ອຸດສາຫະກຳຕັດຫຍິບລາວຟື້ນໂຕດີ ນັກລົງທຶນຫັນມາສົນໃຈຫຼາຍ ແຕ່ກຳລັງຍັງຂາດແຮງງານ! ​

ອຸດສາຫະກຳຕັດຫຍິບລາວຟື້ນໂຕດີ ນັກລົງທຶນຫັນມາສົນໃຈຫຼາຍ ແຕ່ກຳລັງຍັງຂາດແຮງງານ! ​ທ່ານ ໄຊບັນດິດ ຣາຊພົນ, ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວກ່າວວ່າ: ປັດຈຸບັນ, ທົ່ວປະເທດມີໂຮງງານຕັດຫຍິບ 77 ແຫ່ງ, ໃນນີ້ ຢູ່ນະຄອນຫລວງວຽງຈັນ 72 ແຫ່ງ

ສໍາລັບຕະຫລາດສົ່ງອອກ

1. ປະເທດໃນເອີຣົບ 80%

2. ຍິ່ປຸ່ນ 9%

3. ສະຫະລັດອາເມລິກາ 4%

4. ແຄນນາດາ 2% ແລະ ອື່ນໆ

ແຕ່ລະປີສາມາດສົ່ງອອກໄດ້ປະມານ 200 ລ້ານກວ່າໂດລາສະຫະລັດ. ​ອຸດສະຫະກໍາຕັດຫຍິບລາວ ເລີ່ມຟື້ນໂຕດີຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ນັກລົງທຶນຕ້ອງການເຂົ້າມາລົງທຶນໃນດ້ານນີ້ເພີ່ມຫລາຍຂຶ້ນ ແຕ່ປັດຈຸບັນບໍ່ສາມາດຮອງຮັບໄດ້ໝົດຍ້ອນຍັງພົບບັນຫາການຂາດເຂີນກໍາລັງແຮງງານ.

ທີ່ມາ: FM 90

#TargetMagzaine

Comments