Meta ຂາລົງໜັກ ຕັດງົບ, ຫຼຸດຄົນ ໂອກາດເປັນໄປໄດ້ສູງ!

Mark ກ່າວວ່ານີ້ຈະເປັນການຕັດງົບປະມານຄັ້ງໃຫຍ່ ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2014 ບໍລິສັດຈະຢຸດການຈ້າງ ແລະ ປັບໂຄງສ້າງບາງທີມເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຈັດລໍາດັບຄວາມສໍາຄັນຄືນໃຫມ່ ສິ່ງທີ່ຄາດວ່າຈະເຫັນໃນປີຫນ້າແມ່ນບໍລິສັດ Meta ຈະມີຂະຫນາດນ້ອຍກວ່າທີ່ເຄີຍເປັນ.

ລາຍງານຈາກ Bloomberg ໂດຍອ້າງອີງໃສ່ກອງປະຊຸມພະນັກງານພາຍໃນ Meta Mark Zuckerberg ໄດ້ສະຫຼຸບແຜນຄ້າວໆວ່າ ບໍລິສັດອາດຈະຕັດງົບປະມານສໍາລັບທີມງານສ່ວນໃຫຍ່ ເຖິງແມ່ນວ່າທີມງານທີ່ກຳລະຈະເຕີບໃຫຍ່ກໍຈະຖືກຫຼຸດງົບລົງເຊັ່ນກັນ. ຮຸ້ນ Meta ຫຼຸດລົງ 3.7 % ແລະ ໃນປີນີ້, ຮຸ້ນ Meta ໄດ້ຫຼຸດລົງ 60%

ທີ່ມາ: TODAY Bizview

#TargetMagazine

Comments