ລົດໄຟເຊື່ອມປະເທດລາວກັບໂລກແນວໃດມາເບິ່ງນໍາກັນ…

ເມື່ອທາງລົດໄຟ ໄທ-ລາວ-ຈີນ (ກຸງເທບ-ວຽງຈັນ-ຄຸນໝິງ) ເຊິ່ງຄາດການໄວ້ໜ້າຈະໃຊ້ເວລາອີກປະມານ 4-5 ປີ ກໍສາມາດສ້າງສໍາເລັດແລ້ວ, ມິຕິໃມ່ຂອງການເດີນທາງທ່ອງທ່ຽວກໍຈະເກີດຂຶ້ນຕະຫຼອດສອງຂ້າງທາງລົດໄຟສາຍທີ່ຍາວທີ່ສຸດໃນໂລກ, ໂດຍທາງລົດໄຟສາຍນີ້ມີຈຸດເລີ່ມຕົ້ນທີ່ Woodlands ໃນປະເທດສິງກະໂປ ຂຶ້ນເໜືອຜ່ານສະຖານນີລົດໄຟເຊັນທັລກົວລາລໍາເປີ ລຽບຊາຍແດນຝັ່ງທະເລອັນດາມັນ, ຜ່ານພົມແດນປະເທດໄທ ທີ່ປາດັງເບຊາຣ໌ ຜ່ານສົງຂາ, ຜ່ານຄອງໄທ, ຜ່ານນະຄອນສີທໍາມະຣາດ ລຽບອ່າວໄທຂຶ້ນມາຜ່ານສຸຣາດທານີ, ຜ່ານເມືອງທ່ອງທ່ຽວເຊັ່ນ: ຫົວຫິນ, ຣາດຊະບູຣີ, ນະຄອນປະຖົມ ແລ້ວເຂົ້າສູ່ສູນກາງຂົນສົ່ງຂອງອາຊຽນທີ່ສະຖານີລົດໄຟກາງ ບາງຊື່ ກຸງເທບມະຫານະຄອນ  ໂດຍໃຊ້ເວລາພຽງ 4 ຊົ່ວໂມງກໍເຖິງນະຄອນຫຼວງວຽງຈັນ, ເຊິ່ງຜ່ານເມືອງມໍລະດົກເຊັ່ນ: ພຣະນະຄອນສີອາຍຸດທະຍາ ແລະ ມໍລະດົກທາງທໍາມະຊາດຄືເຂົາໃຫຍ່, ສະຖານີປາກຊ່ອງ ແລະ ຂ້າມແມ່ນໍ້າຂອງທີ່ໜອງຄາຍ, ຈາກນັ້ນ ກໍຈະຜ່ານພົມແດນບໍລິເວນທ່ານາແລ້ງ, ນະຄອນຫຼວງວຽງຈັນ, ວັງວຽງ ແລະ ເມືອງມໍລະດົກໂລກຫຼວງພຣະບາງ ເຊິິ່ງອີກບໍ່ຮອດ 8 ຊົ່ວໂມງກໍຮອດຄຸນໝິງແລ້ວ.

ຈາກນັ້ນ, ຕໍ່ລົດໄຟຄວາມໄວສຼງສາຍປັກກິ່ງ-ຄຸນໝິງ ເຊິ່ງເປັນທາງລົດໄຟທີ່ຍາດທີ່ສຸດຂອງປະເທດຈີນ ໂດຍມີຄວາມຍາວ 2,760 ກິໂລແມັດ ຈະແລ່ນຜ່ານເມືອງສໍາຄັນຫຼາຍແຫ່ງເຊັ່ນ: ມົນທົນເຫີເປີ່ຍ, ເມືອງເຈີ້ງໂຈ້ ມົນທົນເຫີໜັນ, ເມືອງອູຫັ່ນ ມົນທົນຫູເປີ່ຍ, ເມືອງສາງຊາ ມົນທົນຫູໜານ ແລະ ນະຄອນກຸ້ຍຫຍັງໃນມົນທົນກຸ້ຍໂຈ ແລະ ທີ່ສໍາຄັນຄຸນໝິງສາມາດປ່ຽນເສັ້ນທາງໄປທາງລົດໄຟສາຍຫຼັງຄາໂລກ ຕ້າຫຼີ, ທິເບດ ແລະ ຈາກປັກກິ່ງ ຂຶ້ນລົດໄຟສາຍ, ເສັ້ນທາງລົດໄຟສາຍ “ທຣານມົງໂກກີ” ຊ່ວງເສັ້ນທາງລະຫວ່າງນະຄອນປັກກິ່ງ-ອູລັນບາຕໍ ລົດໄຟຈະໄປທາງທິດຕາເວັນຕົກສ່ຽງເໜືອ ແລະ ລອດເຂົ້າໄປຢູ່ໃນເຂດພູ ເຊິ່ງເປັນພູແນວຍາວຕະຫຼອດເສັ້ນທາງ, ຊ່ວງນີ້ຈະມີອຸມົງທີ່ຈະເຈາະລອດພູຫຼາຍກ່ວາ 50-60 ອຸມົງ ແລະ ທຸກໆເທື່ອທີ່ລົດໄຟອອກຈາກອຸມົງຈະພົບກັບຜາ ແລະ ແມ່ນໍ້າແບບອະລັງການຕະຫຼອດເສັ້ນທາງ ສິ່ງທີ່ຂາດບໍ່ໄດ້ກໍຄືກໍາແພງເມືອງຈີນນັ້ນເອງ.

ຫຼັງຈາກນັ້ນ, ຈະເຂົ້າສູ່ທົ່ງຫຍ້າກ້ວາງໄກສຸດສາຍຕາ ໂດຍຜ່ານ Ger District ຫຼືທີ່ຢູ່ອາໄສແບບເກີຂອງຄົນທ້ອງຖິ່ນເປັນໄລຍະໆ, ຈາກອຸລານບາເຕີເຂົ້າສູ່ປະເທດຣັດເຊຍ ລົດໄຟຈະແລ່ນຜ່ານທະເລສາບໄບຄາລ (Lake Baikal) ທະເລສາບທີ່ເກົ່າແກ່ທີ່ສຸດໃນໂລກ. ຈາກນັ້ນ, ໄດ້ແລ່ນຜ່ານກາງທົ່ງນໍ້າແຂງໃສໄຊບີເລຍ ຜ່ານພູເຂົາອັລໄຕ ໃຊ້ເວລາປະມານ 7 ມື້ ກໍເຂົ້າສູ່ນະຄອນໂມສໂກ, ຈາກນະຄອນ ໂມສໂກ ຕໍ່ລົດໄຟຟ້າໄປທີ່ນະຄອນເຄຍຟ (Kiev) ເມືອງຫຼວງຂອງຢູເຄນ ແລະ ຈາກເຄຍຟ ຕໍ່ໄປຮອດວອຮຊໍ (Warsaw) ປະເທດໂປແລນ ແລະ ເຂົ້າສູ່ປະເທດເຢຍລະມັນ, ສະຖານີກາງເບີລິນ ຫຼື Berlin Hauptbahnhof ອັນເປັນສະຖານີລົດໄຟທີ່ໃຫຍ່ທີ່ສຸດຂອງເອີຣົບ. ຈາກນັ້ນ, ຕໍ່ລົດໄຟອີເຊເອ 3 ໄປຫາສະຖານີກາງບຣັສເຊລ (Brussel-Centraal) ປະເທດແບນຊິກ,​ຈາກນັ້ນໄປທີ່ Paris Gare du Nord ແລະ ນັ່ງ metro ໄປຫາສະຖານີ Gare d’Austerlitz  ແລ້ວຂຶ້ນລົດໄຟໄປ Barcelona-Sants ປະເທດສະເປນ ເຊິ່ງໃຊ້ເວລາພຽງ 6 ຊົ່ວໂມງ 25 ນາທີ ຜ່ານເມືອງນ້ອຍໆທີ່ສວຍງາມ, ສວນອາງຸ່ນ, ທຸ່ງລາເວນເດີທາງຕອນໃຕ້ຂອງຝຣັ່ງເສດ, ລອດອຸມົງລອດພູເຂົາພິເຣນິສ ຮອດປະເທດບາເຊໂລນາ. ຈາກນັ້ນ, ຕໍ່ໄປຫາສະຖານີ Estación de Madrid Atocha ນະຄອນມາດຣິດ ແລ້ວເດີນທາງຕໍ່ໄປຫາຈຸດໝາຍປາຍທາງຄື ສະຖານີ Lisboa Santa Apolónia  ນະຄອນລິສບອນ ປະເທດ ປອກຕຸຍການ ດ້ວຍໄລຍະທາງຫຼາຍກ່ວາ 16,000 ກິໂລແມັດ.

ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=1324228297784343&id=177444735796044

Comments