ເຊັນສັນຍາ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ຢູ່ປາກຊ່ອງ ເນື້ອທີ່ 150 ເຮັກຕາ

ເຊັນສັນຍາ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ຢູ່ປາກຊ່ອງ ເນື້ອທີ່ 150 ເຮັກຕາ ບູລິມະສິດແຮງງານຕ້ອງເປັນຄົນລາວ!

ພິທີເຊັນສັນຍາສໍາປະທານ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານໜອງ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນ ວັນທີ 3 ຕຸລາ 2022.

ບໍລິສັດ ເອັມດີເອ (ລາວ) ຈໍາກັດ ຕ້ອງລົງທຶນທັງໝົດຕາມຕົ້ນທຶນໂຄງການທີ່ມີມູນຄ່າ ຢ່າງໜ້ອຍ 7 ລ້ານໂດລະສະຫະລັດ, ທຶນຈົດທະບຽນ ມູນຄ່າ 2,1 ລ້ານໂດລາສະຫະລັດ ອາຍຸສັນຍາ 15 ປີ. ແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງໃຫ້ບູລິມະສິດແຮງງານທີ່ເປັນຄົນລາວ, ເຈົ້າຂອງທີ່ດິນ ແລະ ຄົນທ້ອງຖິ່ນ ໃນເຂດໂຄງການເຂົ້າເຮັດວຽກ, ດ້ວຍການຝຶກອົບຮົມ ຍົກລະດັບສີມືແຮງງານ ແລະ ຕ້ອງຮັບການປະກັນສັງຄົມ.

ທີ່ມາ: ປະເທດລາວ Pathedlao

#TargetMagazine

Comments