Author Archives: Ourignatay targetlaos

ອາຄານພະແນກແຜນການ, ການລົງທຶນ ແລະ ສູນສະຖິຕິ ແຂວງອຸດົມໄຊ.

ໂຄງການກໍ່ສ້າງອາຄານພະແນກແຜນການ,ການລົງທຶນ ແລະ ສູນສະຖິຕິປະຈຳແຂວງອຸດົມໄຊຫຼັງໃໝ່ ເປັນໂຄງການບູລິມະສິດໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດ- ສັງຄົມຂອງລັດຖະບານ ກໍຄືແຂວງອຸດົມໄຊ ໂດຍມີຈຸດປະສົງເພື່ອເປັນການພັດທະນາ,ຍົກລະດັບ ອາຄານຫ້ອງການສຳນັກງານ ແລະ ບຸກຄະລາກອນ ເພື່ອໃຫ້ທຽບເທົ່າກັບບັນດາປະເທດໃນກຸ່ມອາຊຽນ ແລະ ພາກພື້ນ. ໃນວັນທີ 29 ທັນວາ 2018 ຜ່ານມານີ້ ກໍໄດ້ຈັດພິທີມອບ-ຮັບ ພ້ອມທັງເປີດນຳໃຊ້ຢ່າງເປັນທາງການພາຍຫຼັງດໍາເນີນການກໍ່ສ້າງມາເປັນເວລາ 4 ປີ ໂດຍແມ່ນບໍລິສັດ ໄຊມ້ອນ ວິສະວະກໍາກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 22 ຕື້ 7 ລ້ານກວ່າກີບ. ໂດຍການໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ແລະ ພະນັກງານກ່ຽວຂ້ອງຈໍານວນໜຶ່ງ. ຂໍ້ມູນຈາກ: ສະຖານີວິທະຍຸໂທລະພາບແຂວງອຸດົມໄຊ.

Read More »

ພະແນກສຶກສາທິການ ແລະ ກິລາ ອວຍພອນທ່ານເຈົ້າແຂວງອຸດົມໄຊ ເນື່ອງໃນໂອກາດປີໃໝ່

ຕາງໜ້າພະນັກງານບໍລິຫານ, ຄູອາຈານ ແລະ ນັກຮຽນນັກສຶກສາ ອ້ອມຂ້າງພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ນໍາໂດຍທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເຂົ້າຍ້ຽມຢາມ ແລະ ອວຍພອນການນຳຂອງແຂວງ ເນື່ອງໃນໂອກາດປີໃໝ່ ຄສ 2019 ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳຂອງແຂວງ ທີ່ຍາມໃດທາງຂັ້ນເທິງກໍໄດ້ເອົາໃຈໃສ່ຕໍ່ການພັດທະນາວຽກງານການສຶກສາຕະຫຼອດມາເຮັດໃຫ້ ບັນດາໂຮງຮຽນແຫ່ງຕ່າງໆ ໄດ້ດໍາເນີນການຮຽນ-ການສອນໄປຕາມລະບົບ, ສອດຄ່ອງ ແລະ ສາມາດສ້າງຊັບພະຍາກອນມະນຸດອອກມາຮັບໃຊ້ສັງຄົມ ໄປຕາມ 5 ຫຼັກມູນຂອງການສຶກສາ ໄດ້ຢ່າງມີຄຸນນະພາບ. ໃນໂອກາດນີ້ ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ກໍໄດ້ມີຄຳເຫັນຕໍ່ຂະແໜງການສຶກສາ-ກິລາ ວ່າໃນສົກຮຽນຜ່ານມານີ້ ວຽກງານບໍລິຫານການສຶກສາ-ກິລາ, ການດໍາເນີນການຮຽນ-ການສອນໃນບັນດາໂຮງຮຽນແຫ່ງຕ່າງໆ ເຫັນວ່າໄດ້ດໍາເນີນໄປດ້ວຍດີ, ມີປະສິດທິພາບ ເຮັດໃຫ້ຕົວເລກຄາດໝາຍທີ່ວາງໄວ້ສາມາດບັນລຸຕາມແຜນການ. ທ່ານໄດ້ຮຽກຮ້ອງມາຍັງພະແນກສຶກສາທິການ ແລະ ກິລາ ພ້ອມດ້ວຍ ບັນດາໂຮງຮຽນແຫ່ງຕ່າງໆ ໃຫ້ສືບຕໍ່ຕັ້ງໜ້າປະຕິບັດໜ້າທີຂອງຕົນໃຫ້ມີຜົນສໍາເລັດ, ສູ້ຊົນຍາດໄດ້ຜົນງານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ການສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ, ຫ້າວຫັນໃນໜ້າທີ່ການງານ ສືບຕໍ່ປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສໍາເລັດທຸກປະການ, ເພື່ອພ້ອມກັນປະຕິບັດໜ້າທີ່ ຕາມການມອບໝາຍຂອງພັກ-ລັດ ກໍຄືການພັດທະນາແຂວງອຸດົມໄຊ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆໄປ. ...

Read More »

ປະທານປະເທດ ມອບສານແຕ່ງຕັ້ງ ທູດລາວ 3 ທ່ານ ໄປປະຈຳຕ່າງປະເທດ

ໃນຕອນເຊົ້າວັນທີ 3 ມັງກອນ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ປະເທດຕ່າງໆ ຈຳນວນ 3 ທ່ານ ຕາມລຳດັບດັ່ງນີ້: ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ທ່ຽງ ບຸບຜາ ເພື່ອໄປດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ທ່ຽງ ບຸບຜາ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ, ເບລາຣຸສ, ອູແກຣນ ແລະ ກາຊັກສະຖານ. ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ຄຳພັນ ອັ່ນລາວັນ ເພື່ອໄປດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ...

Read More »

ໂຮມເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແດນສະຫວັນ.

ໃນຕອນເຊົ້າຂອງວັນທີ 31 ທັນວາ 2018 ນີ້, ຢູ່ທີ່ຫ້ອງ ປະຊຸມຂອງເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ຈັດພິທີ ປະກາດໂຮມເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ເຂດການຄ້າຊາຍແດນ-ບ້ານແດນສະຫວັນ, ໃຫ້ກຽດເປັນປະທານ ໂດຍທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄໍາດີ ຫົວໜ້າຄະນະບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ, ທ່ານ ປອ ໂພໄຊ ສິດທິຊົນ ຫົວໜ້າເຂດການຄ້າຊາຍແດນ-ບ້ານ ແດນສະຫວັນ, ມີບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ທ່ານ ເຕັ່ງ ເມັ່ງ ຢ່າງລືໄຊ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງທ່ານລັດຖະມົນຕິກະຊວງ ແຜນການ ແລະ ການລົງທຶນ ເລກທີ 3266/ກຜທ, ນະຄອນຫຼວງວຽງຈັນ ລົງວັນທີ 28 ທັນ ວາ 2018, ດ້ວຍການໂຮມເຂດເສດຖະກິດພິເສດສະຫວັນ -ເຊໂນ ແລະ ເຂດການຄ້າຊາຍ ...

Read More »

ມອບໃບຍ້ອງຍໍໃຫ້ທີມແຂ່ງຂັນ ASEAN Quiz ຂອງ ສປປ ລາວ

ຕົວແທນນັກຮຽນເກັ່ງລະດັບມັດທະຍົມຕອນປາຍ ທີ່ສາມາດຍາດໄດ້ຕໍາແໜ່ງຮອງຊະນະເລີດໃນການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8, ASEAN Quiz ທີ່ເມືອງບາຫລີ, ປະເທດອິນໂດເນເຊຍ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 3-7 ທັນວາ 2018 ຜ່ານມາ ໄດ້ຮັບການຍ້ອງຍໍຈາກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຊຶ່ງໃຫ້ກຽດນມອບໂດຍທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ (ຖວທ). ພິທີຈັດຂຶ້ນໃນວັນທີ 31 ທັນວາ 2018 ຜ່ານມາທີ່ໂທລະພາບແຫ່ງຊາດລາວ, ໃນໂອກາດຈັດພິທີມອບລາງວັນຜະລິດຕະພັນສື່ ແລະ ພິມຈຳໜ່າຍດີເດັ່ນ ໃນຫົວຂໍ້ “ ປີທ່ອງທ່ຽວລາວ 2018 ” ໃຫ້ບັນດານັກຂຽນ ແລະ ນັກຂ່າວ ຢູ່ອົງການສື່ ແລະ ສຳນັກພິມຕ່າງໆ. ນັກຮຽນດີເດັ່ນທີ່ເຂົ້າແຂ່ງຂັນ ASEAN Quiz ຂອງ ສປປ ລາວ ໃນຄັ້ງນີ້ມີ ນາງ ທິບເກສອນ ເຂັມທອງ ມາຈາກໂຮງຮຽນມັດທະຍົມສົມບູນ ປາກເຊ ແຂວງຈຳປາສັກ; ນາງ ສຸນິຕາ ...

Read More »

ສູນ ICT ອຸດົມໄຊ ຕ້ອນຮັບການຢ້ຽມຢາມຖອດຖອນບົດຮຽນຂອງສູນ ICT 3 ແຂວງ ພາກເໜືອ

ໃນທ້າຍເດືອນທັນວາ 2018 ຜ່ານມານີ້ຢູ່ທີ່ ໂຮງຮຽນ ມ.ສ ເມືອງໄຊ ແຂວງອຸດົມໄຊ, ສູນເຕັກໂນໂລຊີຂໍ້ມູນຂ່າວສານການສຶກສາ ( ICT ) ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມຂອງຄະນະນໍາສູນ ICT ຈາກ 3 ແຂວງ ພາກເໜືອ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ສີລາທອດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ ແລະ ທ່ານ ຈັນເພັງ ປັນຍາສັກ ຜູ້ອຳນວຍການສູນ ICT ແຂວງ ອຸດົມໄຊ, ທ່ານ ໄມ່ສີທອງ ທັນຂັນຕິ ຜູ້ອຳນວຍການໂຮງ ຮຽນມ.ສ ເມືອງໄຊ ພ້ອມດ້ວຍວິຊາການທີ່ມາຈາກບັນດາຂະແໜງຢູ່ພະແນກສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານພາຍໃນສູນ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ຄະນະທິມງານທີ່ມາຢ້ຽມຢາມ ແລະ ຖອດຖອນບົດຮຽນໃນຄັ້ງນີ້ໂດຍມີ ທ່ານ ຖະໜອມສັກ ແກ້ວວັນຕັນຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ຫຼວງນໍ້າທາ, ທ່ານ ບຸນຮັກ ລໍວັນຈິດ ອໍານວຍການສູນ ICT ...

Read More »

ຄວາມໝາຍຂອງ ຍອດຊໍ່ຟ້າ

ສະບາຍດີບັນດາທ່ານທີ່ຮັກແພງ ມື້ນີ້ ພວກເຮົາຈະພາບັນດາທ່ານໄປຮູ້ຈັກກັບຄວາມໝາຍຂອງ “ຍອດຊໍ່ຟ້າ” ຍອດຊໍ່ຟ້າຢູ່ທີ່ຫຼັງຄາຂອງອາຮາມ ,ສີມ ນັ້ນແມ່ນມີຄວາມເຊື່ອ ແລະ ເປັນສັນຍາລັກຂອງສະຫວັນຊັ້ນຟ້າ ເຊິ່ງມີຄວາມເຊື່ອໃນພຸດທະປະຫວັດກໍຄື ພຣະທັມມະຈັກກັບປະວັດຕະນະສູດ ເຊິ່ງເປັນປະຖົມມະບົດຂອງທັມມະເທດສະໜາ ກັນທຳອິດຂອງພຣະສັມມາສັມພຸດທະເຈົ້າ ທີ່ພຣະອົງໄດ້ຊົງໂປຣດເທດສະໜາແກ່ ປັນຈະວັກຄີທັງ 5 ອົງ ເຊິ່ງມີເນື້ອໃນກ້າວເຖິງ ຕອນທີ່ພຣະພຸດທະເຈົ້າກຳລັງປະຕິບັດຕົນເພື່ອປະຕິເສດ ທາງສອງສາຍຄື: ບໍ່ເຄັ່ງເກີນໄປ ແລະ ບໍ່ຍານເກີນໄປ (ເຄັ່ງຫຼາຍຈົນຂາດ, ຍານຫຼາຍສຽງບໍ່ມ່ວນ) ແລ້ວປະຕິບັດທາງສາຍກາງ (ບໍ່ເຄັ່ງເກີນ, ບໍ່ຍານເກີນ) ອັນເປັນແບບຢ່າງທີ່ປະຕິບັດທີ່ຖືກຕ້ອງໃຫ້ແກ່ມວນມະນຸດ ແລະ ມີເນື້ອໃນສະແດງເຖິງຂັ້ນຕອນ ແລະ ການປະຕິບັດໃຫ້ບັນລຸເຖິງ ອະຣິຍະສັດສີ່ ເພື່ອດຳເນີນຂັ້ນຕອນການປະພຶດປະຕິບັດ ແລະ ເຂົ້າໃຈຂອງຄວາມເປັນທຸກ ສະມຸດໄທ ນິໂຣດ ມັກເພື່ອໄປສູ່ ພຣະນິພານ ເຊິ່ງເປັນເປົ້າໝາຍ ແລະ ຈຸດໝາຍສູງສຸດຂອງພຸດທະສາສະໜາ ເມື່ອພຣະຜູ້ມີພຣະພຸດທະເຈົ້າ ຕັດທັມມະຈັກກັບປະວັດຕະນະສູດ ຢູ່ນັ້ນ ດວງພຣະເນດສ່ອງເຫັນທັມ ສ່ອງເຫັນ 15 ຊັ້ນນາຮົກ 16 ຊັ້ນສະຫວັນ. ສະນັ້ນ, ບູຮານລາວຈຶ່ງນິຍົມຖືເອົາຂໍ້ນີ້ເປັນຂໍ້ສູງ (16 ຊັ້ນຟ້າ ແລະ 15 ຊັ້ນດິນ) ...

Read More »

ນັກກິລາລາວ ສາມາດຍາດໄດ້ ອັນດັບ 6 ຂອງຕາຕະລາງແຂ່ງຂັນ

ວັນທີ 29 ທັນວາ 2018 ມະຫາວິທະຍາໄລແຫ່ງຊາດລາວ ຈັດພິທີຍ້ອງຍໍຊົມເຊີຍຜົນສໍາເລັດການສົ່ງນັກກິລາ ເຂົ້າຮ່ວມງານມະຫາກຳ ກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 19 ທີ່ຈັດຂຶ້ນຢູ່ປະເທດມຽນມາ ລະຫວ່າງວັນທີ 10 ຫາ 19 ທັນວາ 2018 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ການແຂ່ງຂັນຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 94 ຄົນໃນ 9 ປະເພດກິລາ ຄື: ແລ່ນ-ລານ, ບານເຕະ, ໂວວີນາມ (Vovinam), ຍິງທະນູ, ວູຊູ, ເປຕັງ, ກະຕໍ້, ດອກປີກໄກ່ ແລະ ກ໊ອຟ, ນໍາໃຊ້ງົບ ປະມານທັງໝົດ 6 ຕື້ກ່ວາກີບ ສາມາດຍາດໄດ້ 7 ຫຼຽນຄໍາ, 9 ຫຼຽນເງິນ ແລະ 11 ຫຼຽນທອງ ຈັດຢູ່ອັນດັບທີ 6 ຂອງຕາຕະລາງຈາກທັງໝົດ 11 ...

Read More »

ທ່ານ ທອງລຸນ ສີສຸລິດ ໃຫ້ກຽດປະດັບຫຼຽນໄຊແຮງງານ

ວັນທີ 28 ທັນວາ 2018 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ປະດັບຫຼຽນ ໄຊແຮງງານ ໃຫ້ນັກກິລາລາວ ທີ່ເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາເອຊຽນເກມ ຄັ້ງທີ 18, ເອຊຽນພາລາເກມ ຄັ້ງທີ 12 ທີ່ປະເທດອິນໂດເນເຊຍ ແລະ ການເຂົ້າຮ່ວມແຂ່ງຂັນລະດັບສາກົນ ປີ 2018. ຂໍ້ມູນຈາກ: ຂປລ.

Read More »

ທ່ານ ຜູ້ນໍາພັກ-ລັດ ຕ້ອນຮັບປະທານສະມາຄົມມິດຕະພາບຍີ່ປຸ່ນ-ລາວ

ທ່ານ ດຣ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາດ ແລະ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ໄດ້ຕ້ອນຮັບ  ທ່ານ ຕາເກໂອະ ຄາວາມຸຣະ (HE Mr. Takeo KAWAMURA), ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ຝ່າຍລັດຖະສະພາ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ໃນຕອນເຊົ້າວັນທີ 27 ທັນວາ 2018, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 26-28 ທັນວາ 2018 ນີ້. ທ່ານ ດຣ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ. ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ. ...

Read More »