ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄົນໃໝ່

ໃນວັນທີ 29 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ເກົ່າ) ແລະ ທ່ານ ວຽງສະຫວັດ ສີພັນດອນ ລັດ ຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน

ໃນໂອກາດດັ່ງກ່າວ, ທ່ານ ນາງ ວົງຄຳ ສຸທຳມະວົງ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິກຳຕ່າງໆ ກ່ຽວກັບການຊັບຊ້ອນ ແລະ ແຕ່ງຕັ້ງລັດຖະມົນຕີ ຍທຂ ເປັນຕົ້ນແມ່ນມະຕິຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ສະບັບເລກທີ 9/ສພຊ ລົງວັນທີ 22/03/2021 ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ແລະ ສະມາຊິກລັດຖະ ບານ ໂດຍໄດ້ແຕ່ງຕັ້ງໃຫ້ ທ່ານ ວຽງສະຫວັດ ສີພັນດອນ ມາເປັນລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຜູ້ໃໝ່ ແລະ ດຳລັດຂອງປະທານປະເທດ ສປປ ລາວ ເລກທີ 116/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການພັກການ-ຮັບອຸດໜູນບຳນານ ໂດຍໄດ້ອະນຸມັດໃຫ້ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບຳນານ.

อาจเป็นรูปภาพของ 11 คน และผู้คนกำลังยืน

ພ້ອມນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດໂອ້ລົມໃນພິທີດັ່ງກ່າວ, ໂດຍມີເນື້ອໃນບາງຕອນສຳຄັນວ່າ: ມອບໃຫ້ບັນດາສະຫາຍຄະນະພັກ, ການນໍາທຸກຂັ້ນ ເປັນເອກະພາບນໍາສູນກາງພັກ, ລັດຖະບານ ຕໍ່ການຊັບປ່ຽນໜ້າທີ່ຄວາມຮັບຜິດຊອບ ຂອງພະນັກງານການນໍາຂັ້ນສູງໃນຄັ້ງນີ້; ບົນພື້ນຖານນັ້ນ, ໃຫ້ບັນດາສະຫາຍ ສືບຕໍ່ນໍາພາແນວຄິດຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະພະ ແນກການໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການຊັບປ່ຽນພະນັກງານການນໍາໃນເທື່ອນີ້, ເພື່ອໃຫ້ ການສະໜັບສະໜູນ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນ ສົ່ງ (ຜູ້ໃໝ່) ເພື່ອພ້ອມກັນຜ່ານຜ່າ ທຸກອຸປະສັກນາໆປະການໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ ສືບຕໍ່ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ; ສ້າງຄວາມເປັນເອກະພາບພາຍໃນ ເພື່ອສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ, ເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ; ສະໜັບສະໜູນລັດຖະມົນຕີຄົນໃໝ່ ເພື່ອຮ່ວມມືໃນການພັດທະນາວຽກງານ ໃຫ້ມີຄວາມໜັກແໜ້ນ, ປະຕິບັດແບບແຜນວິຖີການເຮັດວຽກງານ ຍທຂ ໃຫ້ແຂງແຮງ ຂຶ້ນເປັນກ້າວໆ

อาจเป็นรูปภาพของ 12 คน และผู้คนกำลังยืน

ຂປລ.

Comments