Author Archives: Ourignatay targetlaos

ທ່ານ ບຸນຍັງ ວໍລະຈິດ ຢ້ຽມຊົມຫໍວາງສະແດງພາຫະນະ ອາວຸດຍຸດໂທ ປ້ອງກັນເມືອງ ວຽງໄຊ

ຕອນເຊົ້າວັນທີ 30 ພະຈິກ 2018 ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ຄະນະ ໄດ້ຢ້ຽມຊົມຫໍວາງສະແດງ ພາຫະນະອາ ວຸດຍຸດໂທ ປ້ອງກັນເມືອງ ວຽງໄຊ, ແຂວງ ຫົວພັນ ແຕ່ປີ 1964-1975 ຊຶ່ງເປັນໄລຍະຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດອາເມລິກາ ໂດຍສະເພາະການດຳເນີນ 3 ກ້ຽງຢູ່ລາວ ຄື: ຂ້າກ້ຽງ, ທຳລາຍກ້ຽງ ແລະ ດັບສູນກ້ຽງ. ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ.

Read More »

ແຂວງເທື່ອທຽນເຫວ້ ໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງປະທານປະເທດລາວ

ວັນທີ 29 ພະຈິກ, ຢູ່ແຂວງເທື່ອທຽນເຫວ້  ໂດຍໄດ້ຮັບການມອບສິດຈາກປະທານປະເທດແຫ່ງ ສປປ.ລາວ, ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແຂວງເທື່ອທຽນ – ເຫວ້. ນີ້ແມ່ນລາງວັນອັນສູງສົ່ງຈາກ ສປປ.ລາວ ມອບໃຫ້ແຂວງເທື່ອທຽນເຫວ້ ຍ້ອນແຂວງມີການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນສາມັກຄີພິເສດ, ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງ, ປະຊາຊົນສອງປະເທດຫວຽດນາມ – ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ – ລາວ ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ – ລາວ. ເນື່ອງໃນໂອກາດດັ່ງກ່າວ, ທ່ານສັນຕິພາບ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ ແລະ ແຂວງເທື່ອທຽນເຫວ້ ເວົ້າສະເພາະ. ພ້ອມກັນນັ້ນ, ທ່ານສັນຕິພາບ ພົມວິຫານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຜັນຂະຫຍາຍ ປະຕິບັດບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີ ແລະ ພ້ອມກັນປົກປັກຮັກສາ, ພັດທະນາ, ກ້າວຂຶ້ນຕາມເສັ້ນທາງທີ່ສອງພັກໄດ້ວາງອອກ. ...

Read More »

ສອງຝ່າຍຕົກລົງສ້າງຕັ້ງສາຍພົວພັນມິດຕະພາບ ແລະ ສ້າງນະຄອນມິດຕະພາບ.

ໃນວັນທີ 26 ພະຈິກ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ພົບປະຂອງ ທ່ານ ຕູ້ ເຈຍຫາວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານປະຊາຊົນແຂວງຫູ ໜານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມຄະນະ. ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວຕ້ອນ ຮັບການນຳຂອງແຂວງຫູໜານ ສປ ຈີນ ພ້ອມທັງລາຍງານສະພາບການພັດທະນາໂດຍສັງເຂບ, ຈາກນັ້ນ ທ່ານ ຕູ້ ເຈຍ ຫາວ ກໍໄດ້ກ່າວໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງຫູ ໜານ ແລະ ຈຸດປະສົງຂອງການ ເດີນທາງມາຄັ້ງນີ້ວ່າ: ເພື່ອເສີມ ສ້າງສາຍພົວພັນມິດຕະພາບ ລະຫວ່າງແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງ ຫູໜານ ສປ ຈີນ, ກໍຄືນະຄອນໄກສອນພົມວິຫານ ກັບນະຄອນຊຽງຖານ ເຊິ່ງໄດ້ຕົກລົງເຫັນດີ ເປັນເອກະພາບໃນດ້ານພື້ນ ຖານກ່ຽວກັບການສ້າງສາຍພົວພັນມິດຕະພາບຂອງສອງແຂວງກໍຄືສອງນະຄອນ ແລະ ...

Read More »

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 50 ປີ

ສະບາຍດີ ເພື່ອນໆ ທີ່ຮັກແພງ ມື້ນີ້ ຢູ່ທີ່ເມືອງ ວຽງໄຊ ແຂວງ ຫົວພັນ ຊຶ່ງເປັນເຂດທີ່ໝັ້ນຂອງການປະຕິວັດ ເພິ່ນຈະມີພິທີໃຫຍ່ເພື່ອ ສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 50 ປີ. ດັ່ງນັ້ນທາງທີມງານພວກເຮົາ ຈຶ່ງຢາກໃຫ້ບັນດາທ່ານໄດ້ພັງບົດເພງ” ສຽງນີ້ ຈາກວຽງໄຊ” ເຊິ່ງຂັບຮ້ອງໂດຍ ຄໍາພັນ ແກ້ວຄູນເມືອງ ແລະ ຢ່າລືມຕິດຕາມການຖ່າຍທອດສົດ ທາງວິທະຍຸ ແລະ ໂທລະພາບ ເພິ່ນຈະເລີ່ມໃນຕອນແລງຂອງມື້ນີ້ 30-11-2018. ຂອບໃຈ ຄໍາພັນ ແກ້ວຄູນເມືອງ.

Read More »

ກະຊວງສຶກສາ ຈະເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ.

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ຂອງຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດ ອັງກິດ ທ່ານ ນາງ Kate White ຍັງໄດ້ເຂົ້າຢ້ຽມຂໍ່ານັບລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 22 ພະຈິກ 2018 ຜ່ານມານີ້. ເພື່ອປຶກສາຫາລືກ່ຽວກັບການກະກຽມເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ (Education World Forum) ໂດຍເປັນການເຊີນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະ ເພື່ອເຂົ້າຮ່ວມກອງປະຊຸມການສຶກສາຂອງໂລກ (Education World Forum) ທີ່ຈະຈັດຂຶ້ນຢູ່ປະເທດອັງກິດ ໃນເດືອນມັງກອນ 2019 ພ້ອມທັງເປັນການກຽມຄວາມພ້ອມທາງດ້ານເອກະສານ, ດ້ານເນື້ອໃນ ແລະ ອື່ນໆ ທີ່ເຫັນວ່າມີຄວາມສໍາຄັນໃນຂະແໜງການສຶກສາ ແລະ ກິລາ. ນອກຈາກນັ້ນ, ຍັງໄດ້ມີການປຶກສາຫາລື ໃນວຽກງານການຮ່ວມມືຂະແໜງການສຶກສາ ແລະ ກິລາ ລະຫວ່າງ 2 ປະເທດ ໃນຕໍ່ໜ້າ ແລະ ການກະກຽມຮ່າງສັນຍານເຊັນ MOU ຮ່ວມກັນ ລະຫວ່າງ 2 ...

Read More »

ສະຫວັນນະເຂດ ລະດົມຊາວນາສຸມໃສ່ການຜະລິດລະດູແລ້ງ.

ການຜະລິດເຂົ້ານາແຊງ ຂອງປະຊາຊົນຊາວແຂວງສະຫວັນນະເຂດປີ 2019 ແມ່ນກຳລັງຂຸ້ນຂ້ຽວກະກຽມທາງດ້ານພື້ນຖານໂຄງລ່າງຊົນລະປະທານ ແລະ ເນື້ອທີ່ການຜະລິດ ເຊິ່ງໜ່ວຍງານປູກຝັງຂອງ ຫ້ອງການກະສິກຳ-ປ່າໄມ້ແຕ່ລະເມືອງ ໄດ້ປະສານຫາອຳນາດການປົກຄອງບ້ານໃຫ້ ມີການອະນາໄມຄອງເໝືອງ, ຊົນລະປະທານເພື່ອກຽມໃສ່ການຜະລິດລະດູແລ້ງ. ຕາມການໃຫ້ຂໍ້ມູນຂອງຂະແໜງປູກຝັງພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນະເຂດ ປັດຈຸບັນສາມາດສາມາດເກັບກຳ ຂໍ້ມູນກ່ຽວກັບແຜນການຜະລິດ ເຂົ້ານາແຊງໄດ້ແລ້ວ ຊຶ່ງໄດ້ແບ່ງເປັນເຂດດັ່ງນີ້: ເຂດທົ່ງພຽງແຄມຂອງ ມີນະຄອນໄກສອນ ພົມວິຫານ ມີເນື້ອທີ່ຜະລິດ ເຂົ້ານາແຊງ 500 ເຮັກຕາ, ເມືອງສອງຄອນ 4.300 ເຮັກຕາ, ເມືອງໄຊບູລີ 8.980, ເມືອງໄຊພູທອງ 500 ເຮັກຕາ, ໃນເຂດດັ່ງກ່າວລວມເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 14.280 ເຮັກຕາ, ໃຊ້ແນວພັນ 857 ໂຕນ, ເຂດທົ່ງພຽງໃຈກາງ ມີເມືອງຈຳພອນ 13.300 ເຮັກຕາ, ເມືອງຊົນະບູລີ 3.300 ເຮັກຕາ, ເມືອງພະລານໄຊ 520 ເຮັກຕາ, ໃນເຂດທົ່ງພຽງໃຈກາງນີ້ລວມເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 17.120 ເຮັກຕາ, ໃຊ້ແນວພັນ 1.027 ໂຕນ, ເຂດພູດອຍມີ ເມືອງພີນ 250 ເຮັກຕາ, ເມືອງ ເຊໂປນ ...

Read More »

ປິດສັນຈອນພາຫະນະ ທີ່ຈະຜ່ານໄປໂຮງງານເບຍລາວ

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 5844/ຍທຂ ນວ ລົງວັນທີ 19 ພະຈິກ 2018 ເລື່ອງ: ການປິດເສັ້ນທາງການສັນຈອນຂອງພາຫະນະທຸກປະເພດ ເພື່ອອໍານວຍຄວາມສະດວກໂຄງການກໍ່ສ້າງ ທາງຍົກລະດັບຂົວຂ້າມທາງ ສໍາລັບຄົນຍ່າງຢູ່ຈຸດ ຕໍ່ໜ້າບໍລິສັດເບຍລາວ ຈໍາກັດ ໃນລະຫວ່າງວັນທີ 4 ທັນວາ 2018. ໂດຍເລີ່ມແຕ່ເວລາ 16 ໂມງ 00 ຂອງວັນທີ 4 ທັນວາ 2018 ເຖິງເວລາ 6 ໂມງ 00 ຕອນເຊົ້າວັນທີ 5 ທັນວາ 2018. ພະຫະນະທີ່ສັນຈອນແມ່ນໃຫ້ງົດແຕ່ 4 ແຍກໄຟອໍານາດໜອງໄຮ ຫາ ບໍລິສັດເບຍລາວ. ສໍາລັບທ່ານທີ່ຕ້ອງການໄປຂົວມິດຕະພາບ ແມ່ນໃຫ້ໃຊ້ເສັ້ນທາງ ດົງຄໍາຊ້າງ ອອກໃສ່ຖະໜົນທ່າເດື່ອ. ຂອບໃຈແຫຼ່ງຂໍ້ມູນ

Read More »

ສະຫວັນນະເຂດ ເຜີຍແຜ່ມາດຕະຖານພົ້ນທຸກ ແລະ ພັດທະນາ

ໃນຕອນເຊົ້າວັນທີ 26 ພະ ຈິກ 2018 ນີ້, ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງການເຜີຍແຜ່ແນະນຳການຜັນຂະຫຍາຍຈັດຕັ້ງປະຕິບັດດຳລັດ 348/ລບ ແລະ ບົດແນະນຳເລກ ທີ 0830/ກປ, ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ໂດຍການເປັນ ປະທານຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະ ຊວງກະສິກຳ-ປ່າໄມ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ມີການນຳຂັ້ນແຂວງ, ເມືອງ, ນະຄອນ, ພະແນກການ ອ້ອມຂ້າງແຂວງ ແລະພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດກ່າວເປີດພິທີ  ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ໄດ້ໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາ, ຂະບວນການພັດທະນາຢູ່ແຂວງສະຫວັນນະເຂດ ໄດ້ດຳເນີນຢ່າງຕໍ່ເນື່ອງ, ເຖິງວ່າແມ່ນດຳລັດ 348/ລບ, ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຍັງຢູ່ໃນຂັ້ນຕອນການກະກຽມຈັດຕັ້ງປະຕິ ບັດ ແຕ່ແຂວງສະຫວັນນະເຂດ ພວກເຮົາ ກໍໄດ້ໝູນໃຊ້ມາດຕະຖານຄວາມທຸກຍາກ ແລະ ການ ພັດທະນາຕາມດຳລັດ 309/ນຍ ເປັນຕົວຊີ້ວັດໃນການປະເມີນໄປກ່ອນ, ...

Read More »

ທ່ານ ບໍ່ແສງຄໍາ ວົງດາລາ ວາງກະຕ່າດອກໄມ້ ທີ່ອະນຸສອນສະຖານປະທານໄກສອນ ພົມວິຫານ.

ຂະບວນຄາລາວານ ທີ່ອອກເດີນທາງຈາກນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 28 ພະຈິກ 2018 ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງ ວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງ ການປະຕິວັດ ຂອງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນໍາໂດຍ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍການນຳແຂວງ ຊຽງຂວາງ ໄດ້ໄປວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ອະນຸສອນ ທ່ານ ພູມີ ວົງວິຈິດ ທີ່ແຂວງ ຊຽງຂວາງ ໃນຕອນເຊົ້າວັນທີ 29 ພະຈິກ 2018. ເພື່ອສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ລະນຶກ ເຖິງຄຸນງາມຄວາມດີຂອງເພິ່ນທີ່ໄດ້ເສຍສະຫຼະ ແລະ ອຸທິດເຫື່ອແຮງ ເພື່ອພາລະກິດການຕໍ່ສູ້ອັນພິລະອາດຫານ ແລະ ບໍ່ຍອມຈຳນົນຕໍ່ການຮຸກຮານຂອງ ພວກຈັກກະພັດຕ່າງດ້າວຜູ້ຮຸກຮານ ນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຈົນໄດ້ຮັບໄຊຊະນະ ແລະ ກອບກູ້ ເອົາຜືນແຜ່ນດິນອັນຫວງແຫນມາສູ່ປະຊາຊົນລາວທັງຊາດ ແລະ ...

Read More »

ເມືຶອງ ນາແລ ຈັດອົບຮົມຍົກລະດັບດ້ານກົດໝາຍ ແລະ ຕ້ານການຄ້າມະນຸດ.

ກົມໂຄສະນາເຜິຍແຜ່ກົດໝາຍກະຊວງຍຸຕິທຳ ໄດ້ຈັດຊຸດເຝິກອົບຮົມ ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືຶອງ ນາແລ ແຂວງ ຫຼວງນ້ຳທາ.    ຊຸດອົບຮົມຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2018 ຢູ່ທີ່ ຫ້ອງການສາທາລະນະສຸກ, ເມືອງ ນາແລ, ແຂວງຫຼວງນ້ຳທາ ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ຂັດ ໝັ້ນທະໄລ ຮອງເຈົ້າເມືອງ ເມືອງ ນາແລ, ມີທ່ານ ຄຳໝັ້ນ ວັນຄຳ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ມິຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 38 ທ່ານ, ຍິງ 15 ທ່ານ. ຈຸດປະສົງຂອງການຈັດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງກັບການຄ້າມະນຸດ ໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ, ສອດຄ່ອງຕາມຂັ້ນຕອນຂອງກົດໝາຍ. ເປັນຕົ້ນ ແມ່ນພະນັກງານຈັດຕັ້ງປະຕິບັດກົດໝາຍຜູ້ທີ່ເຮັດວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ເນື່ອງຈາກວ່າບັນຫາການຄ້າມະນຸດ ...

Read More »