ຮອງນາຍົກ ມອບອຸປະກອນການສຶກສາ-ກິລາ ໃຫ້ນັກຮຽນເມືອງ ສະໜາມໄຊ

ໃນວັນທີ 16 ທັນວາ 2018, ຢູ່ທີ່ບ້ານພັກຊົ່ວຄາວ ບ້ານດົງບາກ ເມືອງສະໝາມໄຊ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການເງິນ, ພ້ອມດ້ວຍພັນຍາລະຍາ ແລະ ຄະນະ ໄດ້ນຳອຸປະກອນການຮຽນການສຶກສາ ແລະ ເຄື່ອງກິລາຈຳນວນ 400 ກວ່າຊຸດ, ໄປມອບໃຫ້ນ້ອງໆນັກຮຽນ ທີ່ປະສົບໄພພິບັດ ທີ່ເມືອງສະໜາມໄຊ ແຂວງ ອັດຕະປື.

ໂດຍການກ່າວມອບຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ແລະ ກ່າວຮັບ ຂອງທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງ ອັດຕະປື ແລະ ທ່ານ ຄໍາໝັ້ນ ພົມມະແສງ ຄະນະນຳ ເມືອງສະໜາມໄຊ, , ພ້ອມດ້ວຍຄູ-ອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.
ສຳລັບອຸປະກອນການຮຽນ ແລະ ເຄື່ອງກິລາ ຈຳນວນ 400 ກວ່າຊຸດ ທີ່ນຳໄປມອບ ແລະ ແຈກຢາຍໃຫ້ນ້ອງນ້ອຍນັກຮຽນ ປະກອບມີ ປື້ມ, ບິກ, ສໍ, ບັດທັດ, ໝາກບານ, ກະຕໍ້, ບານສົ່ງ ແລະ ອື່ນໆ ອີກຈຳນວນໜຶ່ງ.

ຂໍ້ມູນຈາກ: ຂປລ.

Comments