5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມ ລາວ-ອາເມລິກາ ມີການພັດທະນາຫລາຍດ້ານ

ການຍົກລະດັບການພົວພັນຮ່ວມມືແບບກວມລວມ ລາວ-ອາເມລິກາ ໄດ້ມີການຂະຫຍາຍການຮ່ວມມືໃນຫລາຍດ້ານຢ່າງຕໍ່ເນື່ອງໂດຍສະເພາະ ດ້ານການສຶກສາ, ສາທາລະນະສຸກ, ວຽກງານຕ້ານການຄ້າມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ, ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ເມື່ອທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ປີເຕີ ເຮມ່ອນ (Peter Hey mond), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມ ລວມ ລາວ-ອາເມລິກາ ໂດຍທ່ານໄດ້ຕີລາຄາວ່າ: ຂ້າພະເຈົ້າ ຮູ້ສຶກດີໃຈ ແລະ ພາກພູມໃຈຫລາຍທີ່ກຳລັງສະເຫລີມສະຫລອງຄົບຮອບ 5 ປີ ທີ່ຜູ້ນໍາຂອງສອງປະເທດລາວ ແລະ ອາເມລິກາ ໄດ້ມີຖະແຫລງການຮ່ວມຂອງຜູ້ນໍາສອງປະເທດ ໃນການຍົກລະດັບເປັນຄູ່ຮ່ວມມືແບບກວມລວມ ໃນປີ 2016 ແມ່ນໄດ້ມີການຂະຫຍາຍການຮ່ວມມືໃນຫລາຍດ້ານຢ່າງຕໍ່ເນື່ອງ ໂດຍສະເພາະວຽກງານສາທາລະນະສຸກ ເປັນຕົ້ນແມ່ນ ໂຄງການໂພຊະນາການ, ຊ່ວຍແມ່ ແລະ ເດັກ ກ່ອນ ແລະ ຫລັງການເກີດ, ເຊິ່ງໄດ້ຈັດຕັ້ງຢູ່ໃນຫລາຍແຂວງຂອງລາວ, ໂຄງການກ່ຽວກັບການກະກຽມລ່ວງໜ້າ ໃນການຕອບໂຕ້ການແຜ່ລະບາດຂອງພະຍາດຕິດຕໍ່ ຄື ໄຂ້ຫວັດໃຫຍ່, ເຮສໄອວີ (ເອດ) ແລະ ໄຂ້ມາລາເລຍ.

ພ້ອມນີ້, ຍັງມີໂຄງການຊ່ວຍເຫລືອຄົນພິການມາແຕ່ກຳເນີດ, ພິການຍ້ອນອຸປະຕິເຫດລູກລະເບີດບໍ່ທັນແຕກ ແລະ ອຸປະຕິເຫດອື່ນໆ. ໃນມໍ່ໆມານີ້, ລັດຖະບານ ສ.ອາເມລິກາ ໄດ້ຊ່ວຍເຫລືອດ້ານອຸປະກອນການແພດຕ່າງໆ ເຂົ້າໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໃຫ້ແກ່ລັດຖະບານລາວ ນໍາອີກ.ທ່ານ ປີເຕີ ເຮມ່ອນ ກ່າວຕື່ມວ່າ: ສຳລັບດ້ານການສຶກສາ ກໍໄດ້ມີການຂະຫຍາຍການຮ່ວມມື ໃນການລົງທຶນໃສ່ວຽກງານພັດທະນາຊັບພະຍາກອນມະນຸດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແຕ່ລະຮຸ່ນ ໄດ້ຮັບການສຶກສາຫລາຍຂຶ້ນ, ເຊິ່ງປັດຈຸບັນກໍໄດ້ມີໂຄງການຊ່ວຍເດັກນ້ອຍເລີ່ມຮຽນອ່ານ. ພ້ອມກັນນີ້, ກໍຍັງມີໂຄງການເສີມອາຫານທ່ຽງ ຢູ່ພາຍໃນໂຮງຮຽນ ແລະ ໂຄງການອື່ນໆ ອີກ.

ນອກຈາກນີ້, ກໍຍັງມີໂຄງການທີ່ໄດ້ຂະຫຍາຍການຮ່ວມມື ໂດຍສະເພາະແມ່ນ ໂຄງການກ່ຽວກັບການຊ່ວຍເຫລືອການຮ່ວມມື ໃນດ້ານການບັງຄັບໃຊ້ກົດໝາຍ ກັບກະຊວງທີ່ກ່ຽວຂ້ອງຕ່າງໆ ເປັນຕົ້ນ ການຕໍ່ຕ້ານອາຊະຍາກຳຂ້າມຊາດ ລວມເຖິງຢາເສບຕິດ, ການຄ້າມະນຸດ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ການຮັກສາເຂດຊາຍແດນໃຫ້ມີຄວາມໝັ້ນຄົງ ລວມເຖິງການຮັກສາຄວາມປອດໄພ ແລະ ການຊ່ວຍເຫລືອທາງດ້ານການພັດທະນາທາງເສດຖະກິດຕ່າງໆ. ສ່ວນການຮ່ວມມື ດ້ານການຂະຫຍາຍການຮ່ວມມື ເພື່ອຊ່ວຍເຫລືອການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ຢູ່ ສປປ ລາວ ໂດຍສະເພາະແມ່ນຊ່ວຍ ເຫລືອໃນການເກັບກູ້, ການຝຶກອົບຮົມ ແລະ ສອນໃຫ້ເດັກນ້ອຍຮູ້ຈັກຄວາມອັນຕະລາຍຂອງລູກລະເບີດທີ່ບໍ່ທັນແຕກ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ທີ່ເກີດຈາກອຸປະຕິເຫດຈາກລູກລະເບີດທີ່ບໍ່ທັນແຕກ.

ພ້ອມກັນນີ້, ຍັງໄດ້ຊ່ວຍຫລຸດລົງຜົນກະທົບ ຈາກລະເບີດທີ່ບໍ່ທັນແຕກຕໍ່ການພັດທະນາທາງເສດຖະກິດ ໂດຍສະເພາະທາງດ້ານກະສິກຳ, ການສ້າງໂຄງລ່າງພື້ນຖານໃນແຂວງຕ່າງໆ.ໃນໄລຍະສອງສາມປີຜ່ານມາ ຍັງມີບາງໂຄງການດຳເນີນການຊັກຊ້າ ເນື່ອງຈາກໄດ້ມີເຫດການໄພພິບັດທາງທຳມະຊາດ ແລະ ພະຍາດຕິດຕໍ່ມີການລະບາດ ໂດຍສະເພາະໄພນໍ້າຖ້ວມ ແລະ ພະຍາດໂຄວິດ-19, ແຕ່ເຖິງແນວໃດກໍຕາມ ເອກອັກຄະລັດຖະທູດ ປີເຕີ ເຮມ່ອນ ຍັງໃຫ້ສັນຍາວ່າ ໃນຕໍ່ໜ້າ ຈະພະຍາຍາມຂະຫຍາຍການຮ່ວມມື ໃນໂຄງການຕ່າງໆດັ່ງກ່າວນີ້ ເພື່ອເຮັດໃຫ້ມັນດີຂຶ້ນ ແລະ ສຳເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ແຫຼ່ງຂ່າວ: ຂປລ

Comments