ນຳສະເໜີ ແອັບ Booknea ບໍລິການນັກທ່ອງທ່ຽວຮູບແບບໃໝ່

ນຳສະເໜີ ແອັບ Booknea ບໍລິການນັກທ່ອງທ່ຽວຮູບແບບໃໝ່ວັນທີ 26 ກັນຍາ 2022, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການນຳສະເໜີ ແອບພລິເຄຊັນ Booknea ໂດຍການຮ່ວມມືຂອງບໍລິສັດບຸກແນ່ອິນສ ຈຳກັດ ແລະ ກະຊວງ ຖວທ ເຊິ່ງເປັນແອບໃຫ້ບໍລິການຈອງທີ່ພັກ, ຈອງປີ້ລົດເມ, ລົດໄຟລາວ-ຈີນ, ຈອງປີ້ກິດຈະກຳຄອນເສີດ ແລະ ຈອງປີ້ຍົນພາຍໃນປະເທດ ເພື່ອໃຫ້ບໍລິການທ່ອງທ່ຽວຮູບແບບໃໝ່ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳໃຊ້ແອັບການບໍລິ ການແບບອອນລາຍ ໂດຍຄົນລາວສ້າງ 100%, ພ້ອມທັງສົ່ງເສີມການປະຊາສຳພັນ ການທ່ອງທ່ຽວໃຫ້ນັກທ່ອງທ່ຽວ ໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານການທ່ອງທ່ຽວພາຍໃນປະເທດ.

ທີ່ມາ: ປະເທດລາວ

#TargetMagazine

Comments