ລາວ-ກູບາ ບັນທຶກຄວາມເຂົ້າໃຈ ການຮ່ວມມື ສໍາຄັນ 4 ດ້ານ

ລາວ-ກູບາ ບັນທຶກຄວາມເຂົ້າໃຈ ການຮ່ວມມື ສໍາຄັນ 4 ດ້ານ ລາວ-ກູບາ ຢືນຢັນມຸ່ງໝັ້ນ ຈະສືບຕໍ່ຊອກຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະ ດ້ານເສດຖະກິດ-ການຄ້າ ໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ.

ສໍາຄັນ ສອງຝ່າຍໄດ້ລົງນາມເອກະສານບົດບັນທຶກຄວາມເຂົ້າໃຈ ຈຳນວນ 4 ສະບັບຄື:

1. ການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດໃນໄລຍະປີ 2022-2027

2. ການຮ່ວມມືໃນຂົງເຂດກະສິກໍາ

3. ແຜນການຮ່ວມມືດ້ານການແພດ

4. ຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລລາຮາວານ ໃນຂົງເຂດການສຶກສາ.

ຂ່າວ: ກະຊວງການຕ່າງປະເທດ

#TargetMagazine

Comments