ຈີນ ເພີ່ມອາຍຸແບັດເຕີຣີ້ ເຖິງ 2 ລ້ານກິໂລແມັດ ແກ້ Pain Point ລົດໄຟຟ້າ ພ້ອມທັງສາມາດຖອດໄປໃຊ້ກັບລົດຄັນທີ 2 ໄດ້ອີກດ້ວຍ…

ເປັນທີ່ຮູ້ກັນດີວ່າ ລົດໄຟຟ້າ (EV) ນອກຈາກຈະຊ່ວຍຫຼຸດການໃຊ້ນໍ້າມັນແລ້ວ ຍັງຊ່ວຍອະນຸລັກສິ່ງແວດລ້ອມ ພ້ອມທັງຊ່ວຍຮັກສາເງິນໃນກະເປົາໄດ້ອີກດ້ວຍ, ແຕ່ວ່າລົດໄຟຟ້າ (EV) ບໍ່ໄດ້ມີພຽງແຕ່ດ້ານດີດ້ານດຽວ ເພາະລົດໄຟຟ້າ (EV) ຍັງມີຈຸດອ່ອນ ນັ້ນກໍຄືລະບົບການຈັດເກັບພະລັງງານຫຼືແບັດເຕີຣີ້ນັ້ນເອງ.

ໂດຍບັນຫາໃຫຍ່ 2 ຢ່າງຂອງແບັດເຕີຣີ້ ​(EV) ມີຄື: ປະລິມານໃນການບັນຈຸໄຟຟ້າ ແລະ ອາຍຸການໃຊ້ງານຂອງແບັດເຕີຣີ້ ຖ້າຫາກແບັດເຕີຣີ້ບັນຈຸໄດ້ນ້ອຍ ໄລຍະທາງໃນການຂັບກໍຈະສັ້ນລົງ ແຕ່ຖ້າບັນຈຸໄດ້ຫຼາຍເຖິງຈະສາມາດຂັບໄປໄດ້ໄກຂຶ້ນກໍຕ້ອງມາພ້ອມກັບນໍ້າໜັກທີ່ຫຼາຍຂຶ້ນ, ຂະໜາດທີ່ໃຫຍ່ຂຶ້ນ ແລະ ອາຍຸການໃຊ້ງານທີ່ສັ້ນລົງ ເຊິ່ງໝາຍເຖິງຄ່າບໍາລຸງຮັກສາທີ່ສູງຂຶ້ນ. ສໍາຫຼັບຄົນທີ່ຂັບລົດໄຟຟ້າ (EV) ຈະຮູ້ວ່າ ລາຄາແບັດເຕີຣີ້ອາດຈະຫຼາຍກວ່າ 1 ໃນ 3 ຂອງລາຄາລົດດັ່ງກ່າວ.

ເພື່ອໃຫ້ລົດໄຟຟ້າ (EV) ມີປະສິດທິພາບ ແລະ ໃຊ້ງານໄດ້ຍາວນານ ບໍລິສັດ Contemporary Amperex Technology Co.,Ltd.  ເປັນບໍລິສັດຜະລິດແບັດເຕີຣີ້ຂອງລົດໄຟຟ້າ (EV) ທີ່ມີສໍານັກງານໃຫຍ່ໃນເມືອງໜິງເຕີ໋ ປະທດຈີນ ໄດ້ພັດທະນາແບັດເຕີຣີ້ຂອງລົດໄຟຟ້າ ໃຫ້ມີອາຍຸການໃຊ້ງານບໍ່ນ້ອຍກວ່າ 16 ປີ ທຽບເທົ່າກັບໄລຍະທາງ 2 ລ້ານກິໂລແມັດ ຫຼື 1,24 ລ້ານໄມລ໌. ນອກຈາກນີ້, ຍັງຮັບປະກັນການໃຊ້ງານເຖິງ 8 ປີ ຫຼື 150,000 ໄມລ໌, ຍິ່ງໄປກວ່ານັ້ນ ທ່ານ Zeng Yuqun ປະທານບໍລິສັດ Contemporary Amperex Technology Co.,Ltd. ຫຼື CATL ຍັງແຈ້ງອີກວ່າ ການເພີ່ມອາຍຸການໃຊ້ງານແບັດເຕີຣີ້ຖືເປັນຄວາມກ້າວໜ້າຄັ້ງສໍາຄັນ ເນື່ອງຈາກສາມາດຖອດ ແລ້ວນໍາແບັດເຕີຣີີ້ໄປໃຊ້ໃໝ່ໃນລົດໄຟຟ້າ (EV) ຄັນທີ່ສອງ, ສິ່ງດັ່ງກ່າວຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການຊືື້ລົດໄຟຟ້າ (EV) ຄັນທີ່ສອງ.

ນອກຈາກນັ້ນ, ຄາດການວ່າໃນປີ 2021 ຈີນຈະມີການຂາຍລົດໄຟຟ້າທີ່ໃຊ້ພະລັງງານແບັດເຕີຣີ້ເພີ່ມຂຶ້ນ 8.1%, ໃນຂະນະທີ່ເອີຣົບຈະເພີ່ມຂຶ້ນ 5% ແລະ ກ່ອນໜ້ານີ້ ທ່ານ Elon Musk ໄດ້ເດີນທາງມາເຈລະຈາກັບ ທ່ານ Zeng Yuqun ໃນການຈັດຫາແບັດເຕີຣີ້ໃຫ້ກັບລົດໄຟຟ້າ (EV) ລະດັບໂລກເຊັ່ນ Tesla Model 3 ທີ່ຜະລິດໃນໂຮງງານ  Gigafactory ແຫ່ງໃໝ່ຂອງ Tesla ໃນຊຽງໄຮ້. ນອກຈາກນີ້, ຍັງມີການຜະລິດແບັດເຕີຣີ້ໃຫ້ກັບລົດ BMW, Audi ແລະ Porche

ແຫຼ່ງຂໍ້ມູນ: https://www.facebook.com/39391492609/posts/10156927350577610/

 

Comments