Author Archives: Ourignatay targetlaos

ງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ຈັດຂຶ້ນຍິ່ງໃຫຍ່

ງານເທສະການບຸນກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ທີ່ແຂວງ ສະຫວັນນະເຂດ ແມ່ນເປີດສາກຂຶ້ນຢ່າງຍິ່ງໃຫຍ່ ໃນຕອນບ່າຍຂອງວັນທີ 18 ທັນວາ 2018 ທີ່ ນະຄອນໄກສອນ ພົມວິຫານ ອັນເປັນການສ້າງເງື່ອນໄຂກໍຄືກິດຈະກໍາຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ແຂວງ ສະຫວັນນະເຂດໃຫ້ຫຼາຍຂຶ້ນ ແນ່ໃສ່ນໍາເອົາລາຍຮັບມາໃຫ້ປະຊາຊົນຊາວແຂວງສະຫວັນນະເຂດ,ທັງເປັນການປະກອບສ່ວນເຂົ້າໃນການກະຕຸ້ນກໍຄືການພັດທະນາເສດຖະກິດ-ສັງຄົມຂອງ ແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ ປະຊາຊົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ ອັນສໍາຄັນແມ່ນການນໍາໃຊ້ເງື່ອນໄຂແລະທ່າແຮງຄວາມອຸດົມສົມບູນຂອງແຂວງສະຫວັນນະເຂດຢ່າງຖືກຕ້ອງສອດຄ່ອງຕາມທິດສີຂຽວ ແລະ ຍືນຍົງ ທັງເກີດປະໂຫຍດສູງສຸດຕໍ່ປະເທດຊາດ ແລະປະຊາຊົນຢ່າງແທ້ຈິງ. ທ່ານ ປອ.ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະຮັບຜິດຊອບຊີ້ນໍາລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2018 ໃຫ້ກຽດລັ່ນຄ້ອງ 9 ບາດ, ຊຶ່ງມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆ ສະຫວັນນະເຂດ ກ່າວເປີດງານຢ່າງເປັນທາງການທ່າມກາງບັນຍາກາດທີ່ມີແຂກພາຍໃນ ແລະ ຕ່າງປະເທດທີ່ຖືກເຊີນຢ່າງຫຼວງຫຼາຍເຂົ້າຮ່ວມ  ຫຼັງຈາກນັ້ນກໍເລີ່ມຂະບວນການແຫ່ກ້ອນກໍາລັງຈາກພາກສ່ວນຕ່າງໆ ທີ່ໄດ້ນໍາເອົາວັດທະນະທໍາ,ສິລະປະ,ການນຸ່ງຖື,ຮູບຈໍາລອງເອກະລັກທີ່ໂດດເດັ່ນທາງດ້ານມໍລະດົກ,ທາງດ້ານການທ່ອງທ່ຽວ ແລະ ວິຖີໃນການດໍາລົງຊີວິດຂອງປະຊາຊົນທີ່ຢູ່ພາຍໃນເມືອງຕ່າງໆຂອງແຂວງ ສະຫວັນນະເຂດໃຫ້ບັນດາແຂກເຂົ້າຮ່ວມງານໄດ້ຊົມ   ເປັນຕົ້ນມີ: ຂະບວນເປົ່າແຄນ,ຂະບວນແຫ່ໜັງສືຜູກໃບລານ ,ແຫ່ຈໍາລອງໝາກໂມໃຫຍ່,ຈໍາລອງທາດໂຜ່ນ,ວັດຖຸບູຮານທີ່ຄົ້ນພົບ,ແຫ່ຈໍາລອງຄ້ອງພະເໜາະບູຮານ,ຈໍາລອງການຕໍ່າຫູກກີ່ແອວ,ປາຂະຫຍອງ,ຈໍາລອງໂອງ-ມັ່ງ,ຈໍາລອງແຫຼ່ງທ່ອງທ່ຽວທໍາມະຊາດພູໂຮງ,ຈໍາລອງແຫຼ່ງທ່ອງທ່ຽວແກ້ງຫລວງ-ຮອຍຕີນໄດໂນເສົາ,ຈໍາລອງທາດຍາຄູຂີ້ຫອມ,ຈໍາລອງທາດດອກແກ້ວແລະກະບອງໃຫຍ່,ຈໍາລອງເອກະລັກເມືອງ 4 ທິດແລະປີ້ໄກ່ເຊໄນ,ຈໍາລອງທາດນາງລາວ,ພຣະເຈົ້າອົງແສນ ບ້າງຮ່ອນຄໍາ ແລະຂະບວນແຫ່ນາງສັງຂານ ຊຶ່ງສ້າງຄວາມປະທັບໃຈ ...

Read More »

ທ່ານໄດ້ເນັ້ນໃຫ້ການນໍາແຂວງ ເອົາໃຈໃສ່ເຮັດໃຫ້ປະຊາຊົນມີຄວາມຜາສຸກ,ມີຄວາມຍຸຕິທໍາໃນສັງຄົມ.

ໃນວັນທີ 17 ທັນວາ 2018, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ທ່ານຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບພະນັກງານການນໍາຫຼັກແຫຼ່ງແຂວງ ສະຫວັນນະເຂດ ເຊິ່ງມີທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ບັນດາທ່ານໃນຄະນະປະຈໍາພັກແຂວງ ກໍາມະການພັກແຂວງ ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງການໂອ້ລົມໃນຄັ້ງນີ້. ພາຍຫຼັງທີ່ທ່ານ ສັນຕິພາບ ພົມວິຫານ ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ຄໍາໄຕ ສີພັນດອນ ກໍໃຫ້ກຽດໂອ້ລົມ ເຊິ່ງມີເນື້ອໃນບາງຕອນສໍາຄັນວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ 3 ຂັ້ນຂອງແຂວງເປັນຕົ້ນ: ມີບາງດ້ານຖ້າບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ກໍອາດເປັນອຸປະສັກຕໍ່ຈຸດໝາຍປາຍທາງຂອງພັກເຮົາ ຄື: ລັກສະນະດີເລີດຂອງລະບອບໃໝ່ລະບອບສັງຄົມນິຍົມ ທີ່ພວກເຮົານໍາພານັບ ແຕ່ມື້ເລີ່ມຕົ້ນເຮັດການປະຕິວັດ. ມາຮອດປັດຈຸບັນນີ້ ບໍ່ທັນສະແດງອອກຢ່າງເດັ່ນຊັດໂດຍສະເພາະພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍປະຊາຊົນລ້ວນແຕ່ຄອງຄອຍ ແລະ ຝາກຄວາມຫວັງຢາກເຫັນສັງຄົມລາວ ມີຄວາມສະເໝີພາບ ແລະ ຍຸຕິທໍາ ບໍ່ໃຫ້ມີການຂູດຮີດ ເອົາລັດເອົາປຽບກັນ, ບໍ່ໃຫ້ມີການແບ່ງຊັ້ນ-ແບ່ງຂັ້ນໃນສັງຄົມ, ຢາກເຫັນນະໂຍບາຍດ້ານເສດຖະກິດ ແລະ ສັງຄົມທີ່ຊ່ວຍໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ...

Read More »

ທ່ານ ຄໍາໄຕ ສີພັນດອນ ຢ້ຽມຊົມງານເທສະການບຸນກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ

ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ໄປນະມັດສະການ ແລະ ຢ້ຽມຊົມງານເທສະການບຸນກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໃນໂອກາດທີ່ທ່ານລົງໄປພົບປະໂອ້ລົມກັບພະນັກງານການນໍາຫຼັກແຫຼ່ງແຂວງ ສະຫວັນນະເຂດ ໃນວັນທີ 17 ທັນວາ 2018 ຜ່ານມາ.ເຊິ່ງມີທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄປຜູ້ພາທາງ. ຂອບໃຈພາບຈາກເຟສບຸກ.

Read More »

ທ່ານ ຄໍາໄຕ ສີພັນດອນ ໃຫ້ທິດຊີ້ນຳພະນັກງານຫຼັກແຫຼ່ງ ແຂວງຄຳມ່ວນ

ໃນວັນທີ 18 ທັນວາ 2018 ຜ່ານມານີ້, ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ອຳນາດການ ປົກຄອງ ແຂວງຄຳມ່ວນ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສຳຄັນໃນຂົງເຂດວຽກງານ ປກຊ-ປກສ ໃຫ້ແຂງແຮງກວ່າເກົ່າ, ສຸມໃສ່ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນ ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ ແລະ ອຸບັດເຫດ ເພື່ອສ້າງຄວາມ ເຊື່ອໝັ້ນ ແລະ ໄວ້ວາງໃຈໃນການດຳລົງຊີວິດຂອງປະຊາຊົນ ໄປພ້ອມໆ ກັບການວາງແຜນການຜະລິດເຂົ້ານາແຊງ, ປູກພືດລະດູແລ້ງໃຫ້ຫຼາຍຂຶ້ນ ເພື່ອທົດແທນຜົນເສຍຫາຍ ໂດຍສະເພາະ ບັນດາປັດໄຈການຜະລິດ, ຊົນລະປະທານ, ແນວພັນຕ່າງໆ ແລະ ພ້ອມກັນກະກຽມກອງປະຊຸມ 3 ຂັ້ນໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ. ໂອກາດດຽວກັນ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດໂດຍລວມຂອງແຂວງ ເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ...

Read More »

ໂຄງການທາງລົດໄຟ ຈີນ-ລາວ ສອດຄ່ອງຕາມນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ”

ໂຄງການທາງລົດໄຟ ຈີນ-ລາວ ໃນນາມທີ່ເປັນໂຄງການ ທີ່ສໍາຄັນສອດຄ່ອງຕາມນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງໄດ້ຮັບການອະນຸມັດ ຈາກສະພາແຫ່ງຊາດ ໃນປີ 2010 ມາຮອດປີ 2016 ໄດ້ລົງມືກໍ່ສ້າງຢ່າງເປັນທາງການ ໂຄງການທາງດັ່ງກ່າວ ໄດ້ມີການດໍາ ເນີນມາເປັນເວລາ 9 ປີ ໄດ້ສ້າງວຽກເຮັດງານທໍາ 10 ພັນກວ່າຕໍາແໜ່ງງານ ໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ ແລະ ກາຍເປັນຄວາມຫວັງ ຂອງປະຊາຊົນໃນທ້ອງຖິ່ນ ເພື່ອພັດທະນາຊີວິດການ ເປັນຢູ່ຂອງເຂົາເຈົ້າໃຫ້ດີຍິ່ງຂຶ້ນ ເຊິ່ງເປັນການຮ່ວມມື ທີ່ຖືກຂະໜານນາມ ວ່າ ເປັນໂຄງການເຊື່ອມສໍາພັນຈິດໃຈປະຊາຊົນສອງຊາດ. ໃນເມື່ອປະເທດຊາດ ໄດ້ຮັັບການພັດທະນານັ້ນ ຫຼາຍຝ່າຍຕ່າງກໍໃຫ້ການຊົມເຊີຍ ແລະ ໃຫ້ການຮ່ວມມືຢ່າງເປັນຮູບປະທໍາຕາມນະໂຍບາຍ “ໜຶ່ງແນວ ໜຶ່ງເສັ້ນທາງ” ເປັນການຊຸກຍູ້ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແຕ່ໃນມໍ່ໆນີ້ ມີສື່ມ່ວນຊົນຂອງ ຕາເວັນ ຕົກຈໍານວນໜຶ່ງ ໄດ້ນໍາໃຊ້ບັນຫາເວນຄືນທີ່ດິນ ຂອງຊາວກະສິກອນຢ່າງ ບໍ່ເໝາະກັບກົດໝາຍບັນຫາ ການຈ່າຍເງິນຊົດເຊີຍຄືນທີ່ຫຼ້າຊ້າ, ການຈັດສັນທີ່ຢູ່ບໍ່ເໝາະສົມ ແລະ ອື່ນໆ ມາເປັນຫົວຂໍ້ລາຍງານວ່າ ໂຄງການທາງລົດໄຟຈີນ-ລາວ ໄດ້ສ້າງຜົນກະທົບຕໍ່ ດ້ານການເມືອງ ແລະ ເສດຖະກິດຂອງລາວ ເຊິ່ງສະທ້ອນໃຫ້ເຫັນເຖິງເຈດຈໍານົງ ກໍຄື ເປັນການສະແດງຄວາມ ...

Read More »

ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນ

ແຈ໊ກ ໝ່າ ຜູ້ສ້າງຕັ້ງບໍລິສັດອາລີບາບາ ແລະ ໂທນີ ໝ່າ ຜູ້ບໍລິຫານເທນເຊັນ ສອງຍັກໃຫຍ່ດ້ານ”ໄອທີ”ຂອງຈີນ, ໃນຈຳນວນ 110 ບຸກຄົນ ທີ່ໄດ້ຮັບຫຼຽນລາງວັນໃນຖານະຜູ້ມີຜົນງານອັນໂດດເດັ່ນ ແລະ ມີ ຄວາມພະຍາຍາມບໍ່ຢຸດຢັ້ງ ມີແນວຄິດສ້າງສັນທີ່ຍິ່ງໃຫຍ່ ສົ່ງເສີມການເຕີບໂຕຂອງເສດຖະກິດ ໃນໄລຍະ 40 ປີທີ່ຜ່ານມາ. ໃຫ້ກຽດມອບໂດຍການນໍາສູງສຸດຂອງປະເທດຈີນ ໃນງານໂຮມຊຸມນຸມໃຫຍ່ເພື່ອສະເຫຼີມສະຫຼອງການຄົບຮອບ 40 ປີແຫ່ງການປະຕິຮູບປະເທດ ແລະ ເປີດປະຕູສູ່ໂລກພາຍນອກ 18 ທັນວາ 1978-2018 ນະຄອນຫຼວງປັກກິງ ສປຈີນ. LIVE: President Xi Jinping delivers a speech at a conference celebrating the 40th anniversary of China's reform and opening up. Posted by China Xinhua News on Monday, December 17, ...

Read More »

“ລົດໄຟລາວ-ຈີນ ເສັ້ນເລືອດໃຫຍ່ສະຕະວັດທີ 21”

10 ປະເທດສະມາຊິກອາຊຽນ ມີຄວາມຄາດຫວັງຈະລວມກັນສ້າງເປັນຈຸດສູນກາງທາງຜ່ານ ແລະ ການບໍລິການເພື່ອເປັນຜູ້ນໍາດ້ານເສດຖະກິດ ຂະນະທີ່ ສປປ ລາວເປັນໜຶ່ງໃນ 10 ປະເທດສະມາຊິກອາຊຽນໄດ້ຮັບການພິຈາລະນາ ແລະ ມີທ່າແຮງບົ່ມຊ້ອນ ທີ່ຈະເປັນເຊັ່ນນັ້ນ ຖ້າແນມເບິ່ງທີ່ຕັ້ງ, ຊັບພະຍາກອນທໍາມະຊາດ ແລະ ຄວາມສະຫງົບດ້ານການເມືອງ.   ຂະນະທີ່ສອງລັດຖະບານລາວ-ຈີນ ໄດ້ຮ່ວມໝາຍໝັ້ນປັ້ນມືດ້ວຍພະລັງແຮງອັນມະຫາສານຜ່ານໂຄງການພັດທະນາເສັ້ນທາງລົດໄຟລາວ-ຈີນ ລວມທັງປ່ຽນສະຖານະພາບຂອງ ສປປ ລາວໃນເງື່ອນປະເທດບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມຈອດກັນກັບພາກພື້ນ ແລະ ສາກົນ. ເປັນທີ່ຮັບຮູ້ນໍາກັນວ່າ: ເສັ້ນທາງລົດໄຟລາວ-ຈີນ ນອນໃນທິດພັດທະນາຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນທີ່ກ່ຽວຂ້ອງກັບ (ເສັ້ນທາງສາຍໄໝຄື: ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ) ເຊິ່ງພາບລວມພົບວ່າພາກເໜືອຂອງລາວໂດຍສະເພາະແຂວງບໍ່ແກ້ວ, ແຂວຫຼວງນໍ້າທາ ແລະ ອື່ນໆພວມຈະກາຍເປັນປະຕູອອກສູ່ບັນດາປະເທດສະມາຊິກອາຊຽນຜ່ານເສັ້ນທາງລົດໄຟລາວ-ຈີນໂດຍເລີ່ມຕົ້ນຈາກ ສປ ຈີນອອກສູ່ແຂວງຫຼວງນໍ້າທາ ຜ່ານບັນດາແຂວງຕ່າງໆມຸ່ງໜ້າເຂົ້າໄປປະເທດໄທ, ປະເທດມາເລເຊຍ ແລະ ສິງກະໂປ. ກ່ຽວກັບສິ່ງທີ່ກ່າວມານັ້ນມັນເກີດເປັນຮູບປະທໍາຢ່າງເຕັມຮູບແບບແລ້ວ ເຊິ່ງໂຄງການເສັ້ນທາງລົດໄຟຄາດວ່າຈະສໍາເລັດພາຍໃນປີ 2020 ນັ້ນໝາຍວ່າຄ່າບໍລິການຂົນສິນຄ້າຈະຫຼຸດລົງ 3 ເທົ່າ ເຮັດໃຫ້ປະຢັດຕົ້ນທຶນ ແລະ ມີລາຍໄດ້ເພີ່ມຂຶ້ນ; ການຜະລິດສິນຄ້າທາງການກະເສດຈະເພີ່ມຂຶ້ນ ເພື່ອສະໜອງໃຫ້ຕະຫຼາດພາຍໃນ-ຕ່າງປະເທດ; ອຸດສາຫະກໍາທ່ອງທ່ຽວຈະສົດໄສ ຍ້ອນການໄປມາຫາສູ່ກັນສະດວກສະບາຍ ວ່ອງໄວ ແລະ ປະຢັດເງິນ-ປະຢັດເວລາ; ການລົງທຶນຈະປັບຕົວສູງຂຶ້ນຍ້ອນການຂົນສົ່ງສິນຄ້າສະດວກສະບາຍ ແລະ ຕອບສະໜອງໄດ້ຕາມໂມງາມເວລາ ແລະ ...

Read More »

ເຄິ່ງສະໄໝສະພາແຫ່ງຊາດ ຮັບຮອງກົດໝາຍໄດ້ 63 ສະບັບໃນນັ້ນສ້າງໃໝ່ 27 ສະບັບ

ການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ໃນໄລຍະເຄິ່ງສະໄໝຜ່ານມາ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ການປະຕິບັດແຜນສ້າງ ແລະ ປັບປຸງກົດໝາຍ, ເອົາໃຈໃສ່ພິຈາລະນາບັນຫາສຳຄັນຕ່າງໆ ຕາມພາລະບົດບາດຂອງຕົນ ກໍຄື ການຕົກລົງບັນຫາສຳຄັນພື້ນ ຖານຂອງປະເທດຊາດ, ການປະຕິບັດວຽກງານຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ, ລວມທັງການເຄື່ອນໄຫວວຽກງານຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ. ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ໂດຍຊີ້ໃຫ້ເຫັນວ່າ: ຜົນງານແຕ່ປີ 2016-2018 ໂດຍສະພາແຫ່ງຊາດຊຸດທີ VIII ສາມາດຮັບຮອງເອົາກົດໝາຍທັງ ໝົດ 63 ສະບັບ, ເທົ່າ 60% ຂອງແຜນການ 5 ປີ. ໃນນີ້, ມີກົດໝາຍສ້າງໃໝ່ 27 ສະບັບ, ກົດໝາຍປັບປຸງ 36 ສະບັບ. ສຳລັບປີ 2018 ສ້າງ ແລະ ...

Read More »

ສະພາແຫ່ງຊາດ ວາງຄາດໝາຍສ້າງ ແລະ ປັບປຸງກົດໝາຍ 41 ສະບັບ ໃນປີ 2019-2020

ຄະນະປະຈໍາສະພາແຫ່ງຊາດ ໄດ້ວາງຄາດໝາຍໃນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2019-2020 ທັງໝົດ 41 ສະບັບ. ໃນນີ້, ຂົງເຂດການປົກຄອງ ແລະ ຍຸຕິທໍາ 9 ສະບັບ, ຂົງ ເຂດເສດຖະກິດ 16 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 13 ສະບັບ, ຂົງເຂດການຕ່າງປະເທດ 2 ສະບັບ ແລະ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 1 ສະບັບ. ຄາດໝາຍດັ່ງກ່າວ, ສະເໜີໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍ ໂດຍຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ຂຶ້ນສະເໜີຕໍ່ກອງປະຊຸມສະໄໝສາມັນ ເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ສຳລັບແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳ ປີ 2019 ມີທັງໝົດ ...

Read More »

ແຂວງອຸດົມໄຊ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ 2 ເມືອງ

ພິທີປະກາດເມືອງຮຸນ ເປັນເມືອງທີ 6 ຂອງແຂວງອຸດົມໄຊ ທີ່ສາມາດປະກາດເປັນເມືອງຈົ້ບຊັ້ນມັດທະຍົມຕອນຕົ້ນບໍາລຸງສໍາລັບປະຊາຊົນ ໄດ້ຈັດຂື້ນຢ່າງສົມກຽດ ໃນຕອນເຊົ້າຂອງວັນທີ 6 ທັນວາ 2018 ຜ່າມາ ທີ່ເດີ່ນກິລາເມືອງຮຸນ, ເຂົ້າຮ່ວມມີທ່ານ ບຸນຄົງ ຫຼ້າຈຽມພອນ ຄະນະປະຈຳພັກແຂວງ, ທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກກະຊວງ ສຶກສາທິການ ແລະ ກິລາ, ທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກເຊີນຈາກບັນດາພະແນກການ, ເມືອງອ້ອມຂ້າງ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ປະຊາຊົນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ. ເມືອງຮຸນ ເປັນເມືອງທີ 6 ຂອງແຂວງ ທີ່ສາມາດປະກາດເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວເມືອງ ຖັດຈາກເມືອງຫຼາ, ເມືອງແບງ , ເມືອງນາໝໍ້, ເມືອງປາກແບງ ແລະ ເມືອງໄຊ ປັດຈຸບັນແຂວງອຸດົມໄຊ ຍັງເຫຼືອແຕ່ເມືອງດຽວເທົ່ານັ້ນຄືເມືອງງາ ທີ່ຍັງບ່ທັນໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນ ເຊິ່ງຢູ່ໃນໄລຍະກະກຽມປະເມີນຄືນ.     ທ່ານ ບຸນຕຽມ ສຸພັດທອນ ເຈົ້າເມືອງ-ເມືອງຮຸນ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ທາງເມືອງສາມາດປະກາດທົ່ວເມືອງເປັນເມືອງຈົບຊັ້ນປະຖົມບໍາລຸງແລ້ວ, ...

Read More »