ພາຫະນະທຸກປະເພດທີ່ມີແຮງຈັກຕໍ່າກວ່າ 350 ຊີຊີ ຫ້າມຂຶ້ນທາງດ່ວນ….

ທາງດ່ວນນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ໂດຍມີໄລຍະທາງ 109 ກິໂລແມັດ ທີ່ຈະເປີດນຳໃຊ້ຢ່າງເປັນທາງການໃນມື້ວັນທີ 2 ທັນວາ 2020 ທີ່ຈະມາເຖິງນີ້,

ທາງດ່ວນ ນວ – ວັງວຽງ ເປີດເປັນທາງການ 2 ທັນວາ 2020 ນີ້ ໃຫ້ຜ່ານຟຮີ 2 ມື້…. –  Target Magazine

ໂດຍອີງຕາມກົດໝາຍທາງບົກ ແຫ່ງ ສປປ ລາວ ຊີ້ໃຫ້ເຫັນວ່າ: ພາຫະນະທີ່ຈະສາມາດຂຶ້ນທຽວທາງ ດ່ວນໄດ້ນັ້ນຢ່າງໜ້ອຍຕ້ອງມີຄວາມແຮງຂອງຈັກຫຼາຍກວ່າ 350 ຊີຊີຂຶ້ນໄປ

ນອກນັ້ນຍັງມີລົດບັນທຸກ, ລົດພວງທີ່ມີນ້ຳໜັກເກີນທີ່ກຳນົດໄວ້, ຍານພາຫະນະທີ່ດັດແປງສະພາບເຕັກນິກທີ່ບໍ່ຮັບປະກັນດ້ານຄວາມປອດໄພ ແລະ ພາຫະນະອື່ນໆທີ່ກໍານົດແລ່ນຕ່ຳກວ່າ 80 ກິໂລແມັດຕໍ່ຊົ່ວໂມງກໍ່ຫ້າມຂຶ້ນເຊັ່ນກັນ.

ທາງດ່ວນວຽງຈັນ-ວັງວຽງ ໄດ້ຮັບຜົນກະທົບຈາກໂຄວິດ-19 ພຽງໜ້ອຍດຽວ  ແລະຈະສໍາເລັດໃນທ້າຍປີນີ້

ສະເພາະການຂຶ້ນທຽວທາງດ່ວນນັ້ນ, ຜູ້ຂັບຂີ່ລົດຈັກທີ່ມີແຮງມ້າຫຼາຍກວ່າ 350 ຊີຊີຂຶ້ນໄປ ແລະ ລົດເບົາທຸກປະເພດໃຫ້ໃຊ້ຄວາມໄວຢູ່ລະຫວ່າງ 80-110 ກິໂລແມັດຕໍ່ຊົ່ວໂມງ (ຍົກເວັ້ນສະພາບມີໝອກ ມີຝົນ), ສ່ວນ ລົດຜູ້ຂັບຂີ່ຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທຸກຂະໜາດໃຫ້ໃຊ້ຄວາມໄວໃນລະຫວ່າງ 80-90 ກິໂລແມັດຕໍ່ຊົ່ວໂມງ (ຍົກເວັ້ນສະພາບມີໝອກ ມີຝົນ) ນອກນັ້ນຕ້ອງໃຫ້ປະຕິບັດຕາມໄຟສັນຍານ, ປ້າຍ ແລະ ເຄື່ອງໝາຍປ້າຍຈະລາຈອນທີ່ຈໍາກັດຄວາມໄວຢ່າງເຂັ້ມງວດ. ສໍາລັບໄລຍະຫ່າງຂອງພາຫະນະຈະຢູ່ໃນລະດັບ 100 ແມັດຂຶ້ນໄປ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments