Author Archives: Ourignatay targetlaos

ຮອງນາຍົກ ມອບອຸປະກອນການສຶກສາ-ກິລາ ໃຫ້ນັກຮຽນເມືອງ ສະໜາມໄຊ

ໃນວັນທີ 16 ທັນວາ 2018, ຢູ່ທີ່ບ້ານພັກຊົ່ວຄາວ ບ້ານດົງບາກ ເມືອງສະໝາມໄຊ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການເງິນ, ພ້ອມດ້ວຍພັນຍາລະຍາ ແລະ ຄະນະ ໄດ້ນຳອຸປະກອນການຮຽນການສຶກສາ ແລະ ເຄື່ອງກິລາຈຳນວນ 400 ກວ່າຊຸດ, ໄປມອບໃຫ້ນ້ອງໆນັກຮຽນ ທີ່ປະສົບໄພພິບັດ ທີ່ເມືອງສະໜາມໄຊ ແຂວງ ອັດຕະປື. ໂດຍການກ່າວມອບຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ແລະ ກ່າວຮັບ ຂອງທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງ ອັດຕະປື ແລະ ທ່ານ ຄໍາໝັ້ນ ພົມມະແສງ ຄະນະນຳ ເມືອງສະໜາມໄຊ, , ພ້ອມດ້ວຍຄູ-ອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ. ສຳລັບອຸປະກອນການຮຽນ ແລະ ເຄື່ອງກິລາ ຈຳນວນ 400 ກວ່າຊຸດ ທີ່ນຳໄປມອບ ແລະ ແຈກຢາຍໃຫ້ນ້ອງນ້ອຍນັກຮຽນ ປະກອບມີ ປື້ມ, ...

Read More »

ກອງປະຊຸມ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຫັນດີເປັນເອກະພາບກັນໃນຫຼາຍບັນຫາ

ໃນວັນທີ 17 ທັນວາ 2018 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ, ມີບັນດາລັດຖະມົນຕີ ຕ່າງປະເທດ ພ້ອມດ້ວຍຄະນະ ຈາກບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສສ.ຫວຽດນາມ. ສປ.ຈີນ, ກຳປູເຈຍ, ມຽນມາ ແລະ ໄທ ເຂົ້າຮ່ວມ. ພາຍຫຼັງສຳເລັດກອງປະຊຸມລັດຖະມົນຕີ ຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄດ້ມີການຖະແຫຼງຂ່າວຮ່ວມ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສປ.ຈີນ ໃນການຖະແຫຼງຂ່າວ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມບັນດາລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບການພັດທະນາ ແລະ ຈັດຕັ້ງປະຕິບັດຜົນໄດ້ຮັບຂອງກອງປະຊຸມ ຄັ້ງກ່ອນ ...

Read More »

ປະດັບຫຼຽນໄຊ ຜົນງານ 10 ປີ ໃຫ້ແກ່ໂຮງງານເບຍລາວ ແຂວງຈຳປາສັກ

ລັດຖະບານ ສປປ ລາວ ຕົກລົງມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ແກ່ໂຮງງານ ເບຍລາວ ແຂວງຈຳປາສັກ ພິທີປະດັບຫຼຽນໄຊ ຈັດຂຶ້ນໃນຄໍ່າຄືນຂອງວັນທີ 15 ທັນວາ ປີ 2018 ຜ່ານມາທີ່ໂຮງແຮມ ເອລະວັນຣີເວີໄຊ ນະຄອນປາກເຊ ແຂວງຈຳປາສັກ. ໃນໂອກາດງານລ້ຽງສະເຫຼີມສະຫຼອງ ບໍລິສັດເບຍລາວ ຈຳກັດ ຄົບຮອບ 45 ປີ ແລະ ຄົບຮອບ 10 ປີ ການສ້າງຕັ້ງໂຮງງານເບຍລາວ ແຂວງຈຳປາສັກ, ນອກຈາກການປະດັບຫຼຽນໄຊແຮງງານຊັ້ນ 1 ແລ້ວຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນຈຳນວນ 10 ສະຫາຍ,ຫຼຽນກາແຮງງານ 11 ສະຫາຍ,ໃບຍ້ອງຍໍລັດຖະບານ,ຂັ້ນກະຊວງ,ຂັ້ນແຂວງ ອີກທັງໜົດ 107 ສະຫາຍ. ໃຫ້ກຽດຕາງໜ້າລັດຖະບານ ປະດັບຫຼຽນໄຊ ໃຫ້ແກ່ໂຮງງານເບຍລາວ ແຂວງຈຳປາສັກ ຄັ້ງນີ້,ແມ່ນ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງ ຈຳປາສັກ. ຂໍ້ມູນຈາກ: ສະຖານີວິທະຍຸຈໍາປາສັກ 100,7 Mhz

Read More »

ອົງການພັດທະນາສາກົນ ອາເມຣິກາ ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ

ອົງການພັດທະນາສາກົນ ອາເມຣິກາ ຫຼື USAID ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ ໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 11 ທັນວາ 2018 ທີ່ຜ່ານມາ. ງານມອບຮັບ ໄດ້ຖືກຈັດຂຶ້ນ ທີ່ໂຮງແຮມສາລານາບູທີກ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ. ອາເລັກຊານເດຍ ຮູເອຕ້າ, ຜູ້ອຳນວຍການອົງການ USAID ປະຈຳລາວ ແລະ ທ່ານນາງ ບານສະຕິ ເທບພະວົງ, ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັບບັນດາພະນັກງານລັດ, ຜູ້ປະກອບການ ແລະ ຕາງໜ້າຈາກບັນດາບໍລິສັດເອກະຊົນຫຼາຍກ່ວາ 20 ທ່ານ. ທ່ານ ດຣ. ຮູເອຕ້າ ກ່າວວ່າ: ປຶ້ມຄູ່ມື ແລະ ວິດີໂອນີ້ ຈະເປັນຄູ່ມືທີ່ມີ່ປະໂຫຍດໃຫ້ແກ່ບັນດາຜູ້ປະກອບການທົ່ວສປປ ລາວ ແລະ ການເຝິກອົບຮົມ ຫຼື ການສໍາມະນາໃນອະນາຄົດ. ການພັດທະນາທັກສະການຍ້ອມສີທຳມະຊາດນີ້ຈະຊ່ວຍໃຫ້ພວກເຂົາເພີ່ມລາຍຮັບ ໃຫ້ແກ່ຄອບຄົວ, ສ້າງຄວາມເຂັ້ມໃຫ້ແກ່ຊຸມຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ. ໃນເດືອນມິຖຸນາ ...

Read More »

ຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສານດີກາ ແຫ່ງ ຣາຊະອານາຈັກໄທ

ໃນວັນທີ 17 ທັນວາ 2018 ທີ່ທໍານຽບປະທານປະເທດ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນສານດີກາ ແຫ່ງ ຣາຊະອານາຈັກໄທ, ຊຶ່ງນຳໂດຍ ທ່ານ ຊີບ ຈຸລະມົນ ປະທານສານດີກາ ແຫ່ງ ຣາຊະອານາ ຈັກໄທ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14 -17 ທັນວາ 2018. ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ  ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ຂອບໃຈຂໍ້ມູນຈາກ: ຂປລ.

Read More »

ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມ ຊ່ວຍເຫຼືອປະຊາຊົນ ເມືອງສະໜາມໄຊ

ໃນວັນທີ 17 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ທີ່ຖືກຜົນກະ ທົບ ຈາກໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ຢູ່ຈຸດພັກຊົ່ວຄາວ ຈຸດດົງບາກ, ຈຸດປິນດົງ ແລະ ຈຸດຕະມໍຢອດ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ. ການໄປແຕ່ລະສະຖານທີ່ ທ່ານນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ກ່າວສະແດງຄວາມເປັນຫ່ວງເປັນໄຍ ຕໍ່ປະຊາຊົນ ໂດຍໄດ້ຖາມເຖິງສະພາບການດຳລົງຊີວິດຂອງເຂົາເຈົ້າ, ການຮຽນ-ການສອນ ຂອງຄູອາຈານ ແລະ ລູກຫຼານນັກຮຽນ, ຄວາມຄືບໜ້າ ໃນການແກ້ໄຂ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນການສ້າງທີ່ພັກຊົ່ວຄາວ ແລະ ຖາວອນ, ແຜນການປັບປຸງ ...

Read More »

ການຄ້າທາງເອເລັກໂຕຣນິກ ສາມາດຊ່ວຍຫຼຸດຊ່ອງວ່າງ ໃນການພັດທະນາຊົນນະບົດ-ຕົວເມືອງ

ກອງ​ປະ​ຊຸມ​ Lao Digital Forum ຄັ້ງ​ທີ​ສາມ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອ​ສຸ່ມ​ໃສ່ໂອ​ກາດ​ການ​ຄ້າ​ທາງເ​​ອ​ເລັກ​ໂຕ​ຣ​ນິກ (e-commerce) ຢູ່​ ສ​ປ​ປ ລາວ ​ແລະ ວິ​ທີ​ການ​ກະ​ຕຸ້ນ​ການ​ຈະ​ເລີນ​ເຕີບ​ຂອງ​ການ​ຄ້າ​ດັ່ງ​ກ່າວ. ໃນ​ບົດ​ກ່າວ​ເປີດ​ຂອງ ​ທ່ານນາງ ເຂັມ​ມະ​ນີ ໄດ້​ໃຫ້​ຮູ້​ວ່າ ການ​ຄ້າ​ທາງ​ເອເລັກ​ໂຕ​ຣ​ນິກ ​​ເປັນ​ສ່ວນ​ໜຶ່ງ​ຂອງ​ແຜນ​ແມ່​ບົດ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ 2025 ແລະ ໄດ້​​ຊີ້​ໃຫ້​ເຫັນ​ເຖິງ​ເປົ້າ​ໝາຍ​ຂອງ​ລັດ​ຖະ​ບານ​ລາວ​ໃນ​ການ​ສ້າງກອບ​ແຜນ​ວຽກ​ທາງ​ດ້ານ​ກົດ​ໝາຍ​ສໍາລັບ​ການ​ຄ້າ​ທາງ​​ເອ​ເລັກ​ໂຕຣ​ນິກ​ໃນ​ປີ​ໜ້າ. ທ່ານນາງ ເຂັມ​ມະ​ນີ ກ່າວ​ຕື່ມວ່າ  “ພວກ​ເຮົາ​ເນັ້ນ​ໃສ່​ສອງ​ບັນ​ຫາ”  “ບັນ​ຫາ​ທີໜຶ່ງ​ຄື​ພວກ​ເຮົາ​ຕ້ອງ​ການ​ໃຫ້​ຜູ້​ຜະ​ລິດ​ ແລະ ຜູ້​ໃຫ້​ບໍ​ລິ​ການພາຍ​ໃນ​ຂອງ​ພວກ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ຕະຫຼາດ​ທີ່​ໃຫຍ່​ຂຶ້ນ ແລະ ບັນ​ຫາ​ທີ​ສອງ​ຄື ເຮັດ​ໃຫ້​ຜູ້​ຊົມ​ໃຊ້​ພາຍ​ໃນ​ຂອງ​ພວກ​ເຮົາ​ສາ​ມາດ​ເຂົ້າ​ເຖິງ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ທີ່ຫຼາກຫຼາຍ.” ທ່ານ ທູດອາເມຣິກາ ຣີນາ ບິດເຕີ ໄດ້​ຊີ້ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ທີ່​ເຂັ້ມ​ແຂງ​ການ​ຄ້າ​ທາງເ​ອ​ເລັກ​ໂຕ​ຣ​ນິກ​ໃນ ສ​ປ​ປ ລາວ,​ ທ່ານຍົກໃຫ້ເຫັນວ່າ “​ການ​ຄ້າ​ທາງເ​ອ​ເລັກ​ໂຕຣ​ນິກ ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ເພີ່ມ​ປະ​ສິດ​ທິ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ. ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຄື​ການ​ຄ້າ​ທາງເອເລັກ​ໂຕ​​ຣນິກ​ ສາ​ມາດ​ຊ່ວ​ຍຫຼຸດ​ຊ່ອງວ່າງ ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ-​ຕົວ​ເມືອງ ຊຶ່ງ​ການ​​ຄ້າ​ທາງ​ເອ​ເລັກ​ໂຕ​ຣ​ນິກ ໄດ້​ສົ່ງ​ເສີມ​ການ​ເຕີບ​ທາ​ງ​ດ້ານ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ.” ທ່ານ​ ເຈັນ ປີເຕີ ລູເກັນເຮີມ ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ ກ່າວ​ວ່າ “ກ​ານ​ຄ້າ​ທາງ​ເອເລັກ​ໂຕ​ຣ​ນິກ ແມ່ນ​ກຳ​ລັງ​ເຕີບ​ໂຕ​ໃນ​ສາ​ກົນ ...

Read More »

ຫຼາຍບັນຫາໜີ້ສິນ ທີ່ນະຄອນຫຼວງ ສະເໜີໃຫ້ສູນກາງຊ່ວຍແກ້ໄຂ

ກອງ​ປະ­ຊຸມ​ພົບ​ປະ​ລະ­ຫວ່າງ​ຄະ­ນະ​ປະ­ຈຳ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ຄະ­ນະ​ພັກ​ກະ­ຊວງ​ການ​ເງິນ ໄດ້​ຈັດ​ຂຶ້ນ ເມື່ອສັບປະດາຜ່ານມາ ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ. ທ່ານ ສົມ​ດີ ດວງ​ດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້​ໃຫ້​ຄຳ​ຊີ້​ນຳ​ຕໍ່​ຂໍ້​ສະ­ເໜີ​ຂອງ ນວ ວ່າ: ສຳ­ລັບ​ໜີ້​ສິນ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ໃນ 46 ໂຄງ­ການ​ນັ້ນ ໃຫ້​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ຢ່າງ​ຈະ­ແຈ້ງ ຂຶ້ນ​ກັບ​ພາກ­ສ່ວນ​ໃດ ​ມອບ​ໃຫ້​ພາກ­ສ່ວນ​ນັ້ນ​ຮັບ­ຜິດ­ຊອບ ສຳ­ລັບ​ໜີ້​ກະ­ແສ​ໄຟ­ຟ້າ ​ທີ່​ຄ້າງ​ຈ່າຍ​ໃນ​ຜ່ານ​ມາ​ນັ້ນ ແມ່ນ​ມອບ​ໃຫ້ ນວ ເປັນ​ຜູ້​ຮັບ­ຜິດ­ຊອບ​ເອງ ແລະ ສ່ວນ​ບັນ­ຫາ​ອື່ນໆ​ແມ່ນ​ຈະ​ນຳ​ພິ​ຈາ­ລະ​ແກ້​ໄຂ​ຮ່ວມ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ. ກອງ​ປະ­ຊຸມ​ໄດ້​ປຶກ­ສາ​ຫາ­ລື​ຫຼາຍ​ບັນ­ຫາ​ສຳ­ຄັນ​ຢູ່ ນວ ເປັນ­ຕົ້ນ ບັນ­ຫາ​ໜີ້​ສິນ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ທີ່ ນວ ສະ­ເໜີ​ໃຫ້​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ໜີ້​ສິນ ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ ເຊິ່ງ​ໂຄງ­ການ​ໃຫຍ່​ມີ​ລັກ­ສະ­ນະ​ລວມ ​ຂອງ​ປະ­ເທດ​ໃນ ນວ ມີ 46 ໂຄງ­ການ ມູນ​ຄ່າ​ຕາມ​ສະ­ພາ​ຮັບ­ຮອງ 4.000 ຕື້​ກວ່າ​ກີບ ມູນ​ຄ່າ​ຕາມ​ສັນ­ຍາ 4.510 ຕື້​ກວ່າ​ກີບ ປະ­ຕິ­ບັດ​ໄດ້ 70,60% ຍັງ​ຄ້າງ​ຊຳ­ລະ 3.515 ຕື້​ກວ່າ​ກີບ ແລະ ຍັງ​ຄ້າງ​ຊຳ­ລະ​ຕາມ​ວຽກ​ສຳ­ເລັດ 2.189 ຕື້​ກວ່າ​ກີບ ...

Read More »

ອຸດົມໄຊ ຈັດງານບຸນກິນຈຽງ ຕິດພັນກັບການສົ່ງເສີມ ປີທ່ອງທ່ຽວ 2018

ບຸນກິນຈຽງຖືເປັນບຸນປະເພນີໜຶ່ງ ທີ່ຈັດຂຶ້ນທຸກໆປີ ເພື່ອສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທັງເປັນການສະຫຼອງຜົນສຳເລັດດ້ານຕ່າງໆໃນໜຶ່ງປີເຊັ່ນວ່າ: ການເກັບກ່ຽວຜົນລະປູກ, ການຄ້າ ເຊິ່ງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນ ທີ່ມີຢູ່ມີກິນ, ນຸ່ງງາມຂອງຊົນເຜົ່າມົ້ງ. ທ່ານ ວາລີ ຈື້ນໍເຢັ້ງ ປະທານກວດກາພັກ-ລັດ ເມືອງໄຊ ແຂວງອຸດົນໄຊ, ປະທານຈັດງານບຸນກິນຈຽງໄດ້ໃຫ້ຮູ້ຕື່ມອີກວ່າ: ບຸນກິນຈຽງຖືເປັນບຸນປະເພນີຂອງຊົນເຜົ່າມົ້ງທີ່ເຄີຍຈັດຕັ້ງປະຕິບັດມາແຕ່ດົນນານ, ເຊິ່ງປີນີ້ກໍມີຫຼາກຫຼາຍກິດຈະກຳເຊັ່ນ: ໂຍນໝາກຄອນ, ຕີໝາກຂ່າງ, ຍິງໜ້າເກັກ, ງົວຊົນງົວ, ເຕະບານ ແລະ ອີກຫຼາຍກິດຈະກຳ ທີ່ສະແດງໃຫ້ເຫັນເຖິງຄວາມສວຍງາມ ທີ່ເປັນວິຖິຊີວິດ ວັດທະນະທຳ ແລະ ສີສັນຂອງຊົນເຜົ່າມົ້ງ ແຂວງອຸດົມໄຊ. ອີກໜຶ່ງຈຸດເດັ່ນຂອງບຸນດັ່ງກ່າວ ແມ່ນການແຕ່ງກາຍຂອງບັນດາບ່າວ ສາວ ທີ່ມີຄວາມງົດງາມ ແລະ ເປັນເອກະລັກ ເພາະໃນໄລຍະບຸນນີ້ ບັນດາບ່າວ ສາວເຜົ່າມົ້ງ ໄດ້ພ້ອມກັນນຸ່ງຊຸດປະຈຳຊົນເຜົ່າ ທີ່ສວຍງາມ ໂດຍຊຸດທີ່ນຸ່ງກໍຈະໄດ້ຮັບການປະຍຸກ ແລະ ອອກແບບ ໃຫ້ມີຄວາມທັນສະໄໝຕາມໄລຍະເວລາ, ແຕ່ກໍ່ຍັງຮັກສາຊຸດເກົ່າແກ່ ທີ່ເປັນເອກະລັກຂອງເຜົ່າມົ້ງ ໃນສະໄໝກ່ອນໄວ້ ແລະ ນີ້ຄືສະເໜ່ ຂອງບຸນກິນຈຽງ (ນໍ່ເປ້ເຈົ່າ) ຂອງພີ່ນ້ອງເຜົ່າລາວມົ້ງ. ງານບຸນກິນຈຽງ (ນໍເປ້ເຈົ່າ) ຂອງເຜົ່າມົ້ງ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ ...

Read More »

ຜູ້ຕາງໜ້າ ADB ຢ້ຽມຂໍ່ານັບທ່ານຮອງເຈົ້າແຂວງ ອຸດົມໄຊ

ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າສໍານັກງານ ທະນາຄານ ພັດທະນາອາຊີ (ADB) ພ້ອມດ້ວຍຄະນະ ແລະ ບັນດາສື່ມວນຊົນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ຄຳພຽງ ຢາຈົ່ງວ່າ ຮອງເຈົ້າແຂວງອຸດົມໄຊ ໃນວັນທີ 13 ທັນວາ 2018 ເພື່ອລາຍງານ ຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການພັດທະນາ ກ່ຽວກັບການທ່ອງທ່ຽວ ແບບຍືນຍົງ ແລະ ຄວາມຄືບໜ້າ ຂອງໂຄງການກໍ່ສ້າງເສັ້ນທາງ ເຂົ້າຫາຖ້ຳຈອມອອງ ຢູ່ແຂວງອຸດົມໄຊໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ, ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ມີຄວາມຍາວເກືອບ 50 km ຜ່ານ 11 ບ້ານ ມູນຄ່າການກໍ່ສ້າງ 9,5 ລ້ານໂດລາສະຫະລັດ ໂດຍການກູ້ຢືມດອກເບ້ຍຕໍ່າ ຈາກ ADB ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2021. ໃນໂອກາດດັ່ງກ່າວ, ທ່ານ ຢາຊູຊິ ໄດ້ລາຍງານຕໍ່ທ່ານຮອງເຈົ້າແຂວງວ່າ: ການມາຢ້ຽມຢາມຄັ້ງນີ້, ແມ່ນມາຕິດຕາມຜົນສຳເລັດໃນວຽກງານສົ່ງເສີມການທ່ອງທ່ຽວ ໃນນີ້ພວກເຮົາໄດ້ລົງຢ້ຽມຢາມບ້ານຍໍ້ ເມືອງ ແບ່ງ ແລະ ຖ້ຳຈອມອອງ ຢູ່ບ້ານຈອມອອງ ເມືອງໄຊ. ໃນໄລຍະຜ່ານມາ ADB ...

Read More »