Amazon ໃຊ້ AI ຈັດລະບຽບມາດຕະການ Social Distancing ໃນລະບົບຄັງສິນຄ້າ ເພື່ອຄວາມປອດໄພຂອງພະນັກງານ…

ເຖິງວ່າຫຼາຍໆປະເທດຈະຜ່ອນຜັນມາດຕະການຕ່າງໆລົງ ແຕ່ຕ້ອງບໍ່ລືມວ່າໂອກາດທີ່ຈະເກີດການແຜ່ລະບາດຮອບ 2 ຍັງມີຢູ່ ຖ້າຫາກທົ່ວໂລກຍັງມີການກວດພົບຜູ້ຕິດເຊື້ອ COVID-19  ເພີ່ມຂຶ້ນ, ໂດຍມາດຕະການທີ່ພໍຈະເຮັດໄດ້ກໍຄືການຢູ່ຫ່າງກັນ ໂດຍສະເພາະການທີ່ທຸລະກິດຈະກັບມາເປີດຕາມປົກກະຕິ ພ້ອມທັງການປະຕິບັດງານຂອງພະນັກງານທີ່ມີຄວາມສ່ຽງ ໂດຍສະເພາະໃນທຸລະກິດທີ່ມີລະບົບຄັງສິນຄ້າ, ພະນັກງງານເຫຼົ່ານັ້ນ ແມ່ນມີຄວາມສ່ຽງເພີ່ມຂຶ້ນ ທັງໃນລະບົບທີ່ປິດ ແລະ ການເຮັດວຽກຮ່ວມກັນຢ່າງໃກ້ຊິດ.

ດັ່ງນັ້ນ, Amazon ຜູ້ໃຫ້ບໍລິການດ້ວຍ e-Commerce ລາຍໃຫຍ່ແຫ່ງໜຶ່ງຂອງໂລກ ຈຶ່ງມີການເປີດຕົວເຄື່ອງຕິດຕາມລະບົບພະນັກງານ ໂດຍໃຊ້ປັນຍາປະດິດ (AI) ເພື່ອບັງຄັບໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມ (Social Distancing)  ໃຫ້ກັບສໍານັກງານ ແລະ ຄັງສິນຄ້າ ເພື່ອຊ່ວຍຫຼຸດຄວາມສ່ຽງຕິດເຊື້ອໃນກຸ່ມພະນັກງານ, ໂດຍຈະມີຈໍພາບສະແດງສະຖານະຄວາມສ່ຽງ ຫາກເປັນວົງມົນສີຂຽວສະແດງວ່າພະນັກງານຮັກສາໄລຍະຫ່າງໄດ້ ແຕ່ຖ້າຫາກເປັນສີແດງແມ່ນພະນັກງານຢູ່ໃກ້ກັນເກີນໄປ.

ເຊິ່ງລະບົບນີ້ເອີ້ນວ່າ Distance Assistant ການໃຊ້ກ້ອງວົງຈອນປິດໃນອາຄານຄັງສິນຄ້າ ເພື່ອຊ່ວຍລະບຸພື້ນທີ່ໃນຄັງສິນຄ້າທີ່ມີຄວາມໜາແໜ້ນຂອງພະນັກງານ. ນອກຈາກນີ້, ຍັງກໍາລັງທົດສອບຕິດຕັ້ງອຸປະກອນ  Wearable ທີ່ມີໄຟແຈ້ງຂຶ້ນ ແລະ ສຽງແຈ້ງເຕືອນເມື່ອພະນັກງານຢູ່ໃຫ້ກັນຫຼາຍເກີນໄປໃນຄັງສິນຄ້ານອກເມືອງ ຊີແອດເທິລ ລວມທັງຈັດທີມກວດສອບຈໍານວນພະນັກງານບໍ່ໃຫ້ຫຼາຍເກີນທີ່ກໍານົດໄວ້ ແລະ ຈໍານວນພະນັກງານທີ່ນັ່ງພັກຜ່ອນໃນພື້ນທີ່ຕ່າງໆ.

ເຖິງຢ່າງໃດກໍຕາມ ນັກເຄື່ອນໄຫວດ້ານສິດທິມະນຸດສະແດງຂໍ້ກັງວົນກ່ຽວກັບການຕິດຕາມພະນັກງານຢ່າງລະອຽດ ເພາະອາດຈະສົ່ງຜົນເຖິງການລະເມີດສິດທິສ່ວນບຸກຄົນ ແລະ ຍັງຂໍໃຫ້ກວດສອບຄືນກ່ຽວກັບການໃຊ້ AI ໃນການສ່ອງພະນັກງານຂອງທຸລະກິດດັ່ງກ່າວ, ໃນຂະນະທີ່ Amazon ແຈ້ງວ່າຍັງມີການກຽມແຜນຕິດຕັ້ງລະບົບຕິດຕາມດັ່ງກ່າວອີກຫຼາຍຮ້ອຍແຫ່ງໃນອີກບໍ່ພໍເທົ່າໃດອາທິດທາງໜ້າ ເຊິ່ງຜູ້ປະກອບການສາມາດນໍາລະບົບດັ່ງກ່າວມາດັດແປງ ເພື່ອໃຊ້ໃນລະບົບຄັງສິນຄ້າຂອງບໍລິສັດໄດ້ ພ້ອມທັງຊ່ວຍໃຫ້ພະນັກງານປອດໄພຫຼາຍຂຶ້ນ ແລະ ຊ່ວຍສ້າງພາບທີ່ດີຕໍ່ແບຣນໄດ້ອີກດ້ວຍ.

ແຫຼ່ງຂໍ້ມູນ: https://www.marketingoops.com/news/zara-set-to-close-1200-stores-in-the-nest-2-years-focus-on-ecommerce/

Comments