ສະພາແຫ່ງຊາດ ຮັບຮອງໂຄງປະກອບກົງຈັກລັດຖະບານ ຊຸດ IX

ໃນວັນທີ 22 ມີນາ 2021, ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາໂຄງປະກອບກົງຈັກຂອງ ສະພາແຫ່ງຊາດ ຊຸດທີ IX ເຊິ່ງປະກອບມີ 9 ກໍາມາທິການ ໃນນັ້ນໄດ້ແຕ່ງຕັ້ງ ທ່ານ ຈະເລີນ ເຢຍປາວເຮີ ເປັນກໍາມະການສູນກາງພັກ ເປັນປະທານກຳມາທິການກົດໝາຍ; ທ່ານ ລີເບີ ລີບົວປາວ ກຳມະການສູນກາງພັກ ເປັນປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ; ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກຳມະການສູນກາງພັກ ເປັນເລຂາທິການສະພາແຫ່ງຊາດ; ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ, ເປັນປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ; ທ່ານ ນາງ ທຸມມາລີ ວົງພະຈັນ ເປັນປະທານກຳມາທິການວັດທະນະທຳ-ສັງຄົມ; ທ່ານ ຄຳຈັນ ໂສຕາປະເສີດ ເປັນປະທານກຳມາທິການບັນດາເຜົ່າ; ທ່ານ ພົຈວ. ວົງສັກ ພັນທະວົງ ເປັນປະ ທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ທ່ານ ຄຳແພງ ວິລະພັນ ເປັນປະທານກຳ ມາທິການຍຸຕິທຳ; ທ່ານ ສັນຍາ ປຣະເສີດ ເປັນປະທານກຳມາທິການ ການຕ່າງປະເທດ; ແລະ ທ່ານ ສຸບັນ ສະວະບຸດ ເປັນປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ.

ໂອກາດດຽວກັນນີ້, ໃນກອງປະຊຸມຍັງໄດ້ຕົກລົງແຕ່ງຕັ້ງ ຮອງປະທານກຳມາທິການຂອງສະ ພາແຫ່ງຊາດ ຊຸດທີ IX ໂດຍປະກອບ ມີ: ທ່ານ ອຳໄພ ຈິດມານົນ ເປັນຮອງປະທານກຳມາທິການກົດໝາຍ; ທ່ານ ພັອ. ພູທອນ ວໍລະເພັດ ເປັນຮອງປະທານກຳມາທິການກົດໝາຍ; ທ່ານ ມະນີໂສ ຊາມຸນຕີ ເປັນຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ທ່ານ ຄຳມ່ວນ ຊົມສີຫາປັນຍາ ເປັນຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ທ່ານ ທັນຕາ ກອງຜາລີ ເປັນຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ; ທ່ານ ເກດແກ້ວ ສີຫາລາດ ເປັນຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ; ທ່ານ ນາງ ມະນີວັນ ເຢຍປາວເຮີ ເປັນຮອງປະທານກຳມາທິການວັດທະນະທຳ-ສັງຄົມ; ທ່ານ ບຸນລ້ອມ ແກ້ວບົວໂຮມ ເປັນຮອງປະທານ ກຳມາທິການວັດທະນະທຳ-ສັງຄົມ; ທ່ານ ນາງ ທັດສະດາພອນ ຈັນທະມາດ ເປັນຮອງປະທານກຳມາທິການບັນດາເຜົ່າ; ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ເປັນຮອງປະທານກຳມາທິການບັນດາເຜົ່າ; ທ່ານ ພົຈວ. ມາລາ ວິລະຈິດ ເປັນຮອງປະທານກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ທ່ານ ພົຈວ. ສົມວັນ ທຳມາໄຊ ເປັນຮອງປະທານກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ທ່ານ ສີສູນທອນ ສ.ພາບມີໄຊ ເປັນຮອງປະທານກຳມາທິການ ຍຸຕິທຳ; ທ່ານ ຄຳປະສົງ ລາດຊະຈັກ ເປັນຮອງປະທານ ກຳມາທິການຍຸຕິທຳ; ທ່ານ ນາງ ວັນດີ ບຸດທະສະວົງ ເປັນຮອງປະທານ ກຳມາທິການ ການຕ່າງປະເທດ; ທ່ານ ຄຳສິງ ໄຊສົມແພງ ເປັນຮອງປະທານ ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; ທ່ານ ວຽງແກ້ວ ວັນນະຈັກ ເປັນຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ.

Comments