ແຮງງານລາວເຮັດວຽກຢູ່ໄທລົງທະບຽນກວ່າ 2 ແສນຄົນ

ປັດຈຸບັນມີແຮງງານລາວທີ່ເຂົ້າໄປເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນລວມທັງໝົດ 200,000ກວ່າຄົນ

ທ່ານ ນ. ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ໄດ້ສະເໜີຕໍ່ຝ່າຍໄທ ໃຫ້ອໍານວຍຄວາມສະດວກໃນການອະນຸມັດໂກຕ້າ (Labour Demand) ນໍາເຂົ້າແຮງງານຕ່າງປະເທດ ແລະ ການອະນຸມັດວີຊາ (Calling VISA) ໃຫ້ວ່ອງໄວຂຶ້ນກວ່າເກົ່າ ເພື່ອເປັນການອໍານວຍຄວາມສະດວກໃຫ້ແຮງງານລາວໄດ້ໄປເຮັດວຽກຢູ່ປະເທດໄທຢ່າງຖືກຕ້ອງຕາມກົດໝາຍ

ກົມການຈັດຫາງານແຫ່ງ ຣາຊະອານາຈັກໄທ ຍັງໄດ້ແຈ້ງຕື່ມວ່າ ມາຮອດປະຈຸບັນມີແຮງງານລາວທີ່ເຂົ້າມາເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນຕາມມະຕິຄະນະລັດຖະມົນຕີຂອງໄທ ລວມທັງໝົດ 200,000​ ກວ່າຄົນ.

ຂ່າວ: ຮສສ

#TargetMagazine

Comments