4 ແຂວງພາກເໜືອ ຫາລືຫັນເປັນອຸດສາຫະກຳ ທົດແທນການນຳເຂົ້າ-ສົ່ງອອກ


ປະຊຸມຫາລື ພາຍໃຕ້ຫົວຂໍ້ ບຸກທະລຸ ໃນການຫັນເປັນອຸດສາຫະກໍາ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ 4 ແຂວງພາກເຫນືອ ( ອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ) ຈັດຂຶ້ນໃນວັນທີ 26 ກັນຍາ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ.


ວຽກງານການຫັນເປັນອຸດສາຫະກໍາ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຂອງບັນດາແຂວງພາກເຫນືອໃນຄັ້ງນີ້ ທາງບໍລິສັດ ລວມທັງ ສະຖານທູດຍີ່ປຸ່ນ ປະຈຳລາວ ພ້ອມແລ້ວທີ່ຈະສະຫນັບສະຫນູນ ແລະ ຊຸກຍູ້ສົ່ງເສີມ ເພື່ອເຮັດໃຫ້ ແຂວງພາກເຫນືອລາວ ມີເສດຖະກິດຂະຫຍາຍຕົວ, ປະຊາຊົນມີວຽກເຮັດງານທຳ, ພັດທະນາວຽກງານກະສິກຳ ໃຫ້ທັນສະໄຫມ ແລະ ສາມາດຜະລິດກະສິກຳໃຫ້ກາຍເປັນສິນຄ້າ ເພື່ອສະຫນອງໃຫ້ແກ່ພາກອຸດສາຫະກຳ ພາຍໃນ ເຮັດໃຫ້ສາມາດຜະລິດສິນຄ້າອອກຮັບໃຊ້ພາຍໃນ ໂດຍສະເພາະແມ່ນ 4 ແຂວງພາກເຫນືອ ໃຫ້ທົ່ວເຖິງ ແລະ ພຽງພໍ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ.


ຂໍ້ມູນ: Lao National Radio

#TargetMagazine

Comments