ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສະພາແຫ່ງຊາດໄດ້ຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016 – 2020) ແລະ ປີ 2020 ຂອງສະພາແຫ່ງຊາດ ຊຸດທີ VIII, ຄາດຄະເນແຜນການປະຈໍາປີ 2021 ແລະ ຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021- 2025) ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 16 ພະຈິກນີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະ ພາແຫ່ງຊາດ.

ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ໄດ້ຂຶ້ນສະເໜີ ຮ່າງ ບົດລາຍງານການຈັດຕັ້ງປະ ຕິບັດແຜນການເຄື່ອນໄຫວວຽກງານດັ່ງກ່າວໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາສະພາແຫ່ງຊາດ ສາມາດຮັບຮອງເອົາ ກົດໝາຍໄດ້ຈໍານວນ 90 ສະ ບັບ ໃນນີ້ ກົດໝາຍສ້າງໃໝ່ຈໍາ ນວນ 38 ສະບັບ, ກົດໝາຍປັບປຸງ 52 ສະບັບ; ສໍາລັບປີ 2020 ສາມາດຮັບຮອງເອົາກົດໝາຍຈໍານວນ 9 ສະບັບ ໃນນີ້ ກົດໝາຍສ້າງໃໝ່ 4 ສະບັບ ແລະ ກົດໝາຍປັບປຸງ 5 ສະບັບ; ໄດ້ຮັບຄໍາສະເໜີຈາກພາກສ່ວນທີ່ກ່ຽວຂ້ອງໃນການຕີຄວາມໝາຍ ແລະ ອະທິບາຍກົດໝາຍທັງໝົດ ຈໍານວນ 54 ບັນຫາ ໃນນີ້ຄ້າງມາແຕ່ກອງປະຊຸມສະພາແຫ່ງຊາດຊຸດທີ VII ຈໍານວນ 32 ບັນຫາ; ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ສັດຕະຍາບັນແກ່ສົນທິສັນຍາສາກົນທັງໝົດຈໍານວນ 22 ສະ ບັບ, ສະເພາະປີ 2020 ໄດ້ຕົກລົງໃຫ້ສັດຕະຍາບັນແກ່ສົນ ທິ ສັນຍາສາກົນ ຈໍານວນ 2 ສະບັບຄື: ການໃຫ້ສັດຕະຍາບັນແກ່ສົນທິສັນຍາການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງອາຍາ ລະຫວ່າງລັດຖະບານລາວ ກັບ ສສ ຫວຽດນາມ ແລະ ອະນຸສັນຍາວ່າດ້ວຍ ຄັງແຮເຂົ້າສຸກເສີນອາຊຽນ.
ຜ່ານການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ໃນການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຜ່ານກົນໄກການດໍາເນີນກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ. ສະເພາະ 10 ເດືອນຂອງປີ 2020 ໄດ້ດໍາເນີນກອງປະຊຸມຄະນະ ປະຈໍາສະພາແຫ່ງຊາດ 18 ຄັ້ງ, ພິຈາລະນາ 129 ເນື້ອໃນ, ຮັບຮອງອອກເປັນມະຕິຂອງຄະນະປະຈໍາສະພາແຫ່ງຊາດ ຈໍານວນ 178 ສະບັບ, ໃນນີ້, ວຽກງານລັດຖະບານ 22 ສະບັບ, ວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ 19 ສະບັບ, ວຽກງານອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ 134 ສະບັບ, ວຽກງານສະພາແຫ່ງຊາດ 3 ສະບັບ.

ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຕິດຕາມກວດກາຂອງຕົນຕາມທີ່ກົດໝາຍໄດ້ກໍານົດເຊັ່ນ: ການຕິດຕາມກວດກາໃນຫົວຂໍ້ຕ່າງໆ ທີ່ເປັນບັນຫາເຄັ່ງຮ້ອນ, ສັງຄົມໃຫ້ຄວາມສົນໃຈ ຊຶ່ງມີທັງໝົດຈໍານວນ 120 ຫົວຂໍ້, ສໍາລັບປີ 2020 ໄດ້ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ທັງໝົດຈໍານວນ 481 ເລື່ອງ. ສຳລັບການຄາດຄະເນແຜນການເຄື່ອນໄຫວ ປະຈໍາປີ 2021 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງປີ 2021 ແມ່ນປີທໍາອິດຂອງການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງຈະສຸມໃສ່ຈັດຕັ້ງປະຕິບັດວຽກງານ; ສະພາແຫ່ງຊາດ ສົມທົບກັບອົງການຂອງລັດທີ່ກ່ຽວຂ້ອງ ຄົ້ນຄວ້າປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຕາມທີ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຮັບຮອງ, ກໍານົດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2021 ຊຶ່ງສູ້ຊົນໃຫ້ໄດ້ຈໍານວນ 12 ສະບັບ ໃນນີ້, ກົດໝາຍສ້າງໃໝ່ຈໍານວນ 5 ສະບັບ ແລະ ກົດໝາຍປັບປຸງ 7 ສະບັບ; ຄະນະປະຈໍາສະພາແຫ່ງຊາດ ຊຸດທີ VIII ສືບຕໍ່ຄົ້ນຄວ້າພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ.
ແຫຼ່ງຂໍ້ມູນ: ປະຊາຊົນ