ຂ່າວດີສຳລັບທຸລະກິດ SMEs ໃນລາວ…

ເມື່ອເກິດວິກິດການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ສົ່ງຜົນກະທົບຕໍ່ຈຸນລະວິສາຫະກິດ,​ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງຮຸນແຮງ ຈົນສົ່ງຜົນໃຫ້ຜູ້ປະກອບກິດຈະການ ພົບກັບຄວາມຍຸ້ງຍາກຫຼາຍພໍສົມຄວນ, ເນື່ອງຈາກພຶດຕິກຳຂອງຜູ້ບໍລິໂພກມີການປ່ຽນແປງ ຕາມມາດ້ວຍສະພາບເສດຖະກິດຢຸດສະງັກ.​

ເພື່ອຜັນຂະຫຍາຍແນວທາງນະໂຍບາຍ ຂອງລັດຖະບານ ໃນການສົ່ງເສີມຜູ້ປະກອບກິດຈະການ ໃນ ສປປ ລາວ ໃນການເຂົ້າຫາແຫຼ່ງທຶນຕ່າງໆ ມາຊ່ວຍຟື້ນຟູ ແລະ ປັບປຸງທຸລະກິດຂອງຕົນເອງພາຍຫຼັງວິກິດການ COVID-19, ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະໄດ້ຮ່ວມມືກັບບັນດາອົງກອນ ແລະ ສະຖາບັນຕ່າງໆເພື່ອຫາແນວທາງວິທີການຊ່ວຍເຫຼືອ ແລະ ສ້າງກິດຈະກຳທາງດ້ານ Digital Marketing ຂຶ້ນມາ.​


ໃນຕອນບ່າຍ ວັນທີ 3 ກໍລະກົດ 2020 ຜ່ານມາ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)​ ໄດ້ມີພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ)​ ກັບ ທະນາຄານພັດທະນາລາວ (ທພລ), ທະນາຄານ ໄຊງ່ອນເທຶອງຕິ່ນລາວ (ຊາຄອມແບັງລາວ)​ ໂດຍມີຈຸດປະສົງ ເພື່ອເປັນແນວທາງໃນການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມຜູ້ປະກອບກິດຈະການ ຈຸນລະວິສາຫະກິດ,​ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຮູ້ເຖິງຂໍ້ມູນຂ່າວສານຜະລິດຕະພັນຕ່າງໆຂອງທະນາຄານຢ່າງສະດວກ ແລະ ວ່ອງໄວ ໃນການເຂົ້າຫາແຫຼ່ງທຶນຂອງທະນາຄານ.

ແຫຼ່ງຂໍ້ມູນ: LAos SME Service Center

Comments