ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ບໍລິສັດ ກຣີນດິສໂຄເວີຣີລາວ (Green Discovery Laos) ຮ່ວມເຊັນສັນຍາ ພັດທະນາ ແລະ ສ້າງສູນການຄ້າ ຄິວມໍ (Qmall)

     ວັນທີ 26 ມີນາ 2021 ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ບໍລິສັດ ກຣີນດິສໂຄເວີຣີລາວ (Green Discovery Laos) ຮ່ວມເຊັນສັນຍາ ກຽມສ້າງ ສູນການຄ້າ ຄິວມໍ ຂຶ້ນທີ່ເຂດເສດຖະກິດບຶງທາດຫຼວງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ມີທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການບໍລິສັດ ກຼີນດີດໂຄເວີລີລາວ , ທ່ານ ນາງ Huang Xiu Wen ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫຼວງ ພ້ອມດ້ວຍພະນັກງານ ແລະ ພາກທຸລະກິດເຂົ້າຮ່ວມ.

      ທ່ານ  Huang Xiu Wen ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫຼວງ ກ່າວວ່າ: ການເຊັນສັນຍາຄັ້ງນີ້ແມ່ນການຮ່ວມມືດ້ານການລົງທຶນ  ແລະ ການຈັດສັນຄຸ້ມຄອງ ຕອນດິນຕອນທີ 3 ຂອງເຂດເສດຖະກິດບຶງທາດຫຼວງ, ເພື່ອຮ່ວມກັນສ້າງຕັ້ງສູນການຄ້າຊຸມຊົນ(QMall) ຂຶ້ນ ໂດຍຖືກອອກແບບດ້ວຍແນວຄິດທີ່ວ່າ (ໃຫ້ການບໍລິການເຂດຊຸມຊົນໃນທ້ອງຖິ່ນ), ສຸມໃສ່ຄວາມຮຽກຮ້ອງຕ້ອງການໃນຊີວິດປະຈໍາວັນ ແລະ ສະໜອງການບໍລິການສະດວກຊື້  ແລະ ຮ່ວມກັນພັດທະນາແນວຄວາມຄິດ  ແລະ ການດໍາເນີນງານຂອງສູນການຄ້າຊຸມຊົນ ເພື່ອສະໜອງໃຫ້ການບໍລິການຂາຍຍ່ອຍ, ຮ້ານຄ້າສະດວກຊື້, ດ້ານສຸຂະພາບ, ຄວາມບັນເທີງ, ສະຖານທີ່ພັກຜ່ອນ, ຮ້ານອາຫານ ແລະ ອື່ນໆ.

      ການຮ່ວມມືຄັ້ງນີ້ມີໄລຍະເປັນເວລາ 20 ປີ, ເຊິ່ງ ມີຄວາມມຸ້ງໝັ້ນທີ່ຈະຮ່ວມມືກັນ ເພື່ອເຮັດໃຫ້ສູນການຄ້າ ຄິວມໍ ເປັນເຄື່ອງໝາຍການຄ້າ ອັນດັບໜຶ່ງໃນຊຸມຊົນຂອງປະເທດລາວ ພ້ອມນັ້ນ, ຍັງຈະຮ່ວມກັນຄົ້ນຫາໂອກາດການຮ່ວມມືດ້ານອື່ນໆ ໃນການຄຸ້ມຄອງບໍລິຫານສິ່ງອໍານວຍຄວາມສະດວກ ແລະ ການລົງທຶນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວ.

      ທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການບໍລິສັດ ກຼີນດີສໂຄເວີລີລາວ ຍັງກ່າວຕື່ມວ່າ: ພວກເຮົາເຫັນໂອກາດໃນການຟື້ນໂຕຂອງເສດຖະກິດ ເຊິ່ງປັດຈຸບັນ ສະຖານທີ່ບຶງທາດຫຼວງ ມີຜູ້ປະກອບການທຸລະກິດຫຼາກຫຼາຍສາຂາເຂົ້າມາໃຫ້ບໍລິການເພື່ອບໍລິການນັກທ່ອງທ່ຽວ, ນັກລົງທຶນ ແລະ ປະຊາຊົນທີ່ເຂົ້າມາໃນເຂດ, ພວກເຮົາໝັ້ນໃຈວ່າ ຈະພັດທະນາເຂດດັ່ງກ່າວໃຫ້ສາມາດຕອບໂຈດ  ຜູ້ມາໃຊ້ບໍລິການ, ຜູ້ມາຄ້າຂາຍໃນເຂດດັ່ງກ່າວ  ແລະ ຜູ້ລົງທຶນໃຫ້ມີຜົນກໍາໄລໄປນໍາກັນ.

Comments