ຂາຍແພງແຕ່ມູນຄ່າການສົ່ງອອກເພີ່ມຂຶ້ນທຸກໆປີ!

ຍີ່ປຸ່ນໃຫ້ຄວາມສຳຄັນກັບວຽກງານການກະເສດບໍ່ໜ້ອຍກວ່າວຽກງານດ້ານອື່ນ ໄລຍະສົງຄາມໂລກຄັ້ງທີສອງ ຍີ່ປຸ່ນເຄີຍເປັນປະເທດຂາດແຄນອາຫານ ແຕ່ລັດຖະບານຍີ່ປຸ່ນໄດ້ປະຕິຮູບການກະເສດຄັ້ງໃຫຍ່

1. ກຳນົດການຖືຄອງທີ່ດິນ

2. ສ້າງຕັ້ງສະຫະກອນການກະເສດເບິ່ງແຍງຊ່ວຍເຫຼືອຊາວກະເສດທຸກດ້ານ

3. ເຮັດໃຫ້ຜົນຜະລິດດີຂຶ້ນ, ຂາຍໄດ້ລາຄາດີ

ແຕ່ກໍພົບກັບອຸປະສັກຄັ້ງໃຫຍ່ເມື່ອຍີ່ປຸ່ນເຂົ້າຮ່ວມອົງການອາຫານໂລກ WTO ໃນປີ 1994 ເຮັດໃຫ້ອຸດໜຸນລາຄາບໍ່ໄດ້ແບບເກົ່າ. ສິນຄ້າພາຍໃນເລີ່ມໄດ້ຮັບຜົນກະທົບໜັກ.

1. ຂາຍບໍ່ອອກເນື່ອງຈາກມີລາຄາທີ່ສູງ

2. ຄົນພາຍໃນເລີ່ມຫັນໄປຊື້ສິນຄ້າທີ່ນໍາເຂົ້າເພາະລາຄາຖືກ

3. ຄົນເລີ່ມປ່ຽນພຶດຕິກຳກິນເຂົ້າໜ້ອຍລົງ ກິນຊີ້ນເພີ່ມຂຶ້ນ

ແລ້ວເຮັດແນວໃດພາກການກະເສດຂອງຍີ່ປຸ່ນຈຶ່ງຢູ່ລອດ?

1. ຫຼຸດຕົ້ນທຶນການຜະລິດ

2. ລັດຖະບານຍີ່ປຸ່ນເພີ່ມມູນຄ່າສິນຄ້າກະເສດ “ເຮັດໃຫ້ເປັນສິນຄ້າເກດພຣີມ້ຽມ”

3. ຕໍ່ຍອດ ແລະ ເພີ່ມມູນຄ່າ ເຊັ່ນ ນໍາເຂົ້າຍີ່ປຸ່ນໄປເຮັດເປັນເຫຼົ້າສາເກ

4. ເພີ່ມມູນຄ່າທາງການຕະຫຼາດເຊັ່ນ ແຊກເລື່ອງລາວເຂົ້າໄປໃນສິນຄ້າ, ຂະບວນການຜະລິດເຮັດໃຫ້ແຕກຕ່າງຈາກຄູ່ແຂ່ງ ແລະ ຍັງສາມາດຕັ້ງລາຄາໄດ້ສູງຂຶ້ນອີກດ້ວຍ.

5. ສ້າງລະບົບກວດສອບແບບຍ້ອນກັບ ໃຫ້ຜູ້ຊື້ຮູ້ໄດ້ວ່າສິນຄ້າປອດໄພທຸກຂະບວນການ ເຮັດໃຫ້ສິນຄ້າກະເສດ ສາມາດເປັນສິນຄ້າພຣີມ້ຽມ ແລະ ຜູ້ບໍລິໂພກກໍຮູ້ສຶກວ່າຄຸ້ມຄ່າຕໍ່ລາຄາທີ່ຈ່າຍ. ເຮັດໃຫ້ມູນຄ່າການສ່ົ່ງອອກສິນຄ້າກະເສດຂອງຍີ່ປຸ່ນເພີ່ມຂຶ້ນທຸກປີ ເຕີບໃຫຍ່ຂຶ້ນ 3 ເທົ່າພາຍໃນເວລາບໍ່ຮອດ 10 ປີ.

ຂໍ້ມູນ: ລົງທຶນແມນ

#TargetMagazine

Comments