ສປ ຈີນ ໄດ້ກໍານົດ ບໍລິສັດການແພດຂອງປະເທດຈີນ ທີ່ໄດ້ມາດຕະຖານສາກົນ.

ກະຊວງການຄ້າ, ອົງການກົມໃຫຍ່ພາສີ, ອົງການກວດກາ ແລະ ຄູ້ມຄອງຢາແຫ່ງຊາດຈີນ ໄດ້ມີແຈ້ງການກ່ຽວກັບ ບັນຊີລາຍຊື່ຂອງບໍລິສັດ ສປ ຈີນ ທີ່ໄດ້ມາດຕະຖານໃນການສົ່ງອອກເຄື່ອງອຸປະກອນການແພດ ແລະ ບາງມາດຕາທີ່ຕິດພັນກັບແຈ້ງການ ເລກທີ 5 ກ່ຽວກັບການຈັດສັນການສົ່ງອອກເຄື່ອງອຸປະກອນການແພດໃຫ້ມີຄວາມເປັນລະບົບລະບຽບ ແລະ ແຈ້ງການເລກທີ 12 ກ່ຽວກັບການເພີ່ມທະວີການຕິດຕາມກວດກາຄຸນນະພາບຂອງເຄື່ອງອຸປະກອນການແພດທີ່ສົ່ງອອກຈາກ ສປ ຈີນ ເພື່ອສົ່ງເສີມ ແລະ ສະໜັບສະໜູນສັງຄົມຢ່າງຕັ້ງໜ້າ ໃນການຕ້ານ ແລະ ສະກັດກັ້ນໂລກລະບາດໂຄວິດ-19. ຖ້າຫາກບຸກຄົນ ຫລື ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ມີຈຸດປະສົງຢາກສັ່ງຊື້ ສິນຄ້າທີ່ເປັນຜ້າອັດປາດ-ດັງ ທີ່ບໍ່ແມ່ນໃຊ້ໃນການແພດ ແລະ ປະເພດທີ່ໃຊ້ໃນການແພດ ທີ່ໄດ້ຮັບການຮັບຮອງມາດຕະຖານສາກົນ ຫຼື ໄດ້ຈົດທະບຽນທີ່ຮັບການອະນຸມັດຈາກ ກະຊວງການຄ້າຈີນ ແມ່ນທ່ານສາມາດເຂົ້າຄົ້ນຫາບັນດາລາຍຊື່ບໍລິສັດທີ່ກ່ຽວຂ້ອງ ດັ່ງກ່າວຕາມລີ້ງຂອງ ແຈ້ງການ ບັນຊີລາຍຊື່ຂອງບໍລິສັດ ສປ ຈີນ ທີ່ມີຄຸນວຸດທິໃນການສົ່ງອອກເຄຶ່ອງອຸປະກອນການແພດ, ເລກທີ 094, ລົງວັນທີ 5 ມິຖຸນາ 2020.

       ເພື່ອສົ່ງເສີມ ແລະ ສະໜັບສະໜູນສັງຄົມຢ່າງຕັ້ງໜ້າ ໃນການຕ້ານ ແລະ ສະກັດກັ້ນໂລກລະບາດໂຄວິດ-19 ກະຊວງການຄ້າ, ອົງການກົມໃຫຍ່ພາສີ, ອົງການກວດກາ ແລະ ຄູ້ມຄອງຢາແຫ່ງຊາດຈີນ ໄດ້ມີແຈ້ງການກ່ຽວກັບ ບັນຊີລາຍຊື່ຂອງບໍລິສັດ ສປ ຈີນ ທີ່ໄດ້ມາດຕະຖານໃນການສົ່ງອອກເຄື່ອງອຸປະກອນການແພດ ແລະ ບາງມາດຕາທີ່ຕິດພັນກັບແຈ້ງການ ເລກທີ 5 ກ່ຽວກັບການຈັດສັນການສົ່ງອອກເຄື່ອງອຸປະກອນການແພດໃຫ້ມີຄວາມເປັນລະບົບລະບຽບ ແລະ ແຈ້ງການເລກທີ 12 ກ່ຽວກັບການເພີ່ມທະວີການຕິດຕາມກວດກາຄຸນນະພາບຂອງເຄື່ອງອຸປະກອນການແພດທີ່ສົ່ງອອກຈາກ ສປ ຈີນ.

ພາບປະກອບ

ລາຍລະອຽດຂອງລາຍຊື່ບໍລິສັດດັ່ງກ່າວ ດັ່ງລຸ່ມນີ້:

      ຕາຕະລາງ 1: ລາຍຊື່ ບໍລິສັດ ຜະລິດ ແລະ ສະໜອງ ອຸປະກອນການແພດ ທີ່ໄດ້ຮັບການຢັ້ງຢືນ / ການອະນຸຍາດຈາກ ສປ ຈີນ ແລະ ປະເທດອື່ນໆ

ຕາຕະລາງ 1

     ຕາຕະລາງ 2:  ລາຍຊື່ ບໍລິສັດ ຜະລິດຜ້າປິດປາກ-ດັງ ທີ່ບໍ່ແມ່ນໃຊ້ທາງການແພດ ທີ່ໄດ້ຮັບການຢັ້ງຢືນ / ການອະນຸຍາດຈາກ ສປ ຈີນ ແລະ ປະເທດອື່ນໆ

ຕາຕະລາງ 2

ລາຍລະອຽດເພີ່ມເຕີມ

ທີ່ມາ: www.laotradeportal.gov.la

Comments