ເສັ້ນທາງລົດໄຟລາວ-ຈີນ ຍັງພົບບັນຫາທ້າທາຍດ້ານຄວາມປອດໄພ…..

ວັນທີ 14 ພະຈິກ 2020​ ຜ່ານມາ ທ່ານ Xiao Qian Wen ອໍານວຍການໃຫຍ່ບໍລິສັດທາງລົດໄຟຕິດຕາມ ໄດ້ລາຍງານຄວາມຄືບໜ້າການກໍ່ສ້າງໂຄງການເສັ້ນທາງລົດໄຟລາວ-ຈີນ ຕໍ່ຄະນະ ສະມາຊິກສະພາແຫ່ງຊາດ ເນື່ອງໃນໂອກາດຢ້ຽມຢາມ ໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ດ້ານການກໍ່ສ້າງໂດຍລວມທັງໝົດ ແມ່ນສໍາເລັດ 88% ເຊິ່ງລວມທັງການວາງລາງ, ເຈາະອຸໂມງ, ສ້າງສະຖານີ, ໂຄງສ້າງຂົວ ແລະ ລະບົບຄວາມປອດໄພ ເຊິ່ງຄາດວ່າຈະໃຫ້ສຳເລັດ ພ້ອມເປີດນໍາໃຊ້ທ້າຍປີ 2021.

Demiryolu İnşaatı Nasıl Yapılır - Mühendis Beyinler

ໃນຂະນະດຽວກັນທ່ານໄດ້ຍົກໃຫ້ເຫັນເຖິງບັນຫາທ້າທາຍບາງຢ່າງກ່ຽວກັບລະບົບຄວາມປອດໄພ ຄືໄລຍະຜ່ານມາມີບາງທ້ອງຖິ່ນຍັງຂາດເອົາໃຈໃສ່ ຕໍ່ລະບຽບ ແລະ ຫລັກການດ້ານຄວາມປອດໄພຕໍ່ຊີວິດ ແລະ ໂຄງການ ເຊັ່ນ ລັກເຮັດຂົວຕັດຜ່ານຂ້າມລາງລົດໄຟເອງ ໂດຍບໍ່ແຈ້ງພາກສ່ວນກ່ຽວຂ້ອງ, ປ່ອຍໃຫ້ສັດລ້ຽງເຂົ້າໄປໃນຂອບເຂດທາງລົດໄຟ ແລະ ລັກເອົາຫົວນັອດຈັບລາງລົດໄຟ,​ ມ້າງຮົວກັ້ນ ນັບວ່າເປັນບັນຫາພື້ນຖານຕໍ່ຄວາມປອດໄພ ອາດນຳໄປສູ່ການເກີດອຸປະຕິເຫດ ແລະ ຜົນເສຍຫາຍອັນມະຫາສານໃນພາຍພາກໜ້າໄດ້.​

ໂຄງການບຳລຸງຮັກສາ ລາງລົດໄຟ - ກອງຄຸ້ມຄອງທາງລົດໄຟ Authority of Railway  Management | Facebook

ດັ່ງນັ້ນ, ທ່ານກ່າວວ່າ ວຽກງານດ້ານຄວາມປອດໄພຖືເປັນຄວາມສຳຄັນສຸດ ແລະ ຍັງເປັນບັນຫາທ້າທາຍເປັນທີ່ສຸດ ພ້ອມນັ້ນ ທ່ານໄດ້ຮຽກຮ້ອງໃຫ້ ບັນດາສະມາຊິກສະມາຊິກສະພາແຫ່ງຊາດແຕ່ລະເຂດ ຊ່ວຍເປັນກະບອກສຽງໂຄສະນາດ້ານຄວາມປອດໄພໃຫ້ກັບປະຊາຊົນທີ່ຢູ່ອ້ອມເສັ້ນທາງຜ່ານລົດໄຟລາວ-ຈີນ ໃຫ້ຫຼາຍຂຶ້ນ.​

ບຳລຸງຮັກສາ ລາງລົດໄຟ - ກອງຄຸ້ມຄອງທາງລົດໄຟ Authority of Railway Management |  Facebook

ທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ຕາງໜ້າໃຫ້ຄະນະຜູ້ແທນ ໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງພະນັກງານທຸກຄົນລວມເຖິງພາກສ່ວນກ່ຽວຂ້ອງຕ່າງໆທີ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ຢ່າງແຂງແຮງໃນການກໍ່ສ້າງທາງລົດໄຟ ລາວ-ຈີນ ເຮັດໃຫ້ໂຄງການມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.

ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະປຸກລະດົມໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນ ກໍ່ຄືຊາວລາວໃນທົ່ວປະເທດ ໃຫ້ການຮ່ວມມືກັບໂຄງການນີ້ຢ່າງຈິງຈັງ ໂດຍສະເພາະໃນການປົກປັກຮັກສາເສັ້ນທາງລົດໄຟ, ປ້ອງກັນບໍ່ໃຫ້ສັດລ້ຽງຜ່ານເຂົາໄປໃນບໍລິເວນລົດໄຟແລ່ນຜ່ານ ເພື່ອຄວາມປອດໄພ ແລະ ປ້ອງກັນອຸບັດເຫດ.

ແຫຼ່ງຂໍ້ມູນ: Lao Youth Radio

Comments