ໃນໄລຍະ 5 ປີຜ່ານມາ ອົງການກວດກາແຫ່ງລັດໄດ້ລົງກວດກາ 4 ພັນກວ່າເປົ້າໝາຍ

ໃນໄລຍະ 5 ປີຜ່ານມາອົງການກວດກາແຫ່ງລັດ ໄດ້ລົງກວດາກາ 4.129 ເປົ້າໝາຍ, ນອກນັ້ນຍັງໄດ້ກວດກາໄລ່ລຽງມູນຄ່າການລົງທຶນຂອງລັດ ຕາມແຈ້ງການຂອງລັດຖະບານ ຈໍານວນ 4.601 ໂຄງ ການ, ຜ່ານການກວດກາພົບເຫັນການເສຍຫາຍທັງໝົດ 5.689,12 ຕື້ກວ່າກີບ, 31,77 ລ້ານກວ່າ ໂດລາ, 36,89 ລ້ານບາດ.ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນານີ້, ພາຍໃຕ້ ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ຄໍາພັນ ພົມມະ ທັດ ຫົວໜ້າອົງການກວດກາແຫ່ງລັດ ໄດ້ຂຶ້ນສະເໜີບົດລາຍງານການເຄື່ອນໄຫວວຽກງານກວດກາລັດ 5 ປີ (2016-2020) ແລະ ແຜນການ 5 ປີຕໍ່ໜ້າ.ທ່ານ ຄຳພັນ ພົມມະທັດ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ໄດ້ລົງກວດກາ ທັງໝົດ 4.129 ເປົ້າໝາຍ, ໃນນີ້ຕິດຕາມ-ກວດກາປົກກະຕິ 1.435 ເປົ້າໝາຍ, ກວດກາຕາມຄຳສັ່ງ 1.014 ເປົ້າໝາຍ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 535 ເປົ້າໝາຍ ແລະ ກວດກາຕາມຜົນການກວດສອບ 1.145 ເປົ້າໝາຍ.

ນອກນັ້ນ ຍັງໄດ້ເກັບກໍາ ແລະ ກວດກາໄລ່ລຽງມູນຄ່າການລົງທຶນຂອງລັດ ຕາມແຈ້ງການ ຂອງລັດຖະບານ ໃນທົ່ວປະເທດ ຈໍານວນ 4.601 ໂຄງການ, ໃນນີ້ກວດກາສໍາເລັດແລ້ວ 692 ໂຄງການ 44.612,17 ຕື້ກີບ, ຜ່ານການຕິດຕາມ, ກວດກາພົບເຫັນການເສຍຫາຍທັງໝົດ 5.689,12 ຕື້ກວ່າກີບ, 31,77 ລ້ານກວ່າໂດລາ, 36,89 ລ້ານບາດ, ລົດໃຫຍ່ໄດ້ 5 ຄັນ; ສາມາດເກັບກູ້ເງິນຄືນມາໃຫ້ລັດ ໄດ້ທັງໝົດ 1.064,42 ຕື້ກວ່າກີບ, 2,93 ລ້ານກວ່າໂດລາ, 11,16 ລ້ານກວ່າບາດ ແລະ ລົດໃຫຍ່ 4 ຄັນ.

อาจเป็นรูปภาพของ หนึ่งคนขึ้นไป และดอกไม้

ທ່ານ ກ່າວອີກວ່າ: ໄດ້ລົງກວດກາການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ພົບ ເຫັນການລະເມີດກົດໝາຍ ເປັນຕົ້ນຢູ່ຕາມລຽບຊາຍແດນ, ເຂດຫ່າງໄກສອກຫຼີກມີການລັກລອບຕັດໄມ້, ລັກສົ່ງໄມ້ເຂົ້າໂຮງງານ ແລະ ສົ່ງຜະລິດຕະພັນໄມ້ໄປຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍ ຊຶ່ງພົວພັນນຳ ພະນັກງານລັດ, ຜູ້ປະກອບການ ແລະ ປະຊາຊົນທັງໝົດ 1.119 ຄົນ, ໃນນີ້ ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ; ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ປັບໃໝ 22,29 ຕື້ກີບ; ພົບເຫັນໄມ້ ຈໍານວນ 121.120,861 ແມັດກ້ອນ, ເງິນຄ້າງພັນທະ ແລະ ຄ່າຊື້ໄມ້ນໍາລັດ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ.ໄດ້ກວດກາ ແລະ ດໍາເນີນການສືບສວນ-ສອບສວນຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ ທັງໝົດ 762 ຄົນ (ພະນັກງານລັດ 310 ຄົນ, ພະນັກງານລັດວິສາຫະກິດ 338 ຄົນ, ພະນັກງານບໍລິສັດ 103 ຄົນ, ປະຊາຊົນ 11 ຄົນ); ຖືກດໍາເນີນຄະດີ 140 ຄົນ (ພະນັກງານລັດ 58 ຄົນ, ພະນັກງານລັດວິສາຫະກິດ 42 ຄົນ, ບໍລິສັດເອກະຊົນ 34 ຄົນ, ປະຊາຊົນ 6 ຄົນ). ໄດ້ສະຫຼຸບຄະດີສົ່ງໃຫ້ໄອຍະການ 107 ຄົນ (ພະນັກງານລັດ 49 ຄົນ, ພະນັກງານລັດວິສາຫະກິດ 26 ຄົນ, ພະນັກງານບໍລິສັດ 27 ຄົນ, ປະຊາຊົນ 5 ຄົນ).ທິດທາງແຜນການວຽກງານຕິດຕາມ, ກວດກາລັດ 5 ປີ (2021-2025), ຕ້ອງຕິດພັນກັບ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ. ຖືເອົາວຽກງານກວດກາ ແມ່ນໜຶ່ງໃນພາລະບົດບາດ ຂອງອົງການຄຸ້ມຄອງບໍລິຫານລັດ, ທັງເປັນ ແບບແຜນເຮັດວຽກທີ່ຂາດບໍ່ໄດ້ ຂອງຜູ້ທີ່ເປັນຫົວໜ້າຢູ່ແຕ່ລະບ່ອນ; ຕ້ອງດຳເນີນການຕິດຕາມ-ກວດກາ ຢ່າງຕໍ່ເນື່ອງ ໂດຍສຸມໃສ່ການຕິດຕາມ-ກວດກາຕໍ່ຂົງເຂດວຽກງານທີ່ມີຄວາມສ່ຽງ ຫຼື ໂຄງການລົງທຶນ ທີ່ສຳຄັນ ໂດຍຖືເອົາການຕິດຕາມ-ກວດກາແຕ່ຫົວທີ່ເປັນຕົ້ນຕໍ, ລົງເລິກກວດກາບ່ອນມີປະກົດການລະ ເມີດລະບຽບກົດໝາຍ ເປັນມາດຕະການທີ່ຕ້ອງປະຕິບັດຢ່າງເຂັ້ມງວດ.

(ຂ່າວ: ກົງມາລີ, ຮູບ: ແສງຈັນ)

Comments