Author Archives: admin target

ສປ ຈີນ ໄດ້ກໍານົດ ບໍລິສັດການແພດຂອງປະເທດຈີນ ທີ່ໄດ້ມາດຕະຖານສາກົນ.

ກະຊວງການຄ້າ, ອົງການກົມໃຫຍ່ພາສີ, ອົງການກວດກາ ແລະ ຄູ້ມຄອງຢາແຫ່ງຊາດຈີນ ໄດ້ມີແຈ້ງການກ່ຽວກັບ ບັນຊີລາຍຊື່ຂອງບໍລິສັດ ສປ ຈີນ ທີ່ໄດ້ມາດຕະຖານໃນການສົ່ງອອກເຄື່ອງອຸປະກອນການແພດ ແລະ ບາງມາດຕາທີ່ຕິດພັນກັບແຈ້ງການ ເລກທີ 5 ກ່ຽວກັບການຈັດສັນການສົ່ງອອກເຄື່ອງອຸປະກອນການແພດໃຫ້ມີຄວາມເປັນລະບົບລະບຽບ ແລະ ແຈ້ງການເລກທີ 12 ກ່ຽວກັບການເພີ່ມທະວີການຕິດຕາມກວດກາຄຸນນະພາບຂອງເຄື່ອງອຸປະກອນການແພດທີ່ສົ່ງອອກຈາກ ສປ ຈີນ ເພື່ອສົ່ງເສີມ ແລະ ສະໜັບສະໜູນສັງຄົມຢ່າງຕັ້ງໜ້າ ໃນການຕ້ານ ແລະ ສະກັດກັ້ນໂລກລະບາດໂຄວິດ-19. ຖ້າຫາກບຸກຄົນ ຫລື ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ມີຈຸດປະສົງຢາກສັ່ງຊື້ ສິນຄ້າທີ່ເປັນຜ້າອັດປາດ-ດັງ ທີ່ບໍ່ແມ່ນໃຊ້ໃນການແພດ ແລະ ປະເພດທີ່ໃຊ້ໃນການແພດ ທີ່ໄດ້ຮັບການຮັບຮອງມາດຕະຖານສາກົນ ຫຼື ໄດ້ຈົດທະບຽນທີ່ຮັບການອະນຸມັດຈາກ ກະຊວງການຄ້າຈີນ ແມ່ນທ່ານສາມາດເຂົ້າຄົ້ນຫາບັນດາລາຍຊື່ບໍລິສັດທີ່ກ່ຽວຂ້ອງ ດັ່ງກ່າວຕາມລີ້ງຂອງ ແຈ້ງການ ບັນຊີລາຍຊື່ຂອງບໍລິສັດ ສປ ຈີນ ທີ່ມີຄຸນວຸດທິໃນການສົ່ງອອກເຄຶ່ອງອຸປະກອນການແພດ, ເລກທີ 094, ລົງວັນທີ 5 ມິຖຸນາ 2020.        ເພື່ອສົ່ງເສີມ ແລະ ສະໜັບສະໜູນສັງຄົມຢ່າງຕັ້ງໜ້າ ...

Read More »

ຈີນ ເພີ່ມອາຍຸແບັດເຕີຣີ້ ເຖິງ 2 ລ້ານກິໂລແມັດ ແກ້ Pain Point ລົດໄຟຟ້າ ພ້ອມທັງສາມາດຖອດໄປໃຊ້ກັບລົດຄັນທີ 2 ໄດ້ອີກດ້ວຍ…

ເປັນທີ່ຮູ້ກັນດີວ່າ ລົດໄຟຟ້າ (EV) ນອກຈາກຈະຊ່ວຍຫຼຸດການໃຊ້ນໍ້າມັນແລ້ວ ຍັງຊ່ວຍອະນຸລັກສິ່ງແວດລ້ອມ ພ້ອມທັງຊ່ວຍຮັກສາເງິນໃນກະເປົາໄດ້ອີກດ້ວຍ, ແຕ່ວ່າລົດໄຟຟ້າ (EV) ບໍ່ໄດ້ມີພຽງແຕ່ດ້ານດີດ້ານດຽວ ເພາະລົດໄຟຟ້າ (EV) ຍັງມີຈຸດອ່ອນ ນັ້ນກໍຄືລະບົບການຈັດເກັບພະລັງງານຫຼືແບັດເຕີຣີ້ນັ້ນເອງ. ໂດຍບັນຫາໃຫຍ່ 2 ຢ່າງຂອງແບັດເຕີຣີ້ ​(EV) ມີຄື: ປະລິມານໃນການບັນຈຸໄຟຟ້າ ແລະ ອາຍຸການໃຊ້ງານຂອງແບັດເຕີຣີ້ ຖ້າຫາກແບັດເຕີຣີ້ບັນຈຸໄດ້ນ້ອຍ ໄລຍະທາງໃນການຂັບກໍຈະສັ້ນລົງ ແຕ່ຖ້າບັນຈຸໄດ້ຫຼາຍເຖິງຈະສາມາດຂັບໄປໄດ້ໄກຂຶ້ນກໍຕ້ອງມາພ້ອມກັບນໍ້າໜັກທີ່ຫຼາຍຂຶ້ນ, ຂະໜາດທີ່ໃຫຍ່ຂຶ້ນ ແລະ ອາຍຸການໃຊ້ງານທີ່ສັ້ນລົງ ເຊິ່ງໝາຍເຖິງຄ່າບໍາລຸງຮັກສາທີ່ສູງຂຶ້ນ. ສໍາຫຼັບຄົນທີ່ຂັບລົດໄຟຟ້າ (EV) ຈະຮູ້ວ່າ ລາຄາແບັດເຕີຣີ້ອາດຈະຫຼາຍກວ່າ 1 ໃນ 3 ຂອງລາຄາລົດດັ່ງກ່າວ. ເພື່ອໃຫ້ລົດໄຟຟ້າ (EV) ມີປະສິດທິພາບ ແລະ ໃຊ້ງານໄດ້ຍາວນານ ບໍລິສັດ Contemporary Amperex Technology Co.,Ltd.  ເປັນບໍລິສັດຜະລິດແບັດເຕີຣີ້ຂອງລົດໄຟຟ້າ (EV) ທີ່ມີສໍານັກງານໃຫຍ່ໃນເມືອງໜິງເຕີ໋ ປະທດຈີນ ໄດ້ພັດທະນາແບັດເຕີຣີ້ຂອງລົດໄຟຟ້າ ໃຫ້ມີອາຍຸການໃຊ້ງານບໍ່ນ້ອຍກວ່າ 16 ປີ ທຽບເທົ່າກັບໄລຍະທາງ 2 ລ້ານກິໂລແມັດ ຫຼື 1,24 ລ້ານໄມລ໌. ນອກຈາກນີ້, ຍັງຮັບປະກັນການໃຊ້ງານເຖິງ 8 ປີ ຫຼື 150,000 ໄມລ໌, ...

Read More »

ແນວຄິດການລິເລີ່ມທຸລະກິດ ໃຫ້ປະສົບຜົນສຳເລັດ

ໃນຍຸກປັດຈຸບັນ ການປະກອບອາຊີບພຽງອາຊີບດຽວອາດບໍ່ພຽງພໍຕໍ່ລາຍຈ່າຍຕົວຈິງ ຫຼາຍໆຄົນຈື່ງເລີ່ມແນມຫາຊ່ອງທາງການສ້າງລາຍໄດ້ເພີ່ມ ບໍ່ວ່າຈະເປັນລົງທຶນເພື່ອໃຫ້ຊັບສິນທີ່ມີຢູ່ເກີດດອກອອກຜົນ ຫຼື ການຕັດສິນໃຈ ດຳເນີນທຸລະກິດຂອງຕົນເອງ. ແຕ່ບໍ່ວ່າຈະເປັນທາງໃດແມ່ນກໍບໍ່ງ່າຍເລີຍ ເນື່ອງຈາກທ່ານຕ້ອງມີຄວາມຮູ້ສະເພາະດ້ານນັ້ນໆ ແລະ ມີເງິນທຶນທີ່ພຽງພໍ, ແຕ່ທ່ານຮູ້ ຫຼື ບໍ່ວ່າທັດສະນະແນວຄິດຂອງເຈົ້າຂອງທຸລະກິດກໍຖືເປັນໜຶ່ງໃນປັດໄຈຫຼັກທີ່ສຳຄັນ ເພາະທັດສະນະທີ່ດີຍ່ອມສົ່ງຜົນທີ່ດີໃຫ້ການດຳເນີນທຸລະກິດ. ແຕ່ແນວໃດຈຶ່ງຈະເອີ້ນວ່າທັດສະນະທີ່ສົ່ງເສີມໃຫ້ທຸລະກິດປະສົບຜົນສຳເລັດ? ດັ່ງນັ້ນ, ຜູ້ຂຽນຈຶ່ງໄດ້ນຳເອົາທັດສະນະແນວຄິດທີ່ທ່ານຄວນມີ ເພື່ອບັນລຸຜົນສຳເລັດໃນການເລີ່ມຕົ້ນເຮັດທຸລະກິດມາໃຫ້ອ່ານນຳກັນ. ອັນດັບທຳອິດ ທ່ານຕ້ອງຮູ້ຈັກຕົວເອງ ແລະ ຮັກໃນສິ່ງທີ່ຢາກເຮັດ ຕ້ອງຮູ້ວ່າຕົວເອງມີຄວາມມັກ ຫຼື ສົນໃຈໃນສິ່ງໃດ ເຊິ່ງໃນນີ້ແມ່ນໝາຍເຖິງປະເພດທຸລະກິດທີ່ທ່ານຢາກເຮັດ. ການຄົ້ນຫາຕົນເອງມີຄວາມສຳຄັນຫຼາຍ ເພາະການຮູ້ຈັກຕົວເອງ ແລະ ສິ່ງທີ່ສົນໃຈຖືເປັນບາດກ້າວທຳອິດທີ່ພາທ່ານໄປສູ່ການຊອກຮູ້ໃນລາຍລະອຽດທີ່ຈຳເປັນສຳລັບການວາງແຜນກ່ຽວກັບທຸລະກິດຂອງທ່ານໃນຂັ້ນຕໍ່ໄປ. ຄຽງຄູ່ກັນນັ້ນ, ການຮັກໃນສິ່ງທີ່ເຮັດນັ້ນ ເຮົາຈະເຮັດໄດ້ດີກວ່າສະເໝີ ເພາະເຮົາຈະມີຄວາມກະຕືລືລົ້ນຢາກປະສົບຜົນສຳເລັດ ເຮັດໃຫ້ມີການສຸມແຮງກາຍ ແລະ ແຮງໃຈໃສ່ເພື່ອໃຫ້ບັນລຸເປົ້າໝາຍ. ຫຼັງຈາກທີ່ຄົ້ນພົບທຸລະກິດທີ່ທ່ານສົນໃຈແລ້ວ ທ່ານຕ້ອງມີຄວາມຄິດທີ່ສ້າງສັນທີ່ແຕກຕ່າງ ເພື່ອເຮັດທຸລະກິດຂອງທ່ານມີເອກະລັກ ລວມທັງຍຸດທະສາດການຕະຫຼາດທີ່ແປກໃໝ່ເພື່ອດຶງດູດລູກຄ້າ ເຊິ່ງທັກສະເຫຼົ່ານີ້ສາມາດໄດ້ຈາກທັງພອນສະຫວັນ ແລະ ພອນສະແຫວງ ດ້ວຍການຊອກຮູ້, ການເປີດໃຈຕໍ່ສິ່ງໃໝ່ ແລະ ຄວາມປັບຕົວຕໍ່ກັບການປ່ຽນແປງ ແລະ ໝູນໃຊ້ບົດຮຽນໃຫ້ເກີດປະໂຫຍດ. ນອກນັ້ນ ການເຊື່ອໝັ້ນໃນຕົນເອງ ກໍເປັນອີກທັດສະນະສຳຄັນໜຶ່ງທີ່ທ່ານຕ້ອງມີ ໂດຍທ່ານຕ້ອງເຊື່ອວ່າແນວຄິດກ່ຽວກັບທຸລະກິດຂອງທ່ານສາມາດເປັນໄປໄດ້, ເຊື່ອວ່າຕົນເອງຕ້ອງເຮັດໄດ້ ແລະ ເຊື່ອວ່າຕົນເອງສາມາດຜ່ານຜ່າອຸປະສັກທີ່ອາດຈະເກີດຂຶ້ນ ແລະ ໄປເຖິງເປົ້າໝາຍທີ່ຕັ້ງໄວ້ ...

Read More »

Amazon ໃຊ້ AI ຈັດລະບຽບມາດຕະການ Social Distancing ໃນລະບົບຄັງສິນຄ້າ ເພື່ອຄວາມປອດໄພຂອງພະນັກງານ…

ເຖິງວ່າຫຼາຍໆປະເທດຈະຜ່ອນຜັນມາດຕະການຕ່າງໆລົງ ແຕ່ຕ້ອງບໍ່ລືມວ່າໂອກາດທີ່ຈະເກີດການແຜ່ລະບາດຮອບ 2 ຍັງມີຢູ່ ຖ້າຫາກທົ່ວໂລກຍັງມີການກວດພົບຜູ້ຕິດເຊື້ອ COVID-19  ເພີ່ມຂຶ້ນ, ໂດຍມາດຕະການທີ່ພໍຈະເຮັດໄດ້ກໍຄືການຢູ່ຫ່າງກັນ ໂດຍສະເພາະການທີ່ທຸລະກິດຈະກັບມາເປີດຕາມປົກກະຕິ ພ້ອມທັງການປະຕິບັດງານຂອງພະນັກງານທີ່ມີຄວາມສ່ຽງ ໂດຍສະເພາະໃນທຸລະກິດທີ່ມີລະບົບຄັງສິນຄ້າ, ພະນັກງງານເຫຼົ່ານັ້ນ ແມ່ນມີຄວາມສ່ຽງເພີ່ມຂຶ້ນ ທັງໃນລະບົບທີ່ປິດ ແລະ ການເຮັດວຽກຮ່ວມກັນຢ່າງໃກ້ຊິດ. ດັ່ງນັ້ນ, Amazon ຜູ້ໃຫ້ບໍລິການດ້ວຍ e-Commerce ລາຍໃຫຍ່ແຫ່ງໜຶ່ງຂອງໂລກ ຈຶ່ງມີການເປີດຕົວເຄື່ອງຕິດຕາມລະບົບພະນັກງານ ໂດຍໃຊ້ປັນຍາປະດິດ (AI) ເພື່ອບັງຄັບໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມ (Social Distancing)  ໃຫ້ກັບສໍານັກງານ ແລະ ຄັງສິນຄ້າ ເພື່ອຊ່ວຍຫຼຸດຄວາມສ່ຽງຕິດເຊື້ອໃນກຸ່ມພະນັກງານ, ໂດຍຈະມີຈໍພາບສະແດງສະຖານະຄວາມສ່ຽງ ຫາກເປັນວົງມົນສີຂຽວສະແດງວ່າພະນັກງານຮັກສາໄລຍະຫ່າງໄດ້ ແຕ່ຖ້າຫາກເປັນສີແດງແມ່ນພະນັກງານຢູ່ໃກ້ກັນເກີນໄປ. ເຊິ່ງລະບົບນີ້ເອີ້ນວ່າ Distance Assistant ການໃຊ້ກ້ອງວົງຈອນປິດໃນອາຄານຄັງສິນຄ້າ ເພື່ອຊ່ວຍລະບຸພື້ນທີ່ໃນຄັງສິນຄ້າທີ່ມີຄວາມໜາແໜ້ນຂອງພະນັກງານ. ນອກຈາກນີ້, ຍັງກໍາລັງທົດສອບຕິດຕັ້ງອຸປະກອນ  Wearable ທີ່ມີໄຟແຈ້ງຂຶ້ນ ແລະ ສຽງແຈ້ງເຕືອນເມື່ອພະນັກງານຢູ່ໃຫ້ກັນຫຼາຍເກີນໄປໃນຄັງສິນຄ້ານອກເມືອງ ຊີແອດເທິລ ລວມທັງຈັດທີມກວດສອບຈໍານວນພະນັກງານບໍ່ໃຫ້ຫຼາຍເກີນທີ່ກໍານົດໄວ້ ແລະ ຈໍານວນພະນັກງານທີ່ນັ່ງພັກຜ່ອນໃນພື້ນທີ່ຕ່າງໆ. ເຖິງຢ່າງໃດກໍຕາມ ນັກເຄື່ອນໄຫວດ້ານສິດທິມະນຸດສະແດງຂໍ້ກັງວົນກ່ຽວກັບການຕິດຕາມພະນັກງານຢ່າງລະອຽດ ເພາະອາດຈະສົ່ງຜົນເຖິງການລະເມີດສິດທິສ່ວນບຸກຄົນ ແລະ ຍັງຂໍໃຫ້ກວດສອບຄືນກ່ຽວກັບການໃຊ້ AI ໃນການສ່ອງພະນັກງານຂອງທຸລະກິດດັ່ງກ່າວ, ໃນຂະນະທີ່ Amazon ແຈ້ງວ່າຍັງມີການກຽມແຜນຕິດຕັ້ງລະບົບຕິດຕາມດັ່ງກ່າວອີກຫຼາຍຮ້ອຍແຫ່ງໃນອີກບໍ່ພໍເທົ່າໃດອາທິດທາງໜ້າ ເຊິ່ງຜູ້ປະກອບການສາມາດນໍາລະບົບດັ່ງກ່າວມາດັດແປງ ເພື່ອໃຊ້ໃນລະບົບຄັງສິນຄ້າຂອງບໍລິສັດໄດ້ ພ້ອມທັງຊ່ວຍໃຫ້ພະນັກງານປອດໄພຫຼາຍຂຶ້ນ ແລະ ຊ່ວຍສ້າງພາບທີ່ດີຕໍ່ແບຣນໄດ້ອີກດ້ວຍ. ແຫຼ່ງຂໍ້ມູນ: https://www.marketingoops.com/news/zara-set-to-close-1200-stores-in-the-nest-2-years-focus-on-ecommerce/

Read More »

ເມື່ອເກີດຂໍ້ຂັດແຍ່ງຈາກການເຮັດທຸລະກິດຈະແກ້ໄຂແນວໃດ?

ໃນການດໍາເນີນທຸະກິດ ແນ່ນອນວ່າບໍ່ໄດ້ງ່າຍສະເໝີໄປ ເພາະມີບັນຫາໃຫ້ແກ້ໄຂ ແລະປັບປຸງຢູ່ຕະຫຼອດເວລາ ເຊິ່ງບາງຄັ້ງ ອາດຫຼີກບໍ່ພົ້ນເລື່ອງຂອງການເກີດຂໍ້ຂັດແຍ່ງ ກັບຄູ່ຮ່ວມທຸລະກິດ ເຊິ່ງອາດເກີດມາຈາກ ການບໍ່ປະຕິບັດຕາມສັນຍາ ຫຼື ປະຕິບັດສັນຍາ ແບບບໍ່ມີຄຸນນະພາບເຊິ່ງສ້າງຄວາມເສຍຫາຍ ຫຼື ຄວາມບໍ່ພໍໃຈ ໃຫ້ແກ່ຄູ່ຮ່ວມທຸລະກິດ. ເມື່ອສັນຍາທີ່ເຊັນກັນ ບໍ່ໄດ້ຮັບການປະຕິບັດ ຜູ້ໄດ້ຮັບຄວາມເສຍຫາຍ ອາດຕັ້ງຄໍາຖາມວ່າ ຕົນເອງຄວນເຮັດແນວໃດ, ເລີ່ມຈາກຂັ້ນຕອນໃດ ແລະ ມີວິທີການແກ້ໄຂທາງກົດໝາຍແນວໃດເພື່ອປົກປ້ອງທຸລະກິດ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ. ໃນການແກ້ໄຂຂໍ້ຂັດແຍ່ງ ທີ່ເກີີດຂຶ້ນຈາກການດໍາເນີນທຸລະກິດນັ້ນ ສາມາດແກ້ໄຂໄດ້ດ້ວຍຫຼາຍວິທີດ້ວຍກັນ ໂດຍຂຶ້ນກັບວ່າ ສັນຍາທີ່ໄດ້ເຊັນກັນນັ້ນ ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ແບບໃດ. ໃນກໍລະນີທີ່ສັນຍາ ຫາກບໍ່ໄດ້ກໍານົດວິທີການແກ້ໄຂຂໍ້ຂັດແຍ່ງໄວ້ຄູ່ກໍລະນີ ກໍສາມາດພິຈາລະນາ ເລືອກເອົາວິທີການແກ້ໄຂຂໍ້ຂັດແຍ່ງໃດໜຶ່ງ ທີ່ເຫັນວ່າເໝາະສົມ ຂ້າງລຸ່ມນີ້: ການແກ້ໄຂຂໍ້ຂັດແຍ່ງ ດ້ວຍການປະນີປະນອມໂດຍ ຄູ່ຮ່ວມທຸລະກິດ…. ການແກ້ໄຂຂໍ້ຂັດແຍ່ງ ດ້ວຍຄູ່ຮ່ວມທຸລະກິດເອງ ຖືເປັນບາດກ້າວທໍາອິດໃນການເລີ່ມຕົ້ນທີ່ດີ ໃນການແກ້ໄຂບັນຫາ ໂດຍຜູ້ໄດ້ຮັບຄວາມເສຍຫາຍ ຄວນແຈ້ງເປັນລາຍລັກອັກສອນໃຫ້ ແກ່ອີກຝ່າຍຮັບຮູ້ ຕໍ່ການລະເມີດນັ້ນ ແລະ ເພື່ອໃຫ້ຢຸດເຊົາການລະເມີດສັນຍາດັ່ງກ່າວ. ການແຈ້ງເປັນລາຍລັກອັກສອນ ໃຫ້ຄູ່ກໍລະນີທີ່ລະເມີດສັນຍາ ແມ່ນເປັນຜົນດີອີກຢ່າງໜຶ່ງ ເພາະຖືໄດ້ວ່າ ເຮົາບໍ່ໄດ້ຍອມຮັບ ຫຼື ເຫັນດີໃຫ້ມີການລະເມີດດັ່ງກ່າວ. ແຕ່ໂດຍສ່ວນໃຫຍ່ການແກ້ໄຂໃນລັກສະນີ້ ບໍ່ໄດ້ຮັບຜົນດີ ...

Read More »

ລັດຖະບານຈີນ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19​ ໃຫ້ ສປປ ລາວ ຄັ້ງທີ 4 ມູນຄ່າ 2,6 ລ້ານໂດລາ…

ໃນວັນທີ 19 ມິຖຸນາ 2020 ພິທີມອບ-ຮັບ ການຊ່ວຍເຫຼືອລ້າອຸປະກອນການແພດ ແລະ ຢາປົວພະຍາດ ເພື່ອຕອບໂຕ້ພະຍາດ COVID-19 ຈຳນວນເງິນ 2,667,397 ດອນລາ ສະຫະລັດ ຈາກລັດຖະບານ ແຫ່ງປະເທດຈີນ ໃຫ້ແກ່ ລັດຖະບານລາວ ຢູ່ທີ່ກະຊວງສາທາລະນະສຸກ ຄັ້ງທີ4 ທີ່ຫ້ອງຮັບແຂກກະຊວງສາທາລະນະສຸກ ມອບໂດຍຜູ້ຕາງໜ້າຄະນະທູດເສດຖະກິດ ສປ ຈີນ ກ່າວຮັບໂດຍ ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະສະເພາະກິດ. ແຫລ່ງຂໍ້ມູນ: ສູນຂ່າວສານການແພດ

Read More »

ຂ່າວດ່ວນ!!! ປະກັນສັງຄົມແຫ່ງຊາດ ເຜີຍແຜ່ຮ່າງໜັງສືຢັ້ງຢືນທີ່ຫົວໜ່ວຍແຮງງານຂຶ້ນກັບ ຫຼືໃຫ້ການຄຸ້ມຄອງ ເພື່ອຂໍຮັບ ເງິນອຸດໜູນວ່າງງານສະເພາະ.

ຂ່າວດີ ຂ່າວດ່ວນ ປະກັນສັງຄົມແຫ່ງຊາດ ເຜີຍແຜ່ຮ່າງໜັງສືຢັ້ງຢືນທີ່ຫົວໜ່ວຍແຮງງານຂຶ້ນກັບ ຫຼື ໃຫ້ການຄຸ້ມຄອງ ເພື່ອຂໍຮັບ ເງິນອຸດໜູນວ່າງງານສະເພາະ.

Read More »

ປະທານປະເທດ ເນັ້ນໜັກ ປກສ-ປກຊ ກຽມພ້ອມຊ່ວຍເຫຼືອປະຊາຊົນໃນທຸກສະຖານະການທີ່ອາດຈະເກີດຂຶ້ນ

 ໃນຕອນເຊົ້າວັນທີ 19 ມິຖຸນາ 2020 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທວິໄລ ຫລ້າຄໍາຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີພະນັກງານການນໍາຂັ້ນສູງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ. ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສ້າງມາໄດ້ໃນຕະຫລອດໄລຍະຊຸມປີຜ່ານມາ ໂດຍຢຶດໝັ້ນໃນ 2 ໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາເດັດຂາດ ໂດຍກົງຮອບດ້ານຂອງພັກການເຄື່ອນໄຫວປັບປຸງກໍ່ສ້າງ ກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບ ໄດ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງທີ່ຈົ່ງຮັກພັກດີຢ່າງສຸດຊຶ້ງ ຕໍ່ພັກ-ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ພ້ອມກັນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ພ້ອມນີ້, ທ່ານ ບຸນຍັງ ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະຈັດຂຶ້ນ ໃນວັນທີ 24 ມິຖຸນາ ນີ້

ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງ ວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ6) ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 7 ວັນ (ບໍ່ລວມວັນພັກລັດຖະການ). ພິທີຖະແຫລງຂ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 17 ມິຖຸນາ 2020 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ຫລັກ 6 ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິ ການສະພາແຫ່ງຊາດ. ທ່ານ ນາງ ສວນສະຫວັນ ໄດ້ກ່າວວ່າ: ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກ ທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ໄດ້ປະສານສົມທົບກັບລັດຖະບານ, ກະ ຊວງ ແລະອົງການ ໃນການກະກຽມເນື້ອໃນ ຂອງແຕ່ລະພາກສ່ວນທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້, ມາເຖິງປັດຈຸບັນ ເຫັນວ່າຄົບຖ້ວນ ແລະ ສອດຄ່ອງກັບລະບຽບການ, ເຊິ່ງກອງປະຊຸມດັ່ງກ່າວ ...

Read More »

ລົດໄຟເຊື່ອມປະເທດລາວກັບໂລກແນວໃດມາເບິ່ງນໍາກັນ…

ເມື່ອທາງລົດໄຟ ໄທ-ລາວ-ຈີນ (ກຸງເທບ-ວຽງຈັນ-ຄຸນໝິງ) ເຊິ່ງຄາດການໄວ້ໜ້າຈະໃຊ້ເວລາອີກປະມານ 4-5 ປີ ກໍສາມາດສ້າງສໍາເລັດແລ້ວ, ມິຕິໃມ່ຂອງການເດີນທາງທ່ອງທ່ຽວກໍຈະເກີດຂຶ້ນຕະຫຼອດສອງຂ້າງທາງລົດໄຟສາຍທີ່ຍາວທີ່ສຸດໃນໂລກ, ໂດຍທາງລົດໄຟສາຍນີ້ມີຈຸດເລີ່ມຕົ້ນທີ່ Woodlands ໃນປະເທດສິງກະໂປ ຂຶ້ນເໜືອຜ່ານສະຖານນີລົດໄຟເຊັນທັລກົວລາລໍາເປີ ລຽບຊາຍແດນຝັ່ງທະເລອັນດາມັນ, ຜ່ານພົມແດນປະເທດໄທ ທີ່ປາດັງເບຊາຣ໌ ຜ່ານສົງຂາ, ຜ່ານຄອງໄທ, ຜ່ານນະຄອນສີທໍາມະຣາດ ລຽບອ່າວໄທຂຶ້ນມາຜ່ານສຸຣາດທານີ, ຜ່ານເມືອງທ່ອງທ່ຽວເຊັ່ນ: ຫົວຫິນ, ຣາດຊະບູຣີ, ນະຄອນປະຖົມ ແລ້ວເຂົ້າສູ່ສູນກາງຂົນສົ່ງຂອງອາຊຽນທີ່ສະຖານີລົດໄຟກາງ ບາງຊື່ ກຸງເທບມະຫານະຄອນ  ໂດຍໃຊ້ເວລາພຽງ 4 ຊົ່ວໂມງກໍເຖິງນະຄອນຫຼວງວຽງຈັນ, ເຊິ່ງຜ່ານເມືອງມໍລະດົກເຊັ່ນ: ພຣະນະຄອນສີອາຍຸດທະຍາ ແລະ ມໍລະດົກທາງທໍາມະຊາດຄືເຂົາໃຫຍ່, ສະຖານີປາກຊ່ອງ ແລະ ຂ້າມແມ່ນໍ້າຂອງທີ່ໜອງຄາຍ, ຈາກນັ້ນ ກໍຈະຜ່ານພົມແດນບໍລິເວນທ່ານາແລ້ງ, ນະຄອນຫຼວງວຽງຈັນ, ວັງວຽງ ແລະ ເມືອງມໍລະດົກໂລກຫຼວງພຣະບາງ ເຊິິ່ງອີກບໍ່ຮອດ 8 ຊົ່ວໂມງກໍຮອດຄຸນໝິງແລ້ວ. ຈາກນັ້ນ, ຕໍ່ລົດໄຟຄວາມໄວສຼງສາຍປັກກິ່ງ-ຄຸນໝິງ ເຊິ່ງເປັນທາງລົດໄຟທີ່ຍາດທີ່ສຸດຂອງປະເທດຈີນ ໂດຍມີຄວາມຍາວ 2,760 ກິໂລແມັດ ຈະແລ່ນຜ່ານເມືອງສໍາຄັນຫຼາຍແຫ່ງເຊັ່ນ: ມົນທົນເຫີເປີ່ຍ, ເມືອງເຈີ້ງໂຈ້ ມົນທົນເຫີໜັນ, ເມືອງອູຫັ່ນ ມົນທົນຫູເປີ່ຍ, ເມືອງສາງຊາ ມົນທົນຫູໜານ ແລະ ນະຄອນກຸ້ຍຫຍັງໃນມົນທົນກຸ້ຍໂຈ ແລະ ...

Read More »