ງານພົບປະອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960-1977

 ເພື່ອສ້າງໂອກາດໃຫ້ອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960 – 977ໜົດທຸກຄົນ ໄລຍະ 44 ປີທີ່ຜ່ານມາ ໄດ້ມາພົບພໍ້ ແລະ ຖາມຂ່າວສຸກທຸກຫາກັນແບບຄອບຄົວ ໃນຕອນແລງຂອງວັນທີ 14 ມີນາ 2021 ຜ່ານມາ ທີ່ ບ້ານKC,​ ບ້ານນາໄຊ,​ ນະຄອນຫລວງວຽງຈັນ ຈຶ່ງໄດ້ຈັດງານພົບປະສັງສັນຂຶ້ນ, ເພື່ອສ້າງຄວາມຮັກແພງ ແລະ ອົບອຸ່ນເຊິ່ງກັນ ແລະ ກັນ.

 ໃນໂອກາດພິເສດດັ່ງກ່າວນີ້ ທ່ານນາງ ມອນມະນີ ຍອຍບົວກອງ ຜູ້ປະສານງານກຸ່ມອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງເງື່ອນໄຂໃຫ້ບັນດາເພື່ອນມິດສະຫາຍ ອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960-977ໄດ້ມີໂອກາດ ພົບປະທັກທາຍກັນ, ຟື້ນຟູຄວາມຜູກພັນສາມັກຄີຮັກແພງກັນທີ່ເຄີຍມີມາ, ເພື່ອເຮັດໃຫ້ຄວາມສໍາພັນແໜ້ນແຟ້ນ ຄຽງຄູ່ກັນນີ້ກໍ ເພື່ອສະແດງຄວາມ​ດີໃຈຊົມເຊີຍຢ່າງຈິງໃຈມາຍັງອ້າຍ,​ຜູ້ອາວຸໂສພວກເຮົາກໍຄື ທ່ານ ປອນເມກ ດາລາລອຍ ທີ່ໄດ້ຮັບການຍ້ອງຍໍ ແລະ ຄຽງຄູ່ກັນນັ້ນກໍຂໍສະແດງຄວາມດີໃຈ ແລະ ຊົມເຊີຍມາຍັງຕະກຸນວົງໄຊ ທີ່ທ່ານ ພາ ວົງໄຊ ໄດ້ຮັບການຍ້ອງຍໍຈາກສະພາແຫ່ງຊາດ ແລະ ໄດ້ຮັບຫຼຽນກາທີ່ລະນຶກ 2 ຫຼຽນ, ແລະ ເປັນການລ້ຽງສົ່ງທ່ານເອກອັກຄະລັດຖະທູດລາວ (ທ່ານ ຢົ້ງ ຈັນທະລັງສີ ພ້ອມພັນລະຍາ) ປະຈໍາປະເທດຝລັ່ງໄດ້ກັບໄປປະຕິບັດໜ້າທີ່ການທູດອັນມີກຽດສະຫງ່າຢູ່ທີ່ປະເທດຝລັ່ງ.

ພ້ອມດຽວກັນນັ້ນ, ທ່ານ ກິດສະໜາ ວົງໄຊ ຍັງກ່າວຕື່ມອີກວ່າ: ງານໃນມື້ນີ້ຖືວ່າເປັນງານທີ່ດີທີ່ເຮັດໃຫ້ທຸກຄົນໄດ້ມາພົບພໍ້ກັນ ຂ້າພະເຈົ້າ​ຂໍເອົາຄວາມດີຄວາມຊອບທັງໜົດໃຫ້ແກ່ສອງແມ່ຍິງເກັ່ງນັ້ນກໍຄື ທ່ານ ນາງ ມອນມະນີ ຍອດບົວກອງ ແລະ ທ່ານ ນາງ ຈັນທະ​ຈອນ ວົງໄຊ ທັງສອງທ່ານນີ້ເປັນຜູ້ປະສານງານແບບລະອຽດຖີ່ຖ້ວນ ແລະ ກ່ອນໜ້ານີ້ 44 ປີ ນັບແຕ່ປີ 1977 ເປັນຕົ້ນມາ ຂະບວນ​ສໍາພັນນັກສຶກສາຂອງພວກເຮົາ 3 ຂະບວນໄດ້ຕັດສິນໃຈກັບມາປະເທດຊາດໂດຍການຮຽກຮ້ອງຂອງພັກ-ລັດ ສິ່ງທີ່​ພວກເຮົາມີຄວາມເປັນເອກະພາບກັນກໍຄືອຸດົມການໃນຄວາມຮັກຊາດ, ຮັກລະບອບໃໜ່ທີ່ຖືກຕ້ອງ, ຮັກຄວາມຍຸຕິທໍາ ຈຶ່ງໄດ້ຕັດສິນໃຈກັບມາຄືນປະເທດຊາດ ແນ່ນອນວ່າ 44 ປີ ເປັນເວລາທີ່ຍາວສໍາລັບຊີວິດຂອງຄົນ ແຕ່ກໍເປັນເວລາສັ້ນໆໃນການສ້າງສາພັດທະນາປະເທດຊາດ ແຕ່ພວກເຮົາທັງໜົດກໍໄດ້ເຮັດໜ້າທີ່ຂອງຕົນເອງຢ່າງສົມກຽດຕາມຖານະຕໍາ   ແໜ່ງທີ່ຖືກມອບໜາຍໃຫ້ ການທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ມັນກໍບໍ່ຕ່າງຫຍັງກັບພວກເຮົາເຂົ້າບັ້ນຮົບໃນສະໜາມຮົບ, ມາຮອດມື້ນີ້ພວກເຮົາຍັງມີຄວາມເອກະພາບ ແລະ ພາກພູມໃຈທີ່ເຮັດລ້ອນໃນໜ້າທີ່ຂອງພວກເຮົາ ອຸດົມການດັ່ງກ່າວນັ້ນບໍ່ປ່ຽນແປງ.​ ແຕ່ການເວລາຜ່ານໄປມັນບໍ່ແມ່ນຮຸ່ນຂອງພວກເຮົາອີກແລ້ວ ພວກເຮົາກໍພຽງແຕ່ເກັບຄວາມຊົງຈໍາ ແລະ ສິ່ງດີໆໄວ້ເລົ່າໃຫ້ລູກໃຫ້ຫຼານຟັງ.

ການຈັດງານໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນໃນຊາດກໍາລັງຫ້າວຫັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ທັງເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ຢ່າງຟົດຟື້ນມ່ວນຊື່ນອີກດ້ວຍ.

Comments