Author Archives: Ourignatay targetlaos

ໂຮງໝໍມະໂຫສົດ ຈະເປັນໂຮງໝໍ ທີ່ມີອຸປະກອນ ແລະ ເຄື່ອງຈັກທັນສະໄໝທີ່ສຸດ

ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນ ກະຊວງສາທາລະນະສຸກ ກ່າວວ່າ ໂຄງການກໍ່ສ້າງໂຮງໝໍມະໂຫສົດ ຊຶ່ງໄດ້ຮັບການຊ່ວຍເຫຼືອລ້າຈາກ ປະຊາຊົນ ແລະ ລັດຖະບານ ສປ ຈີນ ເປັນໂຄງການໃຫຍ່ ແລະ ສຳຄັນຍິ່ງ. ພາຍຫຼັງທີ່ມີການ ຈັດພິທີວາງຫິນສີລາລຶກ ໃນປີ 2017 ຜ່ານມາ ປະຊາຊົນໃນທົ່ວປະເທດ ກໍຄືບັນດາອົງການຈັດຕັ້ງສາກົນ, ຕ່າງປະເທດ ກໍຮັບຊາບທົ່ວເຖິງ ແລະ ມີຄວາມຫວັງ, ມີຄວາມດີໃຈທີ່ຈະມີໂຮງໝໍທີ່ທັນສະໄໝເກີດຂຶ້ນ. ໂຄງການກໍ່ສ້າງໂຮງໝໍມະໂຫສົດເປັນໂຄງການໃຫຍ່ກວ່າໝູ່, ຕຽງຫຼາຍກວ່າໝູ່, ມູນຄ່າລົງ ທຶນຫຼາຍກວ່າໝູ່, ມາດຕະຖານໃນການກໍ່ສ້າງສູງກວ່າໝູ່ໃນບັນດາໂຄງການຊ່ວຍເຫຼືອສ້າງໂຮງໝໍ ຂອງ ສ.ປ ຈີນ ໃຫ້ແກ່ບັນດາປະເທດຕ່າງໆຜ່ານມາ ແລະ ກໍເປັນໂຄງການທີ່ມີຄວາມໝາຍສໍາຄັນເຊິ່ງ ປະມຸກລັດ ຂອງ ສ.ປ.ປ ລາວ ແລະ ສ.ປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີວາງສີລາລຶກໄປແລ້ວໃນວັນທີ່ 14 ພະຈິກ 2017. ທ່ານ ເສີນເຣີ້ນ ຕາງໜ້າ ກຸ່ມບໍລິສັດ ວິສະວະກໍາ ສາກົນ ຈົງຢວນ ຈໍາກັດ (IPPR) ...

Read More »

ສອງນາຍົກ ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມເອກະສານສັນຍາ ລະຫວ່າງ ສອງລັດຖະບານ

ວັນທີ 14 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ພິທີລົງນາມ ໃນບັນດາເອກະສານສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ. ເອກະສານທີ່ນຳມາລົງນາມໃນຄັ້ງນີ້, ປະກອບມີ: ຖະແຫຼງການຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ຄັ້ງທີ 3, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມຶືທາງດ້ານກົດໝາຍ ແລະ ຍຸຕິທໍາ, ບົດບັນທຶກການຮ່ວມມື ໃນຂົງເຂດການຄົມມະນາຄົມຂົນສົ່ງ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາທິການ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການກໍ່ສ້າງສວນພຶກສາສາດ, ຂອບການຮ່ວມມື ວ່າດ້ວຍການກວດຄົນເຂົ້າ-ອອກເມືອງ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊື້-ຂາຍໄຟຟ້າ ລາວ-ໄທ. ຂ່າວ-ພາບ: ຂປລ.

Read More »

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການຮ່ວມມືໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

ໃນວັນທີ 14 ທັນວາ 2018, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (Joint Cabinet Retreat-JCR) ຄັ້ງທີ 3, ໄດ້ມີຖະແຫຼງຂ່າວຮ່ວມ ເຊິ່ງສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງໃນຂອບທະວີພາຄີ ແລະ ພະຫຸພາຄີ ອັນເປັນການຕອບສະໜອງຕໍ່ສິດຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ ເພື່ອພ້ອມກັນກ້າວໄປສູ່ຄວາມວັດທະນາຖາວອນ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນສືບຕໍ່ເພີ່ມທະວີສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ, ການລົງທຶນ ແລະ ການຮ່ວມມືດ້ານພະລັງງານໄຟຟ້າ ໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ ເພື່ອພ້ອມກັນພັດທະນາ ປະກອບສ່ວນເຮັດໃຫ້ການສ້າງປະຊາຄົມເສດຖະກິດອາຊຽນ ມີຄວາມເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະການຮ່ວມທຶນນໍາກັນ ເພື່ອສ້າງຖານຜະລິດອັນດຽວກັນ. ທັງນີ້, ກໍເພື່ອຈະເປັນການສົ່ງເສີມການຄ້າໃຫ້ເຕີບໂຕໄວຂຶ້ນ. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ທົບທວນຄືນຜົນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໃນແຕ່ລະດ້ານ ແລະ ໄດ້ເປັນເອກະພາບກັນ ກ່ຽວກັບທິດທາງໃນການເສີມຂະຫຍາຍການພົວພັນລະຫວ່າງສອງປະເທດ ໃນຕໍ່ໜ້າໃຫ້ມີຄວາມຄືບໜ້າ ແລະ ມີບາດກ້າວອັນໃໝ່ ເພື່ອປູພື້ນຖານໃຫ້ແກ່ການກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອການພັດທະນາແບບຍືນຍົງໃນອານາຄົດ. ...

Read More »

ຂີດເສັ້ນ ຮອດທ້າຍເດືອນທັນວາ ຖ້າກາຍ ຈະປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ

ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ອອກແຈ້ງການ ເລກທີ 3387/ຫກງ ລົງວັນທີ 11 ທັນວາ 2018 ເຖິງບັນດາທ່ານຜູ້ອໍານວຍການບໍລີສັດ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ ເລື່ອງ: ການສົ່ງເອກະສານລາຍງານການເງິນ (ປິດສະຫຼຸບບັນຊີ) ປະຈໍາປີ 2017. ຜ່ານການກວດກາໃນຕົ້ນປີ 2018 ຮອດປັດຈຸບັນ ຍັງມີບໍລິສັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ກົມສ່ວສາອາກອນ ທີ່ຍັງບໍ່ທັນໄດ້ສົ່ງເອກະສານລາຍງານການເງິນ ຈໍານວນ 80 ບໍລິສັດ ແລະ ບໍລິສັດທີ່ສົ່ງເອກະສານລາຍງານແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈໍານວນ 25 ບໍລີສັດ. -ບໍລິສັດບໍ່ໄດ້ສົ່ງມອບເອກະສານລາຍງານການເງິນ ປະຈໍາປີ ຄັ້ງທີ 2 (ຈໍານວນ 53 ບໍລິສັດ) -ບໍລິສັດບໍ່ໄດ້ສົ່ງມອບເອກະສານລາຍງານການເງິນ ປະຈໍາປີ ຄັ້ງທີ 1 (ຈໍານວນ 27 ບໍລິສັດ) -ບໍລິສັດທີ່ສົ່ງເອກະສານລາຍງານແລ້ວ ແຕ່ບໍ່ມາພົວພັນສະໜອງຂໍ້ມູນ ໃຫ້ກົມບັນຊີ ຈໍານວນ 25 ບໍລີສັດ. ດັ່ງນັ້ນທາງຈຶ່ງແຈ້ງໃຫ້ບັນດາບໍລິສັດທີ່ມີລາຍຊື່ ຕ້ອງສົ່ງເອກະສານລາຍງານການເງິນ ປະຈໍາປີ 2017 ໃຫ້ກົມສ່ວຍສາອາກອນ ...

Read More »

ສສຊ ພິຈາລະນາ ຮ່າງກົດໝາຍວ່າດ້ວຍ ຄວາມປອດໄພຈາກລັງສີ

ພາຍຫຼັງທີ່ຄະນະຮັບຜິດຊອບຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຈາກລັງສີ, ໄດ້ມີການນໍາໄປປຶກສາຫາລືຢ່າງລະອຽດ ຖີ່ຖ້ວນໃນກອງປະຊຸມເປີດກວ້າງ ທັງລະດັບວິຊາການ, ການທາບທາມ ປະກອບຄຳຄິດຄຳເຫັນ ຈາກບັນດາກະຊວງ, ຂະແໜງການທັງພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ເປັນທີ່ຮຽບຮ້ອຍແລ້ວ ກໍໄດ້ນໍາສະເໜີຜ່ານ ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 14 ທັນວາ 2018 ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ. ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ໃຫ້ຮູ້ວ່າ: ການສ້າງຮ່າງກົດໝາຍນີ້ ມີຈຸດປະສົງເປົ້າໝາຍ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຄວາມປອດໄພຈາກລັງສີ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນຢ່າງຖືກຕ້ອງຕາມມາດຕະຖານເຕັກນິກ-ວິຊາການ ແລະ ຮັບປະກັນຄວາມປອດໄພ ແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ...

Read More »

ກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3

ຕອນເຊົ້າ ວັນທີ 14 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ຂ່າວພາບ: ຂປລ.

Read More »

ທ່ານ ທອງລຸນ ສີສຸລິດ ຈັດງານລ້ຽງຕ້ອນຮັບທ່ານ ປຣະຍຸດ ຈັນໂອຊາ ພ້ອມຄະນະ

ຕອນຄໍ່າຂອງວັນທີ 13 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ຈັດງານລ້ຽງອາຫານຄໍ່າ ຕ້ອນຮັບ  ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ທີ່ໄດ້ເດີນທາງມາຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3. ຂອບໃຈພາບຈາກເຟສບຸກ ກົດໝາຍລາວ.

Read More »

ຊົມເຊີຍ!!! ນັກກີລາລາວຍາດໄດ້ 2 ຫຼຽນຄໍາ 4 ຫຼຽນເງິນ 1 ຫຼຽນທອງແດງ ໃນການແຂ່ງຂັນ ມ.ອາຊຽນຄັ້ງທີ 19

#ສ້າງຊື່ສຽງໃຫ້ປະເທດອີກແລ້ວ  ໃນວັນທີ 13 ທັນວາ 2018 ນັກກີລາແລ່ນ-ລານລາວ ທ້າວ ອະນຸສອນ ໄຊສາ ຍາດໄດ້ຫຼຽນຄໍາ ຈາກລາຍການແລ່ນຂ້າມຮົ້ວ 110 ແມັດ. ການແຂ່ງຂັນທຸ້ມນໍ້າໜັກຍິງ ນາງ ມັດ ຖີນມະນາວ ນັກກີລາລາວ ສາມາດຍາດມາໄດ້ 1 ຫຼຽນທອງແດງ. ໃນງານແຂ່ງຂັນ ກີລາມະຫາວິທະຍາໄລ ອາຊຽນ (ມ.ອາຊຽນຄັ້ງ) ທີ 19 ທີ່່ ສສ ມຽນມາ ເປັນເຈົ້າພາບ ລະຫວ່າງວັນທີ 8 ຫາ 19 ທັນວາ 2018 (19 th ASEAN UNIVERSITY GAMES MYANMAR 2018) in Nay Pyi Taw ສະຫຼຸບຜົນການແຂ່ງຂັນມາຮອດວັນທີ 13 ທັນວາ ສປປ ລາວ ຕິດອັນດັບ 6 ໃນຕາຕະລາງແຂ່ງ ລວມຫຼຽນທັງໝົດ 7 ຫຼຽນ ໃນນີ້ຫຼຽນຄໍາ ...

Read More »

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ທີ່ໄດ້ນຳພາຄະນະ ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນອາ ...

Read More »

ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ຮ່ວມກັນປົກປັກຮັກສາປະເທດຊາດ ເປັນເຈົ້າການປະຕິບັດສິດ ແລະ ພັນທະພົນລະເມືອງລາວ

ໃນໂອກາດກອງປະຊຸມຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ III ປີ 2018 ໃນວັນທີ 13 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມ, ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາທ່ານຜູ້ຊົງຄຸນວຸດທິ ທີ່ໄດ້ມາຮ່ວມກອງປະຊຸມອັນມີຄວາມໝາຍສໍາຄັນນີ້. ພ້ອມນີ້, ທ່ານໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ເປັນຫ່ວງເປັນໃຍຕໍ່ພີ່ນ້ອງບັນດາເຜົ່າ, ຊັ້ນຄົນ, ເພດ, ໄວທົ່ວປະເທດ ກໍຄື ພີ່ນ້ອງລາວຢູ່ຕ່າງປະເທດ. ບາງຕອນສຳຄັນໃນບົດໂອ້ລົມ ຂອງ ທ່ານປະທານປະເທດ ໄດ້ກ່າວວ່າ: ກອງປະຊຸມຄັ້ງທີ III ນີ້, ເປັນສັນຍາລັກແຫ່ງຄວາມຕັດສິນໃຈ ເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າບັນດາຊັ້ນຄົນ ກໍຄື ຄວາມສາມັກຄີປອງດອງ ລະຫວ່າງຄົນລາວທີ່ຮັກຊາດ ຢູ່ພາຍໃນປະເທດ ແລະ ຢູ່ຕ່າງ ປະເທດ. ຄວາມສາມັກຄີປອງດອງທີ່ສະແດງອອກນີ້, ເປັນຄໍາຕອບທີ່ຈະແຈ້ງເຖິງການຕັດສິນໃຈຮ່ວມພະລັງ ໃນການສ້າງສາ ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ, ພ້ອມທັງເຊື່ອໝັ້ນຢ່າງແນວແນທີ່ສຸດວ່າ ນີ້ຄືປັດໄຈຄໍ້າປະກັນໃຫ້ພວກເຮົາມີກໍາລັງແຮງ ເພື່ອສືບຕໍ່ນໍາພາປະເທດຊາດ ສູ່ຄວາມຈະເລີນວັດທະນາຕໍ່ໆໄປ; ປະເທດຊາດຢືນຕໍ່ໜ້າສິ່ງທ້າທາຍໃໝ່ ໃນການພັດທະນາ, ທຸກພາກສ່ວນເສດຖະກິດ, ທຸກຊຸມຊົນໃນຊົນນະບົດ, ...

Read More »