ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ

ໃນວັນທີ 18 ມີນາ 2021, ທ່ານ ນາງ ວຽງສະຫັວນ ສີປະເສີດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຢັງດີ ເປີຕວນ ອາກົງ ອານ ຊຸນຕານ ອັບດູລາ ຣີ ອາຢາຕູດິນ, ຣາຊາທິບໍດີ ແຫ່ງ ມາເລເຊຍ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ມາເລເຊຍ. ໃນໂອກາດນີ້, ທ່ານ ນາງ ວຽງສະຫວັນ ສີປະເສີດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ຣາຊາທິບໍດີ ແຫ່ງ ມາເລເຊຍ ທີ່ໄດ້ໃຫ້ກຽດຮັບສານຕາຕັ້ງໃນຄັ້ງນີ້, ພ້ອມດຽວກັນນີ້, ທ່ານ ທູດ ລາວ ຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ຣາຊາທິບໍດີ ແຫ່ງ ມາເລເຊຍ ແລະ ອັກຄະມະເຫສີ ຈົ່ງມີຄວາມຜາສຸກ ແລະ ພາລະນາໄມສົມບູນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ທ່ານ ຈະພະຍາຍາມສຸດຄວາມສາມາດ ຂອງຕົນ ເພື່ອສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດລາວ-ມາເລເຊຍ ໃຫ້ມີບາດກ້າວໃໝ່ຂະຫຍາຍຕົວຂື້ນເລື້ອຍໆຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ມາເລເຊຍ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ສປປລາວ ແລະ ມາເລເຊຍ ໄດ້ມີສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມມາແຕ່ຍາວນານ, ເຊິ່ງໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຄັ້ງປະຫວັດສາດຂອງການນຳຂັ້ນສູງສຸດເຊັ່ນ: ການຢ້ຽມຢາມລາວ ຢ່າງເປັນທາງການຂອງ ຣາຊາທິບໍດີ ແຫ່ງມາເລເຊຍອົງທີ 13 ໃນປີ 2008. ການຢ້ຽມຢາມລາວ ຢ່າງເປັນທາງການຂອງທ່ານ ນາຍົກລັດຖະມົນຕີ ດາໂຕ ສຣິ ນາຈິບ ຕຸນ ອັບດຸນ ຣາຊັກ ໃນເດືອນມິຖຸນາ 2010; ການຢ້ຽມຢາມລັດຖະກິດມາເລເຊຍຂອງພະນະທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດແຫ່ງ ສປປລາວ ໃນເດືອນພະຈິກ 2010 ແລະ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໃນປີ 2017, ເຊິ່ງທັງໜົດນີ້ ໄດ້ເປັນພື້ນຖານອັນໜັກແໜ້ນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ທັງເປັນການສົ່ງເສີມຄວາມເຂົ້າອົກເຂົ້າໃຈ ແລະ ສະໜັບສະໜຸນຮ່ວມມືກັນໃຫ້ແໜ້ນແຝ້ນຍິ່ງໆຂື້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນທັງສອງປະເທດ. ໃນຂະນະດຽວກັນ, ຣາຊາທິບໍດີແຫ່ງມາເລເຊຍ ກໍ່ໄດ້ຝາກຄວາມຂອບໃຈ ແລະ ຄຳອວຍພອນອັນປະເສີດໄປຍັງພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍຄອບຄົວ ຈົ່ງມີພາລະນາໄມສົມບູນ ແລະ ມີຄວາມສຸກ. ພ້ອມນີ້ ທ່ານ ຍັງໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳມາເລເຊຍ, ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດຢູ່ ມາເລເຊຍ ໃນຄັ້ງນີ້.

Comments