ທາງດ່ວນເສັ້ນທຳອິດຂອງກຳປູເຈຍ ເລີ່ມທົດລອງນໍາໃຊ້ແລ້ວ!

ວັນທີ 1 ຕຸລາປີ 2022 ນີ້, ທາງດ່ວນພະນົມເປັນ-ທ່າກຳປັ່ນສີຫະນຸ ກຳປູເຈຍ ທີ່ບໍລິສັດໂຄງການກໍ່ສ້າງເສັ້ນທາງ ແລະ ຂົວຈີນຈຳກັດ ລົງທຶນ, ກໍ່ສ້າງ ແລະ ຮັບຜິດຊອບການທຸລະກິດນັ້ນ ໄດ້ເລີ່ມທົດລອງແລ່ນລົດແລ້ວ, ທາງດ່ວນດັ່ງກ່າວເປັນ ທາງດ່ວນເສັ້ນທຳອິດຂອງກຳປູເຈຍ.

ແມ່ນໂຄງການທີ່ບໍລິສັດກໍ່ສ້າງເສັ້ນທາງແລະຂົວຈີນຈຳກັດ ລົງທຶນຕາມຮູບແບບ “ກໍ່ສ້າງ-ທຸລະກິດ-ມອບ”, ໃຊ້ມາດຕະຖານຄຸນນະພາບຈີນ.ພາຍຫຼັງທາງດ່ວນ ດັ່ງກ່າວໄດ້ເປີດນຳໃຊ້ແລ້ວ, ຂີ່ລົດຈາກພະນົມເປັນໄປຫາທ່າກຳປັ່ນສີຫານຸ ຈະປະຫຢັດເວລາເດີນທາງຈາກ 5 ຊົ່ວໂມງປາຍໃນເມື່ອກ່ອນ ໃຫ້ໜ້ອຍລົງເປັນພຽງບໍ່ຮອດ 2 ຊົ່ວໂມງເທົ່ານັ້ນ.

ທີ່ມາ: CRI-FM93

#TargetMagazine

Comments