News

ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ກຽມພ້ອມຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX

ໂຄງການກໍ່ສ້າງຫໍສະພາແຫ່ງຊາດ (ຕຶກໃໝ່) ມາຮອດປັດຈຸບັນ ໜ້າວຽກໂດຍລວມແມ່ນ ສຳເລັດ ແລ້ວ 95%, ສະເພາະຫ້ອງປະຊຸມໃຫຍ່ ທີ່ຈະຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະ ພາແຫ່ງຊາດ ຊຸດທີ IX ແມ່ນສຳເລັດແລ້ວ 100%, ສາມາດຮັບໃຊ້ກອງປະຊຸມໄດ້ຢ່າງສົມບູນ,ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອຈາກລັດຖະບານຫວຽດນາມ, ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກໍລະກົດ 2018 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດ 100% ແລະ ມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນ ມິ ຖຸນາ 2021. ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໄດ້ໃຫ້ ສຳພາດໃນວັນທີ 16 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ສະເພາະການກໍ່ສ້າງຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມແມ່ນມີຄວາມພ້ອມໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນທາງການ ...

Read More »

ອາຊຽນຕັ້ງເປົ້າໝາຍຟື້ນຟູເສດຖະກິດສູ່ລະດັບກ່ອນເກີດວິກິດໂຄວິດ-19

ປີ 2021 ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຕັ້ງເປົ້າໝາຍການຟື້ນຟູເສດຖະກິດສູ່ລະດັບກ່ອນເກີດວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຖ່ວງດຶງໃຫ້ເສດຖະກິດຖົດຖອຍລົງເປັນປະຫວັດສາດ ຊຶ່ງມີຫຼາຍປັດໄຈອາດຈະເຮັດໃຫ້ເສດຖະກິດຟື້ນຟູໄດ້ ແຕ່ກໍຍັງມີຄວາມສ່ຽງຢູ່ຫຼາຍເຊັ່ນດຽວກັນ. ອີງຕາມການລາຍງານຂອງເວບໄຊແຊນແນວນິວອາຊີ ໄດ້ເຜີຍແຜ່ບົດລາຍງານຂອງກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ຊຶ່ງໄດ້ຄາດຄະເນໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ປະຈຳປີ 2021 ຢູ່ໃນລະດັບ 4%-6%. ເສດຖະກິດພາຍໃນປະເທດປີ 2020 ຫຼຸດລົງ 5,4% ດີ ກວ່າທີ່ເຄີຍຄາດຄະເນໄວ້ໃນລະດັບ -5,8% ແລະ ເໜືອກວ່າການຄາດຄະເນຂອງລັດຖະບານ -6% ເຖິງ -6,5% ຖືວ່າເປັນປີທີ່ເສດຖະກິດສິງກະໂປ ຫຼຸດລົງເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 2001 ແລະ ຖົດຖອຍໜັກທີ່ສຸດ ນັບຕັ້ງແຕ່ປະກາດເອກະລາດ. ເມື່ອກາງເດືອນກຸມພາທີ່ຜ່ານມາ, ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ກ່າວວ່າ: ເສດຖະກິດສິງກະໂປ ຈຳນວນຫຼາຍຈະປັບຕົວດີຂຶ້ນໃນປີ 2021, ແຕ່ບາງພາກສ່ວນເຊັ່ນ: ການຂົນສົ່ງ, ການທ່ອງທ່ຽວ ແລະ ການບິນອາດ ຈະຕ້ອງໃຊ້ເວລາດົນກວ່ານີ້. ເວບໄຊນິກເຄອິລາຍງານວ່າ: ສິງກະໂປ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ໄວ້ໄດ້ເປັນສ່ວນໃຫຍ່ ອີກທັງຍັງຕັ້ງເປົ້າໝາຍສີດວັກຊິນໃຫ້ແກ່ຜູ້ໃຫຍ່ທຸກຄົນພາຍໃນເດືອນກັນຍາປີນີ້. ການສົ່ງອອກສິນຄ້າເອເລັກໂຕຣນິກເພີ່ມຂຶ້ນ ເມື່ອບໍ່ດົນມານີ້ຖືວ່າ: ເປັນອີກໜຶ່ງສັນຍານບວກ. ເຖິງແມ່ນວ່າຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ມາດຕະການມາດົນນານຍັງຄົງສົ່ງຜົນຕໍ່ເສດຖະກິດ. ...

Read More »

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ຈະໄຂຂຶ້ນ ແຕ່ວັນທີ 22 – 26 ມິນາ 2021 ທີ່ຫໍສະພາແຫ່ງຊາດຫລັງໃໝ່ນະຄອນຫລວງວຽງຈັນ

ຕອນບ່າຍວັນທີ 16 ມິນາ 2021 ທີ່ຫໍສະພາແຫ່ງຊາດ ຫລັກ 6 ນະຄອນຫລວງວຽງຈັນ ທ່ານນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຊຸດທີ VIII ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຊຸດທີ VIII ມີຄວາມຍິນດີ ແລະ ຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້: – ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນຈັນ, ວັນທີ 22 ມີນາ ແລະຈະດໍາເນີນໄປເຖິງວັນສຸກ, ວັນທີ 26 ...

Read More »

ສປປ ລາວ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ແລ້ວ 40 ພັນກວ່າຄົນ

ປັດຈຸບັນ ທົ່ວປະເທດໄດ້ຮັບການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ແລ້ວ 40 ພັນກວ່າຄົນ, ເຊິ່ງການສັກວັກຊີນ ແມ່ນເພື່ອແກ້ໄຂພາວະສຸກເສີນ ຈາກການລະບາດຂອງພະຍາດ COVID-19 ຈຶ່ງໄດ້ສຸມໃສ່ກຸ່ມເປົ້າໝາຍບູລິມະສິດກ່ອນ ເປັນຕົ້ນ ແມ່ນພະນັກງານແພດໝໍ, ພະນັກ ງານດ່ານໜ້າຜູ້ທີ່ມີຄວາມສ່ຽງສູງ ຢູ່ສູນກາງ ແລະ ທ້ອງຖິ່ນ. ທ່ານ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ແລະ ການສັກວັກຊີນ ປ້ອງກັນພະຍາດ COVID-19 ໃນວັນທີ 15 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ໄດ້ສັກເຂັມທີ 1 ໃຫ້ແກ່ກຸ່ມເປົ້າໝາຍບູລິມະສິດ ທັງໝົດ 40.732 ຄົນ ໃນຂອບເຂດທົ່ວປະເທດ. ປະກອບມີ ພະນັກງານແພດໝໍ ກວມເອົາ 13.005 ຄົນ, ພະນັກງານເຮັດວຽກທີ່ມີຄວາມສ່ຽງ 22.791 ຄົນ, ຜູ້ທີ່ມີຄວາມຈໍາເປັນເດີນທາງອອກນອກປະເທດ 625 ຄົນ, ຜູ້ສູງອາຍຸກວ່າ ...

Read More »

ຈີນຕ້ອງການໃຫ້ນັກບິນອາວະກາດຢູ່ເທິງດວງຈັນໄລຍະຍາວ

ອ້າງຕາມຂ່າວ ປັກກິງຂອງ ຈີນ, ວັນທີ 14 ເດືອນມີນາທີ່ຜ່ານມາ, ສື່ຂອງຈີນລາຍງານວ່າເມື່ອຈີນ ສາມາດຈັດຕັ້ງສະຖານີວິໄຈຢູ່ເທິງດວງຈັນໄດ້ຮຽບຮ້ອຍແລ້ວ, ຈີນຈະໃຫ້ນັກບິນອາວະກາດ ປະຕິບັດໜ້າທີ່ຢູ່ເທິງດວງຈັນເປັນໄລະຍາວເພື່ອສຶກສາຄົ້ນຄ້ວາ, ທົດລອງທາງວິທະຍາສາດ. ທ່ານອູ່ ເຫວີຍຫລິນ ຫົວໜ້າເຈົ້າໜ໊າທີ່ອອກແບບຂອງ ໂຄງການສຳຫລວດດາວຈັນຂອງຈີນ ກ່າວວ່າ: ຖ້າຫາກໂຄງການສະຖານີສຳຫລວດດວງຈັນສາມາດຈັດຕັ້ງໄດ້ສຳເລັດ, ຈີນຈະສົ່ງມະນຸດຂຶ້ນໄປເທິງດວງຈັນ. http://kpl.gov.la/detail.aspx?id=58237 ຂປລ.

Read More »

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ ສ.ເກົາຫລີ ປະຈຳລາວ ຄົນໃໝ່

ໃນວັນທີ 15 ມີນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິມ ມູຮົງ (IM Moo hong), ໃນໂອກາດຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ ຄົນໃໝ່.ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ອິມ ມູຮົງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສ.ເກົາ ຫລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫລອດໄລຍະ 25 ປີ ຜ່ານມາ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ...

Read More »

ຄະນະກໍາມະການເລືອກຕັ້ງລະດັບຊາດ ສະຫລຸບຖອດຖອນບົດຮຽນ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II

ຄະນະກໍາມະການເລືອກຕັ້ງລະດັບຊາດ ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ກ່ຽວກັບການກະກຽມ ແລະດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃນຕອນເຊົ້າວັນທີ 15 ມິນາ 2021 ທີ່ຫໍປະຊຸມແຫ່ງຊາດ ຫລັກຫົກ ນະຄອນຫລວງງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງ ຊາດ, ປະທານຄະນະກໍາມະການເລືອກຕັງລະດັບຊາດ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາ, ຖອດຖອນບົດຮຽນກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງ ສສ ຊຸດທີ IX ສສຂ ຊຸດທີ II ທີ່ຈັດຂຶ້ນໃນວັນທີ 21 ກຸມພາຜ່ານມາ, ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງໃນຄັ້ງນີ້ ເພື່ອເປັນບົດຮຽນໃຫ້ແກ່ການເລືອກຕັ້ງຄັ້ງຕໍ່ໄປໃນອີກ 5 ປີຕໍ່ໜ້າ. ໃນໂອກາດນີ້ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະ ການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ປະຈຳການຄະນະປະຈຳການ ຄະນະກຳມະການເລືອກຕັ້ງລະດັບຊາດໄດ້ຂຶ້ນຜ່ານບົດສະຫຼຸບການກະກຽມ ແລະ ດຳເນີນການເລືອກຕັ້ງ ສສ ຊຸດທີ IX ແລະ ສສຂ ...

Read More »

ສິງກະໂປ ດຳເນີນມາດຕະການດຶງດູດການລົງທຶນຈາກຕ່າງປະເທດ

ຕາມ​ເວັບ​ໄຊ ສ​ເຕຣດ ທາມ(Straits Times),ວັນ​ທີ15​ມີນາ​ນີ້, ສິງກະ​ໂປພວມດຳ​ເນີນມາດ​ຕະການ ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດໃນ​ຖານະເປັນ​ຕະຫລາດເສລີເກັບ​ພາສີໃນ​ອັດຕາ​ຕ່ຳ ​ເຮັດ​ໃຫ້​ໃນ​ໄລຍະ​ເກີດ​ການ​ແຜ່​ລະບາດ ໂຄ​ວິດ-19 ບັນດາ​ນັກ​ລົງທຶນຕ່າງປະ​ເທດ ​ແລະ ບໍລິສັດ ຄຸ້ມ​ຄອງຊັບ​ສິນ​ຂອງ​ຕ່າງປະ​ເທດຫັນ​ມາ​ລົງທຶນໃນ​ປະ​ເທດເພີ່ມ​ຂຶ້ນ​ໂດຍ​ເສດຖີອາຊີມີ​ຊັບ​ສິນທັງ​ໝົດ 22,2 ພັນ​ຕື້​ ໂດ​ລາສະຫະລັດໃນ​ປີ2019 ຫລາຍ​ກວ່າອາ​ເມ​ລິ​ກາ​ເໜືອ, ສ.ອາ​ເມ​ລິ​ກາ ​ແລະ ​ເອີຣົບ. ຂະນະ​ທີ່​​ໃນ​ສິງກະ​ໂປບັນດາ​ນັກ​ລົງທຶນທີ່​ໝັ້ນຄົງ​ຕ່າງ​ໄດ​້ຮັບການ​ຕ້ອນຮັບຢ່າງ​ອົບ​ອຸ່ນບັນດາ​ສະ​ຖາ​ບັນ​ການ​ເງິນເລັ່ງຂະຫຍາຍ​ການ​ບໍລິການທາງ​ການ​ເງິນ ​ແລະ ລັດຖະບານສິງກະ​ໂປເລັ່ງ​ເຮັດ​ວຽກເພື່ອ​ແນະນຳບັນດາ​ກອບ​ງານ​ໃໝ່ທີ່​ຊ່ວຍ​ອຳນວຍຄວາມ​ສະດວກແກ່​ກອງ​ທຶນ​ຕ່າງໆ ທີ່​ຕ້ອງການ​ເຂົ້າມາ​ລົງທຶນ​ໃນ​ປະ​ເທດນີ້ ຂປລ.

Read More »

ກອງປະຊຸມທາງໄກລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ

ກອງປະຊຸມທາງໄກລັດຖະມົນຕີຮັບຜິດ ຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ພາຍໃຕ້ຫົວຂໍ້: “ອາຊຽນ: ປະຊາຄົມດີຈີຕອນ ເຂົ້າເຖິງທຸກຄົນ” ໄດ້ຈັດຂຶ້ນໃນວັນ ທີ 12 ມີນາ 2021, ທີ່ສໍານັກງານໜັງສືພິມພາສາຕ່າງປະເທດ, ນະຄອນ ຫຼວງວຽງຈັນ. ກອງປະຊຸມ ໄດ້ຮັບຮອງ 2 ເອກະສານຄື: ແຜນງານສົ່ງເສີມຄວາມສາມາດເຂົ້າເຖິງໄດ້ຄົບໃນວຽກງານການ ກະຈາຍສຽງ – ພາບດີຈີຕອນອາຊຽນ” ແລະ “ແຜນງານການພັດທະນາຄວາມພ້ອມ ທາງດ້ານດີຈີຕອນຂອງພົນລະ ເມືອງອາຊຽນ”. ເຂົ້າຮ່ວມກອງປະຊຸມ, ຄະນະຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ອານຸຊາ ນາກາໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ຣາຊອະນາຈັກໄທ, ປະທານກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ, ມີບັນດາລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວ ຈາກບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ອາວຸໂສຖະແຫຼງຂ່າວອາຊຽນ, ມີທ່ານ ດາໂຕະ ລິມ ຈອກ ...

Read More »

ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະບາດໂຄວິດ-19 ແລ້ວ

ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະບາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ເຂັມທໍາອິດ ໃນລະຫວ່າງວັນທີ 9-14 ມີນາ ແລະ ຈະສັກເຂັມທີ 2 ພາຍໃນເດືອນເມສາ 2021 ໂດຍກໍານົດສັກຢູ່ໂຮງໝໍສູນ ກາງ ແລະ ໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ. ດຣ ນາງ ໄຊພອນ ນັນທະພອນ ຫົວຫນ້າພະແນກສາທາ ລະນະສຸກນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນະ ຄອນຫລວງວຽງຈັນ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 58.600 ໂດສ ຈາກການແບ່ງປັນຂອງຄະ ນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈາກທັງໝົດ 3 ແສນໂດສ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຈີນ ໂດຍໄດ້ແຈກຢາຍໃຫ້ 9 ເມືອງໃນນະຄອນຫລວງວຽງຈັນ ສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ຄື: ພະນັກງານແພດໝໍທີ່ສຳຜັດ ຫລື ໃກ້ຄຽງກັບຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ເຮັດວຽກຢູ່ຕາມດ່ານສາກົນ ແລະ ຜູ້ທີ່ເຮັດວຽກຢູ່ສູນຈຳ ກັດບໍລິເວນຂອງແຮງງານທີ່ເດີນທາງມາຈາກຕ່າງປະເທດ. ນອກຈາກນີ້ ຍັງຈະສັກໃຫ້ຄະນະສະເພາະກິດຂັ້ນບ້ານ ໂດຍສະເພາະບັນດາບ້ານທີ່ຢູ່ລຽບຕາມຊາຍແດນກັບປະ ເທດໃກ້ຄຽງຕື່ມອີກ. ຫົວຫນ້າພະແນກສາທາລະນະສຸກນະຄອນຫລວງວຽງ ຈັນ ຍັງໄດ້ຮຽກຮ້ອງໃຫ້ກຸ່ມເປົ້າໝາຍໃນການສັກວັກຊິນໃນຄັ້ງນີ້ຢູ່ທັງ 9 ເມືອງພາຍໃນນະຄອນຫລວງວຽງຈັນ ...

Read More »