Author Archives: admin target

ໜ້າເສົ້າໃຈທີ່ລັດຖະບານບຣາຊິວພະຍາຍາມປົກປິດຂໍ້ມູນຕໍ່ປະຊາຊົນແບບນີ້…

ປະເທດບຣາຊິວໄດ້ລົບຂໍ້ມູນທີ່ໄດ້ບັນທຶກໄວ້ຫຼາຍເດືອນກ່ຽວກັບການແຜ່ລະບາດຂອງ Covid-19 ອອກຈາກ Website ຂອງລັດຖະບານທ່າມກາງການວິພາກວິຈານການຈັດການຂອງປະທານາທິບໍດີ Jair Bolsonaro ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ. ກະຊວງສາທາລະນະສຸກກ່າວວ່າ ດຽວນີ້ຈະມີການລາຍງານກໍລະນີຜູ້ຕິດເຊື້ອ ແລະ ຈໍານວນຜູ້ເສຍຊີວິດພາຍໃນ 24 ຊົ່ວໂມງເທົ່ານັ້ນ, ເຊິ່ງບໍ່ໄດ້ສະແດງຕົວເລກທັງໝົດຄືກັນກັບປະເທດສ່ວນໃຫຍ່. ປະເທດບຣາຊິວ ມີຕົວເລກຂອງຜູ້ຕິດເຊື້ອສູງເປັນອັນດັບທີ 2 ຂອງໂລກ ແລະ ເມື່ອບໍ່ດົນມານີ້ ມີຜູ້ເສຍຊີວິດຫຼາຍກວ່າປະເທດອື່ນໆ. ຂົງເຂດອາເມລິກາລາຕິນ ມີຜູ້ຕິດເຊື້ອຫຼາຍກ່ວາ 640,000 ຄົນ, ແຕ່ເຊື່ອວ່າຈຳນວນຕົວຈິງຍັງສູງກວ່າຫຼາຍ ຍ້ອນບໍ່ໄດ້ກວດທົ່ວເຖິງ ເຊິ່ງຜູ້ຕິດເຊື້ອຫລາຍກວ່າ 35,000 ຄົນ ໄດ້ເສຍຊີວິດ, ເປັນຕົວເລກທີ່ສູງອັນດັບທີ3 ຂອງໂລກ. ຜູ້ນຳໄດ້ຖືກວິພາກວິຈານກ່ຽວກັບການປະຕິເສດມາດຕະການ Lock down ທີ່ໄດ້ແນະນຳ ໂດຍອົງການອະນາໄມໂລກ (WHO)  ໃນວັນເສົາທີ່ຜ່ານມາ ກະຊວງສາທາລະນະສຸກໄດ້ລົບຂໍ້ມູນກ່ຽວກັບ Covid-19 ທີ່ໄດ້ບັນທຶກໄວ້ໃນແຕ່ລະໄລຍະອອກຈາກ Website ທາງການຂອງລັດ ແລະ ເທດສະບານ ເຊິ່ງກະຊວງພຽງແຕ່ລະບຸວ່າມີ 27.075 ກໍລະນີຜູ້ຕິດເຊື້ອໃໝ່ ແລະ ຈໍານວນຜູ້ເສຍຊີວິດ 904 ກໍລະນີ, ພ້ອມທັງກ່າວອີກວ່າ ຜູ້ປ່ວຍຈໍານວນ 10,209 ຄົນ ໄດ້ປິ່ນປົວດີແລ້ວ. ໃນ Twitter, ...

Read More »

ມາຮູ້ຈັກ!!! “New Normal ການບໍລິໂພກສື່ໃນຮູບແບບໃໝ່

1. ລະບົບ streaming ຈະເຂົ້າມາມີອິດທິພົນໃນຜູ້ບໍລິໂພກຫຼາຍຂຶ້ນ ເນື່ອງຈາກເປັນຄອນເທັນທີ່ເຂົ້າເຖິງງ່າຍ ແລະ ມີຫຼາກຫຼາຍຮູບແບບ ຕັ້ງແຕ່ຄວາມບັນເທີງ, ສາລະໜ້າຮູ້, ຂ່າວສານ ແລະ ອື່ນໆ. 2. ສື່ໃຫຍ່ຈະມີການຈັດກິດຈະກໍາຜ່ານລະບົບ Online ຫຼາຍຂຶ້ນ ຍົກຕົວຢ່າງ What the Duck ທີ່ມີການຈັດຄອນເສີດ Online ແລະ ເບິ່ງຄືວ່າກິດຈະກໍາແບບນີ້ຍັງມີແງ່ມຸມທີ່ໜ້າສົນໃຈອີກຫຼາຍຢ່າງ. 3. ອາຊີບ streamer ກໍາລັງເປັນທີ່ໜ້າສົນໃຈຂອງຜູ້ຄົນ ໂດຍການ Live ສົດ ເປັນຮູບແບບການເຮັດຄອນເທັນທີ່ສາມາດເຮັດໄດ້ງ່າຍດ້ວຍການໃຊ້ງົບປະມານທີ່ນ້ອຍ ພ້ອມທັງຍັງເປັນທີ່ສົນໃຈຂອງຄົນເບິ່ງອີກ ເປັນຫຍັງຫຼາຍຄົນຈຶ່ງຈະບໍ່ຢາກເຮັດອາຊີບນີ້ແມ່ນບໍ? 4. ຂ່າວສານບ້ານເມືອງ ຈະເປັນສິ່ງທີ່ຄົນໃຫ້ຄວາມສົນໃຈຫຼາຍຂຶ້ນ ຫຼັງຈາກສະຖານະການທີ່ເກີດຂຶ້ນ ບໍ່ວ່າເລື່ອງການເມືອງ, ເສດຖະກິດ, ອາດສະຍາກໍາ ລວມເຖິງເລື່ອງສ່ວນບຸກຄົນຂອງຜູ້ທີ່ມີຊື່ສຽງ ລ້ວນແຕ່ມີສ່ວນກ່ຽວຂ້ອງກັບຜູ້ຄົນທົ່ວໄປ ຈຶ່ງບໍ່ແມ່ນເລື່ອງແປກທີ່ຄວາມສົນໃຈດ້ານນີ້ຈະເພີ່ມສູງຂຶ້ນ. 5. ຄອນເທັນບັນເທີງຍັງເປັນທີ່ສົນໃຈຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເລື່ອງ Drama ຫຼືຕະຫຼົກ ເອີ້ນໄດ້ວ່າບັນເທີງຍັງເປັນຢາຮັກສາອາລົມຂອງຄົນໃນສັງຄົມໄດ້ດີ ແລະ ຄິດວ່າຍັງມີຄວາມຕ້ອງການຄອມເທັນແບບນີ້ເພີ່ມສູງຂຶ້ນອີກດ້ວຍ.  6. ຄົນເຮົາຕ້ອງການຄອນເທັນ How To ຫຼາຍຂຶ້ນ ວິທີການໃນການເຮັດຫຍັງກໍຕາມໂດຍໃຊ້ຫຼັກການ ຜູ້ຄົນແມ່ນໃຫ້ຄວາມສົນໃຈຫຼາຍຂຶ້ນ ທັງໃນການເຮັດວຽກ, ການໃຊ້ຊີວິດ ຫຼືແມ່ນແຕ່ວິທີຄິດຕໍ່ສະຖານະການຕ່າງໆ ຫຼັກການເຫຼົ່ານີ້ເປັນຄືກັບຫຼັກການທີ່ຈະເປັນທາງອອກແກ່ຜູ້ຄົນ. 7. ຜູ້ບໍລິໂພກຊອກຫາແນວທາງການເຮັດວຽກໃໝ່ໆ ຈາກຄອນເທັນໃນໂລກ Online Online ...

Read More »

ສໍາຫຼັບຜູ້ໃດທີ່ເດີນທາງໄປທ່ອງທ່ຽວເມືອງ ວັງວຽງ ຄວນເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19 …

ອົງການປົກຄອງເມືອງວັງວຽງ, ແຂວງວຽງຈັນ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງ ເພີ່ມຄວາມເອົາ ໃຈໃສ່ ເຄື່ອນໄຫວຕິດຕາມສະພາບຄວາມເປັນລະບຽບຮຽບຂອງການທ່ອງທ່ຽວພາຍໃນເມືອງໃຫ້ເຂັ້ມງວດກ່ວາເກົ່າ ຫລັງຈາກສະພາບການທ່ອງທ່ຽວກັບມາຄຶກຄື້ນອີກຄັ້ງ ແຕ່ມີນັກທ່ອງທ່ຽວພາຍໃນປະເທດຈໍານວນຫລາຍສົມຄວນບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍານົດໄວ້. ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດວ່າ: ຫລັງຈາກທີ່ລັດຖະບານ ມີມາດຕະການຜ່ອນພັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວພາຍໃນປະເທດເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ເປັນຈໍານວນຫລວງ ຫລາຍ ໂດຍສະເພາະໃນໄລຍະທ້າຍເດືອນພຶດສະພາ ຜ່ານມາ ເນື່ອງຈາກເປັນໄລຍະພັກຍາວ ເຮັດໃຫ້ຢູ່ຕາມໂຮງ ແຮມ-ເຮືອນພັກ, ຮ້ານອາຫານ ແລະ ບັນດາສະ ຖານທີ່ທ່ອງທ່ຽວສໍາຄັນເຕັມໄປດ້ວຍນັກທ່ອງທ່ຽວ. ນີ້ຖືເປັນພາບພົດອັນດີທີ່ບົ່ງບອກວ່າການທ່ອງທ່ຽວຢູ່ເມືອງວັງວຽງ ເລີ່ມກັບມາຄຶກຄື້ນອີກຄັ້ງ. ຢ່າງໃດກໍ່ຕາມ ມີນັກທ່ອງທ່ຽວຈໍານວນຫລາຍສົມຄວນ ໄດ້ນໍາເອົາອາຫານ-ເຄື່ອງດື່ມ ແລະ ເຄື່ອງສຽງໃສ່ລົດສ່ວນຕົວແລ້ວໄປຈອດຢູ່ຕາມສະ ຖານທີ່ທ່ອງທ່ຽວສໍາຄັນ ໂດຍສະເພາະຢູ່ຖະໜົນແຄມນໍ້າຊອງທີ່ສ້າງຂຶ້ນໃໝ່ ແລ້ວເປີດເພັງເນືອງນັນ ແລະ ມົ່ວສຸມຊຸມແຊວຢ່າງລື່ນເລີງ ສົ່ງຜົນກະທົບຕໍ່ຜູ້ອື່ນທີ່ຕ້ອງການໄປພັກຜ່ອນແບບສະຫງົບ. ນອກຈາກນີ້ ຍັງຜິດຕໍ່ລະບຽບການທີ່ຄະນະສະເພາະກິດກໍານົດໄວ້ ຍ້ອນບໍ່ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີ. ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ອົງການປົກຄອງເມືອງ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຄື່ອນໄຫວກວດກາຢູ່ບັນດາຫົວໜ່ວຍບໍລິ ການ ແລະ ສະຖານທີ່ທ່ອງທ່ຽວພາຍໃນເມືອງ ...

Read More »

ຊົມເຊີຍ!! ສປ. ຈີນ ມອບອຸປະກອນການແພດ ຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກວ່າກີບ ໃຫ້ ສປປ ລາວ

ແຂວງຫູໜານ ສປ ຈີນ ມອບອຸປະກອນການແພດ ປະກອບມີ ຜ້າອັດປາກ N95 ຈໍາ ນວນ 5.000 ອັນ, ຜ້າອັດປາກສຳລັບແພດ ນໍາໃຊ້ທົ່ວໄປ 10.000 ອັນ, ເຄື່ອງວັດແທກອຸນຫະພູມ 50 ເຄື່ອງ ແລະ ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000 ຊຸດ ລວມມູນຄ່າ 300 ລ້ານກວ່າກີບ, ເຊິ່ງພິທີມອບອຸປະກອນການແພດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2020ທີ່ຜ່ານມາ. ມອບໂດຍ ທ່ານ ສົງ ເຈ່ເຟິງ ປະທານບໍລິສັດ ລາວ-ຊຽງເຟິງ ບີຈີເນສ ທ່ອງທ່ຽວພັດທະນາຈໍາກັດ ໄດ້ຕາງໜ້າໃຫ້ອໍານາດ ການປົກຄອງ ແຂວງຫູໜານ ສປ ຈີນ ແລະ ຮັບໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ. ໃນໂອກາດນີ້, ທ່ານ ສີຫຸນ ສິດທິລືໄຊ ໄດ້ຕ່າງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ ລັດຖະບານຈີນ ກໍຄື ...

Read More »

ສປ.ຈີນ ເຜີຍແຜ່ປື້ມທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19”

ອີງຕາມການລາຍງານຂ່າວທາງຊ່ອງຂອງ CRI-FM93. ໃນວັນທີ 7 ມິຖຸນາທີ່ຜ່ານມານີ້, ທາງຫ້ອງການຖະແຫລງຂ່າວລັດຖະບານຈີນ ໄດ້ເຜີຍແຜ່ປື້ມທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19” ເຊິ່ງເປັນເອກະສານສຳຄັນທີ່ໄດ້ບັນທຶກຂະບວນການຕ້ານກັບພະຍາດທີ່ລຳບາກຂອງຈີນ ຕາມສະພາບຕົວຈິງ, ມີໂຕໜັງສືປະມານ 37.000 ໂຕ. ປື້ມປົກຂາວ ດັ່ງກ່າວລະບຸວ່າ: ພະຍາດໂຄວິດ-19 ແມ່ນພະຍາດທີ່ແຜ່ລະບາດຢ່າງໃຫຍ່ໃນທົ່ວໂລກທີ່ໄດ້ສ້າງຜົນກະທົບທີ່ກວ້າງຂວາງທີ່ສຸດໃຫ້ແກ່ມວນມະນຸດ ເຊິ່ງບໍ່ເຄີຍມີມາກ່ອນໃນເກືອບ 100 ປີ. ໂດຍຜະເຊີນໜ້າກັບພະຍາດທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ຮ້າຍແຮງ, ຈີນໄດ້ເປີດບັ້ນປ້ອງກັນ ຄວບຄຸມພະຍາດຢ່າງເດັດຂາດ ແລະ  ໄດ້ໃຊ້ທຸກມາດຕະການ, ຍອມເສຍສະຫລະທຸກສິ່ງຢ່າງ ເພື່ອປິ່ນປົວຄົນເຈັບ ແລະກອບກູ້ຊີວິດ. ວັນທີ 31 ພຶດສະພາ 2020 ຜ່ານມານີ້, ອັດຕາປິ່ນປົວໃຫ້ຫາຍຂາດຂອງຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ພາຍໃນປະເທດຈີນ ມີເຖິງ 94,3%. ການຢາ ແລະ ແພດພື້ນເມືອງຈີນ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຕ້ານພະຍາດຄັ້ງນີ້.  ມາຮອດໄລຍະກາງເດືອນເມສາ, ສະຖາບັນແພດພື້ນເມືອງຈີນ ແຫ່ງຕ່າງໆໄດ້ສົ່ງຊ່ຽວຊານແພດໝໍ 4.900 ຄົນໄປສະໜັບສະໜູນ ແຂວງຫູເປີຍ, ການຢາ ແລະແພດພື້ນເມືອງຈີນ ໄດ້ມີສ່ວນຮ່ວມໃນການປິ່ນປົວຄົນເຈັບໄດ້ກວມເຖິງ 92%. ຈີນ ຍຶດໝັ້ນທັດສະນະປະຊາຄົມຮ່ວມຊະຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ແບກຫາບໜ້າທີ່ຮັບຜິດຊອບຂອງປະເທດໃຫຍ່ ໂດຍສູ້ຊົນແບບຄຽງບ່າຄຽງໄຫລ່ກັບປະເທດອື່ນເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ນັບມາຮອດປັດຈຸບັນ, ຈີນ ...

Read More »

ສະພາວະເງິນຝືດ ຂອງປະເທດໄທ

ດັດຊະນີລາຄາຜູ້ບໍລິໂພກຂອງໄທຫຼຸດລົງຫຼາຍທີ່ສຸດໃນຮອບເກືອບ 11 ປີ, ກະຊວງການຄ້າໄດ້ສະແດງຂໍ້ມູນໃຫ້ເຫັນວ່າ ດັດຊະນີລາຄາຜູ້ບໍລິໂພກທົ່ວໄປ (CPI) ຂອງປະເທດໄທຫຼຸດລົງເຖິງ 3.44% ໃນເດືອນພຶດສະພາ ທຽບກັບປີກ່ອນຖືວ່າຫຼຸດລົງຫຼາຍ ເຊິ່ງຫຼາຍກວ່າທີ່ຄາດໄວ້ໃນຮອບເກືອບ 11 ປີ. ເສດຖະກິດແບບນີ້ ແມ່ນມີຄວາມສ່ຽງຕໍ່ການເສຍຫາຍທີ່ຈະເກີດຂຶ້ນຈາກພາວະເງິນຝືດ, ປະຈຸບັນ ປະເທດໄທຍັງມີອັດຕາເງິນຝືດພຽງແຕ່ 3 ເດືອນເທົ່ານັ້ນ, ທ່ານ Don Nakornthab ຜູ້ອໍານວຍການອາວຸໂສຂອງພະແນກເສດຖະກິດ ແລະ ນະໂຍບາຍຂອງທະນາຄານກາງ ໄດ້ກ່າວໃນຖະແຫຼງການວ່າ ອັດຕາເງິນຝືດທີ່ເຮັດໃຫ້ເກີດຄວາມເສຍຫາຍ ອາດຈະມີໄລຍະເວລາຍາວນານ ເຊັ່ນດຽວກັບການຫຼຸດລົງຂອງລາຄາສິນຄ້າ ແລະ ການບໍລິການ ພ້ອມທັງປັດໃຈອື່ນໆ. ທ່ານຍັງໄດ້ກ່າວຕື່ມວ່າ ທະນາຄານກາງແມ່ນກໍາລັງຕິດຕາມສະຖານະການນີ້ຢ່າງໃກ້ຊິດ ເຊິ່ງຄາດວ່າອັດຕາເງິນຝືດໃນປີນີ້ຈະມີຜົນດີກ່ອນປີໜ້າ. ຈາກການສົມທຽບເງິນຝືດແມ່ນມີເຖິງ 2.95% ໃນການສຳຫຼວດຂອງ Reuters ແລະ ດ້ວຍການຫຼຸດລົງເຖິງ 2,99% ໃນເດືອນເມສາ. ທະນາຄານກາງ ໄດ້ກຳນົດເປົ້າໝາຍອັດຕາເງິນຝືດໃນລະດັບ 1% -3% ເຊິ່ງຈະຢູ່ໃນສະພາວະເງິນຝືດອີກຫຼາຍເດືອນ, ອັດຕາເງິນຝືດຫຼັກປະຈຳປີແມ່ນ 0.01% ແຫຼ່ງຂໍ້ມູນ: https://www.reuters.com/article/thailand-economy-inflation-idUSL4N2DH1YU

Read More »

Wunderman Thompson ສະເໜີ 5 ເທຣນຫຼັກທີ່ປ່ຽນແປງສຳຄັນໃນດ້ານພຶດຕິກຳ

ປີ 2020 ເປັນອີກໜຶ່ງປີ ທີ່ເກີດຜົນກະທົບໜັກ ຕໍ່ສຸຂະພາບ ແລະ ເສດຖະກິດທົ່ວໂລກ ລວມເຖິງປະເທດລາວ ນັບຕັ້ງແຕ່ທ້າຍເດືອນມັງກອນເປັນຕົ້ນມາ ຜ່ານໄປແລ້ວເຄິ່ງປີ  ແຕ່ໂຄວິດ-19 ນັ້ນ ຍັງແຜ່ລະບາດໄປທົ່ວໂລກຢ່າງໄວວາ ຈົນຫຼາຍຄົນບອກວ່າມັນເປັນເຊື້ອໄວຣັດທີ່ມາເລັ່ງກ້າວໜ້າຫຼາຍໆຢ່າງໃຫ້ເກີດຂຶ້ນ ລວມເຖິງ ພຶດຕິກຳ ແລະ ຄວາມຄາດຫວັງໃຫມ່ໆຂອງຜູ້ບໍລິໂພກ. ໃນບົດຄວາມນີ້  Wunderman Thompson ໄດ້ນຳສະເໜີ 5 ເທຣນຫຼັກທີ່ສະຫຼຸບຄວາມປ່ຽນແປງສຳຄັນໃນດ້ານພຶດຕິກຳ ແລະ ຄວາມຄາດຫວັງຂອງຜູ້ບໍລິໂພກ ເຊິ່ງມີຄວາມກ່ຽວຂ້ອງກັບແບຣນ ແລະ ສາມາດໃຊ້ເປັນແນວທາງໃຫ້ແບຣນຄວນຈະວາງແຜນ ແລະ ຕອບສະໜອງ ມາສະເໜີໃຫ້ທຸກຄົນໄດ້ອ່ານ. ຄວາມຄາດຫວັງຕໍ່ “ບໍລິສັດທີ່ດີ”  ຜູ້ບໍລິໂພກມີຄວາມຄາດຫວັງວ່າແບຣນຕ່າງໆ ຄວນຈະລວມຕົສສະແດງບົດບາດໃນດ້ານເຊີງບວກຢ່າງຈິງຈັງ ໂດຍການເຮັດປະໂຫຍດເພື່ອໂລກ ແລະ ຜູ້ຄົນໃນໄລຍະເວລາທີ່ເສດຖະກິດວິກິດແບບນີ້ ເຊິ່ງພົບວ່າຜູ້ບໍລິໂພກຫຼາຍກວ່າ 90% ລະບຸວ່າ ແບຣນ ຄວນມີໜ້າທີ່ຮັບຜິດຊອບໃນການຮ່ວມເບິ່ງແຍງໂລກ ແລະ ປະຊາຊົນຂອງໂລກຫຼາຍຂຶ້ນ ແລະ ຫຼາຍກວ່າ 71% ມີທັດສະນະຄະຕິສອດຄ້ອງກັນວ່າ ຫາກແບຣນເຫັນຜົນກຳໄລສຳຄັນກວ່າຜູ້ຄົນແລ້ວ ຜູ້ບໍລິໂພກຈະສູນເສຍຄວາມເຊື່ອຖືທີ່ມີຕໍ່ແບຣນນັ້ນໆຕະຫຼອດໄປ ເຊິ່ງເຫັນວ່າອົງກອນຂະໜາດໃຫຍ່ທົ່ວໂລກກຳລັງປັບປ່ຽນຍຸດທະສາດ ໂດຍເລີ່ມຍົກລະດັບຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນໃຫ້ມີຄວາມສຳຄັນ ຫຼາຍກວ່າ ຜົນກຳໄລ. ຕົວຢ່າງ: Pooj Morjaria ຜູ້ກໍ່ຕັ້ງ Did ...

Read More »

ເກີດເຫດນໍ້າມັນເຊື້ອໄຟຮົ່ວໄຫຼຢູ່ເຂດມະຫາສະໝຸດອາກຕິກ (Arctic)

ທ່ານ Putin ໄດ້ແນະນຳກ່ຽວກັບສະຖານະການສຸກເສີນ ພາຍຫຼັງທີ່ສາງເກັບນໍ້າມັນເຊື້ອໄຟຂະໜາດໃຫຍ່ ເກີດການຮົ່ວໄຫຼຢູ່ໃນຂອບເຂດມະຫາສະໝຸດ ອາກຕິກ (Arctic), ທ່ານ Vladimir Putin ໄດ້ສັ່ງໃຫ້ແຈ້ງພາວະສຸກເສີນ ຫລັງຈາກນໍ້າມັນກາຊວນຈໍານວນ 20.000 ໂຕນ ໄດ້ໄຫຼເຂົ້າສູ່ເຂດມະຫາສະໝຸດ Arctic. ເຫດການນີ້ ເກີດຈາກການຮົ່ວໄຫຼຂອງສາງເກັບນໍ້າມັນເຊື້ອໄຟຢູ່ໂຮງງານໄຟຟ້າ NTEK ທີ່ຢູ່ໃກ້ເມືອງ Norilsk ໃນວັນສຸກທີ່ຜ່ານມາ ໂດຍໂຮງງານດັ່ງກ່າວຂຶ້ນກັບບໍລິສັດ Nornickel ເຊິ່ງເປັນໜຶ່ງໃນໂຮງງານທ້ອງຖິ່ນທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ.   ລະຫວ່າງການປະຊຸມໃນວັນພຸດທີ່ຜ່ານມາ, ທ່ານ Putin ໄດ້ສະເໜີໃຫ້ ຫົວໜ້າບໍລິສັດຍ່ອຍ Nornickel ທີ່ເປັນເຈົ້າຂອງໂຮງງານໄຟຟ້າ NTEK ມາຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນ ເນື່ອງຈາກບໍລິສັດດັ່ງກ່າວລາຍງານພາກລັດຊ້າ ລັດມາຮູ້ 2 ມື້ຫລັງເກີດເຫດ ຈຶ່ງເປັນຈຸດທີ່ປະທານາທິບໍດີ Putin ຮ້າຍທັງບໍລິສັດ ແລະ ການປົກຄອງທ້ອງຖິ່ນ. ຈາກເຫດການດັ່ງກ່າວທ່ານ Putin ໄດ້ຕົກລົງເຫັນດີວ່າຈຳເປັນຕ້ອງມີພາວະສຸກເສີນແຫ່ງຊາດ ເພື່ອຮຽກຮ້ອງໃຫ້ມີການຮັກສາຊັບພະຍາກອນທໍາມະຊາດໃຫ້ມີຄວາມອຸດົມສົມບູນ. ຄະນະກຳມະການສືບສວນຣັດເຊຍ ທີ່ກ່ຽວຂ້ອງກັບອາຊະຍາກຳໃຫຍ່ຄັ້ງນີ້ໄດ້ເວົ້າວ່າ ບໍລິສັດດັ່ງກ່າວ ໄດ້ດຳເນີນການສືບສວນຄະດີອາຍາ 3 ຄັ້ງ ກ່ຽວກັບອຸປະຕິເຫດ ແລະ ການຄວບຄຸມພະນັກງານໂຮງງານໄຟຟ້າ.   ປະລິມານການຮົ່ວໄຫຼຄັ້ງນີ້ ແມ່ນຫຼາຍກວ່າການຮົ່ວໄຫຼຂອງບໍລິສັດ Kerch ທີ່ເກີດຂຶ້ນໃນປີ 2007 ໂດຍມີການຮົ່ວໄຫຼຂອງນໍ້າມັນຈໍານວນ 5,000 ໂຕນ. ການຮົ່ວໄຫຼໃນເຂດທະເລດຳຄັ້ງນີ້ ເປັນຄັ້ງທີ່ໃຫຍ່ທີ່ສຸດສຳລັບປະເທດຣັດເຊຍ ...

Read More »

ທຸລະກິດມີຂຶ້ນມີລົງ ມາຮູ້ຈັກຂາຂຶ້ນຂອງບໍລິສັດ Zoom ແລະ​ ຂາລົງຂອງ 7​ ສາຍການບິນໃນໂລກ

ທ່າມກາງການຄຸ້ມຄອງການລະບາດຂອງ COVID-19, ຫຼາຍຄົນໄດ້ຫັນປ່ຽນໄປເຮັດວຽກ ແລະ ການພົບປະກັບຄົນໃນສັງຄົມມາຢູ່ເຮືອນ. ຖ້າຫາກທ່າອ່ຽງເຫຼົ່ານີ້ກາຍເປັນເລື່ອງປົກກະຕິ, ບາງບໍລິສັດກໍ່ອາດຈະຕ້ອງໄດ້ຈ່າຍເງິນຫຼາຍ. ມຸມມອງຂອງ Zoom ບໍລິສັດ Zoom Communications ໄດ້ຈັດແອັບທີ່ກ່ຽວກັບການໂທວີດີໂອແບບກຸ່ມ ໂດຍໄດ້ຮັບຄວາມສົນໃຈຈາກຜູ້ຄົນຈໍານວນຫຼາຍໃນການສື່ສານວຽກງານ ແລະ ການສຶກສາ ໂດຍສະເພາະແມ່ນປະຊຸມຜ່ານທາງວີດີໂອ ສິ່ງເຫຼົ່ານີ້ເປັນຕົວຢ່າງສໍາຄັນຂອງອົງກອນ. ວັນທີ 15 ພຶດສະພາ 2020 ມູນຄ່າຈາກຈໍານວນຜູ້ໃຊ້ແອັບຂອງ Zoom ເພີ່ມຂຶ້ນສູງເຖິງ 48.8 ພັນລ້ານໂດລາສະຫະລັດ ເຊິ່ງໃນປີຜ່ານມາ ມີລາຍຮັບພຽງ 623 ລ້ານໂດລາສະຫະລັດ ແລະ ນີ້ຄືສິ່ງທີ່ນໍາໄປສູ່ການເຕີບໂຕຢ່າງຍິ່ງໃຫຍ່ຂອງນະວັດຕະກໍາແອັບ ນັກວິເຄາະດ້ານອຸດສາຫະກຳ ໄດ້ກ່າວວ່ານັກທຸລະກິດໄດ້ໃຫ້ຄວາມສົນໃຈແອັບ due ເນື່ອງຈາກມີການໂຕ້ຕອບງ່າຍ ແລະ ຈາກປະສົບການຂອງຜູ້ໃຊ້ເຫັນວ່າຄວາມສາມາດໃນການຮອງຮັບຜູ້ເຂົ້າຮ່ວມເຖິງ 100 ຄົນໃນແຕ່ລະຄັ້ງ. ແອັບນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກບັນດານັກສຶກສາ ສຳລັບການຮຽນຮູ້ທາງອິນເຕີເນັດຫຼັງຈາກ CEO Eric Yuan ໄດ້ ດຳເນີນບາດກ້າວພິເສດເພື່ອໃຫ້ໂຮງຮຽນ K-12 ສາມາດ ນຳໃຊ້ເວທີດັ່ງກ່າວໄດ້ໂດຍບໍ່ເສຍຄ່າ. ບັນດາຜູ້ເຂົ້າເຖິງ Zoom ໄດ້ເພີ່ມຂື້ນໃນເດືອນທີ່ຜ່ານມາ ໂດຍເພີ່ມຂຶ້ນຈາກ 10 ລ້ານຄົນໃນເດືອນທັນວາ 2019 ເຖິງ 300 ລ້ານຄົນໃນເດືອນເມສາ 2020. ສາຍການບິນທີ່ຢູ່ໃນຊ່ວງຂາລົງ ລາຍໄດ້ຂອງອຸດສາຫະກຳການບິນແມ່ນມີທ່າອ່ຽງຂອງຫຼຸດລົງເລື້ອຍໆ, ຍ້ອນວ່າຂໍ້ຈຳກັດສາກົນຈົນເຖິງຂັ້ນປິດສະໜາມບິນ, ...

Read More »

ຂ່າວດີ!! ລາວບໍ່ພົບຜູ້ຕິດເຊື້ອໂຄວິດ 53 ມື້ຕິດຕໍ່ກັນ ຍັງພຽງ 1 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ

ເປັນມື້ທີ 53 ຕິດຕໍກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ໃນວັນທີ 3 ມິຖຸນາຜ່ານມາໄດ້ມີການກວດຫາເຊື້ອ 72 ຄົນລ້ວນເປັນຜົນລົບ ເຮັດໃຫ້ຕົວເລກຜູ້ປ່ວຍສະສົມມີພຽງ 19 ຄົນ ຕອນນີ້ໄດ້ອອກໂຮງໝໍແລ້ວ 18 ກໍລະນີ, ຍັງພຽງໜຶ່ງດຽວທີ່ນອນປິ່ນປົວຢູ່ໂຮງໝໍ. ໃນວັນທີ 4 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ສະພາບການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດເວລາ 17:00 ໂມງຂອງວັນທີ 3 ມິຖຸນາ 2020 ມີຜູ້ເຂົ້າມາທັງໝົດ 2.108 ຄົນ ຜ່ານດ່ານລາວ-ໄທ ...

Read More »