ມາເບິ່ງ!!! ຄ່າບໍລິການກວດ ແລະ ປິ່ນປົວພະຍາດໂຄວິດ-19

ຕາມຂໍ້ຕົກລົງ ເລກທີ 3295/ສພກ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ-19 ຕົກລົງ :

ມາດຕາ 1 : ເຫັນດີ ໃຫ້ສະຖານບໍລິການກວດ ແລະ ປິ່ນປົວສຸຂະພາບຂອງລັດ ທັງສູນກາງ ແລະ ທ້ອງຖິ່ນ ເກັບຄ່າບໍລິ ການວິຊາການຈາກ ການກວດວິເຄາະ ແລະ ປິ່ນປົວພະຍາດ ໂຄວິດ-19

ມາດຕາ 2 : ການກໍານົດລາຄາຄ່າບໍລິການ

1. ຄ່າກວດວິເຄາະ ພະຍາດ ໂ ຄ ວ ິ ດ-19 ຊຶ່ງມີເປົ້າຫມາຍດັ່ງນີ້ :

1) ກຸ່ມຄົນ ທີ່ຕ້ອງໄດ້ເກັບ ມູນຄ່າກວດ 650.000 ກີບ/ຄັ້ງ (ທັງຄົນລາວ ແລະ ຕ່າງປະເທດ) ມີ :ບຸກຄົນ ທີ່ເດີນທາງເຂົ້າ-ອອກ ຕາມດ່ານສາກົນ ແລະ ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດ : ນັກການທູດຕ່າງ ປະເທດ, ພະນັກງານອົງການຈັດຕັ້ງສາກົນ, ນັກທຸລະກິດ (ລາວ-ຕ່າງປະເທດ), ນັກທ່ອງທ່ຽວ (ລາວຕ່າງປະເທດ), ບູກຄົນທົ່ວໄປ (ລາວ-ຕ່າງປະເທດ), ແຮງງານຕ່າງປະເທດ ແລະ ຜູ້ສະຫມັກໃຈກວດ (ຄົນລາວ-ຕ່າງປະເທດ). : ແຮງງານຄົນລາວ ທີ່ຈະເດີນທາງອອກໄປຕ່າງປະເທດ,

2) ກຸ່ມຄົນ ທີ່ຕ້ອງໄດ້ກັບ ມູນຄ່າກວດ 50.000 ກີບ/ຄັ້ງ (ສະເພາະຄົນລາວ) ມີ :ບຸກຄົນ ທີ່ເດີນທາງເຂົ້າ-ອອກ ຕາມດ່ານສາກົນ ແລະ ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດ : ຍ້ອນພາວະສຸກ ເສີນດ້ານການແພດ, ຄົນເຈັບ, ຜູ້ແທນ-ພະນັກງານລັດ ໄປວຽກທາງການ, ນັກສຶກສາ ແລະ ອື່ນໆ ຕາມການພິຈາລະນາໃຫ້ຍົກເວັ້ນສະເພາະ.

3) ກຸ່ມຄົນ ທີ່ໄດ້ຮັບການຍົກເວັ້ນການເກັບຄ່າກວດ ມີ : ກວດວິເຄາະເພື່ອສືບຄົ້ນພະຍາດ, ແຂກສໍາຄັນຂອງພັກ-ລັດຖະບານ, ແຮງງານ (ຄົນລາວ), ນັກບວດ (ຄົນລາວ) ແລະ ອື່ນໆ ຕາມການພິຈາລະນາໃຫ້ຍົກເວັ້ນສະເພາະ.2. ຄ່າປິ່ນປົວ, ຄ່າຫ້ອງນອນ, ຄ່າກວດດ້ານຄຣິນິກອື່ນໆ (ລວມທັງຄ່າກວດວິເຄາະ ໂກວິດ ຕາມເງື່ອນໄຂໃນຂໍ້ທີ 1) ໃຫ້ຄິດໄລ່ຕາມ ການກໍານົດລາຄາຕົວຈິງຂອງ ໂຮງຫມໍທີ່ນໍາໃຊ້ໃນປັດຈຸບັນ.

ມາດຕາ 3: ເງື່ອນໄຂຂອງການຈ່າຍ

1. ຄົນລາວ ຫຼື ຄົນຕ່າງປະເທດ ທີ່ຕ້ອງໄດ້ກວດວິເຄາະຫາເຊື້ອ ພະຍາດ ໂຄວິດ-19 ຕາມລະບຽບການຂອງ ຄະນະສະເພາະກິດ ຫຼື ແບບສະຫມັກໃຈ ຕ້ອງໄດ້ຈ່າຍຄ່າກວດ ແລະ ປິ່ນປົວ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 2, ນອກຈາກບຸກຄົນທີ່ໄດ້ຮັບການຍົກເວັ້ນໃຫ້ເກັບຄ່າ ;

2. ບຸກຄົນ ທີ່ປົກຄຸມດ້ວຍລະບົບປະກັນສຸຂະພາບຂອງລັດ ໃຫ້ປະຕິບັດຕາມ ສັນຍາ ຫຼື ການຕົກລົງກັນ ໃນລະບົບປະກັນສຸຂະພາບຂອງລັດ ທີ່ມີແລ້ວ; ມູນຄ່າສ່ວນເກີນ ແມ່ນຄວາມຮັບຜິດຊອບຂອງ ຄົນເຈັບເອງ;

3. ບຸກຄົນທີ່ໄດ້ຮັບການຍົກເວັ້ນ ໃນການເກັບຄ່າບໍລິການກວດ ແລະ ປິ່ນປົວພະຍາດ ນອກຈາກທີ່ໄດ້ກໍານົດໄວ້ໃນ ຂໍ້ທີ 1 ຕາມຂໍ້ຕົກລົງສະບັບນີ້ ຕ້ອງໄດ້ຮັບການເຫັນດີຈາກ ຄະນະສະເພາະກິດແຕ່ລະຂັ້ນ.

ມາດຕາ 4: ການຄຸ້ມຄອງລາຍຮັບ-ລາຍຈ່າຍ

1. ທຸກລາຍຮັບຈາກ ຄ່າບໍລິການກວດວິເຄາະ, ກວດສຸຂະພາບ ແລະ ປິ່ນປົວໃນໂຮງຫມໍ ຕ້ອງໄດ້ເປີດ ແລະ ຮັກສາໄວ້ ໃນບັນຊີເງິນຝາກ ຂອງກົມກອງຢູ່ຄັງເງິນແຫ່ງຊາດແຕ່ລະຂັ້ນ;

2. ການເກັບລາຍຮັບ ຕ້ອງໄດ້ນໍາໃຊ້ ບິນເກັບເງິນອາກອນ ຫຼື ລະບົບບິນຕໍ່ເຫນື່ອງ ຫຼື ລະບົບເກັບເງິນ ໄອທີ ທີ່ໄດ້ຮັບອະນຸຍາດຈາກ ກົມສ່ວຍສາອາກອນ ຫຼື ຫ້ອງການອາກອນທ້ອງຖິ່ນ;

3. ແຕ່ລະພາກສ່ວນ ຕ້ອງໄດ້ສ້າງແຜນຄາດຄະເນລາຍຮັບ ແລະ ແຜນລາຍຈ່າຍປະຈໍາປີຂອງຕົນ ເຂົ້າໃນລະບົບການວາງແຜນ ແລະ ການນໍາໃຊ້ງົບປະມານວິຊາການປະຈໍາປີ ໃນລະບົບປົກກະຕິ ຕາມກົດຫມາຍງົບປະມານແຫ່ງລັດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ໂດຍເນັ້ນໃສ່ການຊື້ຄືນ ເພື່ອຮັບໃຊ້ໃນການກວດ-ປິ່ນປົວພະຍາດ ໂ ຄວິດ-19 ໃຫ້ມີ ຄວາມຍືນຍົງ.

ມາດຕາ 5 : ມອບໃຫ້ຫ້ອງການກະຊວງ, ກົມການເງິນ, ກົມຄວບຄຸມພະຍາດຕິດຕໍ່, ກົມປິ່ນປົວ, ພະແນກສາທາລະນະສຸກແຂວງ-ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.ມາດຕາ

6 : ຂໍ້ຕົກລົງສະບັບນີ້ ໃຊ້ແທນຂໍ້ຕົກລົງສະບັບ ເລກທີ 3439/ສທ, ລົງວັນທີ 22 ທັນວາ 2020.ມາດຕາ

7 : ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

Comments