News

ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄົນໃໝ່

ໃນວັນທີ 29 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ເກົ່າ) ແລະ ທ່ານ ວຽງສະຫວັດ ສີພັນດອນ ລັດ ຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ວົງຄຳ ສຸທຳມະວົງ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິກຳຕ່າງໆ ກ່ຽວກັບການຊັບຊ້ອນ ແລະ ແຕ່ງຕັ້ງລັດຖະມົນຕີ ຍທຂ ເປັນຕົ້ນແມ່ນມະຕິຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ສະບັບເລກທີ 9/ສພຊ ລົງວັນທີ 22/03/2021 ...

Read More »

ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ບໍລິສັດ ກຣີນດິສໂຄເວີຣີລາວ (Green Discovery Laos) ຮ່ວມເຊັນສັນຍາ ພັດທະນາ ແລະ ສ້າງສູນການຄ້າ ຄິວມໍ (Qmall)

     ວັນທີ 26 ມີນາ 2021 ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ບໍລິສັດ ກຣີນດິສໂຄເວີຣີລາວ (Green Discovery Laos) ຮ່ວມເຊັນສັນຍາ ກຽມສ້າງ ສູນການຄ້າ ຄິວມໍ ຂຶ້ນທີ່ເຂດເສດຖະກິດບຶງທາດຫຼວງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ມີທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການບໍລິສັດ ກຼີນດີດໂຄເວີລີລາວ , ທ່ານ ນາງ Huang Xiu Wen ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫຼວງ ພ້ອມດ້ວຍພະນັກງານ ແລະ ພາກທຸລະກິດເຂົ້າຮ່ວມ.       ທ່ານ  Huang Xiu Wen ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫຼວງ ກ່າວວ່າ: ການເຊັນສັນຍາຄັ້ງນີ້ແມ່ນການຮ່ວມມືດ້ານການລົງທຶນ  ແລະ ການຈັດສັນຄຸ້ມຄອງ ຕອນດິນຕອນທີ 3 ຂອງເຂດເສດຖະກິດບຶງທາດຫຼວງ, ເພື່ອຮ່ວມກັນສ້າງຕັ້ງສູນການຄ້າຊຸມຊົນ(QMall) ຂຶ້ນ ໂດຍຖືກອອກແບບດ້ວຍແນວຄິດທີ່ວ່າ (ໃຫ້ການບໍລິການເຂດຊຸມຊົນໃນທ້ອງຖິ່ນ), ສຸມໃສ່ຄວາມຮຽກຮ້ອງຕ້ອງການໃນຊີວິດປະຈໍາວັນ ແລະ ສະໜອງການບໍລິການສະດວກຊື້  ແລະ ...

Read More »

ສະພາແຫ່ງຊາດ ຈະສຸມໃສ່ປະຕິບັດ 8 ທິດທາງລວມ ແລະ 5 ແຜນງານໃນ 5 ປີຕໍ່ໜ້າ

ສະພາແຫ່ງຊາດ ຊຸດທີ IX ຈະສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆໃນ 5 ປີຕໍ່ໜ້າ ໃຫ້ບັນລຸ 5 ເປົ້າໝາຍຕົ້ນຕໍ່ ໂດຍຈະສຸມໃສ່ປະຕິບັດຕາມ 8 ທິດທາງລວມ ແລະ 5 ແຜນງານ ເພື່ອກໍານົດທິດທາງ, ແຜນວຽກຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ ຕາມພາລະບົດບາດຂອງສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ອົງການນິຕິບັນຍັດທີ່ກໍານົດໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ IX ຮັບປະກັນການປະຕິບັດສິດ ແລະ ໜ້າທີ່ ທີ່ກໍານົດໃນກົດໝາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່. ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ຮູ້ ໃນວັນທີ 25 ມີນາ 2021 ນີ້ວ່າ: ການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ ສະພາແຫ່ງຊາດ ຊຸດທີ IX ຈະສຸມໃສ່ປະຕິບັດຕາມ 8 ...

Read More »

5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມ ລາວ-ອາເມລິກາ ມີການພັດທະນາຫລາຍດ້ານ

ການຍົກລະດັບການພົວພັນຮ່ວມມືແບບກວມລວມ ລາວ-ອາເມລິກາ ໄດ້ມີການຂະຫຍາຍການຮ່ວມມືໃນຫລາຍດ້ານຢ່າງຕໍ່ເນື່ອງໂດຍສະເພາະ ດ້ານການສຶກສາ, ສາທາລະນະສຸກ, ວຽກງານຕ້ານການຄ້າມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ, ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ເມື່ອທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ປີເຕີ ເຮມ່ອນ (Peter Hey mond), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມ ລວມ ລາວ-ອາເມລິກາ ໂດຍທ່ານໄດ້ຕີລາຄາວ່າ: ຂ້າພະເຈົ້າ ຮູ້ສຶກດີໃຈ ແລະ ພາກພູມໃຈຫລາຍທີ່ກຳລັງສະເຫລີມສະຫລອງຄົບຮອບ 5 ປີ ທີ່ຜູ້ນໍາຂອງສອງປະເທດລາວ ແລະ ອາເມລິກາ ໄດ້ມີຖະແຫລງການຮ່ວມຂອງຜູ້ນໍາສອງປະເທດ ໃນການຍົກລະດັບເປັນຄູ່ຮ່ວມມືແບບກວມລວມ ໃນປີ 2016 ແມ່ນໄດ້ມີການຂະຫຍາຍການຮ່ວມມືໃນຫລາຍດ້ານຢ່າງຕໍ່ເນື່ອງ ໂດຍສະເພາະວຽກງານສາທາລະນະສຸກ ເປັນຕົ້ນແມ່ນ ໂຄງການໂພຊະນາການ, ຊ່ວຍແມ່ ແລະ ເດັກ ກ່ອນ ແລະ ຫລັງການເກີດ, ເຊິ່ງໄດ້ຈັດຕັ້ງຢູ່ໃນຫລາຍແຂວງຂອງລາວ, ໂຄງການກ່ຽວກັບການກະກຽມລ່ວງໜ້າ ໃນການຕອບໂຕ້ການແຜ່ລະບາດຂອງພະຍາດຕິດຕໍ່ ຄື ...

Read More »

ຈີນ ຜະລິດວັກຊິນຕ້ານໂຄວິດ-19 ໄດ້ວັນລະ 5 ລ້ານໂດສ

ອ້າງ​ຕາມ​ຂ່າວ ປັກ​ກິ່ງ​ຂອງ ຈີນ, ວັນທີ 24 ເດືອນມີນາ, ທ່ານສຽວຫຍາ ລັດຖະມົນຕີ ອຸດສາຫະກຳ ແລະ ເຕັກໂນໂລຊີສື່ສານລະບຸວ່າການ​ຜະລິດວັກ​ຊິນ​ປ້ອງ​ກັນການ​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ຂອງ​ ຈີນໄດ້​ເພີ່ມ​ຂື້ນເປັນວັນ​ລະ 5 ລ້ານ​ໂດສ ເຊິ່ງເປັນການເພີ່ມຂຶ້ນຫລາຍ​ກວ່າ 3 ​ເທົ່າເມື່ອທຽບໃສ່ປະລິມານການ​ຜະລິດ​ລາຍ​ວັນ. ໃນວັນ​ທີ 1 ກຸມພາ ທີ່​ຜ່ານ​ມາຜະລິດ​ໄດ້ວັນ​ລະ 1,5 ລ້ານ​ຫລອດ. ປັດຈຸບັນ, ຈີນ​ຜະລິດ​ວັກ​ຊິນໃຊ້​ພາຍ​ໃນ​ປະ​ເທດຫລາຍ​ກວ່າ 100 ລ້ານ​ໂດສ, http://kpl.gov.la/detail.aspx?id=58488

Read More »

ໃນໄລຍະ 5 ປີຜ່ານມາ ອົງການກວດກາແຫ່ງລັດໄດ້ລົງກວດກາ 4 ພັນກວ່າເປົ້າໝາຍ

ໃນໄລຍະ 5 ປີຜ່ານມາອົງການກວດກາແຫ່ງລັດ ໄດ້ລົງກວດາກາ 4.129 ເປົ້າໝາຍ, ນອກນັ້ນຍັງໄດ້ກວດກາໄລ່ລຽງມູນຄ່າການລົງທຶນຂອງລັດ ຕາມແຈ້ງການຂອງລັດຖະບານ ຈໍານວນ 4.601 ໂຄງ ການ, ຜ່ານການກວດກາພົບເຫັນການເສຍຫາຍທັງໝົດ 5.689,12 ຕື້ກວ່າກີບ, 31,77 ລ້ານກວ່າ ໂດລາ, 36,89 ລ້ານບາດ.ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນານີ້, ພາຍໃຕ້ ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ຄໍາພັນ ພົມມະ ທັດ ຫົວໜ້າອົງການກວດກາແຫ່ງລັດ ໄດ້ຂຶ້ນສະເໜີບົດລາຍງານການເຄື່ອນໄຫວວຽກງານກວດກາລັດ 5 ປີ (2016-2020) ແລະ ແຜນການ 5 ປີຕໍ່ໜ້າ.ທ່ານ ຄຳພັນ ພົມມະທັດ ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ໄດ້ລົງກວດກາ ທັງໝົດ 4.129 ເປົ້າໝາຍ, ໃນນີ້ຕິດຕາມ-ກວດກາປົກກະຕິ 1.435 ເປົ້າໝາຍ, ກວດກາຕາມຄຳສັ່ງ 1.014 ...

Read More »

ໃນປີ 2020 ຜ່ານມາ GDP ຂອງ ສປປ ລາວ ບັນລຸ 2.664 ໂດລາ ຕໍ່ຄົນ

ກອງປະຊຸມສະພາແຫ່ງຊາດຊຸດທີ IX ຈັດຂຶ້ນໃນວັນທີ 22 ມີນາ 2021 ໃນໂອກາດ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີບົດລາຍງານ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ (2016-2020) ທີ່ໄດ້ການຈັດຕັ້ງປະຕິບັດ ແລະຮັບຜົນສໍາເລັດຫຼາຍປະການ ສາມາດສະຫຼຸບໄດ້ໂດຍສັງເຂບຄື: ທ່ານນາຍົກໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດສະເລ່ຍ 5 ປີຂະຫຍາຍຕົວ 5,8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃນ (GDP) ປີ 2020 ບັນລຸ 2.664 ໂດລາ, ລວມຍອດລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI) ເທົ່າກັບ 2.106 ໂດລາ. ໃນນັ້ນ, ຂະແໜງການກະສິກໍາຂະຫຍາຍຕົວ 2,1% ກວມເອົາ 16,60% ຂອງ GDP, ຂະແໜງອຸດສາຫະກໍາ 9,1% ກວມເອົາ 33% ຂອງ GDP, ຂະແໜງບໍລິການ ...

Read More »

ງານພົບປະອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960-1977

 ເພື່ອສ້າງໂອກາດໃຫ້ອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960 – 977ໜົດທຸກຄົນ ໄລຍະ 44 ປີທີ່ຜ່ານມາ ໄດ້ມາພົບພໍ້ ແລະ ຖາມຂ່າວສຸກທຸກຫາກັນແບບຄອບຄົວ ໃນຕອນແລງຂອງວັນທີ 14 ມີນາ 2021 ຜ່ານມາ ທີ່ ບ້ານKC,​ ບ້ານນາໄຊ,​ ນະຄອນຫລວງວຽງຈັນ ຈຶ່ງໄດ້ຈັດງານພົບປະສັງສັນຂຶ້ນ, ເພື່ອສ້າງຄວາມຮັກແພງ ແລະ ອົບອຸ່ນເຊິ່ງກັນ ແລະ ກັນ.  ໃນໂອກາດພິເສດດັ່ງກ່າວນີ້ ທ່ານນາງ ມອນມະນີ ຍອຍບົວກອງ ຜູ້ປະສານງານກຸ່ມອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ກໍເພື່ອສ້າງເງື່ອນໄຂໃຫ້ບັນດາເພື່ອນມິດສະຫາຍ ອະດີດສໍາພັນນັກສຶກສາລາວທີ່ປະເທດຝລັ່ງ ໃນຊຸມປີ 1960-977ໄດ້ມີໂອກາດ ພົບປະທັກທາຍກັນ, ຟື້ນຟູຄວາມຜູກພັນສາມັກຄີຮັກແພງກັນທີ່ເຄີຍມີມາ, ເພື່ອເຮັດໃຫ້ຄວາມສໍາພັນແໜ້ນແຟ້ນ ຄຽງຄູ່ກັນນີ້ກໍ ເພື່ອສະແດງຄວາມ​ດີໃຈຊົມເຊີຍຢ່າງຈິງໃຈມາຍັງອ້າຍ,​ຜູ້ອາວຸໂສພວກເຮົາກໍຄື ທ່ານ ປອນເມກ ດາລາລອຍ ທີ່ໄດ້ຮັບການຍ້ອງຍໍ ແລະ ຄຽງຄູ່ກັນນັ້ນກໍຂໍສະແດງຄວາມດີໃຈ ແລະ ຊົມເຊີຍມາຍັງຕະກຸນວົງໄຊ ທີ່ທ່ານ ພາ ວົງໄຊ ໄດ້ຮັບການຍ້ອງຍໍຈາກສະພາແຫ່ງຊາດ ແລະ ໄດ້ຮັບຫຼຽນກາທີ່ລະນຶກ 2 ຫຼຽນ, ແລະ ເປັນການລ້ຽງສົ່ງທ່ານເອກອັກຄະລັດຖະທູດລາວ (ທ່ານ ຢົ້ງ ...

Read More »

ຮັບຮອງແລ້ວ ທ່ານໄຊສົມພອນ ພົມວິຫານ ຂຶ້ນເປັນປະທານສະພາແຫ່ງຊາດຄົນໃໝ່

ຕາມວາລະຂອງສະພາແຫ່ງຊາດ ເມື່ອຄົບກຳນົດການເຄື່ອນໄຫວໃນເວລາ 5 ປີ, ກອງປະຊຸມສະພາແຫ່ງຊາດຄັ້ງປະຖົມມະລຶກຈະໄດ້ລົງຄະແນນສຽງຮັບຮອງເອົາຜູ້ທີ່ມີມາດຖານເງື່ອນໄຂເຂົ້າມາຮັບໜ້າທີ່ເປັນປະທານສະພາແຫ່ງຊາດຊຸດຕໍ່ໄປເພື່ອສືບຕໍ່ຊີ້ນຳ ນຳພາວຽກງານຕາມໜ້າທີ່ການເມືອງໃນໄລຍະໃໝ່ ແລະກອງປະຊຸມຄັ້ງປະຖົມມະລຶກຂອງສະມາຊິກສະພາແຫ່ງຊາດຊຸດ IX ໃນມື້ທຳອິດທີ່ເປີດຂຶ້ນມື້ນີ້ (22 ມີນາ 2021) ໄດ້ພິຈາລະນາຮັບຮອງເອົາ ທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດຄົນໃໝ່ຢ່າງເປັນທາງການ. ສຳລັບທ່ານ ໄຊສົມພອນ ພົມວີຫານ ເກີດວັນທີ12 ທັນວາ ປີ 1956 ທີ່ບ້ານນາແມວເມືອງວຽງໄຊ ແຂວງຫົວພັນ ເປັນຊົນເຜົ່າລາວ ຖືສາສະໜາພຸດ ປະຈຸບັນຢູ່ນະຄອນຫຼວງວຽງຈັນໜ້າທີ່ຮັບຜິດຊອບກ່ອນ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ທ່ານເປັນກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດສະໄໝທີ x, ລະດັບວິຊາສະເພາະ ທ່ານຈົບປະລິນຍາເອກ ວິຊາເສດຖະສາດການເມືອງ ສະຫະພາບໂຊວຽດ(ຣັດເຊຍໃນປະຈຸບັນ)ທ່ານເຂົ້າເປັນເປັນພະນັກງານັລດຖະກອນໃນປີ 1975 ແລະໄດ້ເຂົ້າພັກສົມບູນໃນວັນທີ 1 ກັນຍາ 1984 ສຳລັບການເຄື່ອນໄຫວຂອງທ່ານໃນແຕ່ລະໄລຍະມີດັ່ງນີ້: ປີ 1977ໍ່1983 ສຶກສາຢູ່ມະຫາວິທະຍາໄລແຫ່ງລັດມົດສະກູ ສະຫະພາບໂຊວຽດ(ຣັດເຊຍໃນປະຈຸບັນ)ປີ 1983-1984 ເປັນອາຈານສອນຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ,ປີ1984-1987 ຄົ້ນຄວ້າ ແລະປ້ອງກັນສຳເລັດປະລິນຍາເອກຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດສັງຄົມແຫ່ງລັດ ມົດສະກູ ສະຫະພາບໂຂວຽດ.ປີ 1987-1991 ເປັນຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າພະແນກການຄ້າ ແລະພົວພັນເສດຖະກິດກັບຕ່າງປະເທດປີ 1991-1993 ...

Read More »

ການນຳ ວາງພວງມະລາ ຕ້ອນຮັບ​ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ IX

ການນຳ ວາງພວງມະລາ ຕ້ອນຮັບ​ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 20 ມີນາ 2021 ນີ້, ຄະນະຜູ້ແທນ ທີ່ຈະເຂົ້າຮ່ວມກອງປະຊຸມ ຄັ້ງປະ ຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ IX ໄດ້ເຂົ້າວາງພວງມະລາ ຢູ່ອະນຸ ສາວະລີນັກ ຮົບນິ ລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ. ການວາງ​ພວງ​ມະລາ ​ແລະ ກະຕ່າ​ດອກ​ໄມ້ ​ໃນ​ຄັ້ງ​ນີ້, ​ໄດ້​ແບ່ງ​ອອກ​ເປັນ 4 ຄະນະ ຄື: ຄະນະ​ທີ 1 ນຳ​ໂດ​ຍ ທ່າ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາແຫ່ງຊາດ, ຄະນະ​ທີ 2 ນຳ​ໂດຍ ທ່ານ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາ​ດ, ຄະນະ​ທີ 3 ນຳ​ໂດຍ​ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ແລະ ຄະນະ​ທີ ...

Read More »