ຊຳຊຸງລາວເປີດໂຕສະມາດໂຟນ Galaxy A52 ແລະ A72 ກ້ອງງາມ ຈໍສີສົດໃສ ເຕີມພະລັງສ້າງສັນໃຫ້ຄົນຮຸ່ນໃໝ່ ວາງຈຳໜ່າຍແລ້ວໃນລາວ!!!

ຊຳຊຸງລາວເປີດໂຕສະມາດໂຟນ Galaxy A52 ແລະ A72 ກ້ອງງາມ ຈໍສີສົດໃສ ເຕີມພະລັງສ້າງສັນໃຫ້ຄົນຮຸ່ນໃໝ່ ວາງຈຳໜ່າຍແລ້ວໃນລາວ! ສະມາດໂຟນຊຳຊຸງເພື່ອຄົນຮຸ່ນໃໝ່  2 ໂມເດວລ່າສຸດ Galaxy A52 ແລະ A72 ເນັ້ນກ້ອງສະເປັກສູງ ແລະຈໍ FHD+ sAMOLED ແບບ Infinity-O Display ຄົມຊັດສະບາຍຕາ ເໝາະສຳລັບການສ້າງສັນຜົນງານຂອງຄົນຮຸ່ນໃໝ່ໃຫ້ໂດດເດັ່ນຍິ່ງກວ່າໃຜ ພ້ອມຟີເຈີລ້ຳສະໄໝເພື່ອເຊື່ອມຕໍ່ທຸກຄົນເຂົ້າສູ່ສັງຄົມອອນລາຍ.

ຫຼັງຈາກປ່ອຍສະຕີມມິງການເປີດໂຕສະມາດໂຟນຊຳຊຸງ A52 ແລະ A72 ໄປແລ້ວທົ່ວໂລກ ໃນຊື່ “Samsung Galaxy Awesome Unpacked March 2021” ໃນວັນທີ 17 ມີນາ 2021 ທາງບໍລິສັດ ລາວຊຳຊຸງ ອີເລັກໂທນິກ ຈຳກັດ ກໍພ້ອມໃຫ້ຄົນລາວຮຸ່ນໃໝ່ໄດ້ສຳພັດປະສົບການເຕັກໂນໂລຊີ ລ່າສຸດ ທີ່ຊຳຊຸງນຳເອົາມາໃສ່ໄວ້ໃນສະມາດໂຟນທັງສອງລຸ້ນເປັນຄັ້ງທຳອິດ.

ຄວາມໂດດເດັ່ນຂອງທັງ A52 ແລະ A72 ຄືກ້ອງທັງດ້ານໜ້າແລະດ້ານຫຼັງ ທີ່ສາມາດໃຊ້ສ້າງສັນຜົນງານໄດ້ທັງພາບນິ້ງແລະພາບວີດີໂອໃນແບບມືອາຊີບ ແລະ ຈໍ FHD+ sAMOLED ແບບ Infinity-O Display ທີ່ມີຄວາມຄົມຊັດສູງ ແຕ່ສະບາຍຕາ ແລະໃຫ້ປະສົບການການໃຊ້ງານທີ່ວ່ອງໄວກວ່າເກົ່າ.

ຍິ່ງໄປກວ່ານັ້ນ ຊຳຊຸງຍັງໄດ້ນຳຄຸນສົມບັດຈາກສະມາດໂຟນລຸ້ນໃຫຍ່ອີກຫຼາຍຢ່າງມາໃສ່ໃນສອງລຸ້ນນີ້ ບໍ່ວ່າຈະເປັນ ມາດຕະຖານການກັນນໍ້າແລະຝຸ່ນ IP67 ເຊິ່ງເໝາະກັບຊ່ວງເວລາໃກ້ປີໃໝ່ລາວຂອງເຮົາ, ລະບົບສຽງແບບ DOLBY ATMOS ສອງທິດທາງ ໃຫ້ສຽງທຸ້ມແຫຼມໄດ້ຄົບຖ້ວນມີຄວາມເພີດເພີນໃນການເບິ່ງໜັງຟັງເພງ, ແລະທີ່ສຳຄັນ ຄືອິນເຕີເຟດລ່າສຸດ One UI 3.1 ທີ່ເຮັດໃຫ້ການໃຊ້ງານ, ການເຊື່ອມຕໍ່ອຸປະກອນອື່ນໆ ຂອງຊຳຊຸງ ແລະການເຂົ້າສູ່ໂລກອອນລາຍ ເປັນໄປແບບຕໍ່ເນື່ອງ ແລະ ບໍ່ສະດຸດ.

ກ້ອງສະເປັກສູງສຳລັບໄວສ້າງສັນ

ໃໝ່ລ່າສຸດ ກັບກ້ອງໜ້າຄວາມລະອຽດ 32 ລ້ານພິກເຊວ ທີ່ບໍ່ພຽງແຕ່ໃຫ້ວີດີໂອເຊວຟີສະຫວ່າງສະໄຫວສົມໄວ ແລະລູກຫຼິ້ນແບບເໝືອນຈິງຄື AR Emoji ເທົ່ານັ້ນ ແຕ່ໃນປີນີ້ ຍັງມີ Fun Mode ທີ່ ມາແປງໃບໜ້າແທ້ຂອງເຮົາໃຫ້ປ່ຽນໄປໄດ້ຫຼາຍແບບຢ່າງມ່ວນຊື່ນ ແລະ ແປກໃໝ່ໄປຍິ່ງກວ່າເກົ່າ.

ສຳລັບກ້ອງຫຼັງຂອງລຸ້ນ A52 ມີມາໃຫ້ຄົບຖ້ວນທັງ 4 ໂຕ ຄືກ້ອງຫຼັກຄວາມລະອຽດ 64 ລ້ານພິກເຊວ ກ້ອງເລນໄວດ໌ສຳລັບເກັບພາບມຸມກວ້າງ  ຄວາມລະອຽດ 12 ລ້ານພິກເຊວ ກ້ອງມາໂຄສຳລັບຖ່າຍພາບໄລຍະໃກ້ຄວາມລະອຽດ 5 ລ້ານພິກເຊວ ແລະ ຍັງມີກ້ອງເດບທີ່ສາມາດຖ່າຍຮູບແບບໜ້າຊັດຫຼັງລະລາຍ ຄວາມລະອຽດ 5 ລ້ານພິກເຊວ.

ສ່ວນກ້ອງຫຼັງຂອງລຸ້ນ A72 ກໍມີມາໃຫ້ຄົບຖ້ວນທັງ 4 ໂຕ ຄືກ້ອງຫຼັກຄວາມລະອຽດ 64 ລ້ານພິກເຊວ ກ້ອງເລນໄວດ໌ສຳລັບເກັບພາບມຸມກວ້າງ  ຄວາມລະອຽດ 12 ລ້ານພິກເຊວ ກ້ອງມາໂຄສຳລັບຖ່າຍພາບໄລຍະໃກ້ຄວາມລະອຽດ 5 ລ້ານພິກເຊວ ແລະ ຍັງມີຄວາມແຕກຕ່າງກໍຄື ກ້ອງເທເລທີ່ສາມາດຊູມໄດ້ເຖິງສາມເທົ່າໂດຍທີ່ຮູບຍັງຄົມຊັດ ມີຄວາມລະອຽດ 8 ລ້ານພິກເຊວ ເຊິ່ງເມື່ອນຳມາໃຊ້ຮ່ວມກັນແລ້ວ ພຽງພໍສຳລັບການຜະລິດງານວິດີໂອລະດັບມືອາຊີບໄດ້ໃນໂທລະສັບພຽງເຄື່ອງດຽວເທົ່ານັ້ນ.

ຍິ່ງໄປກວ່ານັ້ນ ຄວາມພິເສດສຳລັບກ້ອງຂອງລຸ້ນ A52 ແມ່ນມີດີຈີຕອນຊູມເຖິງ 10 ເທົ່າ ແລະ ໃນລຸ້ນ A72 ແມ່ນມີເລນຊູມ 3 ເທົ່າພ້ອມລະບົບກັນສັ່ນ (IOS) ແບບອອບຕິຄອນ ແລະ ສາມາດຊູມດີຈີຕອນໄດ້ຫຼາຍຂຶ້ນເຖິງ 30 ເທົ່າ ເຊິ່ງຫຼາຍກວ່າລຸ້ນອື່ນໆ ໃນຊີຣີ້ A ທີ່ຊຳຊຸງເຄີຍມີມາ.

ນອກຈາກນີ້ ທັງສອງລຸ້ນຍັງມີໂໝດ  Super Steady ທີ່ຊ່ວຍຫຼຸດການສັ່ນໄຫວໃນການຖ່າຍພາບວີດີໂອ ເຮັດໃຫ້ພາບເບິ່ງນິ້ງສະບາຍຕາ ແລະເຕັກໂນໂລຊີສະເພາະຂອງຊຳຊຸງ ທີ່ຊ່ວຍໃຫ້ການຖ່າຍພາບໃນສະພາວະແສງໜ້ອຍບໍ່ເປັນບັນຫາ ອີກທັງຍັງຊ່ວຍປັບແສງໃຫ້ພາບສະຫວ່າງສົດໃສ, ມີມິຕິສວຍງາມອີກດ້ວຍ.

ຈໍຄວາມລະອຽດສູງ ຖະໜອມສາຍຕາ

ຈໍ sAMOLED ແບບ FHD+ ທີ່ມາກັບ A52 ແລະ A72 ຈະໃຫ້ຄວາມໂດດເດັ່ນເລື່ອງຄວາມຄົມຊັດແລະການສະແດງສີສັນທີ່ສົດໃສ ພ້ອມໂໝດ Eye Comfort Shield ທີ່ຊ່ວຍຖະໜອມສາຍຕາຜູ້ໃຊ້ ແລະ ໃນຂະນະດຽວກັນ ເຕັກໂນໂລຊີນີ້ ຍັງເຮັດໃຫ້ໜ້າຈໍສະຫວ່າງພໍຈະສູ້ແສງພາຍນອກໄດ້ຢ່າງສະບາຍ.

ນອກຈາກນີ້ ໜ້າຈໍຂອງທັງສອງລຸ້ນຍັງຮອງຮັບອັດຕາສະແດງຜົນທີ່ Refresh Rate ສູງເຖິງ 90Hz ເຊິ່ງເຮັດໃຫ້ການເລື່ອນຂຶ້ນລົງ ແລະການເຄື່ອນໄຫວເທິງໜ້າຈໍ ລາບລື່ນນຸ້ມນວນຂຶ້ນເມື່ອທຽບກັບ ຊີຣີ້ A ກ່ອນໜ້ານີ້.

ຄຸນສົມບັດຄົບຖ້ວນ ເພື່ອຄົນລາວຮຸ່ນໃໝ່

ດ້ວຍການປັບປຸງຄຸນສົມບັດໃໝ່ໆ ເພີ່ມຂຶ້ນອີກຫຼາກຫຼາຍ ເຊັ່ນ: ລະບົບສາກແບັດໄວ (Super Fast Charge) ເຖິງ 25W, ແບັດເຕີຣີຄວາມຈຸສູງທີ່ປະຢັດພະລັງງານ ແລະ ຊ່ວຍໃຫ້ສາມາດໃຊ້ງານໄດ້ດົນຂຶ້ນ, ຄວາມສາມາດໃນການຖ່າຍວີດີໂອຄຸນນະພາບສູງໄດ້ເຖິງລະດັບ 4k, ມາພ້ອມລຳໂພງຄູ່ໃຫ້ສຽງແບບ DOLBY ATMOS, ແລະຮອງຮັບໜ່ວຍຄວາມຈຳພາຍນອກໄດ້ສູງສຸດເຖິງ 1 ເທຣາໄບ ແລະ One UI 3.1 ເຊິ່ງເຊື່ອມຕໍ່ເຕັກໂນໂລ ຕ່າງໆ ໃຫ້ເຮັດວຽກຮ່ວມກັນໄດ້ຢ່າງລ້ຳສະໄໝ ຈຶ່ງນັບໄດ້ວ່າສະມາດໂຟນຊຳຊຸງລຸ້ນ A52 ແລະ A72 ເໝາະສົມກັບຄົນລາວຮຸ່ນໃໝ່ເປັນຢ່າງຍິ່ງ.

ສຳລັບຜູ້ທີ່ສົນໃຈສັ່ງຊື້ສະມາດໂຟນຊຳຊຸງ ທັງລຸ້ນ A52 ແລະ A72 ໃນມື້ນີ້ ຈົນເຖິງ ວັນທີ 18 ເມສາ 2021 ຍັງຈະໄດ້ຮັບສິດໃນການຊື້ Galaxy Buds+ ໃນລາຄາພຽງເຄິ່ງດຽວເທົ່ານັ້ນ.

ທັງສອງລຸ້ນ ມີວາງຈຳໜ່າຍແລ້ວທົ່ວປະເທດ ໃນລາຄາແນະນຳທີ່ 3,699,000 ກີບ ສຳລັບລຸ້ນ A52 ແລະ 4,999,000 ສຳລັບລຸ້ນ A72 ໂດຍມີສີໃຫ້ເລືອກຄົບທັງ 4 ສີ ຄືສີຟ້າ (Awesome Blue), ສີຂາວ (Awesome White), ສີດຳ (Awesome Black), ແລະສີມ້ວງ (Awesome Violet)

ລາຍລະອຽດຂອງຜະລິດຕະພັນ

ລາຍລະອຽດA52A72
ກ້ອງຫຼັງ4 ເລນ: Main 64MP, Ultra Wide 12MP, Macro 5MP, Depth 5MP4 ເລນ: Main 64MP, Ultra Wide 12MP, Macro 5MP, Tele 3x 8MP ພ້ອມລະບົບກັນສັ່ນ IOS
ກ້ອງໜ້າ32MP32MP
ໜ້າຈໍຂະໜາດ 6.5”, ຮູບແບບ Infinity-O Display,  ແລະ ຈໍສະແດງຜົນເປັນFHD+ sAMOLED 90Hz ໃຫ້ສຳພັດທີ່ໝື່ນໄຫຼຂະໜາດ 6.7”, ຮູບແບບ Infinity-O Display, ແລະ ຈໍສະແດງຜົນເປັນ FHD+ sAMOLED 90Hz ໃຫ້ສຳພັດທີ່ໝື່ນໄຫຼ
ລະບົບສຽງລຳໂພງຄູ່ DOLBY ATMOSລຳໂພງຄູ່ DOLBY ATMOS
OSAndroid 11 with One UI 3.1Android 11 with One UI 3.1
CPUSnapdragon 720GSnapdragon 720G
ໜ່ວຍຄວາມຈຳRAM 8GB, ຄວາມຈຸ 128GB ເສີມໄດ້ 1TBRAM 8GB, ຄວາມຈຸ 256GB ເສີມໄດ້ 1TB
ແບັດເຕີຣີຄວາມຈຸ 4,500 mAh, ຮອງຮັບລະບົບສາກໄວ 25Wຄວາມຈຸ 5,000 mAh, ຮອງຮັບລະບົບສາກໄວ 25W
ກັນນ້ຳແລະກັນຝຸ່ນIP67 ກັນນໍ້າເລິກໄດ້ 1m ດົນ 30 ນາທີIP67 ກັນນໍ້າເລິກໄດ້ 1m ດົນ 30 ນາທີ
ລາຄາແນະນຳ3,699,000 ກີບ*4,999,000 ກີບ*

*ພິເສດ ສັ່ງຊື້ A52 ຫຼື A72 ມື້ນີ້, ແລກຊື້ Galaxy Buds+ ພຽງ 50% (ມີຈຳນວນຈຳກັດ, ໝົດເຂດວັນທີ 18 ເມສາ 2021).

ສົນໃຈສັ່ງຊື ຫຼື ສອບຖາມຂໍ້ມູນເພີ່ມເຕີມ: Samsung Call Center: 021 417 333

Comments