Author Archives: admin target

ແນວທາງແກ້ໄຂສະພາບຄ່ອງທາງການເງິນ ສຳລັບທຸລະກິດເພື່ອຮັບມືຜົນກະທົບຈາກ ໂຄວິດ-19

ໃນໄລຍະຜ່ານມາ, ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໄດ້ແຜ່ລະບາດໄປທົ່ວໂລກດ້ວຍຈັງຫວະທີ່ໜ້າວິຕົກກັງວົນ ຊຶ່ງສົ່ງຜົນຕໍ່ການຢຸດຊົ່ວຄາວທາງເສດຖະກິດ ແລະ ຄວາມເຊື່ອໝັ້ນຕໍ່ການໃຊ້ຊີວິດປະຈຳວັນຂອງປະຊາຊົນ. ການເຄື່ອນໄຫວຂອງພາກທຸລະກິດຕ່າງໆ ກໍໄດ້ຮັບຜົນກະທົບໄປຕາມໆກັນ ໂດຍສະເພາະແມ່ນພາກການຜະລິດ, ການບໍລິການ ແລະ ທ່ອງທ່ຽວ. ການຢຸດຊົ່ວຄາວດັ່ງກ່າວ ໄດ້ສົ່ງຜົນກະທົບ ຕໍ່ການບໍລິຫານສະພາບຄ່ອງທາງການເງິນຂອງທຸລະກິດທັງໃນຂອດເງິນທຶນສຳລັບການດຳເນີນງານ ແລະ ການຊຳລະຄືນເງິນກູ້ຢືມ. ເຊິ່ງບົດຄວາມນີ້ ຈະສັງລວມເອົາຂໍ້ມູນກ່ຽວກັບ ນະໂຍບາຍສິນເຊື່ອທີ່ທະນາຄານແຫ່ງ ສປປ ລາວ (ທຫລ), ທະນາຄານທຸລະກິດ ແລະ ສະຖາບັນການເງິນ ໄດ້ປະກາດໃຊ້ ເພື່ອຊ່ວຍເຫຼືອພາກທຸລະກິດ ຫຼື ລູກໜີ້ ໃຫ້ສາມາດຮັບມືກັບສະຖານະການເສດຖະກິດຝືດທີ່ພວມປະສົບຢູ່ໃນປັດຈຸບັນ. ນະໂຍບາຍຈາກ ທຫລ: “ທຫລ” ໄດ້ອອກຂໍ້ຕົກລົງວ່າດ້ວຍນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19 ເລກທີ: 238/ທຫລ ລົງວັນທີ 26 ມີນາ 2020 ຊຶ່ງໄດ້ກໍານົດນະໂຍບາຍແກ້ໄຂຜົນກະທົບໃຫ້ແກ່ລູກໜີ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ໃຫ້ສາມາດສືບຕໍ່ດໍາເນີນທຸລະກິດຈົນກ້າວສູ່ສະພາບປົກກະຕິ ໂດຍເລັ່ງໃສ່ກຸ່ມລູກຄ້າເງິນກູ້ທີ່ໄດ້ຢຸດເຊົາການດໍາເນີນກິດຈະການທັງໝົດ ຫຼື ບາງສ່ວນ ເນື່ອງຈາກມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງລັດຖະບານໃນໄລຍະຜ່ານມາ. ໃນຂໍ້ຕົກລົງດັ່ງກ່າວໄດ້ລະບຸນະໂຍບາຍສິນເຊື່ອທີ່ສໍາຄັນ ຄື: 1) ການປັບປຸງໂຄງສ້າງໜີ້ດ້ວຍການກໍານົດອາຍຸສັນຍາຄືນໃໝ່, ເລື່ອນກໍານົດ ...

Read More »

ລັດຖະບານ ຮຽກຮ້ອງໃຫ້ທົ່ວສັງຄົມ ປະຕິບັດມາດຕະການຢ່າງເຄັ່ງຄັດ ຖ້າໃຜຝ່າຝືນຕ້ອງຮັບຜິດຊອບໃຊ້ຈ່າຍຜົນເສຍຫາຍທີ່ເກີດຂຶ້ນທັງໝົດ

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງຕອນເຊົ້າວັນທີ 7 ສິງຫາ 2020 ນີ້ ເຖິງສະພາບການລະບາດຂອງພະຍາດໂຄວິດ19 ຢູປະເທດຕ່າງໆໃນໂລກ ເຫັນວ່າຍັງມີການລະບາດເປັນວົງກວ້າງ, ບາງປະເທດກັບມາລະບາດເປັນຮອບທີສອງ ແລະມີຄວາມຮ້າຍແຮງກວ່າເກົ່າ, ສະເລ່ຍມື້ໜຶ່ງມີຜູ້ຕິດເຊື້ອເພີ່ມຂຶ້ນປະມານ 200.000ຄົນ, ເສຍຊີວິດປະມານ 6.000 ຫາ 7.000ຄົນ, ລວມແລ້ວທົ່ວໂລກມີຜູ້ຕິດເຊື້ອ 19ລ້ານກວ່າຄົນ, ມີຜູ້ເສຍຊີວິດ 700.000 ກວ່າຄົນ. ສໍາລັບ ສປປ ລາວ ເຖິງວ່າຈະສາມາດຄວບຄຸມການລະບາດໄດ້ໃນເບື້ອງຕົ້ນກໍຕາມ ແຕ່ກໍໃຫ້ສືບຕໍ່ປະຕິບັດມາດຕະການໃຫ້ດີຂຶ້ນກວ່າເກົ່າ ໃນນັ້ນໃຫ້ເພີ່ມທະວີການຕິດຕາມກວດກາ ການເຂົ້າ-ອອກ ຕາມດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກຊະຊາຍ. ພ້ອມກັນນັ້ນ ຕ້ອງເພີ່ມທະວີການໂຄສະນາ ປະຊາສໍາພັນໃຫ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ19 ໃຫ້ປະຊາຊົນບັນດາເຜົ່າ ຕະຫລອດຮອດທະຫານ, ພະນັກງານ, ຕໍາຫລວດ ແລະຊັ້ນຄົນຕ່າງໆໃນສັງຄົມ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແລະຮັບຮູ້ -ເຂົ້າໃຈ ເຖິງໄພອັນຕະລາຍຂອງພະຍາດ ທີ່ກະທົບເຖິງເສດຖະກິດ-ສັງຄົມຂອງຊາດ, ຄຽງຄູ່ກັນນັ້ນ ຕ້ອງໄດ້ຄຸ້ມຄອງການເຂົ້າມາຂອງນັກລົງທຶນ, ນັກທຸລະກິດ, ວິຊາການ, ຊ່ຽວຊານ ຫລືແຮງງານດ້ານຕ່າງໆທີ່ມີຄວາມຈໍາເປັນເຂົ້າມາປະເທດເຮົາໃນໄລຍະນີ້ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດແລ້ວ ໃຫ້ຮັດກຸມຂຶ້ນກວ່າເກົ່າ, ສ່ວນນັກສຶກສາລາວ ກໍຄືປະຊາຊົນລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ທີ່ຕ້ອງການເດີນທາງກັບຄືນປະເທດ ຕ້ອງໄດ້ເກັບກໍາຂໍ້ມູນ ...

Read More »

Grace Lao ອາຊີບເສີມທີ່ສາມາດເພີ່ມຄຸນຄ່າໃຫ້ກັບຜະລິດຕະພັນຊຸມຊົນ

ຄວາມປ່ຽນແປງຂອງພາວະເສດຖະກິດ ໂດຍສະເພາະເມື່ອເກີດວິກິດການແບບກະທັນຫັນ ດັ່ງການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ສົ່ງຜົນກະທົບຮ້າຍແຮງໄປທຸກບ່ອນທົ່ວໂລກ ຈົນເຮັດໃຫ້ກິດຈະການຕ່າງໆຕ້ອງຢຸດດຳເນີນການຊົ່ວຄາວ ສ່ຽງຂາດທຶນ ບັນດາລູກຈ້າງກໍມີຄວາມສ່ຽງ ຖືກປົດອອກຈາກວຽກງານໄດ້ຕະຫຼອດເວລາ ໂດຍບໍ່ເລືອກວ່າເປັນສາຍອາຊີບໃດ ສະນັ້ນ ເພື່ອສ້າງຄວາມໝັ້ນຄົງທາງດ້ານເງິນ ການສ້າງລາຍຮັບຈາກຫຼາຍຊ່ອງທາງ ຫຼື ການທີ່ທ່ານມີ “ອາຊີບເສີມ” ຈຶ່ງຊ່ວຍຫຼຸດຜ່ອນຄວາມສ່ຽງຂອງທ່ານລົງ ແລ້ວຍັງຮັບປະກັນຊີວິດການເປັນຢູ່ຂອງທ່ານໃນອະນາຄົດອັນບໍ່ແນ່ນອນໄດ້ນຳອີກ ຄືດັ່ງ ເລື່ອງລາວຂອງສອງສາວ ເຈົ້າຂອງຍີ່ຫໍ້ ເກຣສລາວ (Grace Lao) ຜະລິດຕະພັນບຳລຸງຜິວຈາກທຳມະຊາດ ປາສະຈາກສານເຄມີ ທີ່ຄໍລຳເຮົາຈະມາແນະນຳໃຫ້ທ່ານຜູ້ອ່ານຮູ້ຈັກໃນສະບັບນີ້ ໂດຍແບຣນເກຣສລາວ (Grace Lao) ເລີ່ມຕົ້ນຈາກ ທ່ານນາງ ເທບພະພອນ ບຸນຖາວອນ (ນ້ອຍ) ເພິ່ນເປັນພະນັກງານສັງກັດຢູ່ກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເພິ່ນມີໂອກາດໄດ້ເດີນທາງໄປຢ້ຽມຢາມຜູ້ຜະລິດສິນຄ້າລາວ ໃນຫຼາຍແຂວງທົ່ວປະເທດ ເຮັດໃຫ້ເພິ່ນໄດ້ເຫັນວ່າ ສິນຄ້າທ້ອງຖິ່ນຫຼາຍປະເພດ ມີຄວາມພິເສດ ໜ້າສົນໃຈ ແລະ ໜ້າຈະໄດ້ຂາຍຫຼາຍກວ່ານີ້ ແຕ່ພວກເຂົາເຈົ້າຍັງມີຂໍ້ຈຳກັດ ເລື່ອງການຕະຫຼາດ, ການໂຄສະນາ ແລະການອອກແບບຫຸ້ມຫໍ່ ຜະລິດຕະພັນ ໃຫ້ໂດດເດັ່ນ ຕ້ອງຕາ ຕ້ອງໃຈຜູ້ຊົມໃຊ້ ເມື່ອເຫັນແນວນັ້ນ ...

Read More »

ສປຊ ຮຽກຮ້ອງໃຫ້ນາໆຊາດສ້າງໂລກທີ່ປອດອາວຸດນິວເຄລຍ…

ສຳນັກຂ່າວກຽວໂຕ ລາຍງານວ່າ ທ່ານ ແອນໂຕນີໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ( ສປຊ ) ສະແດງ ຄວາມເຫັນຜ່ານວິດີໂອໃນພິທີລະນຶກ ຄົບຮອບ 75 ປີ ເຫດການຖິ້ມລະເບີດປະລະມານູທີ່ເມືອງຮີໂຣຊີມາ ປະເທດຍີ່ປຸ່ນ ເມື່ອວັນທີ 6 ສິງຫານີ້ວ່າ: ໂລກຍັງມີຄວາມສ່ຽງຕໍ່ການໃຊ້ອາວຸດນິວເຄລຍຫຼາຍຂຶ້ນ ແລະ ຮຽກຮ້ອງໃຫ້ທຸກປະເທດທົ່ວໂລກມຸ່ງໝັ້ນສ້າງໂລກທີ່ປອດອາວຸດນິວເຄລຍ. ເລຂາທິການ ສປຊ ກ່າວອີກວ່າ: “ ການແບ່ງແຍກ, ຄວາມບໍ່ໄວ້ວາງໃຈ ແລະ ການຂາດການເຈລະຈາ ເຮັດໃຫ້ໂລກມີຄວາມສ່ຽງເຂົ້າສູ່ການແຂ່ງຂັນການຜະລິດອາວຸດນິວເຄລຍແບບບໍ່ມີຂີດຈຳກັດ ”. ທ່ານກ່າວອີກວ່າ: “ ຄວາມສ່ຽງການໃຊ້ອາວຸດນິວເຄລຍໂດຍເຈຕະນາ, ໂດຍອຸບັດເຫດ ຫຼື ແມ່ນແຕ່ການອ້າງວ່າການຄຳນວນຜິດພາດນັ້ນມີທ່າອ່ຽງຈະເກີດຂຶ້ນໃນອະນາຄົດ ”. ທ່ານ ກູເຕີເຣສ ກ່າວອີກວ່າ: ທຸກປະເທດໃນໂລກລ້ວນແຕ່ມີບົດບາດສຳຄັນໃນການກຳຈັດອາວຸດນິວເຄລຍ ແຕ່ບັນດາປະເທດທີ່ມີສິດຄອບຄອງອາວຸດເຫຼົ່ານັ້ນຄວນມີຄວາມຮັບຜິດຊອບເປັນພິເສດ. ເລຂາທິການ ສປຊ ຍັງມີຄວາມຫວັງວ່າປະຊາຄົມໂລກຈະກັບມາມີວິໄສທັດຮ່ວມກັນໃນການຍົກເລີກການໃຊ້ອາວຸດນິວເຄລຍໂດຍສົມບູນ ເມື່ອລັດຖະບານຕ່າງໆຈະທົບທວນສົນທິສັນຍາວ່າດ້ວຍການບໍ່ແຜ່ອາວຸດນິວ ເຄລຍ ເຊິ່ງເປັນພື້ນຖານສຳຄັນຂອງການປົດອາວຸດນິວ ເຄລຍທົ່ວໂລກໃນປີໜ້າ. ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php

Read More »

ຮູ້ແລ້ວບໍ? ປະເທດ ທີ່ຕິດເຊື້ອ Covid-19 ຫຼາຍທີ່ສຸດໃນອາຊຽນ…

ໃນວັນທີ 2 ສິງຫາ ຜ່ານມາ ປະທານາທິບໍດີ ຂອງຟິລິບປິນ ປະກາດ Lock Down ໃນນະຄອນຫຼວງມິນິລາ ແລະ ພື້ນທີ່ໃກ້ຄຽງ ເປັນເວລາ 2 ອາທິດ ເຊິ່ງການ Lock Down ຄັ້ງນີ້ເຮັດໃຫ້ລົດສາທາລະນະຕ້ອງຢຸດໃຫ້ບໍລິການ, ພະນັກງານຕ້ອງເຮັດວຽກຢູ່ເຮືອນ ແລະ ອະນຸຍາດໃຫ້ແຕ່ລະຫຼັງຄາເຮືອນ ສົ່ງສະມາຊິກອອກຈາກເຮືອນໄປຊື້ສິນຄ້າຈຳເປັນໄດ້ພຽງ 1 ຄົນ ເທົ່ານັ້ນ. ຕົວເລກຜູ້ຕິດເຊື້ອ Covid-19 ໃນຟິລິບປິນ ເພີ່ມຂຶ້ນຕໍ່່ເນື່ອງ, ຫຼ້າສຸດ ແຊງໜ້າອິນໂດເນເຊຍຂຶ້ນເປັນປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດໃນອາຊຽນ. ໃນວັນທີ 6 ສິງຫາ ຜ່ານມາ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 3,561 ຄົນ, ລວມມີຜູ້ຕິດເຊື້ອທັງໝົດ 119,460 ຄົນ, ໃນຂະນະທີ່ອິນໂດເນເຊຍ ເຊິ່ງເຄີຍມີຕິດເຊື້ອຫຼາຍທີ່ສຸດ ໂດຍມີຕົວເລກຜູ້ຕິດເຊື້ອລວມ 118,753 ຄົນ. ດ້ານຕົວເລກຜູ້ເສຍຊີວິດໃນວິລິບປິນ ເພີ່ມຂຶ້ນຈາກ 28 ຄົນ ເປັນ 2,150 ຄົນ, ເຊິ່ງນ້ອຍກ່ວາອິນໂດເນເຊຍ ຢູ່ທີ່ 5,521 ຄົນ, ...

Read More »

ມຽນມາ ພ້ອມສົ່ງອອກແຮງງານຄືນສູ່ຕະຫລາດຕ່າງປະເທດ…

ຕາມ​​ແຫ​ລ່ງຂ່າວ​ຈາກ ​ຊິນ​ຮວາ​ຂອງ​ຈີນ,​ເມື່ອ​ບໍ່​ດົນ​ມາ​ນີ້, ມຽນມາ ພ້ອມ​ສົ່ງ​ອອກ ​ແຮງ​ງານ ຄືນ​ສູ່​ ຕະຫລາດ ​ຕ່າງປະ​ເທດ​ອີກ​ຄັ້ງ ຫາກ​ປະ​ເທດ ​ປາຍທາງ ພ້ອມ​ທີ່​ ຈະ​ເປີດ​ຮັບ​ ແຮງ​ງານ​ກັບ​ໄປ​ເຮັດ​ວຽກ ​ຢ່າງ​ເປັນ​ທາງ​ການ. ພາບປະກອບເທົ່ານັ້ນ ພາບປະກອບເທົ່ານັ້ນ ຕາມ​ປົກກະຕິ​ແລ້ວ ​ແຮງ​ງານ ​ອົບ​ພະຍົບ ຊາວ​ມຽນມາ ຈະ​ຖືກ​ສົ່ງ​ຕົວ ​ໄປ​ຍັງ​ ປະ​ເທດ​ໄທ, ມາ​ເລ​ເຊຍ, ຍີ່ປຸ່ນ, ສ.​ເກົາຫລີ, ຍີ່ປຸ່ນ, ສິງ​ກະ​ໂປ, ຊອກ​ດາ​ນີ (Jordan),ສະຫະ​ນະຄອນ ​ເອ​ເມ​ເຣັດ ອາຣັບ(UAE),ກາ​ຕາ ​ແລະ ອື່ນໆ. ພາບປະກອບເທົ່ານັ້ນ ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php

Read More »

ເຕືອນ ເມືອງທຸລະຄົມ ກຽມຮັບມືນໍ້າຖ້ວມ…

ເມືອງທຸລະຄົມແຈ້ງການ ໃຫ້ປະຊາຊົນເຝົ້າລະວັງສະພາບນໍ້າຂຶ້ນໃນແຕ່ລະສາຍ !!! ເນື່ອງຈາກເລີ່ມແຕ່ຕົ້ນເດືອນສິງຫາ 2020 ມາຮອດປັດຈຸບັນ ມີຝົນຕົກນັກ ແລະ ຕົກລິນ ເປັນບໍລິເວນກວ້າງ ເຮັດໃຫ້ມີນໍ້າຖ້ວມຂັງຕາມເສັ້ນທາງ ແລະ ເຂດຕໍ່າ ໂດຍສະເພາະແມ່ນລະດັບນໍ້າງື່ມແມ່ນມີປະລິມານເພີ່ມຂຶ້ນສູງໃນແຕ່ລະວັນ ສະນັ້ນ ເພື່ອກຽມຮັບມື ແລະ ຮັບປະກັນຄວາມປອດໄພຂອງປະຊາຊົນທາງເມືອງຈື່ງໄດ້ອອກແຈ້ງການດັ່ງນີ້: ໃຫ້ກຽມສັດລ້ຽງໄວ້ບ່ອນສູງ ປອດໄພ, ກຽມເປົາຫິນຊາຍ ເພື່ອເຮັດຄູກັນນໍ້າ ແລະ ຖ້າມີເຂດໃດທີ່ນໍ້າຖ້ວມ ໃຫ້ທາງບ້ານແຈ້ງເຖິງກຸ່ມບ້ານ ຫຼື ຫ້ອງວ່າການເມືອງ ເພື່ອຮີບຮ້ອນແກ້ໄຂສຸກເສີນໂດຍໄວ ແຫຼ່ງຂໍ້ມູນ: ຫ້ອງວ່າການເມືອງທຸລະຄົມ

Read More »

ແຂວງໄຊຍະບູລີ ນ້ຳຖ້ວມເປັນຮອບ 2

ຜູ້ໃຊ້ Facebook ຊື່: ສົນຄຳ ປັນຍາດີ ໄດ້ໂພສວ່າ: ນ້ຳຖ້ວມຮອບສອງທີ່ບ້ານຜາບ່ອງ,​ ເມືອງຄອບ, ແຂວງໄຊຍະບູລີ ວັນທີ 7.8.2020

Read More »

ຫວຽດນາມ ມີຕູ້ ATM ແຈກໜ້າກາກອະນາໄມ ຟຣີ…

ໃນຕູ້ ATM ດັ່ງກ່າວ ມີຄຳແນະສຳລັບການໃຊ້ດັ່ງນີ້: 1. ເມື່ອຍ່າງເຂົ້າໄປເຖິງເສັ້ນແດນຢູ່ຕໍ່ໜ້າຕູ້ແລ້ວ ຕ້ອງໄດ້ລ້າງມືດ້ວຍເຈວຂ້າເຊື້ອກ່ອນ. 2. ຍ່າງເຂົ້າໄປໃກ້ກັບຕູ້ ATM 3. ຈ້ອງຕາໃສ່ ກ້ອງຮູບພາບ 4. ໜ້າກາກ ອະນາໄມຈະໄຫຼອອກມາທັນທີ ແຫຼ່ງຂໍ້ມູນ: Zing News

Read More »

ຜົນກອງປະຊຸມຮ່ວມທ່ານນາຍົກ ແລະ ຄະນະສະເພາະກິດ

ວັນທີ 5 ສິງຫາ ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານໃນຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນເດືອນໄລຍະເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ ຈາກທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນຕໍ່ວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ພ້ອມທັງ ຕີລາຄາປະເມີນຄືນ ການຈັດຕັ້ງປະຕິບັດວຽກງານແລະ ສະເໜີປັບປຸງບາງວຽກງານທີ່ເຫັນວ່າບໍ່ທັນຈະແຈ້ງ, ການຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງມີຊ່ອງຫວ່າງ ທີ່ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ. ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະຫລຸບສັງລວມ ...

Read More »