5 ວຽກງານຕົ້ນຕໍທີ່ທ່ານນາຍົກລັດຖະມົນຕີຈະສຸມໃສ່

ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 22 ມີນາ 2021 ທີ່ຫໍປະຊຸມແຫ່ງຊາດຫລັງໃຫມ່. ກອງປະຊຸມ ໄດ້ພິຈາລະນາ ແລະ ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ຮັບຮອງເອົາທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ຜູ້ໃໝ່ ແຫ່ງ ສປປ ລາວ.

อาจเป็นรูปภาพของ 1 คน และสถานที่ในร่ม
อาจเป็นรูปภาพของ 4 คน, ผู้คนกำลังยืน และชุดสูท

ທ່ານ ພັນຄໍາ ວິພາວັນ ໄດ້ຂຶ້ນກ່າວຮັບໜ້າທີ່ ແລະ ໄດ້ໃຫ້ຄໍາໝັ້ນສັນຍາ ແລະ ປະຕິຍານຕົນວ່າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດຫມົດ ເພື່ອຮ່ວມກັບສະ ມາຊິກລັດຖະບານ ຊຸດທີ IX ປະຕິບັດຫນ້າທີ່ຂອງຕົນໃຫ້ດີ ເທົ່າທີ່ຈະດີໄດ້ ພາຍໃຕ້ລັດຖະທໍາມະນູນ ແລະ ກົດຫມາຍ ຂອງ ສປປ ລາວ ແລະ ພ້ອມທີ່ຈະອຸທິດ ທຸກເຫື່ອເເຮງ, ສະຕິປັນຍາ ເເລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດຫນ້າທີ່ດ້ວຍຄວາມຮັບຜິດຊອບສູງ ເເລະ ຈະບໍລິສຸດໃຈ ເພື່ອຮ່ວມກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະບັດມະກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ແຜນພັດທະນາເສດຖະກິດ-ສັງ ຄົມ ເເຫ່ງຊາດ 5 ປີ ຄັ້ງທີ IX ເເລະ ບັນດາມະຕິຕົກລົງຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ ປະສົບຜົນສໍາເລັດເປັນຢ່າງດີ.

อาจเป็นรูปภาพของ 4 คน และผู้คนกำลังยืน

ທ່ານ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ບາງວຽກງານທີ່ສໍາຄັນຕົ້ນຕໍ ຈະສຸມໃສ່ປະຕິບັດແມ່ນ:

1. ສືບຕໍ່ຮັກສາສະຖຽນລະພາບທາງການເມືອງ, ຄວາມສະ ຫງົບປອດໄພໃຫ້ຫນັກແຫນ້ນ ແລະ ຕັ້ງ ຫນ້າ ແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆ ໃນນັ່ງຄົມ ໃຫ້ໝົດດໄປເທື່ອລະກ້າວ.

2. ສືບຕໍ່ເພີ່ມທະວີການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມເຂັ້ມແຂງ ດ້ວຍທຸກມາດ ຕະການ ລວມທັງການປະຕິຮູບລະບົບການເງິນ-ງົບປະມານຂອງລັດ ເພື່ອເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດ ມີຄຸນນະພາບເຂັ້ມແຂງ ແລະ ຍືນຍົງ.

3. ສືບຕໍ່ປັບປຸງ ກົນໄກການຄຸ້ມຄອງບໍລິຫານພາກລັດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ, ສິ່ງສໍາຄັນເເມ່ນຈະເພີ່ມຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການ ຈັດຕັ້ງປະຕິບັດຕາມສິດຫນ້າທີ່ ແລະ ຂອບເຂດຄວາມຮັບຜິດຊອບ ຂອງເເຕ່ລະພາກ ສ່ວນຕາມລະ ບຽບກົດຫມາຍ.

4. ສືບຕໍ່ເອົາໃຈໃສ່ ສ້າງບັນດາປັດໄຈ ເພື່ອບັນລຸເປົ້າຫມາຍການພັດທະນາແບບຍືນຍົງ (SDGs), ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ, ຫລຸດຜ່ອນຄວາມແຕກໂຕນລະ ຫວ່າງຕົວເມືອງ ແລະ ຊົນນະບົດ ເປັນກ້າວໆ.

5. ສືບຕໍ່ຢຶດຫມັ້ນ ເເລະ ປະຕິບັດແນວທາງການຕ່າງປະ ເທດ, ສັນຕິພາບ, ມິດຕະພາບຂອງພັກ ແລະ ຮ່ວມມືຢ່າງຕັ້ງຫນ້າ ລວມທັງການຊຸກຍູ້ສົ່ງເສີ່ມການພົວພັນຮ່ວມມື ກັບບັນດາປະເທດ ເພື່ອນມິດຍຸດທະສາດ ໃຫ້ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກ.

ຂ່າວ: ບຸນຕຽງ ຈັນທະວົງພາບ: ເສດຖະກິດ-ການຄ້າ

Comments