຄໍາບອກເລົ່າ ລຸ້ນຕໍ່ລຸ້ນ ສືບສານກັນມາຫຼາຍຮ້ອຍ ຫຼາຍພັນປີ ວ່າ: ປະກົດການດັ່ງກ່າວຄື: ບັ້ງໄຟພະຍາແຖນ ຫຼື ບັ້ງໄຟພະຍານາກ. ປະກົດການນີ້ເກີດຂຶ້ນໃນເວລາປະມານ 18ໂມງຫາ 20ໂມງ ຢູ່ສອງສະຖານທີ່ຄື: ບ້ານໂພນສັນ ແລະ ບ້ານເວີນທາດ, ເມືອງທ່າພະບາດ,ແຂວງບໍລິຄໍາໄຊ ລຽບຕາມລຳແມ່ນໍ້າຂອງ. ບັ້ງໄຟພະຍານາກ ແມ່ນເປັນສິ່ງໜຶ່ງທີ່ລຶກລັບ ແລະ ມະຫັດສະຈັນ ທີ່ບໍ່ມີໃຜຈະພິສູດໄດ້. ຕາມການໃຫ້ຂໍ້ມູນຂອງພຣະອາຈານ, ຜູ້ອະວຸໂສ ຢູ່ເຂດນັ້ນບອກຂານຕໍ່ກັນມາວ່າ ເມື່ອເຖິງວັນເພັງ 15ຄໍ່າ ເດືອນ 11 ຂອງທຸກໆປີ ໃນເວລາພ້ອມໆກັບທີ່ຄູບາອາຈານ ແລະ ອອກຕົນຍາດໂຍມຊາວພຸດທັງຫຼາຍ ກຳລັງເຮັດພິທີທາງ ສາສະໜາຢູ່ຕາມວັດ, ວຽນທຽນ, ຕີຄ້ອງ, ຕີກອງ,ໄຫຼເຮືອໄຟ ໃນ​ມື້ບຸນປະວໍລະນາ ອອກພັນສາ,ຈະມີແສງ ຮຸ່ງເປັນປະກາຍ ເໝືອນ​ບັ້ງໄຟດອກ ພົ້ນຂຶ້ນມາຈາກໜ້ານ້ຳ ລອຍຂຶ້ນໄປອາກາດສູງ ປະມານ 10-15 ແມັດ. ຈຸດເລີ່ມອອກຂອງບັ້ງໄຟພະຍານາກນັ້ນ ແມ່ນເລີ່ມຈາກປາກຖ້ຳ ທີ່ຢູ່ທາງເໜືອ ຂອງວັດໂພນສັນ ໄປປະມານ 300-400 ແມັດ, ລົງມາຫາບໍລິເວນ ວັດໂພນສັນ . ສ່ວນຈໍານວນແຕ່ລະປີບໍ່ຄືກັນ ບາງປີກະຂຶ້ນຫຼາຍເປັນຮ້ອຍສອງຮ້ອຍລູກ. ປະກົດການ ...

Read More »

ທ່ານປະທານປະເທດ ຄົນໃໝ່ ເຂົ້າພິທີສາບານຕົນ

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ໃນກອງປະຊຸມ ຄັ້ງທີ 6 ຂອງສະພາແຫ່ງຊາດຫວຽດນາມ ທີ່ກຳລັງດຳເນີນໃນປັດຈຸບັນ ຜູ້ແທນຂອງສະພາແຫ່ງຊາດຊຸດທີ 14 ໄດ້ລົງມະຕິເປັນເອກະສັນດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong)  ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່ ສຳລັບວາລະ ປີ 2016-2021. ພາຍຫຼັງທີ່ມີການປະກາດຜົນການລົງຄະແນນເລືອກ ປະທານປະເທດຫວຽດນາມຄົນໃຫມ່ ໃນຕອນບ່າຍ ທ່ານປະທານປະເທດຄົນໃໝ່ ກໍໄດ້ເຂົ້າພິທີສາບານຕົນຢູ່ຫໍສະພາແຫ່ງຊາດ ສັນຍາວ່າຈະຊື່ສັດຕໍ່ປະເທດຊາດ, ປະຊາຊົນ ແລະ ລັດຖະທຳມະນູນ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ໃຊ້ທຸກຄວາມພະຍາຍາມເພື່ອເຮັດສຳເລັດທຸກພາລະກິດທີ່ໄດ້ຮັບມອບໝາຍ. ຂໍ້ມູນຈາກ:ຂປລ.

Read More »

ມາຮອດປັດຈຸບັນໄດ້ມາແລ້ວ 30 ກວ່າຫຼຽນ

ໃນວັນທີ 23 ຕຸລາ 2018 ທີມກຸ່ມນັກຮຽນມວຍຈີນ ຈາກ ສປປ ລາວ ສາມາດຍາດໄດ້ຕື່ມອີກຫຼາຍຫຼຽນ (ຈາກລາຍການປະເພດດ່ຽວ ປະກອບອຸປະກອນ) ສາມາດຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງີນ, 1 ຫຼຽນທອງແດງ. ມາຮອດປັດຈຸບັນຜ່ານການແຂ່ງຂັນຂອງກຸ່ມທີມຈາກ ສປປ ລາວ ສາມາດຍາດໄດ້ແລ້ວ 06 ຫຼຽນຄຳ, 12 ຫຼຽນເງິນ ແລະ 16 ຫຼຽນທອງແດງ. ສໍາລັບການແຂ່ງຂັນໃນຮອບສຸດທ້າຍ ມາຮ່ວມລຸ້ນນໍາກັນວ່າ: ຈະສາມາດຍາດໄດ້ຕື່ມອີກຈັກຫຼຽນ. ຂອບໃຈແຫຼ່ງຂໍ້ມູນ ແລະ ຮູບພາບຈາກອິນເຕີເນັດ  

Read More »

ສະພາແຫ່ງຊາດຫວຽດນາມ ລົງມະຕິເປັນເອກະສັນຮັບຮອງເອົາການແຕ່ງຕັ້ງປະທານປະເທດຄົນໃໝ່

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິເປັນເອກະສັນ ດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong) ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່, ພາຍຫຼັງທີ່ທ່ານ ເຈິນ ດ໋າຍ ກວາງ ເຖິງແກ່ມໍລະນະກຳ ໃນວັນທີ 21 ກັນຍາ ຜ່ານມາ.     ຂໍ້ມູນຈາກ:ຂປລ.

Read More »